ເດັກນ້ອຍເກີດໃໝ່ບໍ່ຄວນ ໃຫ້ກິນ ເຂົ້າໜຽວ

ນັກວິຊາການ ເຕືອນ ຜູ້ເປັນແມ່ ໃນລາວ ວ່າ ການປ້ອນ ເຂົ້າຫນຽວ ໃຫ້ ເດັກນ້ອຍ ທີ່ ເກີດໃຫມ່ ບໍ່ເປັນ ການດີ.

ບັນດາແມ່ລູກອ່ອນ ແຂວງ ຫລວງນໍ້າທາ ໄດ້ການອຸປຖັມ ຈາກອົງການ ອາຫານໂລກ Photo Credit: WFP/Annika Harald

 

ການສໍາຣວດຈາກນັກວິຊາການຕ່າງຊາດແຈ້ງວ່າການປ້ອນເຂົ້າໜຽວ ໃຫ້ເດັກນ້ອຍເກີດໃຫມ່ ເປັນການບໍ່ດີ ແລະຜູ້ເປັນແມ່ບໍ່ຄວນເອົາເຂົ້າ ຫນຽວປ້ອນ ເດັກນ້ອຍເກີດໃຫມ່ ທີ່ຖືວ່າເປັນອາຫານພື້ນຂອງລາວ. ການປ້ອນເຂົ້າຫນຽວ ໃຫ້ເດັກນ້ອຍ ທາຣົກໃນລາວ ກໍເປັນແບບດຽວ ກັບການກິນ cereal ໃນວັທນະທັມ ຊາວຕາເວັນຕົກ. ຄວາມຫມາຍ ກໍເປັນແບບດຽວກັນ ເພື່ອໃຫ້ອາຫານ ແກ່ເດັກນ້ອຍໃນຍາມຫິວ ແຕ່ ການປ້ອນເຂົ້າຫນຽວ ຈະສົ່ງຜົລກະທົບຕໍ່ສຸຂພາບ ຂອງເດັກນ້ອຍໃນ ການຈະເຣີນເຕີບໂຕຈະເຮັດໃຫ້ການພັທນາ ດ້ານຮ່າງກາຍຊ້າ ການ ແພ້ອາຫານ ແລະ ຂາດສານອາຫານ.

ແຕ່ດຶກດໍາບັນ ເຂົ້າຫນຽວ ເປັນຄາບເຂົ້າທີ່ຂາດບໍ່ໄດ້ ສໍາລັບຄົນລາວ ແຕ່ບໍ່ຮູ້ວ່າ ເຂົ້າຫນຽວ ໃຫ້ຄຸນສົມບັດ ແນວໃດແດ່ ຕໍ່ສຸຂພາບ ແລະ ຮ່າງກາຍຮ່ວມທັງມັນສມອງນັກວິຊາການ ດ້ານໂພຊນາການເວົ້າວ່າ ເຂົ້າຫນຽວ ຈະເຮັດໃຫ້ ມັນສມອງ ແລະ ການຈະເຣີນເຕີບໂຕ ຂອງ ຮ່າງກາຍຊ້າ ເຮັດໃຫ້ເກີດໂຣຄ ເບົາຫວານ ແລະ ຖ່າຍ ບໍ່ສດວກຖ້າ ຮັບປະທານ ຫລາຍເກີນໄປ.

ເຂົ້າຫນຽວມີທາດນໍ້າຕານ ສູງ ຈື່ງເອີ້ນກັນວ່າ sweet rice ເພາະມີທາດນໍ້າຕານສູງ ນອກຈາກຈະເຮັດໃຫ້ ເປັນໂຣຄເບົາຫວານ ແລ້ວ ຍັງ ຈະພາ ໃຫ້ເປັນຄົນກຽດຄ້ານ ນໍາອີກຫລັງຈາກກິນຫລາຍເກີນໄປ ເພາະມັນຍ່ອຍຍາກ ຈື່ງຊັກຊວນ ບໍ່ຢາກໃຫ້ ຜູ້ເປັນແມ່ ປ້ອນເຂົ້າຫນຽວ ໃຫ້ແກ່ເດັກນ້ອຍ ເກີດໃຫມ່ ຫລືເດັກນ້ອຍໃນ ວັຍທາຣົກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org