ເລັ່ງແກ້ໄຂ ການຄ້າມະນຸດ, ການກະທຳຜິດກົດຫມາຽ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ
2023.03.27
ບັນຫາຄົນຕ່າງປະເທດ ແລະ ຄົນລາວທີ່ເຂົ້າມາເຄື່ອນໄຫວ ດຳລົງຊີວິດ ແລະ ປະກອບອາຊີບໃນເຂດເສຖກິຈພິເສດ ສາມຫລ່ຽມຄຳທີ່ບໍ່ຖືກຕ້ອງ ຕາມລະບຽບກົດຫມາຽແມ່ນ 1 ໃນ 8 ແຜນວຽກຂອງການແກ້ໄຂປະກົດການຫຍໍ້ທໍ້ ທີ່ແຂວງບໍ່ແກ້ວ ແລະ ຣັຖບານລາວເລັ່ງຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງ. ປັດຈຸບັນຍັງມີປະກົດເຫັນການຕົວະຍົວະ ຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາເຮັດວຽກ ໃນເຂດດັ່ງກ່າວເປັນຈຳນວນຫລາຍ.
ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງຂັ້ນສູນກາງ ທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 24 ມີນາ 2023 ຜ່ານມາວ່າ. ຈາກການເອົາໃຈໃສ່ເລັ່ງແກ້ໄຂບັນຫາ ດັ່ງກ່າວມາດົນານສົມຄວນປະມານ 2-3 ປີ ຈົນມາເຖິງປັດຈຸບັນ ໄດ້ຮັບຜົນສຳເຣັດຫລາຍດ້ານເຊັ່ນ ໄດ້ສ້າງບົດບັນທຶກກັບຄົນຕ່າງປະເທດ ທີ່ແຕ່ດອງກັບຄົນລາວໃຫ້ປະກອບເອກະສານ ຖືກຕ້ອງຕາມກົດຫມາຽ 143 ຄູ່, ເກັບກຳສະຖິຕິຄົນຕ່າງປະເທດທີ່ປະກອບອາຊີບ ມີ 108 ຮ້ານ ໃນນີ້ບໍ່ມີເອກະສານ ຖືກຕ້ອງ 21 ຮ້ານ, ຄຸ້ມຄອງ ກວດກາຄົນຕ່າງປະເທດ ມີພູມລຳເນົາບໍ່ຖືກຕ້ອງມີ 17 ຄອບຄົວ ມີພົລເມືອງ 83 ຄົນ ກັກໂຕຄົນຕ່າງປະເທດ ທີ່ເຂົ້າເມືອງຜິດກົດຫມາຽ 455 ຄົນ.
ທ່ານໄດ້ກ່າວຕື່ມວ່າ ໄດ້ແກ້ໄຂແຮງງານທັງພາຍໃນ ແລະ ຕ່າງປະເທດທີ່ມາອອກແຮງງານ ບໍ່ຖືກຕ້ອງໃນເຂດເສຖກິຈພິເສດ 3 ຫລ່ຽມຄຳກັບຄືນທ້ອງຖິ່ນ ແລະ ກັບຄືນປະເທດ ໄດ້ທັງຫມົດ 20,199 ຄົນ, ມ້າງກຸ່ມແກ້ງເຄືອຂ່າຍໂຈລະກຳ ທາງອ໋ອນລາຍນ໌ ສາມາດກັກໂຕຜູ້ຖືກກ່າວຫາ ທີ່ເປັນຄົນຕ່າງປະເທດໄດ້ 120 ຄົນ ພ້ອມດ້ວຍເຄື່ອງມື ຮັບໃຊ້ຈຳນວນນຶ່ງ.
ນອກຈາກນີ້ແຂວງບໍ່ແກ້ວ ຍັງໄດ້ແກ້ໄຂອາຊຍາກັມ ທາງດ້ານການຄ້າມະນຸດ ໂດຍການສຶກສາອົບຮົມເປົ້າຫມາຽ ທີ່ມີຄວາມສ່ຽງໃນການຄ້າມະນຸດ ແລະ ໄດ້ສຸມໃສ່ແກ້ໄຂບັນຫາ ຄົນຕ່າງປະເທດ ເຂົ້າມາເຄື່ອນໄຫວດຳຣົງຊີວິດ ແລະປະກອບອາຊີບຕ່າງໆ ເພື່ອເຮັດໃຫ້ເຂດເສຖກິຈພິເສດ ສາມຫລ່ຽມຄຳ ເປັນບ່ອນທຸຣະກິຈ ທີ່ພັກອາສັຍ ແລະ ແຫລ່ງທ່ອງທ່ຽວ ແບບປອດໃສຂາວສະອາດ.
ໃນໂອກາດເປີດກອງປະຊຸມ ເຊິ່ງຫນ້າລະຫວ່າງພາກເຈົ້າຫນ້າທີ່ ຕ້ານ ແລະສະກັດກັ້ນ ການຄ້າມະນຸດ ກັບ ຄະນະຮັບຜິດຊອບການຄຸ້ມຄອງ ຄົນງານໃນເຂດເສຖກິຈພິເສດ ເມື່ອທ້າຍປີ 2022 ຜ່ານມາ ເພື່ອແກ້ໄຂບັນຫາ ທັງການຄ້າມະນຸດ ແລະ ການກະທໍາຜິດກົດຫມາຽ ທ່ານ ບຸນທອງ ແສງສີກອງ ຫົວນ້າຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫລ່ຽມຄຳ ໄດ້ແຈ້ງວ່າການປະຊຸມດັ່ງກ່າວ ທາງໃນເຂດໄດ້ໃຫ້ຄວາມຮ່ວມມື ຢ່າງເຕັມທີ່ເພື່ອໃຫ້ຖືກັບກົດຫມາຽ ຂອງປະເທດລາວ.
ດັ່ງທ່ານໄດ້ກ່າວວ່າ:
“ແຮງງານໃນເຂດທັງຫມົດມີ 40 ກ່ວາພັນຄົນ ຫລື 4 ຫມື່ນປາຍ ແລະ ຢູ່ໃນນີ້ແຮງງານລາວກວມອັດຕຣາສ່ວນ 50% ຖັດຈາກນັ້ນແມ່ນແຮງງານມຽນມ້າ ແຮງງານລາວມີ 2 ຫມື່ນກ່ວາ ແຮງງານມຽນມ້າຫມື່ນກ່ວາຄົນ ແລະ ສຳລັບຈີນລວມທັງຜູ້ບໍຣິຫານ ຜູ້ລົງທຶນລະກາແຮງງານຈີນ ມີພຽງ 8,000-9,000 ຄົນເທົ່ານັ້ນ.”
ສ່ວນວຽກຕອບແຊັດ ທີ່ປະເດັນວ່າມີການຫລອກລວງ ຄົນງານທັງລາວ ແລະຕ່າງປະເທດເຂົ້າມາເຮັດວຽກແລ້ວນາຍຈ້າງ ເອົາລັດເອົາປຽບທັງບໍ່ຈ່າຍເງິນເດືອນ ຖ້າອອກກໍຕ້ອງໄດ້ຈ່າຍເງິນຄືນໃຫ້ກັບເຈົ້າຂອງບໍຣິສັດ ບັນຫາການກັກຂັງ ບໍ່ໄດ້ສວັດດີການ ແລະ ອື່ນໆ ຕໍ່ກັບບັນຫານີ້ທ່ານໄດ້ຊີ້ແຈງວ່າ:
“ບັນຫາແຮງງານທີ່ມີຜົນກະທົບ ຢູ່ປັດຈຸບັນສ່ວນໃຫຍ່ແມ່ນແຮງງານ ທີ່ເຂົ້າໄປເຮັດວຽກງານກິຈກຳວຽກງານຕອບແຊັດເນາະ ຫລືວ່າວຽກງານຂອງອ໋ອນລາຍນ໌ ຫັ້ນສະນັ້ນແຫລະ ຕໍ່ກັບບັນຫາດັ່ງກ່າວອັນນຶ່ງກໍຄືພວກເຮົາບໍ່ຢາກໃຫ້ຜ່ານນາຍຫນ້າ ດຽວນີ້ບັນຫາທີ່ເກີດຂື້ນແມ່ນຜ່ານນາຍຫນ້າ ເປັນຜູ້ຈັດຫານາຍຫນ້າທີ່ບໍ່ຖືກຕ້ອງຕາມກົດຫມາຽ.”
ສ່ວນການເຮັດວຽກຕອບແຊັດ ທີ່ເປັນປະເດັນວ່າຄົນງານທັງລາວ ແລະຕ່າງປະເທດຖືກຕົວະ ມາເຮັດວຽກແລ້ວບໍ່ໄດ້ເງິນຄ່າແຮງງານ ສົມເຫດສົມຜົລ ຫລື ບາງຄົນບໍ່ໄດ້ແຖມຖືກໄລ່ອອກ ນັ້ນ ທ່ານໄດ້ຊີ້ແຈງວ່າ ການເຮັດວຽກຕອບແຊັດ ແມ່ນມີການວາງກົດພື້ນຖານທີ່ເຄັ່ງຂັດຈາກເຈົ້າຂອງ ກິຈການຫລາຍໂດຍສະເພາະແມ່ນຄົນງານລາວ ເປັນຄົນງານດິບຈຶ່ງທົນເຮັດວຽກ ບໍ່ໄດ້ເພາະເຂົາວາງເປົ້າໃຫ້ສູງ ແລະ ຄົນງານລາວທີ່ເປັນປະເດັນ ບໍ່ຜ່ານທັງເຣື່ອງຂອງຄວາມຮູ້ດ້ານ ໄອທີ ຄວາມສະຫລາດໃນການຫາລູກຄ້າເປັນຕົ້ນ.
“ສຳລັບແຮງງານທີ່ເຂົ້າໄປເຮັດວຽກ ຢູ່ໃນເຂດຫັ້ນຂ້າພະເຈົ້າຄຶດວ່າ ຕ້ອງໄດ້ຜ່ານສາມຖານແຮງງານລາວຫັ້ນສ່ວນຫລາຍເຂົ້າໄປລະ ແມ່ນແຮງງານດິບທີ່ບໍ່ໄດ້ຜ່ານ ການຝຶກອົບຮົມກໍຣະນີເຈົ້າຊິໄປອອກແຮງງານຫລືວ່າ ເຈົ້າໄປເຮັດວຽກຮ່ວມກັບບໍຣິສັດອ໋ອນລາຍນ໌ ຢ່າງຫນ້ອຍເຈົ້າກໍຕ້ອງໄດ້ຜ່ານລະບົບພື້ນຖານ ດ້ານໄອທີ ຖານຄວາມສາມາດບັນລຸເປົ້າຫມາຽ ທີ່ເຂົາເຈົ້າວາງໄວ້ໃຫ້ເຈົ້າໄດ້ບໍ່ເຈົ້າສາມາດ ຫາລູກຄ້າໄດ້ບໍ່ດຽວນີ້ແຮງງານລາວບໍ່ມີຄວາມອົດທົນ.”
ຫົວຫນ້າ ຄະນະຄຸ້ມຄອງເຂດເສຖິຈພິເສດ ສາມຫລ່ຽມຄຳ ກ່າວຢໍ້າວ່າໃນອະນາຄົດ ຈະໄດ້ມີການຮ່ວມມືກັນຫລາຍຝ່າຍ ທັງເຣື່ອງຂອງການກພັທນາສີມືແຮງງານ ການກຳນົດຄົນງານ ທີ່ຕ້ອງການໃນແຕ່ລະປີເພື່ອສະກັດກັ້ນ ບໍ່ໃຫ້ມີນາຍຫນ້າທີ່ບໍ່ຖືກກົດຫມາຽ ເຂົ້າມາຕົວະຍົວະເອົາຄົນງານລາວ ເຂົ້າມາເຮັດວຽກແລ້ວຖືກນາຍຈ້າງເອົາລັດເອາປຽບ.
“ໃນອະນາຄົດຄະນະຄຸ້ມຄອງ ເຂດໄດ້ປຶກສາຫາລືກັບຜູ້ພັທນາ ກໍຄືສະພາບໍຣິຫານໄດ້ເປີດກອງປະຊຸມ ຮ່ວມກັບບໍຣິສັດ ເຄພີເອສ ຈັດຫາງານເພື່ອວາງແຜນຮ່ວມກັນໂດຍສະເພາະ ໄດ້ແຕ່ງຕັ້ງພະນັກງານເຂົ້າໄປສ້າງແຜນຄວາມຕ້ອງການ ຂອງແຕ່ລະບໍຣິສັດ ຂອງແຕ່ລະຜູ້ລົງທຶນວ່າມີຄວາມຕ້ອງ ການແຮງງານປະເພດໃດແດ່ກ່ຽວກັບການວາງແຜນ ຝຶກອົບຮົມຈັດຫາງານກໍແມ່ນມອບໃຫ້ ກັບບໍຣິສັດຈັດຫາງານ.”
ຕໍ່ກັບແນວໃດການແກ້ໄຂບັນຫາ ດັ່ງກ່າວອະດີດພະນັກຣັຖທີ່ເຮັດວຽກ ກ່ຽວກັບການຄ້າມະນຸຸດຢູ່ນະຄອນຫລວງວຽງຈັນ ທີ່ຂໍສງວນຊື່ ແລະສຽງ ໄດ້ໃຫ້ຄຳເຫັນວ່າ. ບັນຫາທີ່ເກີດຂື້ນກັບເຂດເສຖິຈພິເສດສາມຫລ່ຽມຄຳ ມັນກ່ຽວພັນເຖິງທຶນຜິດກົດຫມາຽ ໂດຍສະເພາະແມ່ນການຕອບແຊັດ ເພື່ອເອົາຄົນມາລົງທຶນນັ້ນຍິ່ງແມ່ນການຕົວະຍົວະ ທີ່ເຫັນໄດ້ຢ່າງຈະແຈ້ງແຕ່ເນື່ອງຈາກ ເຈົ້າຫນ້າທີ່ລາວບໍ່ມີຫນ່ວຽງານ ໄອທີ່ ທີ່ມີຄວາມສາມາດສູງ ອີກທັງຍັງມີພະນັກງານ ທີ່ກ່ຽວຂ້ອງອຳນວຍຄວາມສະດວກ ໃຫ້ຈຶ່ງເຮັດໃຫ້ກຸ່ມຄົນຫາເງິນແບບສໍ້ໂກງທາງອ໋ອນລາຍ ເຮັດວຽກໄດ້ງ່າຍ. ການກົດຂີ່ຂູດຮີດ ກໍເຫັນໄດ້ຫລາຍກໍຣະນີເຫັນໄດ້ຈາກການກັກຂັງ ຈາກການເປັນນົກຕໍ່ຂອງນາຍຫນ້າທີ່ ຊັກຊວນຄົນເຂົ້າມາແລ້ວ ກໍຫາທາງເພື່ອກົດເອົາເງິນເຊັ່ນການໄຖ່ຖອນໂຕເອງເປັນຕົ້ນ. ເຣື່ອງນີ້ຕ້ອງແມ່ນຕຳຣວດສາກົນ ເຂົ້າມາຈຶ່ງສາມາດປະຕິບັດງານປາບປາມ ໄດ້ເພາະກຸ່ມຄົນນີ້ໄດ້ຫລອກລວງຄົນຕ່າງປະເທດ ເປັນຈຳນວນຫລາຍຄືດັ່ງໃນບົດຣາຍງານ ຂອງຕຳຣວດສະກັດກັ້ນ ແລະຕ້ານການຄ້າມະນຸດ.
ເມື່ອກາງປີ 2022 ທີ່ຜ່ານມາ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວໄດ້ຣາຍງານຕໍ່ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຣີ ປະທານຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດໃນໂອກາດລົງແກ້ໄຂ ວຽກງານການຄ້າມະນຸດ ເຂດເສຖກິຈພິເສດສາມຫລ່ຽມຄຳວ່າ. ປີ 2021-2022 ບັນດາ ຂແນງການທີກ່່ຽວຂ້ອງໄດ້ດຳເນີນຄະດີ ຕາມຂະບວນການຍຸຕິທັມ ຖືກຕ້ອງຕາມກົດຫມາຽ ແລະ ຄວາມໂປ່ງໃສ. ດັ່ງເຣື່ອງພົບເຫັນຜູ້ລັກລອບເຂົ້າອອກເມືອງ ແລະ ຜູ້ກະທຳຜິດການຄ້າມະນຸດ 16 ຄັ້ງ ຮັບຄຳຮ້ອງທຸກ ຊ່ອຍເຫລືອຜູ້ຖືກເຄາະຮ້າຍ 9 ຄັ້ງ, ໄດ້ເປີດການສືບສວນ-ສອບສວນ 14 ຄັ້ງ. ຮັບແຈ້ງຄວາມ ຄຳຮ້ອງຟ້ອງ ຄຳຮ້ອງຂໍຄວາມຊ່ອຍເຫລືອຈາກຜູ້ປົກຄອງ ແລະ ຈາກສະຖານທູດຕ່າງປະເທດ 66 ຄັ້ງ ແລະ ກອງບັນຊາການ ປກສ ແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຊ່ອຍເຫລືອຜູ້ຖືກເຄາະຮ້າຍ ແລະ ຄົນງານລາວ ຄົນງານຕ່າງປະເທດທັງຫມົດ 66 ຄັ້ງມີທັງຫມົດ 477 ຄົນ ເປັນຍີງ 199 ຄົນພ້ອມນີ້ໄດ້ເອົາໃຈໃສ່ ປະສານງານພົວພັນຮ່ວມມື ກັບຕ່າງປະເທດ ແລະອົງການຈັດຕັ້ງຕ່າງໆ ເພື່ອເຮັດວຽກດັ່ງກ່າວໄດ້ຮັບການແກ້ໄຂ ຢ່າງວ່ອງໄວ ແລະ ທັນການ.
ປີ 2022 ເຈົ້າຫນ້າທີ່ຕຳຣວດແກ້ໄຂ ບັນຫາການຄ້າມະນຸດໄດ້ 17 ເຣື່ອງ ຜູ້ຖືກກ່າວຫາ 74 ຄົນ ຍີງ 54 ຄົນ, ຕ່າງປະເທດ 16 ຄົນ. ພົ້ນເດັ່ນກ່ວາຫມູ່ແມ່ນຢູ່ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳສາມາດດຳເນີນຄະດີໄດ້ 12 ເຣື່ອງ.
ສ່ວນ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຮອງຫົວຫນ້າກົມໃຫຍ່ ຕຳຣວດຣາຍງານວ່າ ປີ 2022 ໄດ້ຊ່ອຍເຫລືອຜູ້ຖືກເຄາະຮ້າຍ ແລະເຈົ້າຫນ້າທີ່ສາມາດດໍາເນີນຄະດີ ການຄ້າມະນຸດໄດ້ 17 ເຣື່ອງ ຜູ້ຖືກກ່າວຫາ 74 ຄົນ ເປັນຄົນຕ່າງປະເທດ 16 ຄົນ ຢູ່ໃນເຂດເສຖກິຈສາມຫລ່ຽມຄຳ ສາມາດດຳເນີນຄະດີໄດ້ 12 ເຣື່ອງ ກັກຜູ້ຖືກກ່າວຫາໄດ້ 27 ຄົນ ຕ່າງປະເທດ 17 ຄົນ, ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 21 ຄົນ ໂດຍຄະດີທີ່ພົ້ນເດັ່ນໄດ້ມ້າງລາຍຄະດີ ຄ້າມະນຸດກຸ່ມຄົນຈີນທີ່ສົ່ງຄົນໄປຂາຍ ຢູ່ປະເທດພະມ້າ, ກຸ່ມຄົນມາເລເຊັຽ, ກຸ່ມຄົນອິນເດັຽ, ໄດ້ມ້າງກຸ່ມຄົນວຽດນາມ ດຳເນີນການສືບສວນ ແລະ ສາມາດຈັບໂຕຜູ້ມີສ່ວນຮ່ວມໄດ້ແລ້ວ 10 ຄົນ.