ຄົນລາວ ຕົກເປັນເຫຍື່ອ ຄ້າມະນຸສ ຢູ່ສາມຫຼ່ຽມຄຳ

0:00 / 0:00

ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ​ ຜູ້​ທີ່​ເຮັດ​ວຽກ​ຕ້ານ​ການ​ຄ້າ​ມະ​ນຸສ ໄດ້​ກ່າວ​ຕໍ່ ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: [ກໍ​ລະ​ນີ້ຄົນ​ງານ​ລາວ ທີ່​ໄປ​ເຮັດ​ວຽກ ແລະ ຖືກ​ກັກ​ຂັງ​ຢູ່​ໃນເຂດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ ນັ້ນ] "ເປັນ​ການ​ຄ້າ​ມະ​ນຸສ."

ການປະ​ຕິ​ບັດ​ຣະ​ບຽບ​ກົດ​ໝາຍ ຢູ່​ປະ​ເທດ​ລາວ ບໍ່​ເຄັ່ງ​ຄັດ ສະ​ນັ້ນ ນາຍ​ທຶນ​ຈຶ່ງ ສວຍ​ໃຊ້​ຊ່ອງວ່າງ​ນີ້ ເພື່ອ​ດຳ​ເນີນ​ກາ​ນກັກ​ໂຕ​ຄົນ​ງານ​ລາວ ບໍ່​ໃຫ້​ກັບ​ບ້ານ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ ທາງ​ການ​ລາວ ກໍ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້​ເຕັມ​ທີ່.

ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມລາວ ອີກ​ທ່າ​ນນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ເຖິງວ່າ ຣະ ​ບຽບ​ຫຼັກ​ການ​ມີ ແຕ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ໄດ້​ໜັກ​ແໜ້ນ ສະ​ນັ້ນ​ແຫຼະ ມັນ​ຈຶ່ງ​ເປັນ​ຊ່ອງ​ວ່າງ​ໃຫ້​ນາຍ​ທຶນ​ຜູ້​ທີ່​ຈະ​ໃຊ້​ໂອ​ກາດ ເພື່ອ​ທີ່​ຈະ​ໃຫ້​ເກີດ​ຊ່ອງວ່າງ ​ໃນ​ການດຳ​ເນີນ​ສິ່ງ​ທີ່​ມັນ​ບໍ່​ຖືກ​ຕ້ອງ ​ໃຫ້​ມັນ​ຖືກ​ຕ້ອງກໍ​ມີ ກໍ​ລະ​ນີ​ຢູ່​ສາມ​ຫຼ່ຽມ​ຄຳ​ທີ່​ມັນ​ເປັນ​ຂ່າ​ວ​ມາ​ຫັ້ນ."

ນັກ​ທຸ​ຣະ​ກິຈຕ່າງ​ປະ​ເທດ ໝາຍ​ເຖິງຜູ້​ທີ່​ຢູ່​ບໍ​ຣິ​ຫານເຂດ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫຼ່ຽມ​ຄຳ ເຂົ້າ​ຫາ​ເຈົ້າ​ແຂວງ ​ເຈົ້າ​ເມືອງ ​ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ບັນ​ຫາ​ດັ່ງ​ກ່າວ ບໍ່​ໄດ້​ຮັບ​ການ​ແກ້​ໄຂ.

ເຈົ້າ​ໜ້າ​ທີ່​ອົງ​ການຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ທ່ານນີ້ ກ່າວຕື່ມ​ອີກວ່າ :

" ຄື ​ຈີນ​ ຫຼື ວຽດ​ ຈັ່ງ​ຊີ້ ເຂົາ​ຮູ້​ພຶດ​ຕິ​ກຳ​ຂອງ​ເຈົ້າ​ໜ້າ​ທີ່​ລາວ ເຂົາ​ເຂົ້າ​ຫາ​ເຈົ້າ​ເມືອງ ເຂົາ​ເຂົ້າ​ຫາ​ເຈົ້າ​ແຂວງ ເຂົາ​ເຂົ້າ​ຫາ​ຣັ​ຖ​ມົນ​ຕ​ຣີ​ໄດ້ ການ​ດຳ​ເນີນ​ການ​ທີ່​ຈະ​ບໍ່​ຖືກ 100 ເປີ​ເຊັນ ແຕ່​ສາ​ມາດ​ເຮັດ​ໃຫ້​ມັນ​ຖືກ​ຕ້ອງ 100 ເປີ​ເຊັນ ອັນ​ນີ້​ຄື​ປະ​ສົບ​ການ​ຢູ່​ລາວ ຍ້ອນ​ວ່າ ບໍ່​ມີ​ຣະ​ບຽບ​ໃດ​ທີ່​ຊັດ​ເຈນ."

ທ່ານ ກ່າວ​ຕື່ມ​ວ່າ: ການ​ຈັດ​ຕັ້ງ​ເອງ ເຂົາ​ເຈົ້າ​ກະ​ບໍ່​ໄດ້​ເຂັ້ມ​ແຂງ ນຶ່ງ​ເຂົາ​ບໍ່​ເຂັ້ມ​ແຂວງ ສອງ​ມາ ສື່ກາງ​ຕ່າງໆ ກໍ​ບໍ່​ໄດ້​ມີ​ສ່ວນ​ຊ່ອຍ​ຫຍັງ​ໃນ​ເຣື່ອງນີ້​ ຖ້າ​ການ​ຈັດ​ຕັ້ງ​ບໍ່​ດຳ​ເນີນ​ການ ແລະ ສື່ບໍ່​ໄດ້​ຊ່ອຍ​ຫຍັງ ​ມັນ​ກະ​ບໍ່​ມີ​ພ​ລັງ​ທີ່​ຈ​ະ​ເຮັດ​ໃຫ້​ຂບວນ​ການ​ມັນ​ຄືບ​ຄານ​ໄປ​ໄວ. ທາງ​ການ​ລາວ ໃຫ້​ສິດ​ນັກ​ລົງ​ທຶນ​ເກີນ​ໄປຫຼາຍກວ່າ​ຄົນ​ລາວ ຈົນວ່າ ​ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ບໍ່​ສາ​ມາດ​ໄປ​ກວດ​ກາ​ໄດ້.

ປະ​ຊາ​ຊົນລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ແຕ່​ບັດ​ນີ້​ລະ​ໃຫ້​ສິດ​ເຂົາ ເອົາ​ໄປ​ມາ ໝາຍ​ຄວາມ​ວ່າ ມັນ​ເປັນ​ບ້ານ​ຂອງ​ເຂົາ​ເລີຍ​ລະ ເຮົາ​ບໍ່​ມີ​ສິດ​ໄປ​ກ່ຽວ​ຂ້ອງ ອັນ​ນີ້​ແຫຼະ​ຈຸດ​ອ່ອນ​ຂອງ​ເຮົາ ທຳ​ມະ​ດາ​ລະ ຕ່າງ​ປະ​ເທດ​ຢູ່​ບ້ານ ເຮົາ​ມັນ​ຕ້ອງ​ຢູ່​ພາຍ​ໃຕ້​ກົດໝາຍ​ຂອງ​ລາວ​ເຮົາ​ລະ​ເບາະ ລາວ​ລະ​ມີ​ສິດກວດ​ກະ​ລະ​ເບາະ ອັນ​ນີ້​ລະ​ບໍ່​ມີ​ສິດ ເຂົາ​ເຮັດ​ຫຍັງ​ກະ​ໄດ້​ຕາ​ໃຈ​ຂອງ​ເຂົາ ໝ​າຍ​ຄວາມ​ວ່າ ໃຫ້​ສິດ​ເຂົາ​ເໜືອກວ່າ​ຄົນ​ລາວ.”

ບັນ​ຫາ​ດັ່ງ​ກ່າວ ມັນ​ເປັນ​ຈຸດ​ອ່ອນ​ຂອງ​ທາງ​ການ​ລາວ​ເອງ.

ປະ​ຊາ​ຊົນ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

“ໝາຍ​ຄວາມ​ວ່າ ເຈົ້າ​ໃຫ້​ສິດ​ອຳ​ນາດ​ເຂົາ​ເໜືອ ກວ່າ​ ຄົນ​ລາວ ເໜືອ​ ຣັ​ຖ​ບານ​ລາວ ຣັ​ຖ​ບານ​ລາວ ກະ​ບໍ່​ມີ​ສິດ​ເຂົ້າ​ໄປ​ກວດ​ກາ ລະ​ກະ​ຄົນ​ລາວ​ເຮົາ​ເຂົາ​ໄປເຮັດ ກະ​ສຸດ​ແລ້ວ​ແຕ່​ເຂົາ ອັນ​ນີ້​ລະ​ມັນ​ຜິດ​ລະເຣື່ອງ​ຈຸດ​ອ່ອນ​ຂອງ​ຄົນ​ລາວ​ເຮົາ.”

ນາຍ​ຈ້າງ​ທີ່​ເປັນ​ຄົນ​ຈີນ ຈະ​ສ​ເນີ ໃຫ້​ເງິນ​ເດືອນສູງ ແກ່​ຜູ້​ທີ່​ສ​ມັກ​ເຂົ້າ​ໄປ​ເຮັດ​ວຽກ ຢູ່​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ແລະ ນາຍ​ຈ້າງ​ຈີນ​ຈະ​ຮັບ​ຜິດ​ຊອບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃຫ້, ແຕ່ເວ​ລາ​ໄປ​ຮອດ​ແລ້ວ ຈະ​ບໍ່​ເປັນ​ແນວ​ນັ້ນ.

ນາຍ​ຈ້າງ​ຈີນ ຈະ​ຄິດ​ໄລ່ຄ່​າ​ໃຊ້​ຈ່າຍ​ໝົດ​ທຸກ​ຢ່າງ ຈົນ​ເຮັດ​ໃຫ້ຄົນ​ລາວ ທີ່​ໄປ​ເຮັດ​ວຽກ​ນັ້ນຕົກ​ເປັນ​ໜີ້ ແລະ ບໍ່​ສາ​ມາດ​ຍົກ​ເລີກ​ສັນ​ຍາ​ໄດ້.

ນາຍ​ຈ້າງ​ຈີນຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ກັບ​ບ້ານ​ໄດ້ ຖ້າບໍ່​ມີ​ເງິນ​ມາ​ຈ່າຍ​ໜີ້ ຊຶ່ງ​ບັນ​ຫາ​ດັ່ງ​ກ່າວ ກໍ​ເຮັດ​ໃຫ້ຄົນ​ງາ​ນ​ລາວຫຼາຍ​ຄົນ​ຕ້ອງ​ພາ​ກັນ​ລັກ​ໜີ ແລະ ບາງ​ຄົນ​ກໍ​ໃຫ້​ຄອບ​ຄົວ​ເອົາ​ເງິນ​ມາ​ໃຊ້​ໜີ້ນາຍ​ຈ້າງ​ຈີນ ຈຶ່ງ​ສາ​ມາດ​ກັບ​ບ້ານ​ໄດ້ ໃນ​ຂະ​ນະ​ທີ່​ຄົນ​ງານ​ລາ​ວ​ຫຼາຍ​ຄົນ ກໍ​ຍັງ​ບໍ່​ສາ​ມາດ​ກັບ​ບ້ານ​ໄດ້.

ຄົນ​ງານ​ຄົນ​ນຶ່ງ ຜູ້​ທີ່​ສາ​ມາດ​ໜີ​ອອກ​ຈາກ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ສາມ​ຫຼ່ຽມ​ຄຳ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ​ ວ່າ.

ນັກ​ຂ່າວ: ທຳ​ອິດນີ້ ເຮົາ​ເຂົ້າ​ໄປ​ເຮັດ​ວຽກ​ຈັ່ງ​ໃດ​ນີ້?

ຄົນ​ງານລາວ:

"ເຂົາ​ບອກວ່າ ຈະ​ມີ​ບໍ​ຣິ​ສັດ ທີ່​ຢູ່​ຊັງ​ຈ້ຽງ​ຫັ້ນ​ນ່າ ຄຸ້ມ​ຄອງ ທີ່​ຈິງ​ໂຕ​ເຮົາ​ກໍ​ຮູ້​ຢູ່​ແລ້​ວວ່າ ຢູ່​ທາງ​ໃນ​ຫັ້ນ​ມັນ​ລຳ​ບາກ​ຊ່ຳ​ໃດ. ແຕ່​ວ່າ ຕອນ​ແລກ​ກໍ​ຄື​ຕິດ​ຕໍ່​ກັນ​ຢູ່​ຊັງ​ຈຽງ ລະ​ເຂົາ​ກະ​ຮັບ​ປະ​ກັນ​ມາ​ວ່າ ເອີ​ຖ້າ​ສົມ​ມຸດ​ວ່າ ມີ​ບັນ​ຫາ​ອີ່​ຫຍັງ​ຫັ້ນ​ນ່າ ເຂົາ​ຈະ​ດຶງ​ກັບ​ໃຫ້ ເຮົາ​ກະ​ເລີຍ​ໝັ້ນ​ໃຈ.

ລະ ​ບາດນີ້ ເຮົາ​ໄປ​ແລ້ວ​ປະ​ມານ​ອາ​ທິດ​ແລກ ເຮົາ​ແຊັດ​ຫາ​ໃຜ​ບໍ່​ໄດ້​ເລີຍ ແຈ້ງ​ຫາ​ກະ​ຄື​ວ່າ ບໍ​ຣິ​ສັດ​ທີ່​ຢູ່​ຊັງ​ຈຽງ​ນີ້ ຖື​ວ່າ ແຊັດ​ຫາ​ໄດ້​ແຕ່​ຜູ້​ດຽວ ແລະ ເຮົາ​ກະ​ບອກວ່າ ໃຫ້​ຢູ່."

ນັກ​ຂ່າວ: ທຳ​ອິດ​ເຂົາ​ໄດ້​ເວົ້າ​ກັບ​ເຈົ້າ​ບໍ່​ວ່າ ທຸກ​ຢ່າງ ແມ່ນ​ຄ່າ​ໃຊ້​ຈ່າຍ ບໍ​ຣິ​ສັດ ຮັບ​ຜິດ​ຊອບ​ໝົດ?

ຄົນ​ງານ​ລາວ: "ຂະ​ເຈົ້າ​ເປັນ​ຄົນ​ເວົ້າ​ວ່າ ຟີ​ໝົດ​ທຸກ​ຢ່າງ ເຮົາ​ກະ​ຖາມ​ຢ້ຳ​ອີກ​ເທື່ອ​ນຶ່ງວ່າ ແມ່ນ​ເຮົາ​ບໍ່​ໄດ້​ເຮັດ​ວຽກ​ໃຊ້​ໜີ້ແມ່ນບໍ່, ຂະ​ເຈົ້າ​ກະ​ວ່າບໍ່ ທຸກ​ຢ່າງ​ຄື ບໍ​ຣິ​ສັດ​ອອກ​ໃຫ້​ເອງ​ຟີ​ໝົດ."

ນັກ​ຂ່າວ: ຕອນ​ໃດ ທີ່​ໄປ​ສ​ມັກ​ນີ້?

ຄົນ​ງານ​ລາວ:

“ປະ​ມານ​ເດືອນ 2 ນີ້​ລະ​ອ້າຍ. ວັນ​ທີ 10 ນີ້​ລະ ໄປ​ສ​ມັກ​ລະ ລະ​ວັນ​ທີ 16 ເດືອນ​ທາງ​ໄປ.”

ນັກ​ຂ່າວ: ໄດ້​ລົມ​ກັນ​ບໍ່​ວ່າ ເງິນ​ເດືອນ​ທໍ່​ໃດ? ການ​ເຮັດ​ວຽກ​ຈັກ​ໂມງ​ຫາ​ຈັກ​ໂມງ? ໄດ້​ລົງ​ລາຍ​ລະ​ອຽດ​ກັນ​ບໍ່?

ຄົນ​ງານ​ລາວ:

"ກະ​ຄື​ມີ​ແຕ່​ລົມ​ກັນ​ທາງວອດ​ແອບ ບໍ່​ໄດ້​ລົງ​ລາຍ​ລະ​ອຽດ​ຫຍັງ​ເລີຍ ມີ​ແຕ່​ລົມ​ກັນ​ທາງວອດ​ແອບ​ລະ​ກະໂທ​ລົມ​ແດ່. ເບື້ອງ​ຕົ້ນ​ເຂົາ​ເວົ້າ​ວ່າ ເຮັດ​ວຽກ​ນີ້ ໄດ້ 12 ຊົ່ວ​ໂມງ ເງິນ​ເດືອນ 4,000 ຢວນ ເທົ່າ​ກັບ 4 ລ້ານ​ປາຍ​ກີບ."

ນັກ​ຂ່າວ: ຄ່າ​ໃຊ້​ຈ່າຍນີ້ ເຂົາ​ບອກບໍ່​ວ່າ ມັນ​ມີ​ຄ່າ​ໃຊ້​ຈ່າຍ​ຫຍັງ​ແດ່ ໃນ​ເວ​ລາ​ທີ່​ໄປ​ຮອດ​ລະ?

ຄົນ​ງານ​ລາວ:

“ທຸກ​ຢ່າງ​ເລີຍ​ອ້າຍ ຕັ້ງ​ແຕ່​ຄ່າ​ນ້ຳ​ຄ່າ​ໄຟ ເຂົາ​ໄລ່​ໝົດ​ເລີ​ຍ ທີ່​ເປັນ​ຂອງ​ເຂົາ ເຂົາ​ໄລ່​ໝົດ​ເລີຍ ເຮົາ​ກິ​ນ​ເຂົ້າ ເຂົາ​ກະ​ເອົາ ເຮົາ​ໃຊ້​ຫຍັງ​ເຂົາ​ກະ​ເອົາ​ນຳ.”

ນັກ​ຂ່າວ: ຕົກ​ເປັນ​ມື້​ນຶ່ງ​ເທົ່າ​ໃດ ຄ່າ​ໃຊ້​ຈ່າຍ?

ຄົນ​ງານ​ລາວ:

“ໂຕນີ້ ເຮົາ​ໄດ້​ຂໍ​ລາ​ຍ​ລະ​ອຽດ​ໄປ​ນຳ​ ຜູ້​ທີ່​ເກັບ​ເງິນ​ນຳ​ເຮົາ​ແລ້ວ ຄ້າຍໆ ແບບ​ລາວ ເວົ້າ​ອອກ​ມາ​ຊື່ໆ ຫັ້ນ​ນ່າ. ແຕ່​ວ່າ ເຮົາ​ຂໍ​ລາຍ​ລະ​ອຽດ​ເອີ ຄ່ານີ້​ທໍ່​ໃດ ເປັນ​ບິນ​ຫັ້ນ​ນ່າ ເປັນ​ລາຍ​ລັກ​ອັກ​ສອນ​ຫັ້ນ​ນ່າ ເຂົາ​ກະ​ບໍ່​ເຮັດ​ໃຫ້​ເຮົາ.”

ນັກ​ຂ່າວ: ສັນ​ຍົງ​ສັນ​ຍາ ແຮງ​ງານ​ທີ່ ເຮົາ​ໄດ້​ເຊັນ​ກັບ​ເຂົາ​ເດ້?

ຄົນ​ງານ​ລາວ:

“ແມ່ນ​ມັນ​ຄາດ​ເຄື່ອນ​ ຈາກ​ທີ່​ຕົກ​ລົງ​ກັນ​ໄວ້​ກ່ອນ​ທີ່​ເຮົາ​ຈະ​ໄປ ມັນ​ຄາດ​ເຄື່ອນ​ຫຼາຍ ມັນ​ຕ່າງ​ກັນ​ແບບ​ຄື​ພິກ​ມື​ເລີຍ​ອ້າຍ ລະ​ນາ​ທີ​ນັ້ນ​ຄື​ປະ​ຕິ​ເສດບໍ່​ໄດ້. ປະ​ຕິ​ເສດ​ຄື​ຈ່າຍ​ເງິນ​ຢ່າງ​ດຽວ.”

ນັກ​ຂ່າວ: ໃນ​ສ່ວນ​ຂອງ​ເຈົ້າ​ຕົກ​ເປັນ​ໜີ້​ທໍ່​ໃດ?

ຄົນ​ງານ​ລາວ:

“15,000 ຢວນ. ທຸກ​ຄົນ​ໄປ ຈະ​ເປັນ​ໜີ້​ໝົດ​ເລີຍ. ໄປ​ຄາ​ຊິ​ໂນ ແມ່ນ​ເປັນ​ໜີ້​ເລີຍ.”

ນັກ​ຂ່າວ: ເຮັດ​ໄດ້​ດົນ​ປານ​ໃດ?

ຄົນ​ງານ​ລາວ:

“ຂອງ​ເຮົາ​ຫັ້ນ ແມ່ນ 2 ອາ​ທິດ. ຄວາມ​ຮູ້​ສຶກວ່າ ເຮົາ​ຖືກ​ຕົວະ​ລະ. ບໍ່​ໄດ້​ລະ ນອນ​ກະ​ບໍ່​ໄດ້​ນອນ​ລະ. ເຂົາ​ລົມ​ນຳ​ເຮົາ​ເນ​າ 12 ຊົ່ວ​ໂມງ​ເຮັດ​ວຽກ ແຕ່​ທີ່​ໄລ່ໆ​ ນີ້ ມັນ​ບໍ່​ແມ່ນ ມັນ​ກາຍ 12 ຊົ່ວ​ໂມງ ມັນ 14-15 ຊົ່ວ​ໂມງ. ລະ​ມັນ​ຍາກ​ບ່ອນ​ໄປ​ໃສ​ກະ​ບໍ່​ໄດ້ ເຮັດ​ຫຍັງ​ແບບ​ຊີ​ວິດ​ຂອງ​ຕົວ​ເອງບໍ່​ມີ​ເລີຍ. ຄື​ຖືກ​ຄວບ​ຄຸມ​ໂດຍ​ເຂົາ​ເຈົ້າ​ເລີຍ​ຫັ້ນ​ນ່າ.”

ນັກ​ຂ່າວ: ເປັນ​ຫຍັງ​ເຂົາ​ເຈົ້າ​ຈັ່ງ​ຄ່ອຍ​ເຮັດ​ຈັ່ງ​ຊີ້​ກັບ​ເຮົາ ໄດ້​ຖາມ​ເຂົາ​ເຈົ້າ​ບໍ່?

ຄົນ​ງານ​ລາວ:

“ບໍ່​ໄດ້​ຖາມ ເພາະ​ຕອນ​ນັ້ນ ໂຕ້​ຖຽງ​ອີ່​ຫຍັງ​ກະ​ບໍ່​ກ້າ ຖິ່ນ​ເຂົາ​ເຈົ້າ ບໍ່​ສາ​ມາດ​ຕໍ່​ລອງ​ເຂົາ​ເຈົ້າ​ໄດ້.”

ນັກ​ຂ່າວ: ຫ້ອງ​ນຶ່ງ ຢູ່​ບ່ອນ​ພັກ ມີ​ນໍ​າ​ກັນ​ຈັກ​ຄົນ?

ຄົນ​ງານ​ລາວ:

“ຫ້ອງ​ນຶ່ງ 8 ຄົນ ບາງ​ຫ້ອງ​ກະ 9 ຄົນ ບາງ​ຫ້ອງ​ກະ 10 ຄົນ.”

ນັກ​ຂ່າວ: ມີ​ຄົນ​ລາວ​ພັກ​ນຳ​ກັນ​ຫຼາຍ​ປານ​ໃດ ເທົ່າ​ທີ່​ເຮົາ​ຮູ້?

ຄົນ​ງານ​ລາວ:

“ສ່ວນ​ຫຼາຍ​ມີ​ແຕ່​ຄົນ​ລາວ 80 ເປີ​ເຊັນ ມີ​ແຕ່​ຄົນ​ລາວ.”

ນັກ​ຂ່າວ: ມີ​ຫຼາຍບໍ່ ນັບ​ເປັນ​ໂຕ​ເລກ​ໄດ້​ບໍ່?

ຄົນ​ງານ​ລາວ:

“200-300 ຄົນ​ນີ້​ແຫຼະ.”

ນັກ​ຂ່າວ: ຢູ່​ຈັ່ງ​ໃດ​ຊັ້ນ​ນະ?

ຄົນ​ງານ​ລາວ:

“ເພິ່ນ​ວ່າ ດິ້ນ​ຣົນເລີຍ​ນະ. ດິ້ນ​ຣົນ​ສິດ​ຊີ​ວິດ​ເລີຍ. ດິ້ນ​ຣົນ​ເລີຍ ສົມ​ມຸດ​ວ່າ​ໄປ​ວຽກ ບາງ​ຄົນ​ຕ້ອງ​ຕື່ນ​ແຕ່ 7 ໂມງ ຫຼື​ວ່າ 8 ໂມງ. ທັງໆ​ທີ່​ເວ​ລາ​ນອນນີ້​ກະ 1-2 ໂມງ​ລະ. 7-8 ໂມງ​ຕື່ນ ເພາະ​ວ່າ ຫ້ອງ​ນ້ຳ​ມີ​ຫ້ອງ​ດຽວ ເຮົາ​ກະ​ຕ້ອງ​ຕ​ຣຽມ​ຕົວ​ຈັດ​ເວ​ລາ​ໃຫ້​ດີ​ເນາະ. ໄປ​ໃຫ້​ຮອດ​ບ່ອນ​ເຮັດ​ວຽກ​ຫັ້ນ 10 ໂມງ ເປະ​ເປະ​ເລີຍ. ກາຍ​ນຶ່ງ​ນາ​ທີ ລະ​ແມ່ນ​ເຂົາ​ຈະ​ຫັກ 100 ຢວນ, ເທື່ອ​ທີ 2 ລະ​ແມ່ນ 200 ຢວນ ເທື່ອ​ທີ 3 ລະ​ແມ່ນ​ຖືກ​ໄລ່​ອອກ ລະ​ກະ​ຈະ​ໄດ້​ໃຊ້​ໜີ​ຫັ້ນ​ນ່າ.”

ນັກ​ຂ່າວ: ເຈົ້າ​ໄດ້​ຕິດ​ຕໍ່​ຫາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງບໍ່?

ຄົນ​ງານ​ລາວ:

“ຕິດ​ຕໍ່ ໜ່ວ​ຍ​ສະ​ເພາະ​ກິ​ຈ ທັງ​ຢູ່​ໃນ ລະ​ກະ​ຢູ່ນອກ​ເລີຍ ຕິດ​ຕໍ່​ທຸກ​ຢ່າງ​ທີ່​ເຮົາ​ສາ​ມາດ​ຕິດ​ຕໍ່​ໄດ້ ໃນ​ເວ​ລາ​ນັ້ນ ທັງ​ກົມ​ແຮງ​ງານ​ອີ່​ຫຍັງ​ເຂົາ​ກະ​ວ່າ ແຕ່​ກົມ​ແຮງ​ງານ ເຂົາ​ເຈົ້າ​ບອກວ່າ ບໍ່​ສາ​ມາດ​ຊ່ອຍ​ໄດ້ ເພາະ​ວ່າ ມັນ​ຕິດ​ສັນ​ຍາ​ເນາະ ແຕ່​ເຮົາ ໂຊກ​ດີ​ທີ່​ວ່າ​ເຮົາ​ລອດ​ມາ​ໄດ້.”

ນັກ​ຂ່າວ: ຢູ່​ໃນ​ຫັ້ນ​ວຽກ​ທີ່​ເຈົ້າ​ເຮັດ​ແມ່ນ​ຫຍັງ?

ຄົນ​ງາ​ນ​ລາວ:

“ເປັນ​ການ​ປອມ​ໂຕ ປອມ​ເຟ​ສ ປອມ​ລາຍ ປອມ​ທຸກ​ຢ່າງ. ເຮົາ​ຈະ​ເອົາ​ໂຕ​ລະ​ຄອນ ເອົາ​ຮູບ​ຈາກ​ຄົນ​ອື່ນ​ທີ່​ວ່າ ຢູ່​ໃນ​ອິນ​ສະ​ຕາ​ແກຼມ​ນະ ແລະ ກະ​ມາ​ສ້າງ​ໂຕ​ລະ​ຄອນ ປັ້ນ​ໂຕ​ລະ​ຄອນ ຢູ່​ໃນ​ເຟ​ສ ຢູ່​ໃນ​ລາຍ ຈັ່ງ​ຊີ້​ນະ. ລະ​ກະ​ແຊັດ​ຫາ​ຄົນ​ໄທ​ຍ ສ່ວ​ນ​ຫຼາຍ​ແມ່ນ​ຄົນ​ໄທ​ຍ.”

ນັກ​ຂ່າວ: ແຊັດ​ວ່າ ຈັ່ງ​ໃດ​ລະ?

ຄົນ​ງານ​ລາວ:

“ກະ​ຄ້າຍໆ ແບບ​ຊູ້​ສາວ ລົມ​ເຣື່ອງ​ຊູ້​ສາວ​ແລ້ວ​ລະ​ກະ ຊັກ​ຊວນ​ມາ​ລົງ​ທຶນ​ໃນ​ບິດ​ຄອຍ​ຈັ່ງ​ຊີ້​ນ່າ ແຕ່ ພໍ​ເຂົາ​ເຈົ້າ​ລົງ​ທຶນ​ລະ​ກະ​ຖອນ​ຍາກ ຖອນບໍ່​ໄດ້ ບາງ​ຄົນ​ກະ​ເປັນ ແສ​ນ, ສອງ​ແສນ.”

ນັກ​ຂ່າວ: ຈັກ​ຄົນ​ລະ ທີ່​ສາ​ມາດ​ຕິດ​ຕໍ່​ໄດ້?

ຄົນ​ງານ​ລາວ:

“ຂອງ​ເຮົາ​ບໍ່​ໄດ້ ແຕ່​ວ່າ ອັນ​ເທົ່າ​ທີ່​ເຫັນ​ລະ​ແມ່ນ​ຫຼາຍ​ຢູ່ ຫຼາຍ​ເຕີບ​ຢູ່ ມື້​ນຶ່ງ​ລວມໆ ຢູ່​ປະ​ມານ 4-5 ລ້ານ​ບາດ. ເຂົາ​ຈະ​ສ້າງ​ແອບ​ຂຶ້ນ​ມາ​ຄ້າຍໆ ໄອ​ຄິວອອ​ຟ​ຊັ້ນນະ ແຕ່​ວ່າ ໂຕ​ນັ້ນ ເຂົາ​ຈະ​ຄວບ​ຄຸມ​ເອງ​ເລີຍ.”

ເຈົ້າ​ໜ້າ​ທີ່​ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ຍັງ​ບໍ່​ທັນ​ມີ​ມາ​ຕ​ການ ຊ່ວຍ​ເຫຼືອຄົນ​ງານ​ລາວ​ທີ່​ຕິດ​ຄ້າງ ແລະ ຖືກ​ກັກ​ຂັງ​ໜ່ວງ​ໜ່ຽວ ຢູ່​ໃນ​ເຂດ​ເສ​ຖ ​ກິ​ຈ ພິ​ເສດສາມ​ຫຼ່ຽມ​ຄຳ.

ເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ​ຕິດ​ຕໍ່​ຫາເຈົ້າ​ໜ້າ​ທີ່ ​ກົມ​ຄຸ້ມ​ຄອງ​ແຮງ​ງານ ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ກ່ຽວ​ກັບ​ມາ​ຕ​ການ​ຊ່ວຍ​ເຫຼືອ​ຄົນ​ງານ​ລາວ, ແຕ່ ເຈົ້າ​ໜ້າ​ທີ່​ຜູ້​ຮັບ​ໂທ​ລະ​ສັບ ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເຣື່ອງນີ້ ໂດຍ​ເວົ້າ​ພຽງ​ແຕ່​ວ່າ "ໃຫ້​ເຮັດ​ໃບ​ສ​ເນີ​ມາ".

ນອກ​ຈາກນີ້ ຍັງ​ມີ​ຄົນ​ໄທ​ຍຈຳ​ນວນ​ນຶ່ງ ທີ່​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ສາມ​ຫຼ່ຽມ​ຄຳ ແລະ ກໍ​ຕົກ​ຢູ່​ໃນ​ຊາ​ຕາ​ກຳ​ແບບ​ຄົນ​ງານ​ລາວ.

ໃນ​ວັນ​ທີ 10 ມີ​ນາ ທີ່​ຜ່ານ​ມາ, ສະ​ຖານ​ເອ​ອັກ​ຂ້າຣາ​ຊ​ທູດ​ໄທ​ຍ ປະ​ຈຳ​ລາວ ໄດ້​ອອກ​ແຈ້ງເຕືອນ ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ ທາງສະຖານທູດ ໄດ້ຮັບລາຍງານວ່າ ມີຂະບວນການຕົວະຍົວະຄົນໄທຍ ແລະ ຊາວຕ່າງຊາດ ໃຫ້ເຂົ້າໄປເຮັດວຽກໃນພື້ນທີ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງ ບໍ່ແກ້ວ, ປະເທດລາວ ໂດຍການຮັບສະໝັກທາງສື່ອອນລາຍ ຫຼື ໄດ້ຮັບການຊັກຊວນຈາກນາຍໜ້າທີ່ເປັນຄົນໄທຍ ໂດຍອ້າງວ່າມີລາຍຮັບ ແລະ ຄ່າຕອບແທນສູງ.

ທີ່​ຜ່ານ​ມາ ມີ​ຄົນ​ໄທ​ຍ ຖືກ​ຕົວະ​ມາ​ເຮັດ​ວຽກ​ຢູ່​ເຂດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ 24 ຄົນ ແລະ ໄດ້​ຖືກ​ທາ​ງ​ການ​ໄທ​ຍຊ່ວຍ​ເຫຼືອ ​ກັບ​ຄືນ​ປະ​ເທດ​ແລ້ວ ໃນ​ວັນ​ທີ10-17 ມີ​ນາ ທີ່​ຜ່ານ​ມາ.

ນອກ​ຈານີ້ ໃນ​ວັນ​ທີ 21 ກຸມ​ພາ ທີ່​ຜ່ານ​ມາ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ເຂດ​ເສ​ຖ​ກິ​ຈ​ພິ​ເສດ ແຂວງບໍ່​ແກ້ວ ໄດ້​ອອກ​ແຈ້ງ​ການ ເຖິງ​ອຳ​ນວຍ​ການ​ບໍ​ຣິ​ສັດ, ນັກ​ທຸ​ຣະ​ກິດ, ຜູ້​ປະ​ກອບ​ການ ແລະ ຜູ້​ອອກ​ແຮງ​ງານພາຍ​ໃນ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫຼ່ຽມ​ຄຳ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຮ​ງ​ງານ ແລະ ນຳ​ໃຊ້​ແຮງ​ງານ ໃນ​ເຂດ​ ເສ​ຖ​ກິ​ຈ​ພິ​ເສດສາ​ມ​ຫຼ່ຽມ​ຄຳ.

ແຈ້ງ​ການ ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ເຂດ​ເສ​ຖ​ກິ​ຈ​ພິ​ເສດ ແຂວງບໍ່​ແກ້ວ ​ໄດ້​ລະ​ບຸ ​ຕອນ​ນຶ່ງວ່າ: ທຸກ​ຫົວ​ໜ່ວຍ​ນຳ​ໃຊ້​ແຮງ​ງານ, ຜູ້​ອອກ​ແຮງ​ງານ​ຫາກ​ມີ​ເຈ​ຕ​ນາ​ຫຼົບ​ຫຼີກ ຫຼື ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ ເຮັດ​ສັນ​ຍາ​ຄຸ້​ມຄອງ ແລະ ນຳ​ໃຊ້​ແຮງ​ງານ ເຊັນ​ສັນ​ຍາ​ແຮງ​ງານ​ທີ່ບໍ່​ຖືກ​ຕ້ອງ​ ຕາມ​ຣະ​ບຽບ​ການ ຫຼື​ໃຊ້​ແຮງ​ງານທີ່ບໍ່​ມີ​ສັນ​ຍາ​ແຮງ​ງານ ແລະ ຣະ​ບຽບ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ຢູ່​ໃນ​ເຂດ ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫຼ່ຽມ​ຄຳ​ຢ່າງ​ເຂັ້ມ​ງວດ ແລະ ຜູ້​ນຳ​ໃຊ້​ແຮງ​ງານ​ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ​ທັງໝົດ ຕໍ່​ຄ່າ​ເສັຽ​ຫາຍ​ທີ່​ເກີດ​ຂຶ້ນ​ໃນ​ກໍ​ລະ​ນີ ທີ່​ມີ​ການ​ຂັດ​ແຍ່ງ​ກັນ.