ສາວ​ລາວ ລັກໜີ ຈາກ​ສາ​ມີຈີນ: ສັມ​ພາດ

ຊີວິດປະຈໍາວັນຂອງແມ່ຍິງ ໃນແຂວງຢູນານ ສປຈີນ ພາກເໜືອຂອງແຂວງຫຼວງນໍ້າທາ ສປປ ລາວ
ຊີວິດປະຈໍາວັນຂອງແມ່ຍິງ ໃນແຂວງຢູນານ ສປຈີນ ພາກເໜືອຂອງແຂວງຫຼວງນໍ້າທາ ສປປ ລາວ (RFA/BK)

0:00 / 0:00

ນາງ ນ້ອຍ (ນາມສົມມຸດ) ເປັນເດັກນ້ອຍແມ່ຍິງລາວ ຈາກແຂວງຫລວງນໍ້າທາ ສປປ ລາວ ອາຍຸ 17 ປີ ທີ່ ຮູ້ເທົ້າບໍ່ເຖິງການ ໄດ້ຕັດສິນໃຈ ແຕ່ງດອງ ກັບຜູ້ຊາຍຈີນ ໃນປີ 2016 ແລະ ສາມາດລັກໜີ ຈາກສາ​ມີ ກັບຄືນບ້ານເກີດ ທີ່ ແຂວງຫຼວງນໍ້າທາ ເມື່ອທ້າຍປີກາຍ ພາຍຫຼັງທີ່ ຕ້ອງໄດ້ ທົນທຸກທໍຣະມານ ຢູ່ຈີນ ເຖິງ 3 ປີ. ນາງນ້ອຍ ໃຫ້ສັມພາດ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ໃນມື້ວັນທີ 16 ເມສາ 2018 ວ່າ ທົນທຸກ ຢູ່ກັບສາ​ມີຄົນຈີນນັ້ນ ບໍ່ໄດ້ ຍ້ອນເຂົາເປັນຄົນໃຈຮ້າຍ, ມັກໃຊ້ຄວາມຮຸນແຮງ, ບັງຄັບຕົບຕີ ນາງຕ້ອງເຈັບໂຕ ຢູ່ຕລອດ ບາງຄັ້ງ ກໍເຖິງ ເລືອດຕົກຢາງອອກ.