ປະຊາຊົນ 11 ຄອບຄົວ ທີ່ມີຖຽງນາຢູ່ບ້ານນາຜາສຸກ ແລະຊາວບ້ານຈໍານວນນຶ່ງ ຢູ່ບ້ານບໍ່ເຫລັກ, ຫລັກ 36 ທີ່ມີເຮືອນຢູ່ທົ່ງນາ ແລະບ້ານຈັດສັນ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ຊຶ່ງຢູ່ໃກ້ກັບໂຮງງານຕົ້ມນໍ້າມັນເຄື່ອງເກົ່າ ໄດ້ຮັບຜົລກະທົບຈາກກິ່ນຂິວ ຂອງໂຮງງານ ທີ່ລັກຕົ້ມໃນຕອນກາງຄືນ ເຮັດໃຫ້ນອນບໍ່ໄດ້ ໂດຍສະເພາະຍາມຣະດູຝົນ, ສ່ວນຊາວບ້ານທີ່ຢູ່ຫ່າງຈາກໂຮງງານ 4-5 ກິໂລແມດ ບໍ່ເໝັນກິ່ນຂິວນັ້ນປານໃດ.
ຊາວບ້ານ ບ້ານນາຜາສຸກ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ສິງຫານີ້ວ່າ:
" ສ່ວນຫລາຍ ມັນຈະພວກເຂົາເຈົ້ານອນນາຫັ້ນນ່າ ຢູ່ບ້ານແທ້ບໍ່ໄດ້ກິ່ນຂິວຫັ້ນນ່າ. ມື້ໃດ ຕົວຢ່າງວ່າອາກາດ ມັນຄຶ້ມບໍ່, ອາກາດມັນນິ້ງ ມັນລົມຈັງຊີ້ນ່າ. ລົມມາຈັ່ງຊີ້ນ່າ ມັນເອົ້າຈັ່ງຊີ້ນ່າ. ກໍຂິວໜ້ອຍນຶ່ງ ແລ້ວມັນກໍເປັນຊ່ວງໄປແລ້ວ. ແລ້ວມັນຊິຫວາງໄປດອກ ບຶດດຽວກາງຄືນແຫລະ ເຂົາເຈົ້າມັກຕົ້ມ. ກາງເວັນແທ້ ມັນກໍບໍ່ອັນນັ້ນດອກ. ເວລາຫລັບ ເວລານອນຫັ້ນແຫລະ ຄັນເຮືອນໃດ ເຂົາເຈົ້າມີອັນນັ້ນ ມີເພດອກ ເພດານແທ້ ອັດແທ້ ບໍ່ປານໃດ ແຕ່ວ່າພວກຕົວຢ່າງ ບໍ່ມີເພດານແດ່ ມັນເຂົ້າຕາມປ່ອງ. "
ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງໄຊທານີ ກໍເຄີຍໄດ້ລົງໄປ ແກ້ໄຂຫລາຍເທື່ອ ໂດຍໃຫ້ເຈົ້າຂອງໂຮງງານດັ່ງກ່າວ ຢຸຸດຕົ້ມນໍ້າມັນກ່ອນ ແຕ່ທາງໂຮງງານ ຍັງລັກຕົ້ມຢູ່. ດັ່ງນັ້ນ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈຶ່ງຂໍໃຫ້ອໍານາດການປົກຄອງບ້ານ ຊ່ອຍແກ້ໄຂ ເພື່ອບໍ່ໃຫ້ມີກິ່ນຂິວ ແລະສຽງດັງລົບກວນ ໃນຍາມກາງຄືນ.
ດັ່ງເຈົ້າໜ້າທີ່ ອໍານາດການປົກຄອງ ບ້ານນາຜາສຸກ ເວົ້າໃນມື້ດຽວກັນນີ້ວ່າ:
" ເພິ່ນລົງມາ ໜ່ວຍງານທີ່ກ່ຽວຂ້ອງ ເພິ່ນກໍລົງກວດກາລະ ໃຫ້ຢຸດເຊົາກ່ອນ ເພິ່ນກໍບາງຄັ້ງບາງຄາວກໍ ເຂົາກໍລັກຕົ້ມຢູ່ຊີ້ນ່າ. ສິ່ງແວດລ້ອມກໍລົງມາແກ້ໄຂຫລາຍເທື່ອແລ້ວ ເຂົາເຈົ້າກໍບໍ່ໄປໜ້າມາຫລັງ. ອັນນຶ່ງເພິ່ນຂຽນໄປຫັ້ນເນາະ ມາຜ່ານບ້ານກໍ ຢາກໃຫ້ແກ້ໄຂຫັ້ນແຫລະ. ຢາກໃຫ້ຢຸດເຊົາເນາະ ອັນ 2 ມາກໍຄືຢາກໃຫ້ເຮັດແນວໃໝ່ຈັ່ງຊີ້ນ່າ. ຮັກສາຄວາມສະອາດ ຮັກສາກິ່ນບໍ່ໃຫ້ມັນຂິວມັນຫຍັງຫັ້ນແຫລະ. "
ພ້ອມກັນນັ້ນ ປະຊາຊົນບ້ານບໍ່ເຫລັກ ຫລັກ 36 ເມືອງໄຊທານີ ຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ສິງຫານີ້ວ່າ ຊາວບ້ານນີ້ ຈໍານວນນຶ່ງ ທີ່ໄດ້ຍ້າຍໄປປຸກເຮືອນຢູ່ທົ່ງນາ ໃກ້ກັບໂຮງງານ ແລະບ້ານຈັດສັນ ໄດ້ຮັບຜົລກະທົບຈາກໂຮງ ງານຕົ້ມນໍ້າມັນເຄື່ອງເກົ່າ-ຂິວ, ແສບດັງ, ວິນຫົວ, ເຈັບໜ້າເອິກ ແລະວ່າ ບັນຫານີ້ມີມາໄດ້ 2-3 ປີແລ້ວ, ແຕ່ຍັງບໍ່ໄດ້ຖືກແກ້ໄຂ, ຊາວບ້ານຮຽກຮ້ອງໃຫ້ທາງການຊ່ອຍແກ້ໄຂໃຫ້.
" ບໍ່ເຫລັກເຂົາເຈົ້າຢູ່ນາເດ໋. ເຂົາເຈົ້າປຸກເຮືອນແຖວນັ້ນເດ້ ກັບບ້ານຈັດສັນ ຄົນຢູ່ທົ່ງນາເດ້. ສ່ວນຫລາຍຫັ້ນນ່າຄົນຂຍາຍອອກໄປແລ້ວ, ຫລາຍແລ້ວ ປຸກເຮືອນປຸກຊານຢູ່ຖາວອນ ອັນຄືຢູ່ຫລັກ 36 ເຂົາເຈົ້າຕັ້ງໃໝ່. ເຂົາເຈົ້າຜ່ານນໍ້າກ່ອນເດ້ ເອົາທໍ່ຜ່ານນໍ້າຂຶ້ນ ມາແລ້ວ ເປັນຄັວນສີຂາວ ບໍ່ມີກິ່ນ ທັນສມັຍວ່າ ແລ້ວໄປຢືນໃກ້ໆ ບໍ່ຂິວໂຕນີ້ ເປັນທໍ່ຄັວນຂຶ້ນເລີຍ ໂຕນີ້ບໍ່ຄືກັນ. "
ແຕ່ເຖິງຢ່າງໃດກໍຕາມ ອໍານາດການປົກຄອງບ້ານບໍ່ເຫລັກ ກໍເວົ້າໃນມື້ດຽວກັນນີ້ວ່າ ຍັງບໍ່ມີປະຊາຊົນໃນບ້ານນີ້ສເນີບັນຫາຂຶ້ນມາໃຫ້ຊ່ອຍແກ້ໄຂ ກິ່ນຂິວຈາກໂຮງງານນັ້ນເທື່ອ, ເຫັນແຕ່ກຸ່ມຫົວຊຽງເວົ້າວ່າ ຊາວບ້ານນາຜາສຸກ ຢາກໃຫ້ທາງກຸ່ມຊ່ອຍແກ້ໄຂ ຍ້ອນກິ່ນຂິວມັກມີມາຍາມ 9-10 ໂມງກາງຄືນ, ແຕ່ລະເທື່ອມີກິ່ນຂິວເກືອບເຖິງ 1 ຊົ່ວໂມງກໍມີ.
" ເຂົາແຈ້ງກຸ່ມ ຫົວຊຽງເດ້ວ່າມັນກິ່ນຂິວ ເຮັດໃຫ້ພໍ່ແມ່ປະຊາຊົນຫັ້ນ ຢູ່ບໍ່ໄດ້ກິນນອນບໍ່ສະດວກວ່າຊັ້ນໄປ໋. ມັນກິ່ນຂິວເໝັນ ເຮັດໃຫ້ພໍ່ແມ່ປະຊາ ຊົນອຶດອັດ ຢູ່ບ້ານເຮົານີ້ ບໍ່ທັນມີປະຊາຊົນ ມາຢູ່ແຖວອ້ອມແອ້ມ ມາສ່ອງແສງໃຫ້ການຈັດຕັ້ງເຮົາຮູ້ເທື່ອຫັ້ນນ່າ. "
ຫ້ອງການຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເມືອງໄຊທານີ ໄດ້ສົ່ງເຈົ້າໜ້າທີ່ຂອງຕົນໄປຮິບໂຮມຂໍ້ມູນ ກ່ຽວກັບເຣື່ອງກິນຂິວຢູ່ບ້ານນາຜາສຸກແລ້ວ ແລະຈະຮູ້ຄວາມຄືບໜ້າເພື່ອຫາທາງແກ້ໄຂ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງນີ້ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ສິງຫານີ້ວ່າ:
" ແຕ່ວ່າ ໂຕນີ້ອັນນັ້ນໃຫ້ອ້າຍນ້ອງໄປເອົາຂໍ້ມູນຢູ່ ເຂົາຍັງບໍ່ທັນໄດຣາຍງານເທື່ອ. ດຽວນີ້ເຂົາລົງໄປເອົາຂໍ້ມູນຢູ່ວ່າມັນເກີດຂຶ້ນຈາກໂຕໃດແທ້ໆ. ຍັງບໍ່ຮູ້ລະອຽດ ເຕົາເຜົານໍ້າມັນເຂົາບໍ່ ຫລືວ່າຈັ່ງໃດ ແຕ່ດຽວນີ້ ອ້າຍກໍາລັງໃຫ້ອ້າຍນ້ອງຫາຂໍ້ມູນຢູ່. "
ກ່ຽວກັບທີ່ມາຂອງກິ່ນຂິວທີ່ເກີດຂຶ້ນນັ້ນ ອໍານາດການປົກຄອງບ້ານນາຜາສຸກ ເວົ້າວ່າມາຈາກໂຮງງານຕົ້ມນໍ້າມັນເຄື່ອງເກົ່າ ທີ່ອາຈເປັນຂອງຄົນວຽດນາມ ແລະໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີກໍໄດ້ພະຍາຍາມທີ່ຈະຕິດຕໍ່ໄປຫາ ບໍຣິສັດ ທີ່ເປັນເຈົ້າຂອງໂຮງງານ ເພື່ອຂໍຮູ້ຂໍ້ມູນເພິ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ທີ່ຜ່ານມາ ຢູ່ເຂດບ້ານບໍ່ເຫລັກ ເຄີຍມີໂຮງງານຕົ້ມນໍ້າມັນ 2 ໂຮງງານ ແລະໄດ້ສ້າງຜົລກະທົບຕໍ່ຊາວບ້ານຫລາຍ ເປັນຕົ້ນນໍ້າມັນສີດໍາໄຫລລົງໃສ່ທົ່ງນາ ແລະບ້ານ ແລະທາງການກໍໄດ້ສັ່ງໃຫ້ປິດທັງ 2 ໂຮງງານນັ້ນແລ້ວ, ປັດຈຸບັນ ຢູ່ບ້ານນີ້ ບໍ່ມີໂຮງງານຕົ້ມນໍ້າມັນ ທີ່ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ຈັກແຫ່ງອີກແລ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ອໍານາດການປົກຄອງບ້ານບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ.