ຄົນເປັນວັນນະໂຣຄ 3 ພັນກວ່າ ຕໍ່ປີ

ວັນນະໂຣກ ເປັນພຍາດ ທີ່ ປະຊາຊົນ ຕ້ອງໄດ້ ຣະວັງ ຍ້ອນວ່າ ແຕ່ລະປີ ມີຜູ້ປ່ວຍ 3 ພັນ ກວ່າຄົນ.

ຄົນເປັນວັນນະໂຣຄ 3 ພັນກວ່າ ຕໍ່ປີ (ຕົວຢ່າງສະຖານທີ່ ບໍ່ຄວນໃຊ້ເປັນຢູ່ອາສັຍ) RFA

 

ໃນທຸກປີ ຢູ່ສປປລາວ ໂດຍທົ່ວໄປແລ້ວ ມີຄົນປ່ວຍເປັນວັນນະໂຣຄ 3 ພັນກວ່າຄົນ. ຕາມສະຖິຕິຫລ້າສຸດ ຣະບຸວ່າ ປີ 2012 ທີ່ຜ່ານມາ ມີ ຜູ້ປ່ວຍເຖິງ 4,065 ຄົນ. ດັ່ງນັ້ນ ກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາ ເຣື່ອງວັນນະໂຣກ ເມື່ອທ້າຍເດືອນ ພຶສຈິກາ 2013 ຈຶ່ງ ເຕືອນໃຫ້ປະຊາຊົນ ຣະວັງພຍາດຕິດຕໍ່ ທີ່ວ່ານີ້ເປັນພິເສດ. ຕາມການເປີດເຜີຍຂອງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ:

"ພົບຄົນເຈັບເປັນວັນນະໂຣກ ທຸກຮູບແບບມີ 2,065 ຄົນ ສເລັ່ຍກໍໄດ້ປະມານ 3 ພັນ ນີ້ແຫລະແຕ່ລະປີ".

ທ່ານເວົ້າວ່າສໍາລັບປີ 2013 ນີ້ ຍັງບໍ່ຮູ້ວ່າມີຄົນເປັນພຍາດນີ້ຫລາຍເທົ່າໃດ ເພາະຍັງຮວບຮວມຂໍ້ມູນຢູ່. ທ່ານວ່າທົ່ວໂລກມີຄົນປ່ວຍເປັນ ວັນ ນະໂຣກ ໃນແຕ່ລະປີປະມານ 20 ລ້ານ ກວ່າຄົນ ແລະເສັຍຊີວິດ 1 ລ້ານ 5 ແສນ ກວ່າຄົນ. ໃນນັ້ນຜູ້ປ່ວຍທີ່ບໍ່ໄດ້ຮັບການປິ່ນປົວ ຢ່າງຖືກ ຕ້ອງ ອາຈເສັຍຊີວິດເຖິງ 50%.

ສໍາລັບສປປລາວ ຕົວເລກຜູ້ປ່ວຍເປັນວັນນະໂຣກ ປີລະ 3,000 ກວ່າຄົນ ທີ່ວ່ານັ້ນ ກໍຖືວ່າຍັງບໍ່ຫລາຍເທົ່າໃດ ແຕ່ກໍຖືວ່າໜ້າເປັນຫ່ວງ ທີ່ ທາງການ ຕ້ອງໄດ້ ໂຄສະນາ ໃຫ້ຄວາມຮູ້ແກ່ ປະຊາຊົນ ເພື່ອປ້ອງກັນໃຫ້ຖືກວິທີ.

ວັນນະໂຣກ ເກີດຈາກເຊື້ອແບັກທີເຣັຍຊນິດນຶ່ງຢູ່ໃນປອດ ທີ່ເຮັດໃຫ້ຜູ້ປ່ວຍໄອຕິດຕໍ່ກັນນານກວ່າ 2 ອາທິດ. ບາງຄົນໄອແຫ້ງໆ, ບາງຄົນ ມີຂີ້ກະເທີ່ສີເຫລືອງຂຽວ ຫລື ໄອອອກເລືອດ ມີອາການເຈັບແໜ້ນໜ້າເອິກ ແລະ ໄຂ້ໜ້ອຍນຶ່ງຕອນບ່າຍ ຫລືແລງ ເໝື່ອຍໄວ ເບື່ອອາຫານ ນໍ້າໜັກຜິດປົກກະຕິ ຫາກມີພຍາດອື່ນນໍາ ອາດເປັນຮຸນແຮງ ຮອດເສັຍຊີວິດໄດ້. ເມື່ອຮູ້ສຶກວ່າ ເປັນແລ້ວ ຕ້ອງໄປຫາໝໍ ໄປໂຮງໝໍດ່ວນ ເພາະພຍາດວັນນະໂຣກ ຕິດຕໍ່ກັນໄວ ຈາກການໄອເປັນຕົ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org