ໄຂ້ເລືອດອອກ ຢູ່ ຂ.ຈຳປາສັກ
2017.06.26
ທາງຫ້ອງການເມືອງສຸຂຸມາ ແຂວງຈຳປາສັກ ເລັ່ງປ້ອງກັນ ບໍ່ໃຫ້ພຍາດ ໄຂ້ເລືອດອອ ລະບາດ ມາຕັ້ງແຕ່ ຕົ້ນປີນີ້ ຍ້ອນວ່າ ປັຈຈຸບັນ ມີຄົນຕິດເຊື້ອ ໄຂ້ເລືອດອອກ ເພີ່ມຂຶ້ນ ເປັນ 600 ປາຍຄົນແລ້ວ. ເມື່ອປີກາຍ ໄດ້ມີຜູ້ຕິດເຊື້ອ ນີ້ 600 ປາຍຄົນ ແລະເສັຽຊີວິດ 3 ຄົນ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງສຸຂຸມາ:
"ເອີກໍນຳໃຊ້ ຄນະກັມການຊຸດເກົ່າ ແຕ່ລະບ້ານ ເຂົາກໍລົງເຮັດເລີຍ ເຮັດໃຫ້ປັດຈຸບັນ ກໍເຝົ້າລະວັງເລີຍ ສຳຣວດ ແລະທຳລາຍຫຍັງນະ ໃນແຕ່ລະບ້ານ ບ້ານໃຜບ້ານມັນ ປີກາຍ ກໍປະມານ ຫົກຮ້ອຍປາຍ ເສັຍຊີວິດສາມ" .
ທ່ານເວົ້າວ່າເມື່ອປີກາຍ ຢູ່ເມືອງສຸຂຸມາ ໄຂ້ເລືອດອອກລະບາດຢູ່ 48 ບ້ານ ໃນຈຳນວນທັງໝົດ 62 ບ້ານ ແລະໃນປີນີ້ ຢູ່ບ້ານກະດັນ ລະບາດຫຼາຍ. ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງການ ສາທາຣະນະສຸຂ ແຂວງຈຳປາສັກ ກໍເວົ້າວ່າ ໃນປີນີ້ທາງແຂວງ ຈະເອົາໃຈໃສ່ ເປັນພິເສດ ໃນການປ້ອງກັນ ການລະບາດຂອງ ໄຂ້ເລືອດອອກ ຍ້ອນຄາດວ່າ ອາຈມີ ຄົນຕິດເຊື້ອພຍາດນີ້ ຫລາຍຂຶ້ນກວ່າ ປີຜ່ານມາ ຊຶ່ງເມື່ອວັນທີ 21 ມິຖຸນາ ນີ້ມີ 4 ຄົນຕິດຢູ່ 2 ຕົວເມືອງ. ດັ່ງທ່ານກ່າວວ່າ:
"ກໍເວົ້າວ່າເພີ້ມຂຶ້ນນໍ ປັດຈຸບັນນີ້ ມີລາຍງານເປັນປະຈຳລາຍວັນ ລາຍວັນນໍ ຄືມື້ວັນທີ 21 ເປັນສີ່ກໍລະນີ ມີສີ່ກໍລະນີນໍ ໃນສອງຕົວເມືອງ".
ເມື່ອເວົ້າເຖິງ ທົ່ວປະເທດ ປັດຈຸບັນ ມີຜູ້ຕິດເຊຶ້ອ ໄຂ້ເລືອດອອກ 1,760 ປາຍຄົນ ຊຶ່ງສ່ວນຫຼາຍ ແມ່ນຢູ່ ນະຄອນຫຼວງວຽງຈັນ, ແຂວງ ຄຳມ່ວນ ແລະ ແຂວງຈຳປາສັກ.