ສົງຄາມຕ້ານຢາເສພຕິດ


2013.05.10
F-poppies ໜ່ວຍກໍາລັງ ປາບປາມ ຢາເສພຕິດ ເຂົ້າທໍາລາຍ ແຫລ່ງປູກຝິ່ນ ໃນເຂດຫ່າງໄກ ສອກຫລີກ. ເປັນຮູປ ທີ່ສົ່ງອອກ ເຜີຍແພ່ ໃນເຟັສບຸກ ໂດຍນັກຂ່າວ ພົລເມືອງ
Citizen journalist

 

6 ປະເທດ ໃນເຂດອ່າງ ແມ່ນໍ້າຂອງ ຈະປາບປາມ ຢາເສບຕິດ ເຂັ້ມງວດ ຂຶ້ນ.

ບັນດາ ຣັຖມົນຕຣີ ຈາກ ລາວ ໄທ ພະມ້າ ຈີນ ວຽດນາມ ແລະ ກຳພູຊາ ປະຊຸມກັນ ຢູ່ພະມ້າ ແລະ ອອກ ຖແລງການຮ່ວມ ມື້ວັນສຸກວ່າ 6 ປະເທດ ຈະຮ່ວມມືກັນ ຢ່າງໃກ້ຊິດ ເພື່ອປາບປາມ ຢາເສບຕິດ ຊຶ່ງເປັນໄພ ຂົ່ມຂູ່ ຮ້າຍແຮງ ຢ່າງນຶ່ງ ຕໍ່ສັງຄົມ ໃນພາກພື້ນ.

ກອງປະຊຸມ ໄດ້ຕົກລົງ ຈະເພິ້ມ ການຮັກສາ ຄວາມປອດໄພ ຕາມເຂດ ຊາຍແດນ, ຈະຊ່ວຍກັນ ສ້າງສາພັທນາ ເຂດສອກຫລີກ ຫ່າງໄກ ທີ່ມີການຄ້າ ແລະ ຜລິດ ຢາເສບຕິດ ຈະເອົາໃຈໃສ່ ຮັກສາ ປິ່ນປົວ ຜູ້ຕິດ ຢາເສບຕິດ ໃຫ້ຫລາຍຂື້ນ ແລະ ຈະແລກປ່ຽນ ຂໍ້ມູນ ຂ່າວສານ ກ່ຽວກັບ ການປາບປາມ ຢາເສບຕິດ ຣະຫວ່າງກັນ.

ໃນຣະຍະ ສອງສາມປີ ທີ່ຜ່ານມາ ການຜລິດ ການຄ້າ ແລະ ການເສບຢາບ້າ ເພິ້ມຂຶ້ນຫລາຍ ຢູ່ໃນເຂດອ່າງ ແມ່ນໍ້າຂອງ. ພະມ້າ ທີ່ເປັນເຈົ້າພາບ ຈັດກອງປະຊຸມ ເທື່ອນີ້ ເປັນປະເທດ ທີ່ຜລິດຝິ່ນ ຫລາຍທີ່ສຸດ ອັນດັບ 2 ຮອງຈາກ ອັຟການິສຖານ ແລະ ກໍເປັນ ປະເທດນຶ່ງ ທີ່ ຜລິດຢາບ້າ ຫລາຍທີ່ສຸດ ໃນໂລກ.

ເຂດທີ່ ຜລິດຢາເສບຕິດ ຫລາຍທີ່ສຸດ ໃນພະມ້າ ກໍແມ່ນເຂດ ສາມຫລ່ຽມຄຳ ທີ່ມີຊາຍແດນ ຕິດກັບ ລາວ ແລະ ໄທ. ກ່ອນນີ້ ຣັຖບານ ພະມ້າ ວາງແຜນ ໄວ້ວ່າ ຈະລົບລ້າງ ການປຸກຝິ່ນ ໃຫ້ໄດ້ພາຍ ໃນປີໜ້າ ແຕ່ເມື່ອ ອາທິດແລ້ວ ທາງການ ພະມ້າ ປະກາດ ເລື່ອນເວລາ ນັ້ນອອກໄປ ອີກຫ້າປີ ແປວ່າ ຈະ ລົບລ້າງ ການປູກຝິ່ນ ໃຫ້ໄດ້ແທ້ໆ ພາຍໃນ ປີ 2019 ແທນທີ່ ຈະແມ່ນ ປີ 2014.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.