ສອງໜຸ່ມໄທຍ ສາວລາວ ຖືກຄະດີ ຂຍາຍເຊື້ອ

ໄຊຍາ
2021.04.29
ສອງໜຸ່ມໄທຍ ສາວລາວ ຖືກຄະດີ ຂຍາຍເຊື້ອ ເຈົ້າໜ້າຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ໄດ້ກວດສອບແລ້ວປະກົດວ່າ ມີຫລັກຖານ ຈະດໍາເນີນຄະດີ ສອງໜຸ່ມໄທຍ ແລະ ສາວລາວ
ຕໍາຣວດກວດຄົນເຂົ້າເມືອງ ຂ.ໜອງຄາຍ

ວັນທີ 20 ເມສາ ເປັນມື້ທີ່ຄົນລາວທົ່ວປະເທດ ພາກັນແຕກຕື່ນ ເມື່ອທາງຄະນະສະເພາະກິດ ຄວບຄຸມພຍາດໂຄວິດ-19 ໄດ້ປະກາດ ທາມລາຍກໍຣະນີ 59 ອອກມາ. ສະຖານທີ່ ທີ່ຜູ້ກ່ຽວໄປ ລ້ວນແຕ່ເປັນບ່ອນທີ່ ມີຄົນຫລາຍ ແລະກໍຢູ່ໃນໄລຍະເທສການ ສລອງປີໃໝ່ ລາວ.

ນັບແຕ່ມື້ນັ້ນສະຖານະການ ການຣະບາດໃນລາວ ເພີ່ມຂຶ້ນຢ່າງກ້າວກະໂດດ ແລະ ກໍລາມອອກໄປເກືອບທົ່ວປະເທດ ຫຼື ເປັນການ ຣະບາດເຂົ້າຊຸມຊົນ. ດັ່ງເຈົ້າໜ້າທີ່ຄະນະ ສະເພາະກິດ ໄດ້ຖແລງຢັ້ງຢືນວ່າ.

"ຂໍ້ມູນການຕິດເຊື້ອຄົນເຈັບສອງຄົນ ທີ່ເຮົາກວດພົບໃນຜູ້ທຳອິດແມ່ນເປັນ ເພດຍິງອາຍຸ 25 ປີ ສັນຊາດລາວ ອາຊີບນັກສຶກສາ ປັຈຈຸບັນແມ່ນຢູ່ບ້ານໂພນສວ່າງ ເມືອງຈັນທະບູຣີ ນະຄອນຫລວງວຽງຈັນ ມາຮອດວານນີ້ຜູ້ກ່ຽວ ມີອາການມາກວດນໍາພວກເຮົາ ຜູ້ກ່ຽວມີອາການໄຂ້ໄອ ແລະ ອິດເມື່ອຍຖອກທ້ອງ ເພາະຜູ້ກ່ຽວຕິດເຊື້ອ ຈາກ ຄົນໄທຍທີ່ລັກລອບ ເຂົ້າມາປະເທດຂອງພວກເຮົາ ລະມາຕິດໃສ່ຜູ້ກ່ຽວ."

ຕໍ່ກັບທາມລາຍໃນເຫດການນີ້ ສີ່ງທີ່ສຳຄັນໄດ້ຣະບຸວ່າ ຊາຍໜຸ່ມໄທຍສອງຄົນ ທີ່ກ່ຽວຂ້ອງໄດ້ລັກລອບເຂົ້າມາ. ເຣີ້ມຕົ້ນທາງທີ່ ແຂວງມຸກດາຫານ ປະເທດໄທຍ ຂ້າມມາຂຶ້ນຢູ່ ແຂວງສວັນນະເຂດ ຈາກນັ້ນກໍພັກ ແລະ ທ່ຽວໃນແຂວງແລ້ວ ກໍເດີນທາງມາ ນະຄອນຫລວງວຽງຈັນ ມາທ່ຽວຕາມສະຖານທີ່ຕ່າງໆ ສ່ວນຫລາຍແມ່ນສະຖານທີ່ ທີ່ມີຄົນຫລາຍ.

ທັງທີ່ກ່ອນໜ້ານີ້ໃນໄທຍ ກໍມີການຣະບາດແຮງຢູ່ແລ້ວ ແລະ ເຈົ້າໜ້າທີ່ ຊາຍແດນ ລາວ-ໄທຍ ຕາມລຳແມ່ນໍ້າຂອງກໍໄດ້ເຂັ້ມງວດ ກວດກາແຕ່ເປັນຫຍັງທັງສອງ ຈຶ່ງລັກລອບເຂົ້າມາໄດ້. ດັ່ງເຈົ້າໜ້າທີ່ຊາຍແດນ ແຂວງສັວນນະເຂດ ໄດ້ກ່າວເຖິງມາຕການ ປ້ອງກັນວ່າ.

"ເຈົ້າສຳລັບບັນຫານີ້ ພວກເຮົາໄດ້ເອົາໃຈໃສ່ ໃນການເຝົ້າເວນຍາມຫັ້ນ ແລະ ຕິດຕາມທຸກຍາມທຸກໄລຍະ ພວກເຮົາໄດ້ວາງກຳລັງ ປກສ-ປກຊ ໄດ້ຢາຍຕາມແຕ່ລະຈຸດ ຢູ່ຕາມແຄມຊາຍແດນ ຕາມແຄມນໍ້າຫັ້ນ ຖືວ່າບໍ່ມີຜູ້ຄົນທີ່ຈະເລັດລອດມາໄດ້ ແມ່ນພວກເຮົາ ເຂັ້ມງວດແນວນັ້ນເນາະ."

ເຫດການນີ້ຖືໄດ້ວ່າເປັນປະເດັນ ທີ່ຮ້ອນແຮງຫລາຍ ກະທົບຕໍ່ກັບລາວ-ໄທຍ ສື່ຫລາຍສຳນັກຂອງໄທຍ ກໍໄດ້ຣາຍງານຂ່າວນີ້ຢ່າງ ອຶກກະທຶກ. ສ່ວນສື່ໃນລາວ ໂດຍສະເພາະ ສື່ສັງຄົມອອນລາຍໄດ້ມຸ້ງໄປ ສອງປະເດັນຄືກໍຣະນີ 59 ເວົ້າຄວາມຈິງບໍ່ ສື່ສັງຄົມ ອອນລາຍ ໄດ້ໄປຊອກຫາພາບ ທີ່ເປັນຫລັກຖານ ເພື່ອມາເຜີຍແຜ່. ກໍເຫັນວ່າມີມູນໜ້າເຊື່ອຖືໄດ້.

ສ່ວນປະເດັນທີ່ສອງ ທີ່ຄົນສົງໃສກໍຄືວ່າ ເປັນຫຍັງຊາຍໜຸ່ມໄທຍສອງຄົນ ສາມາດລັກລອບຜ່ານເຂົ້າມາລາວໄດ້ ທັງທີ່ວ່າຊາຍແດນ ທັງສອງປະເທດກໍປິດຢູ່.

ໂດຍໃນສື່ສັງຄົມອອນລາຍໄດ້ ເປີດເຜີຍເຈົ້າໜ້າທີ່ຕຳຣວດ ຄົນນຶ່ງ ຢູ່ແຂວງສວັນນະເຂດ ວ່າມີສ່ວນພົວພັນກັບໜຸ່ມໄທຍສອງຄົນ ແລະເອື້ອຍຮັກ ຂອງກໍຣະນີ 59.

ຕໍ່ເຫດການດັ່ງກ່າວ ຫົວໜ້າກອງບັນຊາການ ປກສ ແຂວງສວັນນະເຂດ ກໍໄດ້ຖແລງຂ່າວ ຕໍ່ສື່ມວນຊົນວ່າ.

"ສະນັ້ນພວກເຮົາຂໍຢືນຢັນວ່ າຜູ້ຕິດເຊື້ອໂຄວິດ-19 ແມ່ນນອນຢູ່ໃນກຳລັງ ປກສ ຂອງພວກເຮົາແທ້ ຄືຮ້ອຍເອກ ພູໃສ ສີສະຫວັນ ເປັນວິຊາການສັງກັດ ຢູ່ຜແນກສື່ສານ ຂຶ້ນກັບຫ້ອງການ ກອງບັນຊາການ ປກສ ແຂວງ ຜູ້ກ່ຽວໄດ້ຢືນຢັນ ກັບການຈັດຕັ້ງວ່າເຄີຍ ໄດ້ພົບກັບຄົນໄທຍ ຈຳນວນ 2 ຄົນ ດັ່ງກ່າວນີ້ຄັ້ງທີນຶ່ງ ໃນຣະຫວ່າງເດືອນ 8 ປີ 2020 ແລະ ຄັ້ງທີສອງພົບກັນ ໃນຣະຫວ່າງ ວັນທີ 09 ເດືອນ 03 ປີ 2021."

ນອກຈາກຖແລງຂ່າວແລ້ວ ທາງດ້ານກອງບັນຊາການ ປກສ ແຂວງສວັນນະເຂດ ກໍໄດ້ສົ່ງບົດຣາຍງານ ການສອບສວນຕຳຣວດ ທີ່ຖືກກ່າວຫາ ວ່າມີສ່ວນກ່ຽວພັນ ເມື່ອວັນທີ 24 ເມສາ ໂດຍບົດຣາຍງານ ຣະບຸປະເດັນສຳຄັນວ່າ. ຕຳຣວຜູ້ທີ່ຖືກກ່າວຫາ ຊື່ວ່າ ທ້າວ ພູໃສ ສີສະຫວັນ ອາຍຸ 35 ປີ ຊັ້ນຮ້ອຍເອກ ສັງກັດກອງບັນຊາການ ປກສ ແຂວງສວັນນະເຂດ. ຢູ່ບ້ານໂພນສວ່າງໃຕ້ ນະຄອນ ໄກສອນ ພົມວິຫານ.

ທ້າວພູໃສ ໄດ້ໃຫ້ການວ່າ ວັນທີ 07 ເມສາ ໄດ້ໄປກິນລ້ຽງຢູ່ເຮືອນເອື້ອຍຮັກ ຂອງ ກໍຣະນີ 59. ຈາກນັ້ນວັນທີ 08 ເມສາ ໄດ້ໄປ ສົ່ງເອື້ອຍຮັກຂຶ້ນຣົດເມ ໄປນະຄອນຫລວງວຽງຈັນ. ແລະ ຈຸດທີ່ສຳຄັນຜູ້ກ່ຽວ ບໍ່ໄດ້ບອກວ່າ ໄດ້ພົບກັບໜຸ່ມໄທຍ ສອງຄົນໃນໄລຍະ ປີໃໝ່ລາວ ຫລືບໍ່ ແຕ່ເຄີຍພົບກັນກ່ອນໜ້ານັ້ນ ຕັ້ງແຕ່ປີ 2020.

ປັຈຈຸບັນຕຳຣວດ ຜູ້ຖືກກ່າວຫານີ້ ກໍຕິດເຊື້ອພຍາດໂຄວິດ-19 ເຊິ່ງກຳລັງປີ່ນປົວຢູ່ ໂຮງໝໍແຂວງສວັນນະເຂດ. ແຕ່ຈະສືບສວນຕໍ່ ຫລືກະທໍາການໃດໆ ກັບຜູ້ກ່ຽວ ທາງຫ້ອງການ ບັນຊາການ ປກສ ແຂວງສວັນນະເຂດ ບໍ່ຊີ້ແຈງເຖິງເຣື່ອງນີ້ເທື່ອ.

ສ່ວນອີກຫລັກຖານນຶ່ງ ທີ່ເຊື່ອໄດ້ວ່າ ສອງໜຸ່ມໄທຍ ແລະ ສາວລາວເອື້ອຍຮັກ ໄດ້ລັກລອບເຂົ້າມາລາວແທ້ນັ້ນ ກໍແມ່ນເຈົ້າໜ້າທີ່ ເມືອງປາກງື່ມ ໄດ້ອອກບົດຣາຍງານວ່າ ຈັບຜູ້ຂັບເຮືອໄປສົ່ງ ທັງສາມຄົນໄດ້. ເມື່ອວັນທີ 17 ເມສາ ໂດຍຜູ້ເຈົ້າຂອງເຮືອ ຊື່ວ່າ ທ້າວພານ ໄຊຍະລາດ ຢູ່ບ້ານໝາກນາວເໜືອ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ສະຣະພາບວ່າ ໄດ້ຮັບເງິນຄ່າຈ້າງ 4,000 ບາດ ສົ່ງທັງສາມຄົນໄປຂ້າມຝັ່ງ ໄປເຂດທ່າບໍ່ ແຂວງໜອງຄາຍ, ເຊິ່ງເຫດການນີ້ ມັນກົງກັບ ທາມລາຍທີກໍຣະນີ 59 ບອກ.

ສ່ວນສື່ທ້ອງຖິ່ນ ແຂວງໜອງຄາຍໄດ້ຣາຍງານວ່າ ພົບຜູ້ຕິດເຊື້ອກໍຣະນີໃໝ່ ສາມລາຍ ເປັນຊາຍໄທຍສອງຄົນ ຍິງລາວນຶ່ງຄົນ ແຕ່ ກໍບໍ່ໄດ້ສົງໃສ ຫຍັງກໍມີພຽງແຕ່ ຄະນະສະເພາະກິດ ແຂວງໜອງຄາຍ ໄດ້ຖແລງຂ່າວຕາມປົກກະຕິດ ວ່າພົບຜູ້ຕິດເຊື້ອ ຣາຍໃໝ່. ດັ່ງເຈົ້າໜ້າທີ່ຕຳຣວດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີວ່າ.

"ຫລັງຈາກນັ້ນທາງ ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງແຂວງໜອງຄາຍ ໄດ້ຮັບຊາບການຖແລງຂ່າວ ຂອງຄະນະສະເພາະກິດ ຈຶ່ງໄດ້ທຳການຮວບຮວມຫລັກຖານ ຂອງທັງສາມ ຄົນ. ດັ່ງ ທ້າວ ຊິດຕະພົນ ອາຍຸ 30 ປີສັນຊາດໄທຍ ຊາວແຂວງຮ້ອຍເອັດ. ທ້າວ ທະນາກຣິດ ອາຍຸ 31 ປີ ແລະ ນາງ ດາວະດີ ສັນຊາດລາວ ອາຍຸ 26 ປີ. ທີ່ລັກລອບເຂົ້າໄທຍ ຜິດກົດໝາຍ ແລະ ເປັນຜູ້ນຳເຊື້ອ ໄປແຜ່ຣະບາດໃນລາວ ແລະ ປົກປິດຂໍ້ມູນການເດີນທາງ ຕໍ່ພະນັກງານ."

ໂດຍເຈົ້າໜ້າຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ໄດ້ກວດສອບແລ້ວປະກົດ ຫຼັກຖານວ່າສອງໜຸ່ມໄທຍ ແລະສາວລາວ ເຮັດໃຫ້ເຊື່ອໄດ້ວ່າ ທັງສອງລັກລອບອອກ ນອກປະເທດ ເດີນທາງໄປຝັ່ງລາວ ມີຍີງສາວລາວພາໄປທ່ຽວ ສະຖານທີ່ຕ່າງໆ ໃນ ແຂວງສວັນນະເຂດ ແລະ ນະຄອນຫລວງວຽງຈັນ ເມື່ອກັບເຂົ້າໄທຍ ມີອາການເຂົ້າຂ່າຍ ຜູ້ຕ້ອງສົງສັຍຈຶ່ງ ນໍາເຊື້ອໄປກວດ ແລະ ພົບວ່າຕິດເຊື້ອໂຄວິດ-19.

ດັ່ງນັ້ນເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ໄດ້ຮ້ອງທຸກກ່າວໂທດ ເມື່ອວັນທີ 23 ເມສາ ໃຫ້ດຳເນີນຄະດີ ທ້າວ ຊິຕະພົນ ແລະ ທ້າວ ທະນາກຣິດ ໃນຂໍ້ຫາບຸກຄົນ ສັນຊາດໄທຍ ເດີນທາງເຂົ້າແລະອອກ ນອກປະເທດ ໂດຍບໍ່ຜ່ານເຂດ ທ່າ ສະຖານີ ຕາມປະກາດກົດກະຊວງ ແລະ ບໍ່ຜ່ານ ການກວດກາຂອງ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ປະຈຳ ເສັ້ນທາງນັ້ນ ແລະ ຈົງໃຈປົກປິດ ບິດເບືອນ ທາມລາຍຂອງຕົນເອງ ຕໍ່ເຈົ້າພະນັກງານ. ໂດຍ ທ້າວ ຊິຕະພົນ ຖືກອີກນຶ່ງຂໍ້ຫາໃຫ້ ຄວາມຊ່ອຍເຫຼືອ ຊຸກເຊື່ອງ ຫລື ໃຫ້ຄວາມຊ່ອຍເຫຼືອ ດ້ວຍປະການໃດໆ ເພື່ອໃຫ້ຄົນຕ່າງດ້າວ ທີ່ເຂົ້າມາຣາຊອານາຈັກ ໂດຍຜິດກົດໝາຽ ທີ່ໃຫ້ ພົ້ນຈາກການຖືກຈັບກຸມ.

ຕໍ່ເຫດການດັ່ງກ່າວ ກໍຍັງລໍຖ້າແຕ່ວ່າມື້ໃດ ທັງສາມຄົນປີ່ນປົວ ເຊົາເປັນປົກກະຕິດ ເຈົ້າໜ້າທີ່ ຕຳຣວດກວດຄົນເຂົ້າເມືອງ ກໍຈະເລີ່ມ ດຳເນີນຄະດີ ກັບທັງສາມຄົນ. ສ່ວນກໍຣະນີ 59 ຢູ່ລາວ ແລະ ຜູ້ກ່ຽວຂ້ອງ ໃຫ້ເຫດການນີ້ ທາງການລາວ ກໍຍັງບໍ່ໄດ້ອອກມາຊີ້ແຈງ ໃຫ້ຊັດເຈັນວ່າຈະ ມີການດຳເນີນຄະດີບໍ່.

ຕໍ່ກັບເຣື່ອງດັ່ງກ່າວ ເພສກົດໝາຍ ໄດ້ຣະບຸວ່າ ອີງຕາມປະມວນກົດໝາຽອາຍາ ມາຕຣາ 99 ວ່າດ້ວຍການແຜ່ເຊື້ອພຍາດທີ່ ຮ້າຍແຮງ. ຜູ້ຕິດເຊື້ອພຍາດຮ້າຍແຮງ, ຫາກນໍາເອົາເຊື້ອ ພຍາດນັ້ນໄປແຜ່ຂຍາຍ ສູ່ບຸກຄົນອື່ນ ໂດຍເຈຕນາ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 2 ປີ ຫາ 5 ປີ ຈະຖືກປັບໃໝ ເງິນແຕ່ 10 ລ້ານກີບ ຫາ 50 ລ້ານກີບ.

ບຸກຄົນໃດ ໂດຍເຈຕນາ ຫາກນໍາເອົາເຊື້ອພຍາດທີ່ຮ້າຍແຮງໄປແຜ່ຂຍາຍສູ່ບຸກຄົນອື່ນໂດຍເຈຕນາ ຈະຖືກລົງໂທດຕັດ ອິສຣະພາບ ແຕ່ 5 ປີ ຫາ 10 ປີ. ຈະຖືກປັບໃໝເງິນແຕ່ 30 ລ້ານກີບ ຫາ 70 ລ້ານກີບ.

ສ່ວນການປະເມີນຂອງອົງການອານາມັຍໂລກ ປະຈຳລາວຄາດວ່າ ການຣະບາດຮອບນີ້ ຈະມີຜູ້ຕິດເຊື້ອເຖີງ 2,000 ຄົນ. ທາງການ ໄດ້ຢັ້ງຢືນວ່າເຊື້ອໂຄວິດ-19 ສາຍພັນອັງກິດ ທີ່ມີຕົ້ນເຊື້ອຢຸ່ໄທຍ ໄດ້ແຜ່ລາມ ເຂົ້າມາລາວ ແມ່ນມີຄວາມຮຸນແຮງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.