ລາວຮ່ວມອາຊຽນປາບຢາ ເສພຕິດ
2016.08.31
ທ່ານ ພຸດສະຫວາດ ສຸນທະລາ ຮອງ ສຳນັກງານ ປາບປາມ ແລະ ປ້ອງກັນ ຢາເສພຕິດ ສປປລາວ ກ່າວວ່າ, ທາງການລາວ ຕຣຽມພ້ອມ ໃນການ ເຂົ້າຮ່ວມ ປະຕິບັດງານ ປາບປາມ ກຸ່ມຄ້າ ຢາເສພຕິດ ໃນເຂດ ສາມຫລ່ຽມຄຳ ກັບ ປະເທດ ອາຊຽນ ທີ່ຈະເລີ້ມ ແຜນ ປະຕິບັດງານ ໃນໄວໆນີ້. ທ່ານວ່າ ການກະທຳ ດັ່ງກ່າວ ກໍເພື່ອ ຫລຸດຜ່ອນ ບັນຫາ ຢາເສພຕິດ ໃນລາວ ແລະ ໃນປະເທດ ເພື່ອນບ້ານ ຊຶ່ງ ສ່ວນໃຫຍ່ ຢາເສພຕິດ ມັກຈະຖືກ ລັກລອບ ເຂົ້າມາ ຈາກ ສາມຫລ່ຽມຄຳ. ດັ່ງ ທ່ານກ່າວ ຕໍ່ ເອເຊັຽ ເສຣີ ໃນຕອນນຶ່ງວ່າ:
"ການຣະບາດ ຂອງ ຢາເສພຕິດ ຢູ່ປະເທດ ອາຊຽນນີ້ ເຫັນວ່າ ມີການເພີ້ມຂຶ້ນ ຂອງ ຢາເສພຕິດ ຈຳນວນ ຫຼວງຫຼາຍ ໂດຍສະເພາະ ການແຜ່ຣະບາດ ຂອງ ຢາເສພຕິດ ມາຈາກ ເຂດ ສາມຫລ່ຽມຄຳ ແລ້ວກໍ ທ່ານ ຣັຖມົນຕຣີ ຍຸດຕິທັມ ໄດ້ແນະນຳ ໃຫ້ ບັນດາ ເຈົ້າຫນ້າທີ່ ອາວຸໂສ ຂອງພວກເຮົາ ເລັ່ງໃສ່ ການສະກັດກັ້ນ ປິດລ້ອມ ເຂດ ສາມຫລ່ຽມຄຳ ສະກັດກັ້ນ ບໍ່ໃຫ້ ຢາເສພຕິດ ທີ່ ຜລິດແລ້ວ ອອກມາ ໃນພື້ນທີ່ນັ້ນ".
ທ່ານ ກ່າວຕື່ມວ່າ ແຜນການປິດລ້ອມ ເຂດ ສາມຫລ່ຽມຄຳ ນີ້ ເປັນແຜນການ ຂອງ ທ່ານ ໄພບູນ ຄຸ້ມສາຍາ ຣັຖມົນຕຣີ ກະຊວງ ຍຸດຕິທັມ ຂອງໄທ ໄດ້ແນະນຳ ຕໍ່ ກອງປະຊຸມ ເຈົ້າຫນ້າທີ່ ອາວຸໂສ ດ້ານ ຢາເສພຕິດ ອາຊຽນ ທີ່ ໄທ ເປັນເຈົ້າພາບ ໃນວັນທີ 24 ສິງຫາ ຜ່ານມາ ໂດຍມີ ເຈົ້າຫນ້າທີ່ ຈາກ 10 ປະເທດ ສະມາຊິກ ອາຊຽນ ເຂົ້າຮ່ວມ ພ້ອມທັງ ເຈົ້າຫນ້າທີ່ ຈາກຈີນ ເກົາຫລີໃຕ້ ຍີ່ປຸ່ນ ອີນເດັຽ ຣັດເຊັຽ ອອສເຕຣເລັຽ ແລະ ສະຫະຣັດ ອະເມຣິກາ ເພື່ອປາບປາມ ເຄືອຄ່າຍ ກຸ່ມຄ້າ ຢາເສພຕິດ ໃນຂົງເຂດ ແລະ ໃນໂລກ.
ທ່ານວ່າ ໃນການ ປະຕິບັດງານ ຫນ່ວຍງານ ຈາກ ປະເທດຕ່າງໆ ຈະມີການ ກວດກາ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ ອຸປກອນ ແລະ ສານເຄມີ ທີ່ໃຊ້ ໃນການຜລິດ ຢາເສພຕິດ ເປັນຕົ້ນ ສານ ຟາມາຕິນ ເລັດລອດ ເຂົ້າໄປ ໃນພື້ນທີ່ ສາມຫລ່ຽມຄຳ ໄດ້. ນອກນັ້ນ ປະເທດ ສະມາຊິກ ຍັງຈະໄດ້ ຮັບເອົາແຜນ ປະຕິບັດງານ ດັ່ງກ່າວ ເຂົ້າໃນແຜນ ການປາບປາມ ຢາເສພຕິດ ອາຊຽນ ໃນຣະຍະ 10 ປີ ຂ້າງໜ້າ ນຳອີກ:
"ພວກເຮົາກໍໄດ້ ພິຈາຣະນາ ຮັບຮອງເອົາ ແຜນຮ່ວມກັນ ປະຕິບັດງານ 10 ປີ ນັບຕັ້ງແຕ່ ປີນີ້ ຈົນຮອດປີ 2025 ໃນຂອບຂອງ ອາຊຽນ ທຸກໆຫນ້າວຽກ ທີ່ຈະເຮັດໃຫ້ ຂົງເຂດ ຫລືວ່າ ພາກພື້ນ ຂອງອາຊຽນ ເຮົາ ເປັນຂົງເຂດ ທີ່ປອດ ຢາເສພຕິດ".
ທ່ານວ່າ ແຜນການ ດັ່ງກ່າວ ຈະປະສົບ ຜົລສຳເຣັດ ຫລືບໍ່ນັ້ນ ກໍຂຶ້ນຢູ່ກັບ ຄວາມຮ່ວມມື ຂອງ ທຸກປະເທດ ສະມາຊິກ ອາຊຽນ ແລະ ບັນດາ ປະເທດ ທີ່ ກ່ຽວຂ້ອງ ໃນການ ປະຕິບັດງານ.