ຕໍາຣວດໄທຍ ໄດ້ຍຶດຢາເສບຕິດ ມາຈາກຝັ່ງລາວ

ຕໍາຣວດຊາຍແດນ ແຂວງມຸກດາຫານ ຂອງໄທຍ ຍຶດຢາບ້າໄດ້ 112,000 ເມັດ ທີ່ຄົນລາວ 2 ຄົນລັກຂົນຂ້າມ ນໍ້າຂອງມາວາງໄວ້ ແຄມຝັ່ງໄທຍ ແລ້ວຟ້າວຂັບເຮືອ ກັບຄືນໄປຝັ່ງລາວ ໃນມື້ວັນທີ 4 ກຸມພານີ້.

ເຈົ້າໜ້າທີ່ໄທຍ ຍຶດຂອງກາງ ທີ່ເປັນກັນຊາ ອັດແທ່ງ ນຳຂ້າມມາຈາກຝັ່ງ ປະເທດລາວ. RFA

ຕໍາຣວດຊາຍແດນ ແຂວງມຸກດາຫານຂອງໄທຍ ຍຶດຢາບ້າໄດ້ໃນມື້ວັນທີ 4 ກຸມ ພານີ້ ທີ່ຄົນລາວ 2 ຄົນ ລັກຂົນໃສ່ເຮືອຈາກຝັ່ງ ແຂວງສວັນນະເຂດ ປະເທດລາວ ຂ້າມນໍ້າຂອງໄປຝັ່ງໄທຍ ໃນຂດບ້ານນາໂພ ເມືອງດອນຕານ ແຂວງມຸກ ດາຫານ, ປະຢາບ້າຈໍານວນ 112,000 ເມັດໄວ້ແຄມຝັ່ງ ແລ້ວຟ້າວຂັບເຮືອກັບໄປຝັ່ງລາວຄືນ. ຕໍາຣວດໄທຍໄດ້ລໍຖ້າໃຫ້ຄົນ ທີ່ຈະມາຮັບເອົາຢາບ້ານັ້ນໄປ ແຕ່ບໍ່ມີຜູ້ໃດມາ.

ດັ່ງເຈົ້າໜ້າທີ່ ຕໍາຣວດເມືອງດອນຕານທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ກຸມພານີ້ວ່າ:

“ຊຸດຂອງ ຕຊດ ທີ່ເຂົາດັກຊຸ່ມຕາມຮິມແມ່ນໍ້າຂອງຍຶດຢາບ້າໄດ້, ແຕ່ບໍ່ສາມາດຈັບກຸມຕົວຄົນໄດ້, ຄົນຝັ່ງລາວຂົນມາ, ບໍ່ຮູ້ຕົວ, ຂົນຢາບ້າຂ້າມມາປະໄວ້ແລ້ວ ກໍບໍ່ມີຄົນມາຮັບເອົາໄປ.”

ແລະຕໍ່ມາ ເຈົ້າໜ້າທີ່ຕໍາຣວດ ແຂວງນະຄອນພະນົມ ຂອງໄທຍ ກໍໄດ້ຖແລງຂ່າວໃນມື້ວັນທີ 8 ກຸມພານີ້ ກ່ຽວກັບການຍຶດ ຢາເສບຕິດຕາມແຄມຂອງ ທີ່ຄົນລາວລັກຂົນຂ້າມນໍ້າຂອງມາຝັ່ງໄທຍ ໃນເຂດທ່າອຸເທນ ນະຄອນພະນົມ ຈໍານວນ 72,000 ເມັດ, ມູນຄ່າບໍ່ຕໍ່າກວ່າ 10,000,000 ບາດ. ນອກຈາກນັ້ນ ຕໍາຣວດໄທຍກໍຍຶດຣົຖກະບະ ຂົນກັນຊາອັດແທ່ງເກດເອ ໄດ້ຢູ່ເຂດນາແກ ນະຄອນພະນົມ ຈໍານວນ 25 ເປົ໊າ, 1,056 ແທ່ງ, ມູນຄ່າບໍ່ຕໍ່າກວ່າ 20,000,000 ບາດ, ແຕ່ຄົນໃນຣົຖຂົນຢາເສບຕິດນັ້ນຫລົບໜີໄປໄດ້.

ໃນໄລຍະ 3 ເດືອນທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດນະຄອນພະນົມ ຍຶດຢາບ້າໄດ້ຕາມຊາຍແດນໄທຍ-ລາວ ຫລາຍກວ່າ 3,000,000 ເມັດ ແລະກັນຊາຫລາຍ

ກວ່າ 9 ຕັນ, ຈັບຜູ້ຕ້ອງຫາໄດ້ຫລາຍກວ່າ 1,250 ຄົນ.

ພວກລັກລອບ ຂົນຢາເສບຕິດ ຈາກປະເທດລາວເຂົ້າໄປປະເທດໄທຍ ສ່ວນໃຫຍ່ ແມ່ນຂົນຂ້າມແມ່ນໍ້າຂອງ ຫລາຍກວ່າຂົນທາງບົກ ຍ້ອນວ່າຈະລັກຂົນເຂົ້າມາ ຢ່ານໃດກໍໄດ້ ແລະພວກເຂົາສາມາດຫລົບໜີເຈົ້າໜ້າທີ່ໄດ້ທັນ.

ດັ່ງເຈົ້າໜ້າທີ່ຕໍາຣວດນະຄອນພະນົມທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ຢາເສບຕິດມັນມາ ຊ່ອງທາງເຂົາຂົນມັນຈໍາກັດ, ຂົນຂ້າມແມ່ນໍ້າຂອງ ຂົນມາຢ່ານໃດກໍໄດ້, ເມື່ອບໍ່ເຫັນເຈົ້າໜ້າທີ່ ເຂົາກໍຂົນເຂົ້າມາ ຈະມີເຄືອຂ່າຍເປັນຄົນໄທຍ ຫລືຫຍັງ ຄອຍເປັນຫູເປັນຕາໃຫ້ເຂົາ, ຖ້າຂົນເປັນລາຍຍ່ອຍຈະຈັບໄດ້ບໍ່ຫລາຍ,ຈັບໄດ້ລາຍໃຫຍ່ເປັນຫລັກແສນຫລັກລ້ານຫລາຍ.”     

ເຈົ້າໜ້າທີ່ຕໍາຣວດ ແລະທະຫານຕາມຊາຍແດນໄທຍ ລາດຕະເວນຢູ່ຕລອດ ແລະປະຊາຊົນກໍເປັນຫູເປັນຕາຊ່ອຍ ຊຶ່ງທີ່ຜ່ານມາກໍຍຶດຍາ ເສບຕິດໄດ້ຢ່າງຕໍ່ເນື່ອງ, ບາງຄັ້ງກໍຈັບຜູ້ກະທໍາຜິດທັນ, ບາງຄັ້ງພວກເຂົາກໍຫລົບໜີໄປໄດ້.

ສໍາລັບຢູ່ຝັ່ງປະເທດລາວ ເຈົ້າໜ້າທີ່ຕໍາຣວດເມືອງໄຊພູທອງ ແຂວງສວັນນະເຂດ ຊຶ່ງເປັນເມືອງທີ່ຢູ່ກົງກັນຂ້າມກັບເມືອງມຸກດາຫານຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ກຸມພານີ້ວ່າ ເຣື່ອງຢາເສບຕິດນີ້ ຕໍາຣວດກໍໃຫ້ຄວາມສໍາຄັນຫລາຍ ຊຶ່ງທີ່ຜ່ານມາກໍຈັບໄດ້ທັງພວກຄ້າ ແລະພວກເສບຢາເສບຕິດຢູ່ຢ່າງຕໍ່ເນື່ອງ ແລະຕາມຊາຍແດນ ທະຫານກໍລາດຕະເວນຢູ່ຕລອດ.

ກະເວົ້າໜ້ອຍນຶ່ງ ມັນກະບໍ່ໝົດ ເວົ້າແນວນັ້ນສະ ມັນກະມີຢູ່ຈັ່ງຊັ້ນແຫລະ ມັນກໍຈັບບໍ່ໄດ້ຫົວໂປ່ໂຕການຄືວ່າຫັ້ນແຫລະ ເພິ່ມປາບປາມເດືອນນຶ່ງໄກ້ຫລາຍຈຸດຢູ່ ແນ່ນອນແລ້ວໂຕນີ້ເພິ່ນບໍ່ໄດ້ຫລຸດລະເດ ເພິ່ນກໍປະຕິບັດໂຕນີ້ຫັ້ນແລ້ວ ວາລະແຫ່ງຊາດແຫ່ງໜັກເດດຽວນີ້.”  

ໃນຂະນະດຽວກັນ ປະຊາຊົນລາວ ທີ່ຢູ່ຕາມແຄມແມ່ນໍ້ຂອງ ເວົ້າວ່າ ຢາເສບຕິດມີຢູ່ທຸກບ້ານ, ຫາຊື້ໄດ້ງ່າຍ ແລະລາຄາກໍບໍ່ແພງ. ສ່ວນໃຫຍ່ກໍເປັນໄວລຸ້ນ ທັງຄ້າ ທັງເສບ, ເມື່ອເຈົ້າໜ້າທີ່ຈັບໄດ້ ກໍນໍາໄປສຶກສາອົບຮົມ ແລະລົງໂທດຕາມລະບຽບກົດໝາຍ ຊຶ່ງສ່ວນຫລາຍກໍມີແຕ່ພວກຂາຍຍ່ອຍ.

ມີແຕ່ຂາຍຍ່ອຍ ແບບ 9 ເມັດ 10 ເມັດນີ້ມີຢູ່ ເອົາມາສຶກສາອົບຮົມຢູ່ໃນກຸ່ມບ້ານ ຊື້ມານໍາໝູ່ນໍາຄູ່ເຂົາຫັ້ນແລ້ວ ຊ່ວງນີ້ຄືວ່າ 7 ພັນບໍເມັດນຶ່ງ ແລະ 3 ເມັດ 20 ພັນບໍ, ວັຍລຸ້ນເຮົານີ້ແລ້ວ 10-20 ກວ່າປີ, 10 ປາຍປີຂຶ້ນໄປນີ້ນ່າ.” 

ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ກຸມພານີ້ວ່າ ການລັກລອບຂົນສົ່ງຢາເສບຕິດຂ້າມແມ່ນ້ໍາຂອງໄປຝັ່ງໄທຍ ມີຢູ່ເລື້ອຍໆ, ເຖິງແມ່ນເຈົ້າໜ້າທີ່ຕໍາຣວດ ແລະທະຫານ ພະຍາຍາມປາບປາມ ແຕ່ມັນກໍຍັງມີຢູ່, ເປັນບັນຫາທີ່ແກ້ໄຂໄດ້ຍາກ.

ມັນກະມີຢູ່ນໍ ຜູ້ເຂົາລັກລອບຂາຍ ມັນກະລັກລອບຢູ່ ຊິເຮັດແນວໃດມັນກະລັກຢູ່ ຄືວ່າແຫລະມັນກໍແກ້ໄຂຍາກນໍ ມັນເອົາພວກນຶ່ງແລ້ວ ພວກໃໝ່ເຂົ້າມາ ເຈົ້າໜ້າທີ່ຕໍາຣວດ ທະຫານເຂົາເຈົ້າກໍລາຕເວນເຂັ້ມງວດຕລອດແຫລະ.”

ເພື່ອແກ້ໄຂບັນຫາ ຢາເສບຕິດຕາມແນວຊາຍແດນ ຮ່ວມກັນລະຫວ່າງລາວ-ໄທຍ ໂດຍສະເພາະຢູ່ທາງພາກເໜືອ ເຈົ້າໜ້າທີ່ຮັກສາຄວາມສງົບ ຂອງສອງປະເທດ ກໍໄດ້ຈັດກອງປະຊຸມຂຶ້ນໃນມື້ວັນທີ 4 ກຸມພານີ້ ເພື່ອຮ່ວມມືກັນເອົາໃຈໃສ່ ແລະເຂັ້ມງວດໃນການສະ ກັດກັ້ນການລັກລອບຄ້າຢາເສບຕິດ ຕາມລໍາແມ່ນໍ້າຂອງຫລາຍຂຶ້ນ.

ອີງຕາມການຣາຍງານຂອງພົນຕຣີ ຄໍາກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ ຕໍາຣວດ ກະຊວງປ້ອງກັນຄວາມສງົບ, ໄດ້ຂຶ້ນບັນຊີລາຍຊື່ ພວກຄ້າຢາເສບຕິດທີ່ເປັນເປົ້າໝາຍ ໃນການຕິດຕາມຈັບຈໍານວນ 2,299 ຄົນ ຊຶ່ງໃນນັ້ນມີ 1,996 ຄົນ ທີ່ເປັນເຄືອຂ່າຍ ຂອງຂະບວນການ ຄ້າຢາເສບຕິດຂ້າມຊາດ.

ຂະບວນການ ຄ້າຢາເສບຕິດຂ້າມຊາດ ໄດ້ນໍາໃຊ້ 13 ພື້ນທີ່ໃນປະເທດລາວ ລັກຂົນສົ່ງຢາເສບຕິດ ແລະສານເຄມີ ທັງສໍາລັບນໍາເຂົ້າມາລາວ ແລະສົ່ງອອກໄປປະເທດ ເພື່ອນບ້ານໃນເຂດລຸ່ມແມ່ນໍ້າຂອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org