ອະຫິວາໝູອາຟຣິກາ ຢູ່ລາວ ຍັງໜ້າເປັນຫ່ວງ
ສະຖານະການ ຂອງ ພຍາດ ອະຫິວາ ໝູ ອາຟຣິກາ ຣະບາດ ໃນລາວ ຍັງຢູ່ໃນ ຣະດັບ ທີ່ໜ້າເປັນຫ່ວງ ໃນຂນະທີ່ ປະຊາຊົນ ຈຳນວນ ບໍ່ໜ້ອຍ ກໍພາກັນງົດ ບໍຣິໂພຄ ຊີ້ນໝູ ໃນໄລຍະນີ້.
-
ພູວົງສ໌
2019-07-11 -
-
-
Your browser doesn’t support HTML5 audio
ພາຍຫຼັງທີ່ໄດ້ມີການຣະບາດໃນປະເທສຈີນ ແລະ ວຽດນາມມາເປັນໄລຍະເວລານຶ່ງແລ້ວ, ອັນໄດ້ສ້າງຄວາມເສັຽຫາຍ ທາງດ້ານເສຖກິຈ ເປັນວົງກວ້າງ, ໃນທີ່ສຸດ ພຍາດອະຫິວາໝູອາຟຣິກາ ກໍໄດ້ຣະບາດເຂົ້າມາສູ່ປະເທສລາວ ເປັນຄັ້ງທຳອິດ ເມື່ອເດືອນ ມິຖຸນາ ທີ່ຜ່ານມາ, ເຊິ່ງມີການຣາຍງານວ່າ ພົບການຣະບາດຢ່າງຮຸນແຮງ ໃນເຂດເມືອງຕຸ້ມລານ ແຂວງສາຣະວັນ ອັນເປັນເຂດເມືອງ ທີ່ມີຊາຍແດນຕິດກັບ ປະເທສວຽດນາມ ເຮັດໃຫ້ມີໝູຕາຍ ເປັນຈຳນວນ 2,500 ປາຍໂຕ.
ເມື່ອເວົ້າເຖິງສະຖນະການ ຂອງພຍາດອະຫິວາໝູອາຟຣິກາຣະບາດ ໃນລາວແລ້ວ ກໍຖືວ່າຍັງຢູ່ໃນຣະດັບທີ່ໜ້າເປັນຫ່ວງສູງສຸດ ເນື່ອງຈາກ ເປັນພຍາດທີ່ ຍັງບໍ່ມີຢາປົວ ເມື່ອພົບເຫັນມີການຣະບາດ ຢູ່ບ່ອນໃດ ແມ່ນຕ້ອງທຳຣາຍໝູ ທີ່ຕິດພຍາດຖີ້ມ ເທົ່ານັ້ນ.
ຕໍ່ເຫຕການດັ່ງກ່າວ, ທ່ານ ລຽນ ທິແກ້ວ, ຣັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ຂອງລາວ ກໍໄດ້ໃຫ້ສຳພາດ ແກ່ສື່ມວນຊົນທ້ອງຖິ່ນ ເມື່ອບໍ່ດົນມານີ້ວ່າ ພາກສ່ວນກ່ຽວຂ້ອງ ໄດ້ມີການມາຕການປ້ອງກັນ ບັນຫາ ດັ່ງກ່າວຢ່າງເຂັ້ມງວດ ໃນຂອບເຂດ ທົ່ວປະເທສ.
“ພວກ ຂພຈ ໄດ້ຊີ້ນຳຄນະສະເພາະກິຈ ຂອງຂັ້ນກະຊວງ ໄດ້ຈັດຕັ້ງດ່ານປ້ອງກັນຢູ່ 8 ດ່ານ ຢູ່ແຂວງພາກໃຕ້ ແລະ ກໍໄດ້ມີຄຳສັ່ງຊີ້ນຳ ໃຫ້ທຸກທ້ອງຖິ່ນຖືວ່າຈຳກັດ ບໍ່ໃຫ້ນຳເຂົ້າລູກໝູ, ໝູເປັນ ລະກະຊີ້ນໝູ ເຂົ້າມາໃນ ສປປລາວ ເພື່ອຈຳກັດການແຜ່ເຊື້ອ ຣະບາດ ເພາະວ່າ ພຍາດດັ່ງກ່າວນີ້ ຖ້າວ່າເກີດຢູ່ບ່ອນໃດ ພວກເຮົາມີແຕ່ວ່າພວກເຮົາ ຕ້ອງທຳຣາຍ ລະກະຈຳກັດໃຫ້ມັນຢູ່ ບໍຣິເວນດັ່ງກ່າວ ໃຫ້ມັນໄດ້ ບໍ່ໃຫ້ແຜ່ຂຍາຍໄປສູ່ບ່ອນອື່ນ.”
ຫຼ້າສຸດນີ້, ຄືເມື່ອຕົ້ນ ເດືອນກໍຣະກະດາ ພຍາດອະຫິວາໝູອະຟຣິກາ ໄດ້ຖືກກວດພົບວ່າ ມີການຣະບາດ ຢູ່ໃນເຂດບ້ານນາສ້ຽວ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ມີໝູຕາຍເອງ 96 ໂຕ ແລະ ໄດ້ມີການທຳຣາຍຖີ້ມ ອີກຈຳນວນ 14 ໂຕ, ເຊິ່ງເຮັດໃຫ້ ທາງການລາວ ໄດ້ຍົກຣະດັບປະກາດ ເປັນພື້ນທີ່ເຝົ້າຣະວັງ ແລະ ເຕືອນພັຍສູງສຸດຂັ້ນສີແດງ ເພື່ອຈຳກັດການແພ່ຣະບາດ ຂອງພຍາດນີ້.
ຜົລພວງຈາກສະຖານະການຂອງພຍາດ ອະຫິວາໝູອາຟຣິກາຣະບາດ ໃນແຂວງສາຣະວັນ ແລະ ນະຄອນຫຼວງວຽງຈັນນີ້ ກໍເຮັດໃຫ້ ຊາວລາວ ຈຳນວນບໍ່ໜ້ອຍ ພາກັນ ຣະມັດຣະວັງ ໃນການບໍຣິໂພຄຊີ້ນໝູ ຫຼາຍຂຶ້ນ ແລະ ບາງຄົນ ກໍເຖິງຂັ້ນງົດ ບໍຣິໂພຄ ໄປເລີຍ. ດັ່ງຊາວບ້ານເຂດ ນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ:
“ສຳລັບຄອບຄົວ ຂພຈ ຖືວ່າຊ່ວງນີ້ກະແມ່ນງົດເລີຍແຫຼະ ງົດໆບໍ່ກິນເລີຍ ເພາະວ່າ ນຶ່ງມາຕາມຂ່າວຕາມຫຍັງມາ ມັນກະຢ້ານມັນມີ ຄວາມສ່ຽງເນາະ. ກະຖືວ່າໄປປ່ຽນໄປກິນອັນອື່ນແທນ ເປັນໄຂ່ເປັນໄກ່ເປັນປາ ເປັນຜັກ ໄປຊັ້ນແຫຼະ. ຊ່ວງນີ້ໝູກະຖືວ່າ ງົດໆໄປ.”
ຊາວບ້ານໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍໄດ້ກ່າວ ໃນທຳນອງດຽວກັນວ່າ ພາຍຫຼັງທີ່ໄດ້ຍິນຂ່າວວ່າ ມີການຣະບາດຂອງພຍາດ ອະຫິວາໝູອະຟຣິກາ ໃນລາວ ກໍໄດ້ເຕືອນລູກເມັຽ ໃນການຊື້ຊີ້ນໝູມາບໍຣິໂພຄ ທຸກເທື່ອທີ່ໄປຕລາດ ແລະ ໃຫ້ຊື້ແນວອື່ນ ມາບໍຣິໂພຄ ແທນກ່ອນ ຖ້າບໍ່ຈຳເປັນກິນຊີ້ນໝູ.
“ໂອ້! ຣະວັງແຫຼະ ບອກລູກບອກເມັຽແຫຼະບໍ່ໃຫ້ ເບິ່ງກ່ອນຫັ້ນນ່າ ເພາະວ່າມັນເປັນແນວໃດ ມັນຊີ້ນຄັນວ່າມັນມີເປັນສານເປັນຫຍັງ. ຄັນຊິເວົ້າແລ້ວ ກະຢາກງົດຫັ້ນແຫຼະ ກິນແນວອື່ນກ່ອນ. ຫຼາຍຄົນເຂົາກະຣະວັງຄືກັນ ໃຜກະຢ້ານເດເນາະ. ບອກເມັຽບອກລູກ ຫັ້ນແຫຼະ ໄປຕລາດກະຫຼຸດ ສາກ່ອນຊີ້ນໝູ ຊ່ວງນີ້ ແນະນຳໃຫ້ຊື້ປູຊື້ປາ ແນວອື່ນມາກິນກ່ອນ.”
ໃນຂນະດຽວກັນ, ສະຖານະການ ພຍາດອະຫິວາໝູອາຟຣິກາ ຣະບາດໃນລາວ ກໍໄດ້ເຮັດໃຫ້ພວກ ພໍ່ຄ້າ-ແມ່ຄ້າ ທີ່ຂາຍຊີ້ນໝູ ສາມາດ ຂາຍຊີ້ນໝູໄດ້ໜ້ອຍລົງ ເມື່ອທຽບໃສ່ກ່ອນການຣະບາດຂອງພຍາດດັ່ງກ່າວ ຫຼື ຍອດຂາຍຊີ້ນໝູໄດ້ຫຼຸດລົງເຄິ່ງນຶ່ງ. ດັ່ງແມ່ຄ້າຂາຍຊີ້ນໝູ ນາງນຶ່ງ ໃນຕລາດສົດເຂດນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ:
“ໂອ! ກະຢາກຕົກລົງຫຼາຍເຕີບຫັ້ນແຫຼະ ຊ່ວງນີ້ນ່າ. ແຕ່ວ່າພວກກິນຣະວັງຂະເຈົ້າຄຶດຢ້ານເອງ. ໝູໂຕນຶ່ງນີ້ຂາຍເໝິດເຄິ່ງນຶ່ງ ກະຍັງ ເຄິ່ງນຶ່ງ, ແຕ່ກີ້ກະໂຕນຶ່ງມັນກະເໝິດໂຕນຶ່ງ. ດຽວນີ້ເຄິ່ງນຶ່ງ ເວົ້າວ່າໄດ້ຂາຍເຄີ່ງ ຕໍ່ເຄິ່ງຫັ້ນແຫຼະ ເຮັດຈັ່ງໃດ ມັນບໍ່ໄດ້ຂາຍເດ. ມັນໄດ້ຊ່ານັ້ນຊ່ານີ້ ລະຂະເຈົ້າກະບໍ່ຢາກກິນ ປານໃດ ຊ່ວງນີ້ນ່າ.”
ຕໍ່ບັນດັ່ງກ່າວ ເຖິງວ່າຍັງບໍ່ພົບພຍາດອະຫິວາໝູອາຟຣິກາ ຣະບາດໃນຟາມລ້ຽງໝູແບບປິດ ຫຼືຟາມລ້ຽງໝູຂນາດໃຫຍ່ກໍຕາມ, ແຕ່ພາກ ສ່ວນກ່ຽວ ກໍບໍ່ໄດ້ນິ້ງນອນໃຈ ແລະ ໄດ້ລົງຕິດຕາມກວດກາ ສະຖານະການຢ່າງໃກ້ຊິດ ເປັນຕົ້ນກໍແມ່ນການເອີ້ນເອົາ ບັນຫາຜູ້ລ້ຽງໝູ ມາຮັບຟັງການຮັບມື ກັບບັນຫາ ແລະ ຝຶກອົບຮົມຜູ້ລ້ຽງໝູ ໃຫ້ປະຕິບັດໃຫ້ຖືກວິທີ. ດັ່ງເຈົ້າໜ້າທີ່ຂແນງລ້ຽງສັດ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ:
“ເອີໂຕນີ້ກະໄດ້ເຮັດແຈ້ງການອັນນຶ່ງ ແຈ້ງການມາຕັ້ງແຕ່ຫ້ອງວ່າການປົກຄອງ ນະຄອນຫຼວງເນາະ. ເພິ່ນກະໄດ້ແນະນຳ ລະກະເອົາ ຜູ້ລ້ຽງໝູຫັ້ນ ມາປະຊຸມລະມາຝຶກອົບຮົມ ກ່ຽວແກ່ກັບວິທີການປ້ອງກັນເບາະ ຫຼືວ່າການເຄື່ອນຫຍອກເຄື່ອນຍ້າຍ ອີ່ຫຍັງ ຕ່າງໆຫຼາຍໆດ້ານ ຫຼາຍໆວິທີດອກໂຕນີ້ນ່າ. ເພາະວ່າສຳຄັນທີ່ສຸດ ເວົ້າເຣື້ອງກ່ອນຈະເອົາໝູ ອອກໄປຂາຍເບາະ ແນວນັ້ນແນວນີ້ ເຮົາຈະໄດ້ໄປເຈາະເອົາ ເລືອດ ເພື່ອກວດຫາສານຕ້ານເຊື້ອບໍ່ ຫຼືວ່າມັນຊິມີເຊື້ອຕິດບໍ່? ຫຼືວ່າແນວໃດຕ່າງໆຫັ້ນນ່າ ຄັນວ່າ ກວດບໍ່ພົບ ແມ່ນສາມາດຂາຍໄດ້ ຄັນວ່າກວດພົບລະກະແມ່ນໃຫ້ ຍຸຕິກ່ອນ ບໍ່ໄດ້ໃຫ້ຂາຍເນາະ. ຖ້າວ່າຜູ້ໃດຝ່າຝືນ ກະຖືກປັບໃໝ ທໍ່ນັ້ນໂລດແລ້ວ ບໍ່ໄດ້ຫຼາຍເຣື້ອງ ວ່າຊັ້ນໂລດແລ້ວ.”
ສ່ວນຜູ້ລ້ຽງໝູ ໃນຣະບົບຟາມປິດ ໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ຢືນຢັນ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າພາຍຫຼັງທີ່ມີການຣະບາດ ຂອງພຍາດອະຫິວາໝູອາຟຣິກາ ໃນລາວແລ້ວ ພາກສ່ວນ ກ່ຽວຂ້ອງ ກໍໄດ້ລົງມາຕິດຕາມ ກວດກາຟາມໝູ ແຕ່ລະແຫ່ງຢ່າງໃກ້ຊິດ ແລະ ແນະນຳໃຫ້ມີການປະຕິບັດ ໃຫ້ຖືກຕ້ອງຕາມຂັ້ນຕອນຕ່າງໆ ຂອງການລ້ຽງໝູ ຢ່າງເຂັ້ມງວດ.
“ຂະເຈົ້າກະມາສອນວິທີປ້ອງກັນ ເຣື້ອງຮັກສາໂຣຄນີ້ ຂະເຈົ້າກະມາສອນເໝິດໃຫ້ອ້າຍແລ້ວ. ອັນທີນຶ່ງມາດຽວນີ້ ຂະເຈົ້າສອນເນາະ ເຂົາມາກວດຟາມ ເຂົາວ່າໃຫ້ເຮົາຫວ່ານປູກຂາວໃສ່ ແຕ່ລະທ້ອງຖິ່ນ ທີ່ມີຂີ້ໝູໄຫຼໄປໄຫຼມາ ລະກະຂ້າເຊື້ອໃນເລົ້າ ລະກະຫວ່ານປູນຂາວ ໃຫ້ທົ່ວ. ອັນນຶ່ງມາບໍ່ໃຫ້ອອກໄປຊື້ ຂອງກິນຢູ່ຕລາດ ບໍ່ໃຫ້ທຽວໄປທຽວມາເນາະ. ລະອັນສອງມາ ຂະເຈົ້າກະວ່າ ເວລາກ່ອນຊິໄປເກືອໝູ ຊິໄປເບິ່ງໝູ ຕ້ອງອາບນ້ຳປ່ຽນຊຸດຂ້າເຊື້ອ ໃຫ້ມັນລະອຽດ ພັກປະມານຊົ່ວໂມງນຶ່ງ ຄ່ອຍເຂົ້າໃນຟາມ.”
ເມື່ອວັນທີ 10 ກໍຣະກະດາ ນີ້ ກໍມີຣາຍງານວ່າ ກວດພົບໝູຕາຍຈຳນວນ 26 ໂຕ ທີ່ເຂດບ້ານນາສະໂນ, ເມືອງທ່າປາງທອງ ແຂວງສວັນນະເຂດ ເຮັດໃຫ້ທາງການແຂວງສວັນນະເຂດ ຍົກຣະດັບໃນການເຝົ້າຣະວັງສູງຂຶ້ນອີກ.
ເປັນທີ່ໜ້າສັງເກດວ່າ ໝູທີ່ຕາຍ ແລະ ຕິດພຍາດອະຫິວາໝູອາຟຣິກາ ຢູ່ໃນລາວນີ້ ສ່ວນໃຫຍ່ຈະເປັນໝູຣາດ ຫຼືໝູດຳ ທີ່ຊາວບ້ານ ລ້ຽງຕາມບ້ານເຮືອນຂອງຕົນ, ສ່ວນໝູທີ່ລ້ຽງໃນຟາມແບບຣະບົບປິດ ຍັງບໍ່ມີຣາຍງານການຕິດເຊື້ອ ຫຼືຕາຍຍ້ອນພຍາດ ດັ່ງກ່າວເທື່ອ.