ສະຫະຣັຖ ມອບທຶນຊ່ອຍເຫຼືອ ສ້າງວິດຖ່າຍ ຢູ່ສຸຂສາລາ ເມືອງພີນ, ເມືອງອາດສະພັງທອງ
ສະຫະຣັຖ ອາເມຣິກາ ໃຫ້ທຶນຊ່ອຍເຫຼືອ ກໍ່ສ້າງວິດຖ່າຍ ແລະ ບ່ອນລ້າງມື ໃຫ້ຊົນເຜົ່າມັງກອງ ແລະ ຊົນເຜົ່າກະຕ່າງ ຢູ່ສຸຂສາລາ ເມືອງພີນ ແລະ ເມືອງອາດສະພັງທອງ ແຂວງສວັນນະເຂດ.
-
ພອນ ພູມມີທອນ
2022-11-02 -
-
-
Your browser doesn’t support HTML5 audio
ກອງບັນຊາການອງທັບ ສະຫະຣັຖອາເມຣິກາ ປະຈຳພາກພື້ນ ອິນໂດປາຊິຟິກ ໄດ້ໃຫ້ທຶນກໍ່ສ້າງວິດຖ່າຍ ແລະ ບ່ອນລ້າງມື ຢູ່ສຸຂສາລາບ້ານທູນຂາມ ເມືອງພີນ ແລະ ສຸຂສາລາບ້ານດົງນາໄຊ, ສຸຂສາລາ ບ້ານນາແຂກ ເມືອງອາດສະພັງທອງ ເເຂວງສວັນນະເຂດ ໂດຍແມ່ນ ສຖານເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ເປັນຜູ້ຕາງໜ້າມອບການຊ່ວຍເຫລືອ ເພື່ອເປັນສ່ວນນຶ່ງ ໃນການຈັດຕັ້ງ ປະຕິບັດແຜນພັທນາເສຖກິຈ-ສັງຄົມ ຂອງເມືອງ, ແຂວງ ແລະ ເປົ້າໝາຍການພັທນາ ທີ່ຍືນຍົງ (Sustainable Development Goals–SDGs) ຂອງ ປະເທດລາວ.
ທີ່ຜ່ານມາ ຊົນເຜົ່າມັງກອງ ຢູ່ເຂດສຸຂສາລາບ້ານດົງນາໄຊ ບໍ່ມັກນຳໃຊ້ ວິດຖ່າຍ ເວລາໄປໃຊ້ບໍຣິການຢູ່ສຸຂສາລາ ຍ້ອນບໍ່ມີນໍ້າສະອາດ ໄວ້ໃຊ້ຊຳຣະລ້າງ ຢູ່ວິດຖ່າຍຫລັງເກົ່າ ຈຶ່ງໄປຖ່າຍເບົາແລະ ຖ່າຍໜັກຢູ່ແຄມປ່າ ຕາມວິຖີຊີວິຕ ທີ່ມີແຕ່ດັ້ງເດີມ ເຮັດໃຫ້ ເກີດພຍາດຖອກທ້ອງ ຍ້ອນ ຖ່າຍຊະຊາຍ ແລະ ພຍາດໄຂ້ຍຸງລາຍ ຍ້ອນບໍ່ຢາກຖາງປ່າທີ່ຫົກເຮື້ອ ແລ້ວເອົາໃບຫຍ້າ ໃບໄມ້ມາໄວ້ບັງ ເວລາເຂົາເຈົ້າຖ່າຍໜັກ ຖ່າຍເບົາ.
ປັຈຸບັນ ພາຍຫລັງທີ່ມີວິດຖ່າຍ ຫລັງໃໝ່ ທີ່ໄດ້ມາຕຖານສາກົລ ມີນໍ້າສະອາດ ພວກເຂົາເຈົ້າກໍເຣີ່ມທະຍອຍ ພາກັນໃຊ້ວິດຖ່າຍຫລັງໃໝ່ນັ້ນ ແລະ ຜູ້ໃດບ້ານໃກ້ວິດໃໝ່ ກໍສາມາດມານຳໃຊ້ໄດ້ ເພາະວ່າ ວິດຖ່າຍຫລັງໃໝ່ ມີຫລາຍຫ້ອງ ແລະ ມີບ່ອນລ້າງມືນຳດ້ວຍ.
ຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ປະສານງານ ໂຄງການກໍ່ສ້າງລະບົບ ສຸຂອນາມັຍ - ນໍ້າສະອາດ ລະຫວ່າງ ແຂວງສວັນນະເຂດ ກັບ ສຖານທູຕ ສະຫະຣັຖ ອາເມຣິກາ ທີ່ໄດ້ກ່າວວິທຍຸ ເອເຊັຽເສຣີ ໃນວັນທີ 2 ພຶສຈິກາ ນີ້ວ່າ:
“ມັນເຮັດໃຫ້ເປິະເປື້ອນ ແລ້ວກໍມີປ່າ ເຂົາບໍ່ຢາກຖາງປ່າ ຍຸງກໍຊິຫລາຍ ຊິເຮັດບ່ອນຖ່າຍເຂົາ ເອົາໄວ້ບັງອີ່ຫຍັງເຂົາຫັ້ນນ່າ ບາດນີ້ ມັນມີ ຄື ແນວນີ້ແລ້ວຂ້ອຍກໍບອກວ່າ ເອິ ໃຜຢາກເຂົ້າຫ້ອງນໍ້າ ຄື ແຖວໃກ້ໆ ຄັນຢູ່ເຮືອນໃຊ້ບໍ່ສະດວກ ລົງມາໂລດ ຈະໃຊ້ປະຈຳວັນອີຫຍັງ ໃຫ້ລົງມາໃຊ້ໂລດ ເຖິງວ່າ ບໍ່ວ່າໃຊ້ບໍຣິການປີ່ນປົວຢູ່ໃນສຸຂສາລາ ກໍບອກໃຫ້ເຂົ້າມາໃຊ້ແຖວໃກ້ໆ ນີ້ນ່າ ເພາະວ່າມັນຫລາຍຫ້ອງເດ້.”
ຍານາງກ່າວຕື່ມວ່າ ພາຍຫລັງ ມີກອງທຶນແມ່ມານ ແລະເດັກນ້ອຍ ໃຫ້ມາຝາກທ້ອງຢູ່ ສຸຂສາລາ ເພື່ອຫລຸດຜ່ອນອັຕຕຣາ ການຕາຍຂອງແມ່ ແລະເດັກ ເຮັດໃຫ້ ສຸຂສາລາບ້ານດົງນາໄຊ ທີ່ເປີດໃຫ້ບໍຣິການມາໄດ້ພຽງ 7-8 ປີ ມີຊົນເຜົ່າມັງກອງ ເຂົ້າມາໃຊ້ບໍຣິການຫລາຍຂຶ້ນ ມື້ນຶ່ງຢູ່ລະຫວ່າງ 10-30 ຄົນ ສະນັ້ນ ການມີວິດຖ່າຍຫລັງໃໝ່ ກໍຈະຊ່ວຍໃຫ້ແມ່ມານ ແລະ ເດັກ ໄດ້ຮັກສາສຸຂອນາມັຍ ທີ່ດີນຳດ້ວຍ.
ຢູ່ສຸຂສາລາ ບ້ານດົງນາໄຊ ແລະ ສຸຂສາລາບ້ານນາແຂກ ຈະມີວິດຖ່າຍພຽງຫ້ອງດຽວ ເຮັດໃຫ້ ບໍ່ພຽງພໍຕໍ່ຜູ້ທີ່ຕ້ອງການຖ່າຍໜັກ ຖ່າຍເບົາ ຈຶ່ງພາກັນໄປຖ່າຍຊະຊາຍຢູ່ແຄມປ່າ ອີກທັງວິດຖ່າຍແຕ່ລະແຫ່ງ ມີຫ້ອງດຽວ ກໍບໍ່ໄດ້ມາຕຖານ ຍ້ອນມີການກໍ່ສ້າງແບບຜິດໂຄງສ້າງ ເຮັດໃຫ້ວິດຖ່າຍມີນໍ້າລົ້ນ ເປີະເປື້ອນ ແລະ ສົ່ງກິ່ນເໝັນ ໂດຍສະເພາະຣະດູຝົນ ພໍສຸຂສາລາທັງສອງແຫ່ງນັ້ນ ໄດ້ວິດຖ່າຍຫລັງໃໝ່ຈາກສະຫະຣັຖອາເມຣິກາ ກໍເຮັດໃຫ້ການຮັກສາສຸຂອນາມັຍ ຂອງຊົນເຜົ່າມັງກອງໃນເຂດດັ່ງກ່າວ ດີຂຶ້ນ ແລະ ຫລຸດຜ່ອນ ການຖ່າຍຊະຊາຍ ພຍາດຖອກທ້ອງ ແລະ ໄຂ້ຍຸງລາວນຳດ້ວຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງອາດສະພັງທອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ທັງແພດແດ່ ທັງຄົນເຈັບແດ່ ມັນບໍ່ພຽງພໍ ເວລາເຈັບມາ ຖ້າມາຫລາຍຄົນ ມັນກໍມີຄວາມຫຍຸ້ງຍາກ ບາງເທຶ່ອ ເດັກນ້ອຍຫລືອີ່ຫຍັງ ໄປຖ່າຍຊະຊາຍມທາງນອກ ທາງຫຍັງ ເປັນຕົ້ນ ຍາມຝົນອັນຕຣາຍຫລາຍ ເຂົາເຈົ້ານໍ້າລົ້ນວິດ ເຕັມ ມັນຕໍ່າເດ້ ເຂົາເຈົ້າເຮັດຕໍ່າ, (ວິດຖ່າຍໃໝ່) ມີຜົລປໂຍດຫລາຍແຫລະ ໃຫ້ປະຊາຊົນເນາະ ກໍແກ້ໄຂໄດ້ ດີນຳພວກເຮົາ ກໍສະດວກ ມີຫ້ອງນໍ້າຫ້ອງໃນສະອາດ ມີນໍ້າໃຊ້ພຽງພໍ ຫັ້ນນ່າ.”
ໂຄງການດັ່ງກ່າວ ເປັນການປະກອບສ່ວນຢ່າງໃຫຍ່ຫລວງ ຕໍ່ວຽກງານສາທາຣະນະສຸຂ ເຊິ່ງພາຍຫລັງໂຄງການດັ່ງກ່າວກໍ່ສ້າງ ສຳເຣັດແລ້ວ ກໍໄດ້ມີສ່ວນຮ່ວມໃນການປັບປຸງ ພື້ນຖານໂຄງລ່າງ ແລະ ສພາບແວດລ້ອມພາຍ ໃນແລະ ພາຍນອກສຸຂສາລາ ນຳດ້ວຍ.
ກ່ອນໜ້ານີ້ຢູ່ສຸຂສາລາ ບ້ານທູນຂາມ ມີວິດຖ່າຍຈຳນວນ 1 ຫ້ອງ ແລະ ບໍ່ມີນໍ້າ ສະອາດໄວ້ໃຊ້ ເຮັດໃຫ້ຊົນເຜົ່າກະຕ່າງ ທີ່ມາໃຊ້ບໍຣິການ ຢູ່ສຸຂສາລາແຫ່ງນີ້ ຫັ້ນໄປຖ່າຍຊະຊາຍ ຕາມປ່າແທນ ເນື່ອງຈາກ ວິດຖ່າຍ ທີ່ມີຢູ່ບໍ່ສະອາດ ເປີະເປື້ອນໄປດ້ວຍເສດຂີ້ເຫຍື້ອ ແລະ ການຖ່າຍໜັກ ຖ່າຍເບົາຕ່າງໆ, ປັຈຸບັນພໍມີວິດຖ່າຍຫລັງໃໝ່ ກໍເຮັດໃຫ້ປະຊາຊົນຊົນ ເຜົ່າກະຕ່າງມາໃຊ້ບໍຣິການ ບໍ່ຖ່າຍຊະຊາຍ ຄືແຕ່ກ່ອນ ຍ້ອນວິດຖ່າຍຫລັງໃໝ່ໄດ້ມາຕຖານ ມີນໍ້າສະອາດ ແລະ ພຽງພໍຕໍ່ຜູ້ມາຮັບບໍຣິການ ໂດຍວິດຖ່າຍຫລັງໃໝ່ ປະກອບດ້ວຍ 2 ຊັ້ນ ຊັ້ນເທິງມີແທ້ງນໍ້າໄວ້ກັກເກັບນໍ້າ ຊັ້ນລຸ່ມ ເປັນບ່ອນລ້າງມື ແລະ ມີຫ້ອງນໍ້າ 3 ຫ້ອງ ໃນນັ້ນ ມີຫ້ອງນໍ້າສຳລັບຜູ້ພິການນຳດ້ວຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງພີນ ແຂວງສະຫວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ເຂົາເຮັດບັກໃຫຍ່ເນາະ ໄດ້ເຣຶ່ອງ ເຂົາເຈົ້າມຸງໃຫ້ຄັກ ມີໂອ່ງມີຫຍັງ ຄິດວ່າຄັນຊໍ່ານັ້ນມາເຮັດຢູ່ລະດັບເມືອງນີ້ ສຸດຍອດ ຄັກ ເພິ່ນກໍເຮັດແບບໃນເມືອງເດ້ເນາະ ກໍສົມເງິນເພິ່ນຫັ້ນແຫລະ ສົມນໍ້າສົມຕ່ອນ ຄະແນມເພິ່ນມາສຸຂສາລາ ເພິ່ນກະໃຊ້ ແຕ່ຄັນຢູ່ບ້ານຂະເຈົ້າ ກໍໃຊ້ຕາມປ່າຕາມດົງ ມີບ້ານອ້ອມຂ້າງເຂົາຍັງມີປ່າ ແຕ່ອັນນີ້ ມັນຢູ່ໃນໂຮງໝໍ ໃຊ້ ໃຜມາກໍໃຊ້.”
ບ້ານສາມັກຄີໄຊ ເມືອງອາດສະພັງທອງ ແຂວງສວັນນະເຂດ ເປັນບ້ານທີ່ຢູ່ມໍ່ ສຸຂສາລາບ້ານດົງນາໄຊ ມີປະຊາຊົນ ຊົນເຜົ່າມັງກອງ ອາສັຍຢູ່ປະມານ 200 ຄອບຄົວ ເວລາມີຄົນເຈັບໄຂ້. ເເມ່ມານກໍໄປຝາກທ້ອງ ຫລືເດັກນ້ອຍຈະໄປສັກວັກຊິນ ກໍຈະພາໄປສຸຂສາລາແຫ່ງນີ້ ເຊິ່ງທີ່ຜ່ານມາຊົນເຜົ່າມັງກອງ ຈະລື້ງກັບການຖ່າຍເບົາ ຢູ່ໜ້າສາລາ ເຮັດໃຫ້ສົ່ງກິ່ນເໝັນ ແລ້ວພໍມາມີວິດຖ່າຍຫລັງໃໝ່ ແຕ່ເດືອນຕຸລາ ກໍເຮັດໃຫ້ ເຫັນວ່າ ຊົນເຜົ່າມັງກອງ ພາກັນໄປໃຊ້ ວິດຖ່າຍຫລັງໃໝ່ຫລາຍຂຶ້ນ ຍ້ອນບໍ່ຕ້ອງລຳບາກແລ່ນຖ່າຍຊະຊາຍຄືແຕ່ກ່ອນ ເພາະມີນໍ້າສະອາດໄວ້ໃຊ້ ແລະ ຫ້ອງນໍ້າໄດ້ມາຕຖານ.
ດັ່ງຊາວບ້ານ ຢູາບ້ານສາມັກຄີໄຊ ເມືອງອາດສະພັງທອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ເປັນເຂດທີ່ວ່າບໍ່ມີວິດເລີຍ ບາງຄົນກໍເຄີຍຊິນ ເຄີຍໄປຖ່າຍ ແລ່ນໄປຖ່າຍຢູ່ໃສ ອີຫຍັງ ແຄມປ່າເນາະ ບາງເທື່ອ ອີຫຍັງເດີ ເດີນຢູ່ໜ້າສາລານີ້ນ່າ ກໍຍັງໄປຖ່າຍໃສ່ ໄປຖ່າຍເບົາໃສ່ຫັ້ນນ່າ ແລ້ວບາດນີ້ ເຫັນມີຫ້ອງນໍ້າແນວນີ້ ແລ້ວກໍເອິ ມີຫ້ອງນໍ້າຫລາຍ ກໍຢາກເຂົາໄປເບິ່ງແລ້ວເອິ ເຮັດໃຫ້ຊິນເຄີຍ ບາດນີ້ວິດກໍບໍ່ໄດ້ຍາກ ບໍ່ໄດ້ລຳບາກອີຫຍັງຫັ້ນນ່າ ນໍ້າເຮົາກໍສະດວກ ແລ້ວກໍເຂົ້າໄປໃຊ້ບໍຣິການ.”
ສຳລັບການກໍ່ສ້າງວິດຖ່າຍ ແລະ ບ່ອນລ້າງມື ໃນຄັ້ງນີ້ ແມ່ນ ສະຫະຣັຖອາເມຣິກາ ປະກອບສ່ວນເອງ 100% ໂດຍບໍ່ຮູ້ມູລຄ່າເທົ່າໃດ ເຮີ່ມຕັ້ງແຕ່ເອົາວັດຖຸ-ອຸປກອນ ທີ່ຈະກໍ່ສ້າງມາຕຣຽມພ້ອມ ຈະກໍ່ສ້າງໃນເຂດເປົ້າໝາຍ ແຕ່ເດືອນທັນວາ ປີ 2021 ແລ້ວມາ ເດືອນມົກະຣາ ປີ 2022 ກໍເຣີ່ມສຳຣວດແຫລ່ງນໍ້າ ທີ່ສາມາດໃຊ້ຣັຖຂຸດເຈາະ ດູດນໍ້າຈາກໃຕ້ດິນ ເພື່ອໃຊ້ພາຍໃນວິດຖ່າຍ ຂອງສຸຂສາລາໄດ້ພຽງພໍ, ອີງຕາມຂໍ້ມູນຈາກ ຜແນກສາທາຣະນະສຸຂ ແຂວງສວັນນະເຂດ
ເຊິ່ງການສຳຣວດແຫລ່ງນໍ້າ ຖືວ່າ ພົບຄວາມຫຍຸ້ງຍາກຫລາຍ ຍ້ອນເຂດສຸຂສາລາ ບ້ານທູນຂາມ ເມືອງພີນ ແລະ ເຂດສຸຂສາລາ ບ້ານດົງນາໄຊ ແລະ ສຸຂສາລາບ້ານນາແຂກ ເມືອງອາດສະພັງທອງ ມີລັກສະນະພື້ນທີ່ ທີ່ຊັ້ນໃຕ້ດິນ ເປັນໂງ່ນຫີນ ເຮັດໃຫ້ການຂຸດຫາແຫລ່ງນໍ້າ ພົບແຕ່ໂງ່ນຫີນຫລາຍກວ່າພົບນໍ້າ ແຕ່ກໍຂຸດພົບແຫລ່ງນໍ້າ ຍ້ອນໃຊ້ຣົຖຂຸດທີ່ທັນສມັຍ ຈາກນະຄອນຫລວງວຽງຈັນ ແລ້ວຈາກນັ້ນ ກໍດຳເນີນການກໍ່ສ້າງວິດຖ່າຍ ແລະ ບ່ອນລ້າງມື ມາຮອດເດືອນຕຸລາ ປີ 2022 ຈຶ່ງໄດ້ເຮັດພ້ອມເປີດນຳໃຊ້ງານ 100%.
ອີງຕາມຂໍ້ມູນ ຈາກຫ້ອງການ ສາທາຣະນະສຸຂ ເມືອງພີນ ແຂວງສວັນນະເຂດ ແລະເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຜແນກ ສາທາຣະນະສຸຂ ແຂວງສວັນນະເຂດ ກໍໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງລະບົບສຸຂອນາມັຍ-ນໍ້າສະອາດ ໂດຍມີຍານາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ແຂວງສວັນນະເຂດ ແລະ ທ່ານ ປີເຕີຣ໌ ເຮມ໋ອນ ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳລາວ ຮ່ວມລົງນາມໃນບົດບັນທຶກຮັບ-ມອບໂຄງການດັ່ງກ່າວ.