ພົບຜູ້ຕິດເຊື້ອ ໂຄວິດ-19 ສາຍພັນ ໂອໄມ໋ຄຣ້ອນ 65 ຄົນ
ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ສາຍພັນໂອໄມ໋ຄຣ້ອນ 65 ຄົນ ແລະກັງວົນ ຢ້ານເຊື້ອນີ້ຈະແພ່ຣະບາດ ອອກໄປຫລາຍຂຶ້ນ ຊຶ່ເຊື້ອສາຍພັນນີ້ ເປັນສາຍພັນໃໝ່, ຜູ້ຕິດເຊື້ອ ບໍ່ສະແດງອາການ ແລະຕິດໃສ່ຄົນອື່ນໄດ້ໄວ.
-
ຈຳປາທອງ
2022-03-01 -
-
-
Your browser doesn’t support HTML5 audio
ມາເຖິງປັດຈຸບັນ ທາງການລາວກວດພົບຜູ້ຕິດເຊື້ອ ໂຄວິດ-19 ສາຍພັນໂອໄມ໋ຄຣ້ອນ 65 ຄົນ ແລະມີຄວາມກັງວົນຢ້ານເຊື້ອນີ້ ຈະແພ່ຣະບາດອອກໄປຫລາຍໃນອະນາຄົດ, ອີງຕາມການຖແລງຂອງກະຊວງສາທາຣະນະສຸຂ ແລະອົງການອະນາມັຍໂລກປະຈໍາລາວໃນມື້ວັນທີ 1 ມິນານີ້.
ຢູ່ແຂວງສວັນນະເຂດ ຜແນກສາທາຣະນະສຸຂແຂວງ ສັ່ງໃຫ້ຫ້ອງການສາທາຣະນະສຸຂເມືອງ ຮວມທັງເມືອງສອງຄອນ ແລະເມືອງຈໍາພອນ ທີ່ມີຄົນຕິດໂຄວິດ-19 ສາຍພັນໂອໄມ໋ຄຣ້ອນ ເກັບກໍາຕົວຢ່າງຢູ່ບ້ານທີ່ຜູ້ຕິດເຊື້ອນີ້ພັກອາສັຍ ແລະບ້ານໃກ້ຄຽງ ເພື່ອກວດຫາເຊື້ອ ຍ້ອນວ່າ ທີ່ຜ່ານມາ ມີຄົນຕິດເຊື້ອນີ້ ກໍລະນີນໍາເຂົ້າ, ອີງຕາມຄໍາຂອງເຈົ້າໜ້າທີ່ຄະ ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດຂອງໂຄວິດ-19 ແຂວງສວັນນະເຂດທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ມິນານີ້ວ່າ:
“ຍັງໃຫ້ຂັ້ນເມືອງ ສຸມເກັບຕົວຢ່າງມາກວດ ແຕ່ວ່າຍັງບໍ່ທັນເວົ້າວ່າ ໂອໄມ໋ຄຣ້ອນ ແຕ່ກວດຊອກຫາໂຄວິດ-19 ນີ້ນ່າເພາະວ່າ ຢາກບໍ່ຢາກ ຜ່ານມາ ເຮົາບໍ່ໄດ້ມີຜູ້ຕິດເຊື້ອໂອໄມ໋ຄຣ້ອນ ຢູ່ໃນຊຸມຊົນເນາະ ມີແຕ່ກໍຣະນີນໍາເຂົ້ານີ້.”
ນາງເວົ້າວ່າ ແຂວງສວັນນະເຂດຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ສາຍພັນໂອໄມ໋ຄຣ້ອນໃນຊຸມຊົນ ມີແຕ່ກໍລະນີນໍາເຂົ້າມາຈາກຕ່າງປະເທດ ຊຶ່ງຄາດວ່າ ເຊື້ອໂອໄມ໋ຄຣ້ອນນີ້ຍັງຈະບໍ່ທັນແພ່ລາມໄປສູ່ຊຸມຊົນເທື່ອ, ມີການສະກັດກັ້ນ ກວດຫາເຊື້ອໂຄວິດ-19 ຢູ່ດ່ານຊາຍແດນ.
ນາງເວົ້າຕື່ມວ່າ ມາຕການປ້ອງກັນການແພ່ຣະບາດຂອງເຊື້ອໂຄວິດ-19 ຂອງສູນກາງ ທີ່ວາງໃຫ້ແຂວງສວັນນະເຂດປະຕິບັດ ແມ່ນໃຫ້ເລັ່ງໃສ່ການກວດຫາເຊື້ອຢູ່ດ່ານຊາຍແດນເປັນຫລັກ ແລະໃຫ້ປະຊາຊົນໄດ້ສັກວັກຊິນຄົບ 2 ເຂັມ ແລະ 3 ເຂັມ ຫລື ບູສເຕີ ຫລາຍທີ່ສຸດ ຮວມທັງການສັກວັກຊິນໃຫ້ເດັກນ້ອຍ ອາຍຸແຕ່ 6 ປີຫາ 11 ປີນໍາດ້ວຍ, ຍ້ອນວ່າ ການໄດ້ສັກວັກຊິນ ຈະຊ່ອຍໃຫ້ຫລຸດຜ່ອນອັດຕຣາການຕິດເຊື້ອແບບຮຸນແຮງໄດ້ດີທີ່ສຸດ.
ດັ່ງທີ່ນາງກ່າວວ່າ:
“ດຽວນີ້ເຮົາກໍສຸມໃສ່ ເລັ່ງເອົາແຕ່ແຮງງານ ຫລືກໍຣະນີນໍາເຂົ້າຈາກຕ່າງ ປະເທດເນາະ ຈະເປັນການຫາເຊື້ອ ເພາະວ່າໃນຊຸມຊົນ ມີແຕ່ຕິດເຊື້ເດລຕ້າເນາະ ແລະຫລັກໆ ກໍຈະເວົ້າເຣື່ອງວັກຊີນເປັນຫລັກ ດຽວນີ້ເພິ່ນກໍສຸມໃສ່ ໃນການສຸມໃສ່ໃນການສັກວັກິນແຫ່ງຊາດນີ້ ໂດຍສຸມໃສ່ໃນແຕ່ລະເຂດ ດຽວນີ້ເຮົາກໍເລີ່ມປະຕິບັດໃນກຸ່ມ 6 ປີຂຶ້ນໄປ.”
ນາງເວົ້າວ່າ ຄົນຕິດເຊື້ອໂອໄມ໋ຄຣ້ອນຈໍານວນນຶ່ງ ບໍ່ສະແດງອາການອອກມາໃຫ້ເຫັນ ດັ່ງ ນັ້ນຈຶ່ງເຮັດໃຫ້ຜູ້ທີ່ຢູ່ຮ່ວມກັບຄົນຕິດເຊື້ອນີ້ ຕິດເຊື້ອແບບບໍ່ຮູ້ຕົວ.
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ເມືອງສອງຄອນ ແຂວງສວັນນະເຂດຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຕົນຍັງບໍ່ຮູ້ຂ່າວຈາກທາງການວ່າ ຢູ່ເມືອງນີ້ມີຄົນຕິດເຊື້ອໂຄວິດ -19 ສາຍພັນໂອໄມ໋ຄຣ້ອນ. ເມື່ອຮູ້ຂ່າວແລ້ວ ຕົນກໍຢ້ານຈະຕິດເຊື້ອນີ້ ທີ່ເປັນສາຍພັນໃໝ່, ຜູ້ຕິດເຊື້ອບໍ່ສະແດງອາການອອກມາໃຫ້ເຫັນ ຊຶ່ງອາຈເຮັດໃຫ້ຕົນຕິດເຊື້ອແບບບໍ່ຮູ້ຕົວ ແລ້ວແພ່ລາມໄປຫາຄົນອື່ນໆ ເຖິງແມ່ນວ່າຈະໄດ້ສັກວັກຊິນປ້ອງກັນໄວ້ແລ້ວກໍຕາມ.
“ຄືທຸກມື້ນີ້ເນາະ ເຮົາໄດ້ຮັບວັກຊິນອີ່ຫຍັງຫລາຍ ແລ້ວກໍເຂົາເຈົ້າເປັນນ່າ ສະແດງອາການ ແຕ່ວ່າມື້ນຶ່ງສອງມື້ ກໍເຊົາແລ້ວເດ໋ ຄືຄົນປົກຕິນີ້ ແຕ່ວ່າ ຍັງຖືເຊື້ອ ຫາກບໍ່ໄດ້ໄຂ້ນອນຈົມເອົາແທ້ເອົາວ່າ.”
ແລະປະຊາຊົນຢູ່ເມືອງຈໍາພອນ ແຂວງສວັນນະເຂດຜູ້ນຶ່ງກໍເວົ້າວ່າ ຕົນກໍຢ້ານເມື່ອຮູ້ຂ່າວວ່າ ຢູ່ເມືອງນີ້ມີຜູ້ຕິດເຊື້ອໂອໄມ໋ຄຣ້ອນ 4 ຄົນ ຍ້ອນວ່າຢູ່ໃນເມືອງນີ້ ຍັງຖືເບົາເຣື່ອງມາຕການປ້ອງກັນໂຄວິດ-19, ຮ້ານບັນເທີງ, ຮ້ານອາຫານຍັງເປີດບໍຣິການ, ລູກຄ້າບໍ່ໃສ່ຜ້າອັດປາກອັດດັງ ແລະບໍ່ຮັກສາໄລຍະຫ່າງ, ຕົນຢ້ານ, ບໍ່ໄດ້ໄປໃສ.
ດັ່ງທີ່ທ່ານກ່າວໃນມື້ວັນທີ 1 ມິນານີ້ວ່າ:
“ຄືວ່າໄດ້ຍິນຂ່າວວ່າ ເຂົາເຈົ້າຍັງເປີດຮ້ານອາຫານຢູ່ ຢ້ານຕິດເຊື້ອ ສົມມຸດ ຕຶດມາ ມັນກໍເສັຽເວລາເຮົາກັກໂຕ ຫລັງຈາກທີ່ເຮົາປິ່ນປົວດີແລ້ວ ມັນກໍເສັຽເວລາ ໃນການໄປວຽກຂອງເຮົາຫັ້ນນ່າ ເສັຽເວລາຫລາຍຢ່າງແລ້ວກໍ ຊ່ວງເຮົາກັກໂຕ ເຮົາບໍ່ໄດ້ເຮັດຫຍັງ ເຮົາບໍ່ໄດ້ໄປໃສເລີຍ ມັນກໍນ່າເບື່ອ.”
ສໍາລັບຢູ່ແຂວງບໍຣິຄໍາໄຊ ແມ່ນກວດພົບແມ່ຍິງລາວ ອາຍຸ 60 ປີ ຕິດເຊື້ອໂອໄມ໋ຄຣ້ອນໃນຊຸມຊົນ ແລະໄດ້ປິ່ນປົວຫາຍດີແລ້ວ. ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ໄປກວດພວກລູກຫລານຂອງນາງ ແລະຄົນບ້ານໃກ້ຄຽງອີກ 3-4 ບ້ານ ເພື່ອກວດຫາເຊື້ອນີ້ ແຕ່ບໍ່ພົບວ່າມີຜູ້ໃດຕິດ, ແຕ່ກວດພົບຄົນຕິດເຊື້ອໂຄວິດ-19 ສາຍພັນເດນຕາເພິ່ມອີກ 10 ຄົນ ແລະໄດ້ມີການປິ່ນປົວ ດັ່ງເຈົ້າໜ້າທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການ ຣະບາດຂອງໂຄວິດ-19 ແຂວງບໍຣິຄໍາໄຊທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ມິນານີ້ວ່າ:
“ສະດວກ ວ່າ ອໍ ເຮົາສາມາດປິ່ນປົວຢູ່ເຮືອນໄດ້ ເອີ ເຮືອນມີສ່ວນໂຕ ມີຫ້ອງນໍ້າສ່ວນໂຕອີ່ຫຍັງຫັ້ນນ່າ ເຮົາກໍໃຫ້ຄະນະສະເພາະກິດບ້ານເຂົາເຈົ້າໄປເບິ່ງ ຖ້າຫາກບໍ່ມີເງື່ອນໄຂ ຈັ່ງເຂົ້າໄປປິ່ນປົວຢູ່ສູນພວກເຮົາ ໃນກໍຣະນີທີ່ມັນຮ້າຍແຮງ ໄປເຂົ້າປິ່ນປົວຢູ່ສູນໝົດ ພວກທີ່ມີພະຍາດປະຈໍາໂຕ ຫລືຜູ້ທີ່ມີອາຍຸແກ່ ມີອາການຮຸນແຮງແດ່ ໄອແດ່ປິ່ນປົວຢູ່ສູນໝົດ.”
ທ່ານກ່າວຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງກັບການເຝົ້າລະວັງການແພ່ຣະບາດຂອງເຊື້ອໂຄວິດ -19 ທົ່ວປະເທດ ປະຊຸມກັນທາງອອນລາຍກັບທາງສູນກາງ ໃນຕອນແລງຂອງແຕ່ລະມື້ ເພື່ອເຝົ້າລະວັງການແພ່ຣະບາດຂອງເຊື້ອນີ້ ທີ່ແພ່ລາມໄປໄດ້ໄວ ໂດຍເນັ້ນໃສ່ການກວດ ກາໃນແຕ່ລະທ້ອງຖິ່ນ ພາຍຫລັງໄດ້ກວດພົບເຊື້ອສາຍພັນໂອໄມ໋ຄຣ້ອນນີ້.
“ທາງສູນກາງເພິ່ນປະຊຸມທຸກມື້ ແລະເພິ່ນກໍແຈ້ງໃຫ້ເຮົາຮູ້ວ່າ ເອີໄລຍະນີ້ ພວກເຮົາຈະຈັດກຽມແນວໃດໆນ່າ ພວກເຮົາປະສານກັນຕລອດ. ມີແຕ່ການເຝົ້າລະວັງ ຢູ່ເຂດໃດກໍໄດ້ສຸມໃສ່ື ເພື່ອບໍ່ຂຍາຍໄປບ່ອນອື່ນຫັ້ນແຫລະ ລົງຕິດຕາມຕລອດ ລົງໄປຊຸມຊົນໄປຫຍັງ ຖ້າວ່າມີກໍຣະນີເກີດ ຄືຫວ່າງກີ້ນີ້ນ່າ ພວກເຮົາກໍລົງໄປເຮັດ ແບບເຮັດແຕ່ໄວໆນີ້ນ່າ.”
ທາງການລາວປະກາດໃນມື້ວັນທີ 1 ມິນານີ້ວ່າ ຢູ່ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ເພິ່ມຂຶ້ນ 224 ຄົນ ແລະເສັຍຊີວິດຕື່ມອີກ 2 ຄົນ. ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອສະສົມ 142,967 ຄົນ ແລະເສັຍຊີວິດທັງໝົດ 623 ຄົນ. ປະຊາຊົນໄດ້ສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 4,909,112 ຄົນ ຫລື 66.90% ແລະໄດ້ສັກວັກຊິນເຂັມທີ 2 ແລ້ວ 4,306,114 ຄົນ ຫລື 58.68% ຂອງຈໍານວນພົລເມືອງລາວ.
ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດຂອງໂຄວິດ-19 ຂັ້ນສູນກາງ ເວົ້າວ່າ ຕໍ່ໄປຈະບໍ່ໄດ້ຖແລງຂ່າວຕາມປົກກະຕິ ໃນມື້ວັນເສົາ ແລະວັນທິດ ກ່ຽວກັບເຣື່ອງການຣະບາດຂອງໂຄວິດ-19 ຢູ່ປະເທດລາວ ຍ້ອນວ່າ ສະພາບການຣະບາດຂອງໂຄວິດ-19 ຢູ່ລາວ ໄດ້ຜ່ອນຄາຍລົງແລ້ວ.