ຄົນງານລາວໃນເຮືອຫາປາໄທ
2015.06.30

ທ່ານ ສມັກ ທັບທານີ ເຈົ້າຫນ້າທີ່ ມູລນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ແຮງງານ ໄທ, ກ່າວເມື່ອ ວັນທີ 6 ມິຖຸນາ ຜ່ານມາ ວ່າ, ຄົນງງານ ລາວ ໃນເຮືອ ປະມົງ ໄທ ທີ່ ຕົກເປັນ ຫຍື່ອ ຂອງ ການຄ້າ ມະນຸດ ໃນ ອິນໂດ ເນເຊັຽ ອີກ 5 ຄົນຖືກ ສົ່ງກັບ ບ້ານ, ໃນນັ້ນ 4 ຄົນ ຍັງບໍ່ໄດ້ ຮັບ ຄ່າຈ້າງ ຈາກ ນາຍຈ້າງ ໃນ ເຮືອ ເລີຍ. ດັ່ງທ່ານ ກ່າວ ວ່າ:
"ກັບມາ ແລ້ວ ກັບມາ 5 ຄົນ, ຄົນລາວ ທີ່ຊ່ອຍ ໄວ້ ໃນສູນ ຫັ້ນນະ ຕອນນີ້ ຢູ່ ນະຄອນ ຫລວງ ວຽງຈັນ, ແມ່ຂະເຈົ້າ ໄປ ຢ້ຽມຢາມ, ໄປພໍ້ກັນ ຕັ້ງແຕ່ ສັປດາ ທີ່ແລ້ວ 4 ຄົນເນາະ ຂະເຈົ້າ ຍັງບໍ່ໄດ້ ຮັບເງິນ ມີໂຕ້ຍ ມີອາຕິ ມີຈອມ ມີ ອ້າຍລັ່ງ".
ທ່ານກ່າວ ຕື່ມວ່າ ປັດຈຸບັນ ແຮງງານ ລາວ ດັ່ງກ່າວ ກຳລັງ ຢູ່ໃນສູນ ຊ່ອຍເຫລືອ ທີ່ ນະຄອນ ຫລວງ ວຽງຈັນ, ຊຶ່ງ ຢູ່ໃນ ຂັ້ນຕອນ ໃຫ້ ຂໍ້ມູນແກ່ ເຈົ້າຫນ້າທີ່ ລາວ ເພີ້ມຕື່ມ, ເພື່ອເອົາໄປ ເປັນ ຫລັກຖານ ໃນການ ຟ້ອງຮ້ອງ ຄ່າ ເສັຽຫາຍ ຈາກ ນາຍຈ້າງ, ໂດຍ ທາງ ມູນນິທິ ຈະ ຕິດຕາມ ຄວາມຄືບຫນ້າ ຕໍ່ໄປ, ແລະ ຕຽມພ້ອມ ທີ່ຈະໃຫ້ ຄວາມ ຊ່ອຍເຫລືອ ໃນການ ຮຽກຮ້ອງ ຄ່າ ເສັຽຫາຍ ດັ່ງກ່າວ ເພື່ອ ຄວາມ ເປັນທັມ ແກ່ ຜູ້ ເຄາະຮ້າຍ.
ທ່ານ ພອນສີ ບຸນມີໄຊ ເລຂາ ປະຈຳ ສະຖານທູດ ລາວ ທີ່ ບາງກອກ ປະເທດ ໄທ, ອະທິບາຍ ເຖິງ ກໍຣະນີ ນີ້ວ່າ, ສະຖານທູດ ລາວ ບໍ່ມີສິດ ຮຽກຮ້ອງ ຄ່າ ເສັຽຫາຍ ໃຫ້ແກ່ ຄົນງານ ລາວ ໄດ້ ເພາະ ຕາມ ກົດຫມາຍ ແລ້ວ ເປັນເຣື້ອງ ທີ່ ຄົນງານ ຜູ້ ເຄາະຮ້າຍ ຈະຕ້ອງ ຫາ ທະນາຍຄວາມ ຟ້ອງຮ້ອງ ເອງ, ໂດຍທາງ ສະຖານທູດ ເຮັດໄດ້ ພຽງແຕ່ ໃຫ້ ຄວາມ ສະດວກ ຊື່ໆ. ດັ່ງ ທ່ານ ກ່າວວ່າ:
"ຂື້ນກັບ ຕົວ ຂະເຈົ້າ ເອງ ຈະຕ້ອງມີ ທະນາຍຄວາມ ເປັນຜູ້ ປະສານງານ, ເປັນ ທະນາຍຄວາມ ໂດຍ ຈະຮັບສິດ ຈາກ ເຈົ້າຕົວ ຟ້ອງຮ້ອງ ນາຍຈ້າງ ຕ້ອງອາສັຍ ຫາ ທະນາຍຄວາມ ເປັນ ຜູ້ເດີນເຣື້ອງ ໃຫ້".
ຄົນງານ ກຸ່ມນີ້ ເປັນກຸ່ມ ທີສອງ ທີ່ ໄດ້ສົ່ງ ກັບບ້ານ ຈາກ ອິນໂດເນເຊັຽ ກ່ອນຫນ້າ ນີ້ ແຮງງານ ລາວ ຊຸດ ທຳອິດ ຈຳນວນ 10 ຄົນ ໄດ້ ເດີນທາງ ກັບບ້ານ ໃນ ມື້ວັນທີ 17 ພຶສພາ ຜ່ານມາ.