ຢາປອມໃນປະເທດກຳລັງ ພັທນາ

ຈໍາປາທອງ
2015.05.21
f-image ຢາ ປົວພຍາດ ທີ່ປອມແປງ ໃນປະເທດ ກຳລັງພັທນາ
RFA

ຢາປອມ ຈຳນວນ ຫລວງຫລາຍ ສ່ວນໃຫຍ່ ມີ ຈໍາໜ່າຍ ຂາຍ ຢູ່ ໃນ ປະເທສ ທີ່ ກຳລັງ ພັທນາ, ຊຶ່ງ ເປັນພັຍ ຕໍ່ ສຸຂພາບ ຂອງ ຜູ້ ບໍຣິໂພຄ ຢ່າງ ຫລວງຫລາຍ ໃນ ປະເທສ ເຫລົ່ານັ້ນ ແລະ ມີທັງ ຜູ້ ບໍລິໂພກ ຢູ່ ປະເທສ ທີ່ ຈະເຣີນ ແລ້ວ ເຊັ່ນກັນ.

ຫລາຍ ອົງການ ຈັດຕັ້ງ ສາກົນ, ຫລາຍ ໜ່ວຍງານ ທີ່ ກຳກັບ ເຣຶ່ອງ ຢາ ແຫ່ງຊາດ ແລະ ອຸດສາຫະກັມ ການຢາ ເອງ ກໍຍັງ ຕໍ່ສູ້ ມານານ ຫລາຍປີ, ເພື່ອ ສະກັດ ກັ້ນ ການຂາຍ ຢາປອມ ຫລື ຢາ ທີ່ ບໍ່ມີ ຄຸນນະພາບ. ແຕ່ ບົດຄວາມ ໃນ ສະບັບ ພິເສດ ຂອງ ວາຣະສານ ການຢາ ເຂດຮ້ອນ ແລະ ສຸຂອະນາມັຍ ທີ່ ເຜີຍແພ່ ທາງ ອິນເທິເນັດ ເມື່ອ ເດືອນ ທີ່ແລ້ວ ນີ້ວ່າ ຄວາມ ພຍາຍາມ ທີ່ ຈະ ຄວບຄຸມ ບັນຫາ ນີ້ ໄດ້ ຮັບ ຜົລ ສຳເຣັດ ໃນ ທົສວັດ ທີ່ ຜ່ານມາ ພຽງ ເລັກນ້ອຍ ເທົ່ານັ້ນ.

ຈຳນວນ ຢາປອມ ແທ້ໆ ບໍ່ມີ ສ່ວນ ປະສົມ ສານ ຕ້ານ ພຍາດ ຫລື ສານ ນັ້ນ ຫນ້ອຍລົງ, ແຕ່ ບັນຫາ ມີຢູ່ ວ່າ ຢາ ທີ່ບໍ່ໄດ້ ມາຕຖານ ກໍມີຢູ່ ຈຳນວນ ນຶ່ງ, ບໍ່ແມ່ນ ຢາ ທັງໝົດ ທີ່ ມີສ່ວນ ປະສົມ ບໍ່ດີ. ຢາ ຈຳນວນ ນຶ່ງ ບໍ່ໄດ້ ຣະດັບ ມາຕຖານ ເພາະວ່າ ເກັບ ຮັກສາ ໄວ້ ບໍ່ດີ ຫລື ຈັດການ ບໍ່ ຖືກຕ້ອງ.

ແຕ່ ຫລາຍຄັ້ງ ທີ່ ຜູ້ ຜລິດຢາ ຈົງໃຈ ຫລຸດ ປະຣິມານ ຂອງ ສານ ຕ້ານ ພຍາດ ລົງ ເພື່ອ ປະຢັດ ເງິນ ໃນ ຂນະທີ່ ເພີ່ມ ສານ ທີ່ບໍ່ ມີຜົລ ເຂົ້າແທນ ເພື່ອ ໃຫ້ໄດ້ ນ້ຳໜັກ ແລະ ໃຫ້ໄດ້ ຮູບຮ່າງ ຂອງ ຢາ ຄືເກົ່າ. ຢາ ທີ່ ບໍ່ໄດ້ ມາຕຖານ ຄື ຢາ ທີ່ມີ ສ່ວນ ປະສົມ ຂອງ ສານ ອອກລິດ ແທ້ ນັ້ນພຽງ 70 ຫາ 80 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.