ລາວ ຂາດງົບປະມານ ສະກັດກັ້ນ ການຄ້າມະນຸດ
ທາງການລາວ ມີແຜນ ຕ້ານການຄ້າມະນຸດ ແຕ່ຂາດເຂີນ ງົບປະມານ ໃນການທີ່ຈະຈັດຕັ້ງ ປະຕິບັດ.
-
ຈຳປາທອງ
2018-06-01 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຕ້ານການຄ້າມະນຸດ ໃນລາວ ເວົ້າວ່າ ທາງການ ສປປລາວ ມີແຜນສະກັດກັ້ນ ການຄ້າມະນຸດ ແຕ່ຍັງຂາດເຂີນ ງົບປະມານ ໃນການຈັດຕັ້ງ ປະຕິບັດ ຕົວຈິງ ໂດຍສະເພາະ ໃນການໃຊ້ຈ່າຍ ເມື່ອໄປ ປະຕິບັດງານ ຕາມເຂດຊົນນະບົດ ຊຶ່ງແມ່ຍິງລາວ ມັກຖືກຕົວະຍົວະ ໄດ້ງ່າຍ ເພາະບໍ່ມີ ຄວາມຮູ້ ແລະ ຖານະ ກໍທຸກຍາກ, ດັ່ງທີ່ທ່ານ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ ວັນທີ 31 ພຶສພາ ວ່າ:
“ຂຶ້ນແຜນໄປ ແຕ່ວ່າ ເພິ່ນບໍ່ທັນມີ ບໍ່ທັນມີ ງົບ (ງົບປະມານ) ໃຫ້ສນອງ ກ່ຽວກັບ ເຣື່ອງການເຄື່ອນໄຫວ ເພາະວ່າ ເຮົາຊິລົງເຄື່ອນໄຫວ ເຮົາຕ້ອງໄດ້ ໃຊ້ເຣື່ອງເອກະສານ ນິຕິກຳ ຫຼືວ່າ ສິ້ນເປືອງ ອັນນັ້ນອັນນີ້ ລົງໄປເຣື້ອງເຮັດ ເຮົາກໍເຮັດໄດ້ ເຮັດແບບປະຈຳປີ ຄັນຖ້າວ່າ ເຫັນເຫດການ ເຮົາຈຶ່ງໄດ້ເອີ້ນມາ ສຶກສາອົບຮົມ ມາກ່າວເຕືອນ ມາລົງສ້າງບັນທຶກ ເຮົາບໍ່ໄດ້ລົງໄປຕາມຊຸມຊົນ ກຸ່ມບ້ານ ຫຼືວ່າ ກຸ່ມສ່ຽງ ກ່ຽວກັບປັນຫານີ້ ເຮົາບໍ່ ໄດ້ລົງເລິກ ສ່ວນຫຼາຍ ເກີດຂຶ້ນແລ້ວ ຈັ່ງຄ່ອຍຮູ້ ເຮົາບໍ່ໄດ້ສະກັດກັ້ນ.”
ທ່ານກ່າວຕື່ມວ່າ ຕາມແຜນທີ່ວາງໄວ້ ແມ່ນຕ້ອງການ ໂຄສະນາລະດົມ ໃຫ້ຄວາມຮູ້ ແກ່ປະຊາຊົນ ທັງຊາຍໜຸ່ມຍິງສາວ ໃຫ້ຣະມັດຣະວັງ ເຣື່ອງການຕົວະຍົວະ ໄປເຮັດວຽກ ຫຼື ໄປແຕ່ງດອງ ແບບບໍ່ຖືກຕ້ອງ ຕາມກົດໝາຍ ກັບຄົນຕ່າງປະເທດ ນັ້ນນຳດ້ວຍ.
ເຈົ້າໜ້າທີ່ ອົງການຕ້ານການຄ້າມະນຸດສາກົລ ປະຈຳປະເທດໄທ ກ່າວໃນໂອກາດ ສັມນາກ່ຽວກັບ ການຄ້າມະນຸດ ຢູ່ມະຫາວິທຍາລັຍ ຈຸລາລົງກອນ ທີ່ບາງກອກ ເມື່ອວັນພຸດ ຜ່ານມາວ່າ ການໂຄສະນາ ໃຫ້ຄວາມຮູ້ ແກ່ແມ່ຍິງວັຍຣຸ້ນ ແລະ ໃຫ້ຄວາມເຂົ້າໃຈ ແກ່ພໍ່ແມ່ ຜູ້ປົກຄອງນັ້ນ ເປັນວຽກງານສຳຄັນ ໃນການສະກັດກັ້ນ ການຄ້າມະນຸດ ເພາະຖ້າຫາກປ້ອງກັນ ສິ່ງເຫຼົ່ານີ້ ຈາກປະເທດຕົ້ນທາງໄດ້ແລ້ວ ກໍຈະສາມາດຫຼຸດຜ່ອນ ຈຳນວນ ຜູ້ທີ່ຖືກເຄາະຮ້າຍ ໄດ້ຫຼາຍຂຶ້ນ ດັ່ງທີ່ທ່ານກ່າວວ່າ:
"ການສະກັດກັ້ນ ຫຼືການປ້ອງກັນ ປັນຫາການຄ້າມະນຸດ ຫຼື ການຖືກນຳໄປຄ້າປະເວນີ ກໍຄວນຈະມີການເຮັດວຽກ ໃນລັກສະນະ ໃຫ້ຄວາມຮູ້ ພໍ່ແມ່ຜູ້ປົກຄອງນັ້ນນຳ, ຊຶ່ງອັນນີ້ ເຮົາຈະຕ້ອງເຂົ້າໄປ ເຮັດວຽກ ໃນພື້ນທີ່ ແລ້ວ ກໍຈະຕ້ອງຮູ້ວ່າ ໃນກຸ່ມໃດ ທີ່ເຮົາຄິດວ່າ ເປັນກຸ່ມເດັກນ້ອຍ ກຸ່ມສ່ຽງ ເປັນຂໍ້ທີ່ຍາກ ໃນການເຮັດວຽກ ເພາະຈະຕ້ອງເຮັດວຽກ ທາງຄວາມຄິດ ກັບພໍ່ແມ່ ແລະ ຄອບຄົວນຳ.”
ເມື່ອກາງເດືອນ ພຶສພາ ທີ່ຜ່ານມານີ້ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງ ສປປລາວ ໄດ້ໄປໂຄສະນາ ເຜີຍແຜ່ ເຕືອນໃຫ້ ຊາວຜູ້ອອກແຮງງານ ຣະວັງການຕົວະຍົວະ ຫຼອກລວງ ໄປອອກແຮງງານ ຢູ່ຕ່າງປະເທດ ແລະ ແຕ່ງດອງ ແບບ ບໍ່ຖືກຕ້ອງ ກັບຄົນຕ່າງປະເທດ ເພື່ອສະກັດກັ້ນ ການຄ້າມະນຸດ ຢູ່ 3 ແຂວງພາກໃຕ້ ຄືແຂວງ ອັດຕະປື, ເຊກອງ ແລະ ແຂວງສາຣະວັນ.