ພະນັກງານສະຖານທູດສລອງ ວັນ ແມ່ຍິງ
2015.03.09
ພະນັກງານ ຂອງ ສະຖານທູດ ສະຫະຣັດ ທີ່ ນະຄອນ ຫລວງ ວຽງຈັນ ໄດ້ ພາກັນ ສລອງ ວັນ ແມ່ຍິງ ສາກົນ ຄົບຮອບ 105 ປີ ດ້ວຍການ ໂຮມກັນ ບໍຣິຈາກ ເລືອດ ໃຫ້ ສະພາ ກາແດງ ໃນລາວ. ຕົວແທນ ຈາກ ສະຫະພັນ ແມ່ຍິງ ລາວ ແລະ ພະນັກງານ ສະຖານທູດ ສະຫະຣັດ ປະຈຳ ລາວ ກວ່າ 100 ຄົນ ໄດ້ ເຂົ້າຮ່ວມ ກິຈກັມ ດັ່ງກ່າວ ທີ່ ຈັດຂຶ້ນ ທີ່ ສະຖານທູດ ສະຫະຣັດ ແຫ່ງໃຫມ່ ໃນ ນະຄອນ ຫລວງ ວຽງຈັນ.
ທາງການ ສະຫະຣັດ ໃຫ້ ການສນັບ ສນູນ ຄວາມ ຄືບຫນ້າ ແລະ ຄວາມ ສເມີພາບ ທາງດ້ານ ເພດວັຍ ໃນຫລາຍ ປະເທດ ຮ່ວມທັງ ໃນລາວ ຜ່ານ ອົງການ ທູດ, ໂຄງການ ຊ່ອຍເຫລືອ ຕ່າງ ປະເທດ ຂອງ ສະຫະຣັດ ແລະ ເປັນຄູ່ ຮ່ວມງານ ກັບ ອົງການ ຈັດຕັ້ງ ທາງ ສັງຄົມ ແລະ ພາກ ເອກຊົນ ໃນ ທົ່ວໂລກ.
ໃນ ສປປລາວ ສະຖານທູດ ສະຫະຣັດ ປະຈຳ ລາວ ໄດ້ເຮັດວຽກ ຮ່ວມກັບ ຣັຖບານ ລາວ ອົງການ ສາກົນ ແລະ ຄູ່ຮ່ວມ ພັທນາ ໃນເຂດ ທ້ອງຖິ່ນ ໃນ ຫລາຍ ໂຄງການ ດັ່ງ ໂຄງການ ສນັບສນູນ ແມ່ຍິງ ລາວ ໃນຫລາຍ ພື້ນທີ່ ໃນນັ້ນ ຮ່ວມ ດ້ວຍ ໂຄງການ ໃຫ້ ຄວາມຮູ້ ກ່ຽວກັບ ຄວາມສ່ຽງ ຕໍ່ ຣະເບີດ ທີ່ ບໍ່ທັນແຕກ ໃນລາວ, ການ ຊ່ອຍເຫລືອ ຜູ້ທີ່ໄດ້ ຮັບ ເຄາະຮ້າຍ ຈາກ ລູກ ຣະເບີດ, ການຕ້ານ ການ ຄ້າມະນຸດ, ການໃຫ້ ການ ຊ່ອຍເຫລືອ ແມ່ຍິງ ລາວ ຜູ້ ທີ່ເສັຽ ອົງຄະ, ການ ອະນຸຮັກ ສະຖານທີ່ ບູຣານ ສະຖານ ແລະ ການຊຸກຍູ້ ໃຫ້ ແມ່ຍິງ ລາວ ເຂົ້າຮ່ວມ ການ ສຶກສາ ແລະ ການ ກິລາ ຫລາຍ ຂຶ້ນ.