ແກ້ງຄ້າຢາເສພຕິດຖືກກວດລ້າງ


2013.08.13
F-YABA ຕົວຢ່າງ ລັກສນະ ຢາບ້າ ທີ່ມີຫຼາຍສີ ແລະຫຼາຍຮູປແບບ
RFA

 

ທາງການລາວວ່າໄດ້ກວດລ້າງແກ້ງຊາວມົ້ງ ທີ່ຄ້າຢາເສບຕິດ ຣາຍໃຫຍ່ ທີ່ເຄື່ອນໄຫວ ຢູ່ 4 ແຂວງພາກເໜືອ ຂອງລາວ.

ເຈົ້າໜ້າທີ່ ຫ້ອງການ ຄະນະກັມການ ຄວບຄຸມ ແລະ ກວດກາ ຢາເສບຕິດ ແຫ່ງຊາດລາວ ຜູ້ຂໍສງວນຊື່ ທ່ານນຶ່ງ ເປີດເຜີຍຕໍ່ ຜູ້ສື່ຂ່າວ ເອເຊັຍເສຣີ ເມື່ອມໍ່ໆມານີ້ ໂດຍຢືນຢັນວ່າ ມີຊາວມົ້ງ ຈໍານວນຶ່ງ ເຂົ້າໄປກ່ຽວຂ້ອງ ກັບການຄ້າຢາເສບ ຕິດຫລາຍຂຶ້ນນໍາ ເລື້ອຍໆ ໂດຍສະເພາະ ແມ່ນຢູ່ ແຂວງພາກເໜືອ ຂອງລາວ ທີ່ມີ ຊາຍແດນ ຕິດກັບ ປະເທສໄທຍ໌, ພະມ້າ, ຈີນແລະວຽດນາມ ຊຶ່ງ ພວກເຂົາເຈົ້າ ໄປກ່ຽວຂ້ອງ ນໍາຫລາຍທີ່ສຸດ.

ຊາວມົ້ງຈໍານວນ ດັ່ງກ່າວ ຮວມຕົວກັນ ຕັ້ງເປັນແກ້ງ ທີ່ມີເຄືອຂ່າຍ ຢູ່ແຂວງ ບໍ່ແກ້ວ, ຫົວພັນ, ຫຼວງນໍ້າທາ ແລະຜົ້ງສາລີ; ມີການ ປະສານງານ ກັນເປັນຂະບວນ ທັງລັກສົ່ງຢາເສບຕິດ ຈາກເຂດ 3 ຫລ່ຽມຄໍາ ໄປໃຫ້ຄູ່ຄ້າ ທັງຢູ່ໄທຍ໌, ຢູ່ຈີນ ແລະວຽດນາມ.

ເຈົ້າໜ້າທີ່ ທ່ານນີ້ບອກວ່າ ການຈັບກຸ່ມແກ້ງ ຄ້າຢາເສບຕິດ ລາຽໃຫຽ່ ທີ່ວ່ານັ້ນ ມີຂຶ້ນເມື່ອ ບໍ່ນານມານີ້, ຈັບສະມາຊິກ ແກ້ງດັ່ງກ່າວໄດ້ ພ້ອມກັນ 17 ຄົນ ແລະ ທັງຍຶດອຸປກອນ ການຜລິດຢາບ້າ ໄດ້ນໍາດ້ວຽ. ຖືວ່າເປັນເທື່ອ ທໍາອິດ ທີ່ມີການ ຢືນຢັນວ່າ ມີການລັກຜລິດຢາບ້າ ຢູ່ ສປປລາວ.

ນອກຈາກອຸປກອນການຜລິດ ຢາບ້າ ແລ້ວ ທາງການລາວ ຍັງຢຶດຢາເສບຕິດ ປະເພດເຮໂຣອິນ ໄດ້ເກືອບ 13 ກິໂລ, ແປ້ງຄ້າຽຄືເຮໂຣອິນ 48 ກິໂລເຄິ່ງ ແລະເງິນອີກຫລາຍຄື: 4 ແສນກວ່າ ໂດລາສະຫະຣັດ, 4 ແສນກວ່າບາດ ແລະ 700 ກວ່າລ້ານດົ້ງ ພ້ອມທັງ ອາວຸດສົງຄາມ, ອຸປກອນສື່ສານສະໄໝໃໝ່ ແລະ ຣົດອີກ 5 ຄັນ. ຈັບໄດ້ໃນເຂດ ຊາຽແດນ ແຂວງຜົ້ງສາລີ ໃກ້ໆກັບເຂດ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.