ແຜນຕົວະຍົວະແມ່ຍິງລາວ ຂອງ ຄົນຈີນ

ຈໍາປາທອງ
2017.03.07
f-xiengkhouang ໃນຕົວເມືອງ ຂອງ ແຂວງຊຽງຂວາງ
Screen captured from visit Xiengkhouang video

ປັດຈຸບັນ ນັກຄ້າມະນຸດ ຈີນ ປ່ຽນຮູບແບບ ການຄ້າໃໝ່ ໂດຍໃຊ້ວິທີ ມາແຕ່ງດອງ ກັບ ແມ່ຍິງລາວ ແບບຈົດທະບຽນ ຖືກຕ້ອງຕາມ ກົດໝາຍ. ຫລັງຈາກນັ້ນ ກໍພາໄປ ປະເທສຈີນ, ບັງຄັບໃຊ້ ແຮງງານ ຫລື ສົ່ງຂາຍຕໍ່ ໄປອີກທອດນຶ່ງ ໃນຈີນ, ເຮັດໃຫ້ ການຕິດຕາມ ແລະ ເອົາຜິດ ພວກເຂົາໄດ້ຍາກ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ແຂວງຊຽງຂວາງ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ໃນວັນທີ 6 ມິນາ ນີ້:

"ໄປໃນຮູບແບບ ແຕ່ງງານນີ້ ແລ້ວມັນກໍຖືກຕ້ອງ ຕາມກົດໝາຍ ແຕ່ຕົວຈິງແລ້ວ ໄປຮອດພຸ້ນ ຂະເຈົ້າເອົາໄປຕົວະ ຕໍ່ນີ້ແຫຼະ ມັນກໍມີ ເອກກະສານ ຖືກຕ້ອງ ຕາມກົດໝາຍ ຢູ່ດອກ ແຕ່ຫລັງຈາກ ເຂົ້າໄປ ປະເທສຈີນ ແລ້ວກະ ກົດໝາຍລາວ ກໍຄຸ້ມຄອງ ບໍ່ໄດ້ ເດນໍ ສ່ວນຫຼາຍ ເປັນເຂດຫ່າງໄກ ກໍມີ ຄົນເວົ້າຄົນເຕືອນ ຢູ່ ແຕ່ກໍຍັງ ບໍ່ເຊື່ອຫັ້ນນະ".

ນາງເວົ້າວ່າ ໃນລະຍະຜ່ານມາ ກຸ່ມຄ້າມະນຸດຈີນ ມັກເຂົ້າມາຕົວະ ໂດຍຊັກຊວນ ເອົາແມ່ຍິງລາວ ໄປເປັນເມັຽ, ແຕ່ເມື່ອ ເຈົ້າໜ້າທີ່ ໄປໂຄສະນາ ໃຫ້ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ເຣຶ່ອງດັ່ງກ່າວ ແລ້ວ ພວກເຂົາ ກໍຫັນມາ ໃຊ້ວິທີ ຈົດທະບຽນ ແຕ່ງດອງ, ພາໄປ ເຮັດໜັງສື ຜ່ານແດນ ຢ່າງຖືກຕ້ອງ ເພື່ອໃຫ້ ແມ່ຍິງລາວ ແລະ ຄອບຄົວ ຕາຍໃຈນຳ.

ນາງກ່າວວ່າ ສຳລັບຢູ່ ແຂວງຊຽງຂວາງ ກໍຣະນີ ທີ່ວ່ານີ້ເກີດຂຶ້ນ ຫຼາຍແລ້ວ, ແຕ່ທາງການແຂວງ ຍັງບໍ່ທັນໄດ້ ສະຫລຸບ ເຣຶ່ອງຈໍານວນ ເທື່ອ ແລະຍັງບໍ່ທັນໄດ້ ຊ່ວຍເຫລືອແມ່ຍິງ ທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ນັ້ນໄດ້ເທື່ອ ແຕ່ກໍໄດ້ຂໍໃຫ້ ຕຳຣວດຈີນ ຊ່ວຍຕິດຕາມ ໃຫ້ຢູ່ ແລະທາງ ເຈົ້າໜ້າທີ່ ກໍໄດ້ໄປ ໂຄສະນາ ໃຫ້ຄວາມຮູ້, ຕັກເຕືອນ ປະຊາຊົນ. ດັ່ງທີ່ ນາງກ່າວວ່າ:

"ດຽວນີ້ສືບຕໍ່ ໂຄສະນາຢູ່ ໂຄສະນາ ອະທິບາຍ ກະຈ່າງແຈ້ງ ໃຫ້ປະຊາຊົນ ຮູ້ຈັກ ກໍເຂົ້າໃຈ ແຕ່ຈຳນວນນຶ່ງ ແຕ່ກໍຈຳນວນຫຼາຍ ທີ່ຢູ່ເຂດ ຊົນນະບົດນີ້ ກໍຍັງບໍ່ທັນ ເຂົ້າໃຈທີ່ ຫລອກນີ້ນະ ທີ່ຢູ່ຫ່າງໄກ ສອກຫລີກ ນີ້ແຫລະ ລາວເຮົາ ບໍ່ຄ່ອຍຊອກຮູ້ ປານໃດ ຂະເຈົ້າ ບໍ່ເຂົ້າໃຈ ມັນເຖິງຖືກຕົວະ ຢູ່ເລື້ອຍໆເດ".

ນາງເວົ້າວ່າ ປັດຈຸບັນ ທາງການ ແຂວງຊຽງຂວາງ ຍັງບໍ່ສາມາດ ແກ້ໄຂບັນຫາ ດັ່ງກ່າວໄດ້ເທື່ອ, ເຮັດໄດ້ ກໍພຽງແຕ່ ພຍາຍາມ ສະກັດກັ້ນ ບໍ່ໃຫ້ ກໍຣະນີ ດັ່ງກ່າວ ເກີດຂຶ້ນຕື່ມ ໂດຍການໃຫ້ ຄວາມຮູ້ ຄວາມເຂົ້າໃຈ ໃນບັນຫາ ແກ່ປະຊາຊົນ ເພື່ອບໍ່ໃຫ້ ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ ໄດ້ຢ່າງງ່າຍດາຍ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.