ຄົນງານລາວຈະໃຫ້ການ ຕໍ່ສານ

ຈໍາປາທອງ
2017.02.27
f-workers ຄົນງານລາວ 7 ຄົນ ຈາກເມືອງ ຊະນະສົມບູນ ແຂວງຈຳປາສັກ ທີ່ ເຈົ້າໜ້າທີ່ ຕຳຣວດ ໄດ້ຊ່ວຍເຫລືອ ເມື່ອທ້າຍເດືອນ ກັນຍາ ປີ 2016
LPN

ຄົນງານລາວ 7 ຄົນຈາກເມືອງ ຊະນະສົມບູນ ແຂວງຈຳປາສັກ ທີ່ໄປເຮັດວຽກຢູ່ໄທ ຢ່າງຖືກຕ້ອງ ຕາມກົດໝາຍ ເມື່ອປີ 2011 ແຕ່ຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ ຢູ່ແຂວງ ເພັດບຸຣີ ປະເທສໄທ ຊຶ່ງ ເຈົ້າໜ້າທີ່ ຕຳຣວດ ແລະ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂ້າມຊາດ ຫລື LPN ຂອງໄທ ໄດ້ຊ່ວຍເຫລືອ ເມື່ອທ້າຍ ເດືອນ ກັນຍາ ປີ 2016 ນັ້ນ ກຳລັງຕຣຽມ ຂຶ້ນສານ ໃນມໍ່ໆນີ້. ຕາມຄຳເວົ້າ ຂອງທ່ານ ໄຊລັດ ເຈົ້າໜ້າທີ່ ເຄືອຂ່າຍ LPN ຕໍ່ RFA ໃນວັນທີ 24 ກຸມພາ ນີ້:

ທ່ານກ່າວວ່າ "ຄອບຄົວ ຂະເຈົ້າມີ ພໍ່ກັບແມ່, ລູກ 3 ຄົນ ແລະ ລູງກັບປ້າ ໜ້າຈະເຮັດ ເຣຶ່ອງຄະດີຢູ່, ເຫັນວ່າ ໃກ້ຈະຂຶ້ນສານ ແລ້ວ. ຍາດພີ່ນ້ອງ ຂະເຈົ້າ ກໍໂທມາຖາມຢູ່ວ່າ ຄະດີນັ້ນ ດຳເນີນໄປ ຮອດໃສແລ້ວ ແລະ ຜູ້ອຳນວຍການ ຝ່າຍຕ້ານ ການຄ້າມະນຸດ ຂອງ LPN ກໍບອກ ວ່າ ຖ້າຂະເຈົ້າ ຢາກໄປຢາມ ຫລືວ່າແນວໃດ ກໍມາປຶກສາກັນ ແລ້ວຈະເຮັດ ໜັງສື ໃຫ້ເຂົ້າໄປຢາມ".

ທ່ານ ໄຊລັດ ບອກວ່າ ປັດຈຸບັນ ຄະດີນີ້ ຢູ່ໃນການດູແລ ຂອງ ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສະວັດດິການ ສັງຄົມ ແລະ ກະຊວງ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດຂອງໄທ ທັງ 7 ຄົນ ຍັງຢູ່ໃນບ້ານພັກ ຂອງຜູ້ຕົກເປັນເຫຍື່ອ ການຄ້າມະນຸດ ທີ່ແຂວງ ປະທຸມ.

ຄະດີນີ້ ມີຜູ້ຕ້ອງຫາ ທີ່ເປັນຄົນໄທ 3 ຄົນ ໃນຄວາມຜິດ ຖານທຳຮ້າຍ ຮ່າງກາຍ ແລະ ມີປືນໄວ້ໃນ ຄອບຄອງ. ດັ່ງທີ່ທ່ານ ສະໝັກ ທັບທານີ ຜູ້ອຳນວຍການ ຝ່າຍ ຕ້ານການ ຄ້າມະນຸດ ຂອງ ມຸນນິທິ LPN ໄດ້ກ່າວວ່າ:

"ທ່ານກ່າວວ່າ ກະຊວງຄວາມໝັ້ນຄົງ ຂອງ ມະນຸດຂອງໄທ ກໍໄດ້ແຈ້ງ ຂໍ້ກ່າວຫາ ຕໍ່ນາຍຈ້າງ 3 ຄົນ, ມີທ້າວ ພູມພັດ ແລະ ກ໊ອບ ທີ່ເປັນຄົນທຳຮ້າຍ ຮ່າງກາຍ ແລະ ນາງ ໄຊຍະພອນ ຫລື ໜູ ເປັນນາຍຈ້າງ ຜູ້ຍິງ ແລະ ຂໍ້ຫາທີ່ເປັນ ຂອງກາງຄືປືນ ແລະ ສິ່ງອື່ນໆ ອີກທັງໝົດ ມີຂໍ້ຫາ 3 ຂໍ້".

ຜູ້ຕ້ອງຫາ 3 ຄົນທີ່ວ່ານີ້ ຖືກເຈົ້າໜ້າທີ່ໄທ ຕັ້ງຂໍ້ຫາ 3 ຂໍ້ ຄື 1.ທຳຮ້າຍຮ່າງກາຍ; 2.ຄ້າມະນຸດ; 3.ບັງຄັບໃຊ້ ແຮງງານ ເດັກນ້ອຍ ອາຍຸຕ່ຳ ກວ່າ 17 ປີ. ແຕ່ພວກຕ້ອງຫາ ຍັງປະຕິເສດ ມາໂດຍຕລອດ. ແຕ່ເຖິງຢ່າງໃດ ຄະດີນີ້ ກໍຈະຖືກ ນຳຂຶ້ນສານ ຕັດສິນ ຕາມ ຣະບຽບ ກົດໝາຍໄທ ຕໍ່ໄປ ຊຶ່ງຄາດວ່າ ຈະມີຂຶ້ນ ໃນມໍ່ໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.