ຄົນງານລາວຖືກຍົວະໄປ ໄທ
2017.09.08
ນາຍຫນ້າຄົນໄທ ມັກມາຕົວະ ຄົນງານລາວ ຜູ້ທີ່ເຂົ້າມາເຮັດວຽກ ລາຍວັນ ທີ່ແຂວງຫນອງຄາຍ, ບືງການ ແລະອຸດອນ ໄປຂາຍຕໍ່ຕາມ ໂຮງງານ ແລະ ເຮືອປະໂມງ ຫລື ສະຖານທີ່ ບັນເທີງ ບໍຣິການ ທາງເພດຕ່າງໆ ໃນແຂວງຊັ້ນໃນຂອງໄທ. ດັ່ງທ່ານ ສມັກ ທັບທານີ ຜູ້ອຳນວຍການ ຝ່າຍຕ້ານການຄ້າມະນຸດ ຂອງມູນນິທິ ເຄືອຂ່າຍສົ່ງເສີມ ຄຸນນະພາບ ແຮງງານໄທ ຫຼື LPN ກ່າວຕໍ່ເອເຊັຽເສຣີ ໃນເວທີ ການລົງພື້ນທີ່ ໃຫ້ຄວາມຮູ້ ແກ່ເຈົ້າຫນ້າທີ່ ທ້ອງຖີ່ນ ໃນສາມແຂວງ ດັ່ງກ່າວວ່າ:
"ພີ່ນ້ອງລາວຢູ່ຕິດຊາຍແດນ ຖືກຫລອກໄດ້ງ່າຍ ກໍເນື່ອງຈາກວ່າ ຖືກຂະບວນການ ນາຍຫນ້າທີ່ມາ ສະແຫວງຫາ ຜົລປະໂຍດ ໃນຝັ່ງໄທ ກໍດີ ແລະ ໃນຝັ່ງລາວ ທີ່ມັນຢູ່ໃກ້ກັນ ວິທີ ການຫລອກກໍຄື ຕີຄວາມສນີດກັນ ນາຍຫນ້າຈະມີຕີສນິດ ຝັ່ງໄທ ໃນການທີ່ເຂົາ ຊ່ວງເຊົ່າມາ ເຮັດວຽກ ມາດຳນາແນ່ ມາຕັດໄມ້ແນ່ ຝັ່ງໄທແລ້ວ ບັນຫານີ້ ກໍເກີດຂື້ນ ຕໍ່ເນື່ອງ ກໍເລີຍມີ ຄວາມຈຳເປັນວ່າ ຈັ່ງຫວັດອຸດອນ ຫນອງຄາຍ ບືງການ ທີ່ຢູ່ຕິດ ແມ່ນ້ຳຂອງ ພວກນີ້ ກຸ່ມນີ້ເປັນກຸ່ມ ພື້ນທີ່ສ່ຽງ ເຮັດໃຫ້ທາງ ມູນນິທິ ເອງກໍຕ້ອງ ຮ່ວມມືກັບການ ປົກຄອງ ທ້ອງຖີ່ນ".
ທ່ານກ່າວຕື່ມວ່າ ແຂວງອຸດອນທານີ ຫນອງຄາຍ ແລະບືງການ ມີຄົນລາວແລະຄົນໄທ ຖືກນາຍຫນ້າ ຕົວະມາຂາຍຫຼາຍຄົນ ສ່ວນໃຫຍ່ ຜູ້ຊາຍ ຈະຖືກຕົວະໄປຂາຍ ໃນ ອຸດສາຫະກັມ ການປະໂມງ ແລະແມ່ຍິງ ຈະຖືກຕົວະໄປຂາຍ ເປັນແມ່ບ້ານ ຫລື ສະຖານທີ່ ບໍຣິການ ທາງເພດ. ນາຍຫນ້າຄົນໄທ ຈາກພື້ນທີ່ ອື່ນຈະເຂົ້າມາ ຕີສນິດກັບ ຄົນງານລາວ ຜູ້ທີ່ເຂົ້າມາ ຮັບຈ້າງແບບມາ ເຊົ້າກັບແລງ ໃນແຂວງ ຕາມຊາຍແດນ ເມື່ອຄົນລາວ ຕາຍໃຈແລ້ວ ກໍຈະຊັກຊວນ ໄປເຮັດວຽກ ໃນແຂວງອື່ນໆ ຂອງໄທ ແຕ່ທີ່ແທ້ ແມ່ນເອົາໄປ ຂາຍຕໍ່.
ທ່ານວ່າ ເຂດທີ່ມີຄວາມສ່ຽງຫລາຍກວ່າຫມູ່ ໃນສາມແຂວງນັ້ນ ກໍມີເມືອງ ຣັດຕະນະວາປີ ທີ່ແຂວງຫນອງຄາຍ ທີ່ມີຊາຍແດນ ຕິດກັບ ນະຄອນຫລວງວຽງຈັນ, ເຂດກຸດສະ ແຂວງ ອຸດອນທານີ ຕິດກັບບ້ານພວຍ ເມືອງທ່າພະບາດ ແຂວງບໍຣີຄຳໄຊ ແລະ ເຂດປາກຄາດ ແຂວງບືງການ ຕິດກັບເມືອງປາກຊັນ ແຂວງບໍຣິຄຳໄຊ. ສາມພື້ນທີ່ ດັ່ງກ່າວ ມີຄວາມສ່ຽງຫລາຍ ຍ້ອນວ່າເປັນເສັ້ນທາງ ທັມມະຊາດ ຄົນລາວ ມັກຂີ່ເຮືອ ມາຊື້ຂອງ ມາຮັບຈ້າງ ໂດຍບໍ່ຜ່ານດ່ານກວດ ຂອງໄທ ແລະ ເປັນຈຸດທີ່ບໍ່ມີ ເຈົ້າຫນ້າທີ່ໄທ ກວດກາ.
ທ່ານ ໄມຕີ ຫົວຫນ້າຫນ່ວຍ ທະຫານ ຮັກສາດິນແດນ ທີ່ເມືອງຣັດຕະນະວາປີ ແຂວງຫນອງຄາຍເວົ້າວ່າ ບັນຫາຄົນງານລາວ ແລະໄທ ຖືກນາຍຫນ້າ ຕົວະໄປຂາຍນັ້ນ ປັດຈຸບັນ ຫນ່ວຍງານ ຂອງທ່ານ ກໍພຍາມຍາມ ແກ້ໄຂຢູ່. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ໂດຍພາບຮວມຂອງອຳເພີ ບັນຫານີ້ຍັງມີຢູ່ ທາງທ່ານເຈົ້າເມືອງ ເພີ່ນກໍເປັນຫວ່ງ ເປັນໃຍທຸກຄັ້ງ ທີ່ໄດ້ເຂົ້າ ກອງປະຊຸມ ຕລອດປະສານ ທາງດ້ານ ພາຍອຳນາດ ການປົກຄອງ ບໍ່ວ່າຈະເປັນ ທະຫານ ແລະ ຊຸດອາສາສມັກ ທີ່ຜ່ານມາ ກໍມີຕິດຕາມ ຊ່ອຍເຫລືອ ກໍມີບ້າງ".
ການຄ້າມະນຸດ ຕາມແນວຊານແດນລາວໄທ ມັກເກີດຂື້ນເປັນປະຈຳ ຍ້ອນວ່າຄົນງານລາວ ລັກເຂົ້າມາຊອກຫາ ວຽກເຮັດງານທຳ ໃນໄທ ແລະກໍຖືກຫລອກ ໄດ້ງ່າຍ.