ຄົນງານລາວໃນໄທມີ ຄວາມສ່ຽງ

ສຸພັດຕາ
2018.10.18
F-workers ສ່ວນນຶ່ງຂອງຄົນງານລາວ ທີ່ໄປລໍຖ້າຂໍບັດເຫຼືອງກັບຄືນບ້ານ
RFA/PN

ອີງຕາມຂໍ້ມູນຂອງກົມຕຳຣວດສະກັດກັ້ນ ແລະຕ້ານການຄ້າມະນຸດ ຣາຍງານວ່າ ຄົນງານລາວທີ່ໄປເຮັດວຽກ ຢູ່ປະເທດໄທ ປະມານ 7 ພັນ ປາຍຄົນ ໃນນັ້ນເປັນແມ່ຍິງ 4 ພັນ ປາຍຄົນ ມີຄວາມສ່ຽງຕໍ່ ການຄ້າມະນຸດ ເຊິ່ງໃນ 6 ເດືອນ ຕົ້ນປີ 2018 ນີ້.

ປະຊາຊົນແຂວງບໍ່ແກ້ວ, ແຂວງບໍຣິຄຳໄຊ ແລະແຂວງຊຽງຂວາງ ໄປເປັນຄົນງານ ຢູ່ປະເທດໄທຫຼາຍກວ່າໝູ່ ແລະຖືກສົ່ງກັບປະເທດລາວ ປະມານ 60 ປາຍຄົນ ເປັນແມ່່ຍິງ 50 ປາຍຄົນ. ກ່ຽວກັບເຣືຶ່ອງນີ້ ຄົນງານລາວ ທີ່ມາເຮັດວຽກຢູ່ ປະເທດໄທ ໄດ້ 10 ປາຍປີເວົ້າວ່າ:

“ຝືດເຄືອງຈັກໜ່ອຍຢູ່ບ້ານຫັ້ນນາ ຫາວຽກຫາງານ ມັນກໍສິແບບບໍ່ເໝາະສົມ ກັບແຮງງານເຮົາ ມັນກໍ່ບໍ່ຄ່ອຍມີ ໂຮງຈັກໂຮງງານ ມັນກໍບໍ່ ຄ່ອຍມີຫຼາຍ ເອື້ອຍກໍ່ເລີຍມາ ສູ່ມື້ນີ້ມັນແບບວ່າ ມັນທັນສມັຍອິຫຍັງແລ້ວ ເລື່ອງການຕົວະຕົ້ມ ມັນບໍ່ຄ່ອຍມີແລ້ວລະ ຖືວ່າໜ້ອຍຈາກໃນ ແບບວ່າ ໝູ່ບ້ານເອື້ອຍຫັ້ນນາ ມັນກໍບໍ່ມີແລ້ວ ສ່ວນຫຼາຍ ຈະມາກັບໝູ່ກັບພວກ ກັບຍາດພີ່ນ້ອງ ເລື່ອງການຄ້າມະນຸດ ມັນກໍບໍ່ຄ່ອຍ ມີແລ້ວລະ.”

ນາງກ່າວຕື່ມວ່າ ຣະຍະນີ້ ບໍ່ຄ່ອຍຝືດເຄືອງປານໃດ ສຳຫຼັບການດຳລົງຊີວິດ ຢູ່ປະເທດໄທ ເພາະພາຍຫຼັງ ທີ່ທາງການໄທ ໄດ້ໃຫ້ຄົນງານ ຕ່າງດ້າວ ເຮັດບັດເຮັດວຽກແບບຖືກຕ້ອງ ກໍຮູ້ສຶກປອດພັຍ ບໍ່ຄ່ອຍຢ້ານຖືກຕົວະຍົວະ ຜູ້ທີ່ມາຖືກຕ້ອງຕາມກົດໝາຍ ກໍຊວນໝູ່ພວກມາ ເຮັດວຽກນຳ ເຣື່ອງການຕົວະຍົວະ ກໍສ່ຽງໜ້ອຍລົງ ແຕ່ກຸ່ມທີ່ລັກເຂົ້າມານັ້ນ ມີຄວາມສ່ຽງສູງ.

ເຈົ້າໜ້າທີ່ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ເວົ້າວ່າ ປັດຈັຍທີ່ຄົນງານລາວ ຕ້ອງໄປເຮັດວຽກຢູ່ປະເທດໄທ ກໍເພາະ ຢາກໄດ້ເງິນຫຼາຍ ແຕ່ບໍ່ແມ່ນວ່າໃນປະເທດ ບໍ່ມີອາຊີີບໃຫ້ເຮັດ ສ່ວນກຸ່ມທີ່ລັກໄປ ແບບບໍ່ຖືກຕ້ອງຕາມກົດໝາຍ ກໍຍັງມີຢູ່ ຈຳນວນນຶ່ງ ທີ່ສ່ຽງຕໍ່ການຖືກຄ້າມະນຸດ:

“ປັດໃຈຂອງການໄປອອກແຮງງານ ຂະເຈົ້າກໍວ່າຫຼາຍຄົນເນາະ ຄັນທຽບໃສ່ກໍ່ຄືປະເທດ ເພື່ອນບ້ານ ກໍ່ຍອມຮັບວ່າຄ່າຈ້າງ ສູງກວ່າຢູ່ລາວ ເນາະ, ມັນກໍເປັນປັດໃຈ ຢາກດຶງດູູດຂະເຈົ້າໄປ ສອງມາລະຄືເລື່ອງສັງຄົມ ສິ່ງທີ່ທ້າທາຍທີ່ວ່າດຶງຢາກໃຫ້ແຮງງານ ໄປອອກແຮງງານ ສ່ວນວ່າປັດໃຈວ່າ ບໍ່ມີວຽກເຮັດງານທຳນິ່ ບາງຄົນຂະເຈົ້າກໍ່ເອົາເງື່ອນໄຂຕົວນັ້ນ ມາເປັນ ແຕ່ວ່າທີ່ຈິງຜູ້ທີ່ມາເວົ້າ ມັນເປັນຈຳນວນໜ້ອຍ ບາງເທື່ອບາງຄົນເວົ້າມາອ້າງເຫດຜົນຊື່ໆ.”

ທ່ານກ່າວຕື່ມວ່າ ບັນຫາຂອງຄົນງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ສ່ວນໃຫຍ່ມັກຖືກເອົາປຽບເຣື່ອງຄ່າຈ້າງ ແລະ ສວັດດີການ ທີ່ບໍ່ໄດ້ຮັບຕາມສັນຍາ ທີ່ຕົກລົງກັນໄວ້ ພ້ອມກັນນັ້ນຍັງມີບັນຫາຊໍາເຮື້ອ ຄືບາງຄົນທີ່ໄປເຮັດວຽກແລ້ວ ຖືກເຄາະຮ້າຍ ທາງການໄທ ຫຼືສະຖານທູດລາວ ກໍສົ່ງກັບບ້ານ ແຕ່ຂະເຈົ້າກໍກັບໄປອີກ ໂດຍບໍ່ຄຳນຶງເຖິງ ຄວາມປອດພັຍຂອງຕົນເອງ ເຣື້ອງນີ້ພາກສ່ວນກ່ຽວຂ້ອງ ກໍຍັງຫາທາງແກ້ໄຂຢູ່.

ສຳລັບແຜນການແກ້ໄຂບັນຫານີ້ ໄລຍະຜ່ານມາກະຊວງແຮງງານ ໄດ້ສົມທົບກັບ ຂແນງການກ່ຽວຂ້ອງ ເປັນຕົ້ນຕຳຣວດ, ສະຖານທູດ ແລະ ກະຊວງການຕ່າງປະເທດ ໄດ້ແຕ່່ງຕັ້ງຄນະກັມມະການ ພິສູດສັນຊາດ ເພື່ອແກ້ໄຂບັນຫາ ຄົນງານຜິດກົດໝາຍ ທີ່ມັກຕົກເປັນກຸ່ມສ່ຽງ ໃນ ການຖືກຕົວະຍົວະ ແລະການຄ້າມະນຸດ ວ່າຈະວາງມາຕການເພີ້ມຕື່ມແນວໃດ ໃຫ້ຄົນງານລາວ ທີ່ສົນໃຈໄປເຮັດວຽກຢູ່ໄທ ແບບຖືກຕ້ອງ ຫຼື ໄປໃນນາມ MOU ເພື່ອບໍ່ໃຫ້ຄົນງານລາວ ຖືກເອົາປຽບ ແລະຕົກເປັນເຫຍື່ອ ການຄ້າມະນຸດ ໃນປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.