ທາງການຈູດຢາເສພຕິດ ທີ່ຍຶດໄດ້

ອຸ່ນແກ້ວ ສຸກສະຫວັນ
2017.06.28
F-DRUG ການຈູດທຳລາຍຢາເສພຕິດ ທີ່ຍຶດໄດ້ ຢູ່ແຂວງບໍ່ແກ້ວ
RFA/PN

ເຈົ້າໜ້າທີ່ຕຳຣວດ ປາບປາມ ຢາເສພຕິດ ແລະ ເຈົ້າໜ້າທີ່ຂັ້ນສູງ ແຂວງບໍ່ແກ້ວ ໄດ້ນຳ ຢາເສພຕິດ ປະເພດຕ່າງໆເປັນຕົ້ນ ຍາບ້າ, ເຮໂຣອິນ ແລະ ສານເຄມີ  ທີ່ເປັນສ່ວນປະສົມຜລິດຢາບ້າ ທີ່ຖືກທາງ ເຈົ້າໜ້າທີ່ຢຶດໄດ້ ຣະຫວ່າງປີ 2016-17 ມາຈູດ ທຳລາຍຖິ້ມ ເນື່ອງໃນວັນຕ້ານ ຢາເສພຕິດສາກົນ ວັນທີ 26 ມິຖຸນາ. ດັ່ງເຈົ້າໜ້າທີ່ຕຳຣວດ ປກສ ແຂວງບໍ່ແກ້ວ ໄດ້ກ່າວວ່າ:

"ແມ່ນລະ ຢຶດມາໄດ້ໝົດປີ ໂດຍ ຜ່ານຕັດສິນ ຂອງສານ ແລະ ຕົວບໍ່ມີເຈົ້າກຳ ກໍບໍ່ຫລາຍເນາະ ຕົວຢາບ້ານີ້ກໍ 214 ພັນ ເຮໂລອິນ ນັ້ນ 20 ແທ່ງ ແປ້ງ ນັ້ນ 20 ເປົາ ແຕ່ວ່າ ຕົວທີ່ຍັງ ບໍ່ທັນຕັດສິນນີ້ ຍັງມີຫລາຍຢູ່ ແມ່ນລະມີຫລາຍຢູ່ ລາຍຍ່ອຍ ລາຍໃຫຍ່ 2-3 ມື້ແລ້ວນີ້ ກໍຈັບໄດ້ຢູ່ 20 ປາຍກວ່າມັດ ທີ່ວ່າມາທາງຕົ້ນເຜິ້ງ ເຂດສາມຫຼຽມຄຳ ມາທາງແຂວງເຮົານິ".

ທ່ານກ່າວຕື່ມອີກວ່າ ຢາເສພຕິດ ທີ່ຖືກທໍາລາຍຖິ້ມນັ້ນ ເປັນພຽງສ່ວນນຶ່ງ ເທົ່ານັ້ນ ຍັງມີອີກຈຳນວນຫຼາຍ ທີ່ລໍຖ້າການເຜົາ ທຳລາຍຖິ້ມ ເນື່ອງຈາກ ຫຼາຍຄະດີ ສານຍັງບໍ່ທັນໄດ້ ຕັດສິນຄະດີ ຈຶ່ງບໍ່ສາມາດ ທຳລາຍຂອງກາງໄດ້.

ຢາເສພຕິດທຸກຊນິດສ່ວນຫຼາຍ ຈະຖືກຍຶດໄດ້ ລະຫວ່າງຊາຍແດນ ລາວ-ພະມ້າ ຫລືບໍຣິເວນ ສາມຫລ່ຽມຄຳ ຊຶ່ງເປັນພື້ນທີ່ ປະເທດພະມ້າ ເປັນຈຸດທີ່ມີ ການຜລິດຢາເສບຕິດ ທຸກຊນິດ ສົ່ງຂາຍ ປະເທດລາວ ແລະ ປະເທດ ເພື່ອນບ້ານ.

ໃນວັນຕ້ານຢາເສບຕິດ ສາກົນນີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ກໍອອກມາເວົ້າວ່າ ຢາກໃຫ້ ເຈົ້າໜ້າທີ່ຣັຖ ທຸກພາກສ່ວນ ແລະ ປະຊາຊົນທຸກຄົນ ຊ່ວຍກັນສະກັດກັ້ນ ຕ້ານແລະແກ້ໄຂ ບັນຫາ ຢາເສພຕິດ ໃຫ້ໝົດໄປຈາກ ສັງຄົມ ໂດຍສະເພາະ ເຈົ້າໜ້າທີ່ ພາກສ່ວນ ກ່ຽວຂ້ອງ ແມ່ນໃຫ້ເອົາໃຈໃສ່ ວຽກງານຂຶ້ນຕື່ມ ທັງການລົງຊຸກຍູ້ ຜູ້ຕິດຢາເສພຕິດ ການລົງໄປໂຄສະນາ ເຜີຍແຜ່ ຜົນຮ້າຍ ຂອງຢາ ເສພຕິດ ການປະສານງານ ຣະຫວ່າງແຂວງ ແລະ ປະເທດເພື່ອນບ້ານ ເພື່ອບໍ່ໃຫ້ ຍາເສພຕິດ ເປັນບ່ອນທຳລາຍ ປະເທດຊາດຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.