3 ຄົນເສັຽຊີວິດຢູ່ຄລິນິກ ຈີນ
2015.07.30
ແຫລ່ງຂ່າວ ຈາກ ເມືອງສິງ ແຂວງ ຫຼວງນໍ້າທາ ພາກເໜືອ ຂອງລາວ ຣາຍງານ ໃຫ້ ເອເຊັຽ ເສຣີ ຮູ້ວ່າ, ຢູ່ ເມືອງສິງ ມີ ໝໍຈີນ ເຂົ້າມາ ເປີດ ຄລິນິກ ປິ່ນປົວ ຄົນເຈັບ ແລະ ໄດ້ມີ ເຫດການ ເກີດຂຶ້ນ ເຮັດໃຫ້ມີ ຜູ້ ເສັຽຊີວິດ 3 ຄົນ ໃນຣະຍະ 3 ເດືອນ ຜ່ານມາ. ຜູ້ ເສັຽຊີວິດ ທີ່ວ່າ ນັ້ນ 2 ຄົນ ເປັນ ຊົນເຜົ່າ ອາຄ່າ ແຕ່ບໍ່ຮູ້ ຊື່ ແລະ ອີກ ຄົນນຶ່ງ ເປັນ ຊົນເຜົ່າ ໄທເໜືອ, ຊື່ ນາງ ບົວວັນ ອາຍຸ 48 ປີ.
ກໍຣະນີ ຂອງ ນາງ ບົວວັນ ນີ້, ຜູ້ ເປັນຜົວ ຂອງນາງ ຈະຟ້ອງຮ້ອງ ເຈົ້າຂອງ ຄລິນິກ ທີ່ ເປັນ ຄົນຈີນ, ແຕ່ວ່າ ມີການ ໄກ່ເກັ່ຽ ກັນ ໄດ້ກ່ອນ, ຊຶ່ງ ເຈົ້າຂອງ ຄລິນິກ ຍອມຈ່າຍ ເງິນຄ່າ ເສັຽຫາຍ ໃຫ້ ປະມານ 40 ລ້ານ ກີບ ເພື່ອ ບໍ່ໃຫ້ ຟ້ອງຮ້ອງ ຂຶ້ນສານ.
ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງສິງ ໄດ້ ຢືນຢັນ ກັບ ເອເຊັຽ ເສຣີ ວ່າ, ມີຄົນເຈັບ ມາປິ່ນປົວ ຢູ່ ຄລິນິກ ນີ້ແລ້ວ ເສັຽຊີວິດ ເກີດຂຶ້ນ ແທ້. ແຫຼ່ງຂ່າວ ແຈ້ງວ່າ, ຄລິນິກນີ້ ແມ່ນ ຂອງ ໝໍຊາວຈີນ, ແຕ່ ຈົດທະບຽນ ເປັນຂອງ ທ່ານ ຄໍາຈັນ ຂະຕິຍະວົງ ຫົວໜ້າ ຫ້ອງການ ສາທາຣະນະສຸຂ ໃນ ເມືອງສິງ. ຜູ້ທີ່ມາ ປິ່ນປົວ ແມ່ນ ຊົນເຜົ່າມົ້ງ, ອາຄ່າ ແລະ ໄທເໜືອ ເປັນ ສ່ວນໃຫຽ່.
ຕາມການ ສອບຖາມ ຄົນເຈັບ ທີ່ ມາປີ່ນປົວ ຈຶ່ງຮູ້ວ່າ ບາງຄົນ ກໍປົວດີ ແລະ ບາງຄົນ ກໍ ປົວບໍ່ດີ. ເມື່ອ ປີ່ນປົວ ຢູ່ ຄລິນີກ ນີ້ ບໍ່ດີ ກໍໄປ ປີ່ນປົວ ຢູ່ ໂຮງໝໍ ລາວ ຕໍ່. ປັດຈຸບັນ ທາງ ຜແນກ ສາທາຣະນະສຸຂ ແຂວງ ກໍຍັງບໍ່ມີ ມາຕການ ຄວບຄຸມ ການດຳເນີນ ທຸຣະກິດ ດັ່ງກ່າວ ນັ້ນ ແຕ່ຢ່າງໃດ, ແລະ ບໍ່ມີ ມາຕການ ໃດໆຕໍ່ ຄລິນີກ ທີ່ບໍ່ໄດ້ ມາຕຖານ, ຍັງ ອະນຸບາດ ໃຫ້ ເປີດ ບໍຣິການ ປິ່ນປົວ ຄົນເຈັບ ຢູ່ຕໍ່ໄປ.