ທາງການລາວສືບສວນ VIP ຄລີກນິກ
ທ່າທີ ຂອງ ທາງການລາວ ຕໍ່ VIP ຄລີກນິກ ແລະ ຕໍ່ຂະບວນການ ຮັບຈ້າງ ຖືພາແທນກັນ ຂ້າມຊາຕ ພາຍຫຼັງທີ່ ຕົກເປັນຂ່າວ ນອງນັນ.
-
ສຸພັດຕາ
2017-06-07 -
-
-
Your browser doesn’t support HTML5 audio
ສູນປິ່ນປົວຜູ້ມີລູກຍາກ ແລະການຖືພາ ວຽງຈັນ ຫຼືເປັນທີ່ຮູ້ຈັກກັນດີ ໃນນາມ “VIP ຄລີນິກ”, ເຊິ່ງຕັ້ງຢູ່ແຄມຖນົນ ກຳແພງເມືອງ, ເລຂທີ 1274 ບ້ານໜອງໄຮ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໄດ້ເປີດບໍຣິການ ເມື່ອເດືອນ ສິງຫາ ປີ 2016, ເປັນ ສູນການແພດ ໃຫ້ ບໍຣິການ ເປັນທີ່ປຶກສາ ແກ່ຄູ່ ສາມີ-ພັລຍາ ທີ່ມີລູກຍາກ ແລະ ນຳໃຊ້ ເຕັກໂນໂລຊີ ເຂົ້າຊ່ວຍ ເພື່ອເຮັດໃຫ້ ມີລູກໄດ້ດັ່ງໃຈ ປຣາຖນາ, ຕາມຄໍາເວົ້າ ໃນພິທີ ເປີດສູນປິ່ນປົວ ຢ່າງ ເປັນທາງການ ເມື່ອເດືອນສິງຫາ ປີ 2016.
ແຕ່ຕົກມາຮອດວັນທີ 20 ເມສາ 2017, VIP ຄລີນິກ ຖືກກ່າວເຖິງ ອີກຄັ້ງ, ພາຍຫຼັງ ເຈົ້າໜ້າທີ່ ທາງການໄທ ປະຈຳຢູ່ ດ່ານກວດຄົນ ເຂົ້າເມືອງໜອງຄາຍ ໄດ້ກັກໂຕ ຊາຍໄທຄົນ ອາຍຸປະມານ 25 ປີ, ຍ້ອນກວດພົບວ່າ ຜູ້ກ່ຽວໄດ້ ລັກລອບຂົນສົ່ງ ນ້ຳເຊື້ອ ອະສຸຈິ ຫຼາຍຫຼອດ ຢູ່ໃນຖັງໄນໂຕຣເຈັ້ນ ທີ່ນຳມາຈາກ ບາງກອກ ເພື່ອນຳໄປສົ່ງໃຫ້ VIP ຄລີນິກ ທີ່ ນະຄອນຫລວງ ວຽງຈັນ.
ຈາກການສອບຖາມ ຂອງ ເຈົ້າໜ້າທີ່ໄທ, ຊາຍໄທ ຄົນດັ່ງກ່າວ ໄດ້ຮັບ ສາຣະພາບ ວ່າໄດ້ລັກລອບ ຂົນສົ່ງນ້ຳເຊື້ອ ອະສຸຈິ ຫຼາຍຫຼອດ ນັ້ນແທ້ ເພື່ອເອົາໄປ ສົ່ງໃຫ້ VIP ຄລີນິກ ໃນນະຄອນຫຼວງ ວຽງຈັນ ສປປລາວ.
ການຍອມຮັບ ສາຣະພາບ ຂອງຜູ້ຕ້ອງຫາ ທີ່ເປັນຊາຍໄທ ຄົນນີ້ ໄດ້ເຮັດໃຫ້ ທາງການໄທ ສົງໃສວ່າ ອາຈມີ ຂະບວນການ ຮັບຈ້າງຖືພາ ໃຫ້ຄົນອື່ນ ຂ້າມຊາຕ ໃນປະເທສ ເພື່ອນບ້ານ ຄື ສປປລາວ, ເຊິ່ງຖືເປັນ ສິ່ງທີ່ຜິດ ກົດໝາຍ ຂອງໄທ ວ່າດ້ວຍການ ຄຸ້ມຄອງ ເດັກນ້ອຍ ທີ່ເກີດໂດຍອາໃສ ເຕັກໂນໂລຊີ ຊ່ວຍການ ຈະເຣີນພັນ ທາງການແພດ ທີ່ໄດ້ປະກາດໃຊ້ ເມື່ອເດືອນ ກໍຣະກະດາ ປີ 2015.
ກ່ຽວກັບກໍຣະນີ ດັ່ງກ່າວ, ສື່ມວນຊົນໄທ ກໍໄດ້ໃຫ້ ຄວາມສົນໃຈ ເປັນພິເສດ ໃນຂນະທີ່ ສື່ມວນຊົນ ຂອງ ທາງການລາວ ກໍໄດ້ນຳ ສເນີຂ່າວ ແຕ່ພາກສ່ວນ ກ່ຽວຂ້ອງ ບໍ່ມີຖແລງການ ກ່ຽວກັບ ເຣື້ອງນີ້ ແນວໃດ.
ກ່ຽວກັບບັນຫານີ້, RFA ໄດ້ຕິດຕໍ່ ສອບຖາມໄປຍັງ VIP ຄລີນິກ ພາຍຫຼັງມີ ຂ່າວໄດ້ພຽງ 5 ມື້, ໄດ້ຮັບຄໍາຕອບ ຈາກ ເຈົ້າໜ້າທີ່ ປະຈຳ VIP ຄລີນິກ ວ່າບໍ່ໄດ້ ມີການດຳເນີນການ ຕາມທີ່ໄດ້ ເປັນຂ່າວ ຂອງທາງການໄທ ແຕ່ຢ່າງໃດ, ມີພຽງໃຫ້ ຄຳປຶກສາ ແກ່ບຸກຄົນ ທີ່ມີລູກຍາກ ແລະ ການຝາກທ້ອງ:
“ບໍ່ແມ່ນເຈົ້າ, ເຮົາບໍ່ໄດ້ເຮັດເຈົ້າ. ກະຝາກທ້ອງ ທົ່ວໄປເນາະ ລະກະ ໃຫ້ຄຳປຶກສາ ບຸກຄົນທີ່ວ່າ ມີລູກຍາກ ທີ່ເຮັດລູກຫຼອດແກ້ວ ປົກກະຕິ ເຈົ້າ. ຄູ່ຜົວເມັຽ ທີ່ມີ ທະບຽນສົມຣົດ ເຈົ້າ”.
ທ່ານໄດ້ຊີ້ແຈງຕື່ມ ຕໍ່ກໍຣະນີ ທີ່ທາງເຈົ້າໜ້າທີ່ ປະຈຳດ່ານ ໜອງຄາຍ ຂອງໄທ ໄດ້ຈັບຊາຍໄທ ຄົນນຶ່ງ ທີ່ລັກລອບ ຂົນນ້ຳ ອະສຸຈິ ໃນຖັງໄຮໂດຣເຈັ້ນ ຈາກຝັ່ງໄທ ເພື່ອຂ້າມມາ ຝັ່ງລາວ ແລ້ວອ້າງວ່າ ມາສົ່ງໃຫ້ທາງ VIP ຄລີນິກ ນັ້ນວ່າທາງ ຄລີນິກ ຂອງພວກທ່ານ ບໍ່ສາມາດ ໃຫ້ຄວາມເຫັນໃດໆ ໄດ້ເທື່ອ ແຕ່ພາກສ່ວນ ຄນະບໍຣິຫານ ຄລີນິກ VIP ກໍາລັງ ປະຊຸມກັນ ແລະ ຈະພິຈາຣະນາ ຖແລງຂ່າວ ໃນມໍ່ໆນີ້. ເວລາຜ່ານໄປໄດ້ ເດືອນປາຍແລ້ວ ແຕ່ທາງຄນະບໍຣິຫານ ຂອງຄລີນິກ ນີ້ ກໍຍັງບໍ່ທັນ ຖແລງຂ່າວ ຫຍັງເທື່ອ.
RFA ໄດ້ພຍາຍາມຕິດຕໍ່ ຂໍສອບຖາມ ຜູ້ບໍຣິຫານ VIP ຄລີນິກ ທ່ານນຶ່ງ ໃນວັນທີ 27 ເດືອນເມສາ 2017 ເພື່ອໃຫ້ເພິ່ນ ຊີ້ແຈງຕໍ່ ຂໍ້ສົງໃສ ກ່ຽວກັບ ເຣື່ອງດັ່ງກ່າວ ຂອງ ທາງການໄທ, ແຕ່ເພິ່ນບໍ່ໃຫ້ ຄວາມເຫັນໃດໆ.
ໃນມື້ດຽວກັນນັ້ນ RFA ກໍໄດ້ສອບຖາມ ໄປຍັງ ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ຂອງລາວ ໄດ້ຮັບຄໍາຕອບວ່າ ທ່ານຍັງບໍ່ຮູ້ ບັນຫາ ນີ້ເທື່ອ.
ຕົກມາເຖິງເດືອນພຶສພາ 2017, VIP ຄລີນິກ ກໍຖືກກ່າວເຖິງ ເປັນເທື່ອ ທີ 2, ພາຍຫຼັງທີ່ ເຈົ້າໜ້າທີ່ ດ່ານກວດຄົນເຂົ້າ ເມືອງໜອງຄາຍ ໄດ້ກັກໂຕຊາຍ ຂັບຣົດໄທ ຄົນນຶ່ງ ແລະ ແມ່ຍິງໄທ 6 ຄົນ ທີ່ຂ້າມມາ ຝັ່ງລາວ ຊຶ່ງຄົນຂັບຣົດ ຜູ້ນີ້ຮັບ ສາຣະພາບ ວ່າ ໄດ້ນຳສົ່ງ ແມ່ຍິງທັງ 6 ຄົນໄປທີ່ VIP ຄລີນິກ ເພື່ອໄປ ປະສົມພັນ ທຽມ ຖືພາໃຫ້ຄົນອື່ນ ຕາມໃບສັ່ງ ຂອງຄລີນິກ ແຫ່ງນຶ່ງ ໃນບາງກອກ.
ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸກ ຂອງລາວ ຜູ້ຂໍສງວນຊື່ ໄດ້ເວົ້າຕໍ່ RFA ເມື່ອວັນທີ 25 ພຶສພາ ຜ່ານມາວ່າ ທາງການລາວ ກໍບໍ່ໄດ້ ນິ້ງນອນໃຈ, ໄດ້ຕິດຕາມ ເຣື່ອງນີ້ຢູ່:
“ພວກເຮົາກະລົງໄປ, ແຕ່ວ່າຂະເຈົ້າ ປິດລະເດ ຄລີນິກ ບໍ່ເຮັດແບບວ່າ ໜີເລີຍລະ. ແບບວ່າບໍ່ໄດ້ ອະນຸຍາດນ່າ ຄລີນິກໂຕນີ້ ເປັນຄລີນິກ ເຖື່ອນ. ທາງ ນະຄອນຫຼວງ ຂະເຈົ້າລົງໄປ ລະຂະເຈົ້າກະ ເຮັດຣາຍງານແລ້ວ ແບບວ່າເຮັດ ຄລີນິກ ບໍ່ຖືກຕ້ອງ. ມອບໃຫ້ ຕຳລວດລະເດ, ມອບໃຫ້ຕຳລວດ ເຣື້ອງ ຄ້າມະນຸສ ຂະເຈົ້າ ຊິເຮັດແນວໃດ ກະເຮັດ ມີແຕ່ເອົາ ຂໍ້ມູນ ໃຫ້ວ່າ ຄລີນິກ ບໍ່ຖືກຕ້ອງ ຄັນເຮັດແບບນີ້ ກະກົດໝາຍ ພວກເຮົາ ກະບໍ່ໃຫ້ ຄ້າຂາຍ ເຣື້ອງຈຸລັງ, ອະວັຍວະ ຕ່າງໆຂອງມະນຸສ, ຫັ້ນນ່າ”.
ທ່ານກ່າວວ່າ ຫຼັງຈາກທີ່ໄປກວດກາແລ້ວ, ກໍບໍ່ສາມາດ ຕິດຕໍ່ກັບ ຜູ້ບໍຣິຫານ VIP ຄລີນິກ ໄດ້ເລີຍ ທາງກະຊວງ ໄດ້ມອບໃຫ້ ເຈົ້າໜ້າທີ່ ກົມຕຳຣວດ ສະກັດກັ້ນ ແລະ ຕ້ານການ ຄ້າມະນຸສ ເປັນຜູ້ ດຳເນີນການ ໃນຂັ້ນຕໍ່ໄປ:
"ດຽວນີ້ ເຈົ້າໜ້າທີ່ຕຳຣວດ ເຣື້ອງການຕ້ານ ການຄ້າມະນຸສ ຂະເຈົ້າກຳລັງ ດຳເນີນຢູ່ ລະພວກເຮົາ ເອົາໜັງສື ໃຫ້ພວກນັ້ນ ແລ້ວ ມີແຕ່ຂະເຈົ້າ ຊິສືບແບບໃດນໍ, ຈະປະສານ ກັບ ຕຳຣວດໄທ ບໍ ຫຼືຈັ່ງໃດ ກະແມ່ນເຣື້ອງ ເຈົ້າໜ້າທີ່ ຕຳລວດ ແລ້ວ ກະຊວງ ສາທານີ້ ພວກເຮົາ ປະຕິເສດ ເລີຍແລ້ວວ່າ ຄລີນິກ ບໍ່ຖືກຕ້ອງ, ເຮັດແນວໃດ ກະເຮັດໂລດ ຖືວ່າຜິດ ຣະບຽບ ຫັ້ນແຫຼະເນາະ, ພວກເຮົາ ບໍ່ອະນຸຍາດ ຫ້ອງກວດ ພຍາດບໍ່ຖືກ ອະນຸຍາດ ຈາກ ກະຊວງອີກ ເປັນຈັ່ງໃດ ລະກະມອບໃຫ້ ເຈົ້າໜ້າທີ່ ຕຳຣວດ ແລ້ວເນາະ ໃຫ້ຕຳຣວດ ເພິ່ນເຮັດເລີຍ ເນາະ, ຂໍຣາຍງານ ແບບນັ້ນແຫຼະ”.
ເຈົ້າໜ້າທີ່ ກົມຕຳຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸສ ທີ່ໄດ້ລົງໄປກວດກາ VIP ຄລີນິກ ຮ່ວມກັບ ກະຊວງ ສາທາຣະນະສຸຂ ໄດ້ກ່າວຕໍ່ RFA ເມື່ອວັນທີ 26 ພຶສພາ ທີ່ຜ່ານມາວ່າ ບັນຫາ ທີ່ເກີດຂຶ້ນ ເປັນບັນຫາ ໃໝ່ດັ່ງນັ້ນ ຈຶ່ງຕ້ອງໄດ້ ປຶກສາຫາລື ແລະ ຂໍຄຳແນະນຳ ຈາກຂັ້ນເທິງ ກ່ອນວ່າຈະ ດຳເນີນການ ແນວໃດຕໍ່ໄປ, ແຕ່ຕອນນີ້ ຍັງຢູ່ໃນ ຂັ້ນຕອນ ເກັບຂໍ້ມູນ:
"ທາງເຮົານັ້ນເກັບກັມຂໍ້ມູນ ກະຮູ້ຢູ່ວ່າ ບໍ່ໄດ້ຮັບ ບໍ່ມີໃບ ອະນຸຍາດ ຫັ້ນແຫຼະ ໃນຄລີນິກ ດັ່ງກ່າວຫັ້ນນ່າ. ແຕ່ວ່າໂຕນີ້ ເຮົາກະຍັງ ລໍຖ້າ ຂໍຄຳສັ່ງ ຈາກຫົວໜ້າ ຢູ່ວ່າຊິເຮັດ ແນວໃດຕໍ່ ເພາະຜ່ານມາ ກໍຣະນີ ນີ້ກະບໍ່ໄດ້ ມີບົດຮຽນ ໃຫ້ແກ່ເຮົາ ເປັນບົດຮຽນ ທີ່ທຳອິດ ເພາະວ່າ ຂະເຈົ້າ ຈະມາສ້າງ ເອົາລູກ ຢູ່ບ້ານເຮົາ ຫັ້ນນ່າ, ຢູ່ໄທເຂົາ ບໍ່ໃຫ້ເຮັດ ລະເດ”.
ທ່ານໄດ້ກ່າວເພີ້ມວ່າ ທີ່ແນ່ນອນ ແມ່ນຕ້ອງໄດ້ ສັ່ງປິດ ເພາະຄລີນິກ ນີ້ ເປີດບໍຣິການ ບໍ່ຖືກຕ້ອງ ທັງບໍ່ມີໃບ ອະນຸຍາດ. ພາກສ່ວນ ກ່ຽວຂ້ອງ ຂອງ ທາງການລາວ ຈະມີການ ປະສານງານ ກັບຝ່າຍໄທ ເນື່ອງຈາກ ມີບົດບັນທຶກ ຄວາມເຂົ້າໃຈກັນ ຫຼື MOU ໃນວຽກງານ ນີ້ແລ້ວ ເພື່ອແກ້ໄຂ ບັນຫານີ້ ໃນຂັ້ນຕໍ່ໄປ:
"ເຮົາມີ MOU ລະເຮົາຊິເວົ້າກັນ ຢ່າງເຂັ້ມງວດແທ້ ໂຕນີ້ມັນເຮັດໃຫ້ ພາບພົດ ຂອງທາງແພດ ເຮົາບໍ່ຖືກຕ້ອງ ແລ້ວ. ເພາະສະນັ້ນ ມັນກະບໍ່ຄວນ ຫັ້ນແຫຼະ ເຮົາຕ້ອງ ຊອກຂໍ້ມູນ ໃຫ້ມັນ ຈະແຈ້ງກ່ອນ ເພາະວ່າເປັນ ບັນຫາທີ່ໃໝ່ ຕໍ່ປະເທສເຮົາ ທ່ານກະຊິ ຮູ້ຫັ້ນແຫຼະ ເນາະ ຕ້ອງຊອກຫາ ວິທີແກ້ ຊອກຫາ ທາງອອກ ຊ່ອຍກັນ”.
ທາງຝ່າຍໄທ, ເຈົ້າໜ້າທີ່ ປະຈຳດ່ານ ກວດຄົນເຂົ້າເມືອງ ໜອງຄາຍ ກໍໄດ້ຊີ້ແຈງ ຕໍ່ RFA ເມື່ອວັນທີ 30 ພຶສພາ ທີ່ຜ່ານມາ ວ່າ ສາທາຣະນະສຸຂ ແຂວງໜອງຄາຍ ໄດ້ສົ່ງບັນຫານີ້ ເຂົ້າໄປບາງກອກ ເພື່ອດຳເນີນການ ຕໍ່ໄປແລ້ວ:
“ນ່າຈະເປັນ ສາທາຣະນະສຸຂ ໜອງຄາຍ ໄດ້ສົ່ງເຣື້ອງເຂົ້າ ສາທາຣະນະສຸຂ ກຸງເທບແລ້ວ ເພາະວ່າ ຄລີນິກ ຢູ່ກຸງເທບ. ກະຄື ກວດກາເບິ່ງ ເຝົ້າຣະວັງ ໃນສ່ວນຂອງທີ່ ຈະຂ້າມໄປໃໝ່. ໃນເຣື້ອງເດີມ, ທາງ ສາທາຣະນະສຸຂ ກັບຕຳຣວດ ກໍຄົງໄປ ດຳເນີນການຕໍ່. ຂ້າພະເຈົ້າ ໄດ້ແຕ່ເຝົ້າ ຣະວັງອັນໃໝ່, ແຕ່ຕອນນີ້ ໃນສ່ວນຂອງ ຂ້າພະເຈົ້າ ຕ້ອງເຝົ້າຣະວັງ ບໍ່ໃຫ້ມັນ ອອກໄປ ຄລີນິກ ອື່ນຂອງລາວ ຄືໄດ້ເຝົ້າຣະວັງ ທີ່ດ່ານ ຂົວມິຕພາບ”.
ບັນຫາການຮັບຈ້າງຖືພາ ແທນກັນ ຖືເປັນບັນຫາ ຊຳເຮື້ອ ມາໄດ້ຫຼາຍປີແລ້ວ ຢູ່ໃນ ປະເທສໄທ ອັນໄດ້ສ້າງ ຜົລກະທົບ ອັນບໍ່ດີ ຕໍ່ສັງຄົມ, ແລະເຮັດໃຫ້ ພາບພົດ ບໍ່ດີຕໍ່ ວົງການແພດ ຂອງໄທ ຈົນທາງການໄທ ໄດ້ອອກ ກົດໝາຍ ຫຼື ພຣະຣາຊບັນຍັດ ຄຸ້ມຄອງ ເຣື່ອງນີ້ ໂດຍສະເພາະ ທີ່ປະກາດ ໃຊ້ເມື່ອປີ 2015 ເພື່ອເຮັດໃຫ້ ບັນຫາ ດັ່ງກ່າວ ໝົດໄປ.
ເມື່ອເຫັນວ່າບໍ່ສາມາດ ດຳເນີນການ ໃນໄທໄດ້ ນາຍໜ້າ ຂະບວນການ ຮັບຈ້າງ ຖືພາແທນກັນ ຈຶ່ງໄດ້ຍ້າຍ ຂະບວນການນີ້ ຂ້າມໄປ ປະເທສເພື່ອນບ້ານ ເປັນຕົ້ນ ກໍແມ່ນ ກັມພູຊາ ແລະ ລາວ ເນື່ອງຈາກ ຂະບວນການ ດັ່ງກ່າວ ເຫັນເງື່ອນໄຂ ແລະ ຊ່ອງຫວ່າງ ທາງ ກົດໝາຍຂອງ 2 ປະເທສ ນີ້ ທີ່ຍັງບໍ່ທັນ ມີກົດໝາຍ ຄຸ້ມຄອງ ບັນຫາ ນີ້ ສະເພາະ ເຈະຈົງເທື່ອ.
ຕໍ່ບັນຫາຂະບວນການຖືພາ ແທນກັນ ຂ້າມຊາຕນີ້ ຖ້າຈະເບິ່ງ ໃນອີກແງ່ນຶ່ງ ມັນກໍຖືເປັນ ຂໍ້ພິສູດວ່າ ການບັງຄັບ ໃຊ້ກົດໝາຍ ວ່າດ້ວຍການ ຕ້ານການ ຄ້າມະນຸດ ທີ່ຫ້າມ ບໍ່ໃຫ້ມີ ການຖືພາ ແລະ ເອົາອະວັຍວະ ຕ່າງໆ ຂອງຮ່າງກາຍ ໄປຂາຍ ຫລື ສິ່ງອື່ນໆ ທີ່ຂັດກັບ ກົດໝາຍ ແລະ ວັທນະທັມ ອັນດີງາມ ຂອງຊາດ ຫລື ຈຸດປະສົງ ອື່ນ ເພື່ອຫາ ຜົລປະໂຫຍດນັ້ນ ຂອງທາງການລາວ ເຂັ້ມງວດ ພຽງໃດ ແລະ ມີປະສິທທິພາບ ພຽງໃດ ຕໍ່ໜ້າບັນຫາ ທ້າທາຍ ຂ້າມຊາຕ ທີ່ນັບມື້ ນັບຫລາຍຂຶ້ນ ນີ້.
ນອກຈາກນັ້ນ, ມັນຍັງ ຈະເປັນການພິສູດ ອີກວ່າ ກົດໝາຍຂອງ ສປປລາວ ຈະບໍ່ເປັນ ຊ່ອງຫວ່າງ ໃຫ້ແກ່ ກຸ່ມຄົນ ທີ່ບໍ່ຫວັງດີ ນັ້ນ ເຂົ້າມາ ສວາຍໃຊ້ ເພື່ອ ຜົລປະໂຫຍດ ຂອງພວກເຂົາ.