ຊາວບ້ານເດືອດຮ້ອນ ຈາກໂຮງງານຢາສູບແຫ່ງນຶ່ງ ເຂດເມືອງຫາດຊາຍຟອງ ປ່ອຍກິນຂິວ
ຄວັນຈາກໂຮງງານຢາສູບ ຂອງລາວແຫ່ງນຶ່ງທີ່ຕັ້ງຢູ່ເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຮັດໃຫ້ຊາວບ້ານ ເດືອດຮ້ອນ ໂດຍສະເພາະ ເຂດທີ່ໄດ້ຮັບຜົລກະທົບຫຼາຍ ແມ່ນເຂດຫຼັກ 8 ບ້ານຫາດຊາຍຂາວ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ອ້າງວ່າ ມີການແກ້ໄຂເບື້ອງຕົ້ນແລ້ວ.
-
ຈຳປາທອງ
2023-07-27 -
-
-
Your browser doesn’t support HTML5 audio
ວ່າງບໍ່ດົນມານີ້, ຊາວບ້ານໃນເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳນວນນຶ່ງ ໄດ້ຮັບຄວາມເດືອດຮ້ອນ ຈາກໂຮງງານຢາສູບແຫ່ງນຶ່ງ ທີ່ປ່ອຍຄວັນມີກິ່ນຂິວ ສ້າງຄວາມເດືອນຮ້ອນລຳຄານ ແກ່ຊາວບ້ານ, ເຊິ່ງເຂດ ທີ່ໄດ້ຮັບຜົລກະທົບຫຼາຍແມ່ນ ຊຸມຊົນຫຼັງວັດສຸດທາວາດ ຫຼືວັດສົມຫວັງ ຫຼັກ 8 ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ.
ຊາວບ້ານທີ່ໄດ້ຮັບຜົລກະທົບນາງນຶ່ງ ຊຶ່ງເປັນເຈົ້າຂອງເຮືອນພັກແຫ່ງນຶ່ງ ໃນບ້ານນາຊາຍທອງ ເມືອງຫາດຊາຍຟອງ ເຊິ່ງບໍ່ປະສົງອອກຊື່ ກ່າວກັບວິທຍຸເອເຊັຽເສຣີໃນມື້ວັນທີ່ 27 ກໍຣະກະດາ 2023 ນີ້ວ່າ ໃນຊ່ວງເວລາກາງເວັນ ກໍ່ໄດ້ກິ່ນຂິວຢູ່, ຂະນະທີ່ໃນເວລາກາງຄືນ ພະນັກງານຂອງນາງ ກໍ່ໄດ້ກິ່ນຂິວຄືກັນ.
“ກໍ່ໄດ້ກິ່ນຢູ່ເຈົ້າ. ຈະຖາມເດັກນ້ອຍໃຫ້ເດີ ໄດ້ຍິນເຂົາເຈົ້າເວົ້າຢູ່. ກາງຄືນແບບແລງໆ ນີ້ກໍ່ມີກິນຂິວໆ ຢູ່ອັ່ນ ໂຮງງານຢາສູບ.”
ຊາວບ້ານນາງນຶ່ງ ຢູ່ບ້ານຈອມມະນີໃຕ້ ເມືອງຫາດຊາຍຟອງ ເວົ້າເຊັ່ນດຽວກັນວ່າ ປົກກະຕິກໍ່ໄດ້ກິ່ນຂິວຈາກໂຮງງານດັ່ງກ່າວ ເປັນໄລຍະໆຄືກັນ, ແຕ່ບໍ່ໄດ້ຂິວຫຼາຍປານໃດ.
“ເຈົ້າ, ອັ່ນກິ່ນຂິວຫວາ ມັນຍັງມີຢູ່ ເປັນຊ່ວງ ເປັນ ແນວນັ້ນ.”
ຂະນະທີ່ ຊາວບ້ານ ນາງນຶ່ງ ຢູ່ບ້ານສົມຫວັງໃຕ້ ເມືອງດຽວກັນນີ້ເວົ້າວ່າ ໃນເຂດ ບ້ານຂອງນາງ ບໍ່ໄດ້ກິ່ນຂິວປານໃດ, ແຕ່ເວລາແລ່ນຣົຖກາຍໜ້າໂຮງງານນັ້ນ ຈະໄດ້ກິ່ນຂິວຢູ່ຕລອດ.
“ບໍ່ໄດ໋, ບໍ່ໄດ້ໃກ້ປານໃດນ່າເຈົ້າ. ແມ່ນໆ ຄັນເຮົາຂີ່ກາຍໄປແຖວນັ້ນກະໄດ້ກິ່ນຢູ່ເຈົ້າ. ໄປເລື້ອຍໆ ແຕ່ວ່າໄປເທື່ອໃດກໍ່ໄດ້ກິ່ນຫັ້ນແຫຼະ.”
ຫລັງຈາກທີ່ ເຟສບຸກຄ໌ເພຈ ຂອງກຸ່ມອາສາສມັກ ດ້ານສິ່ງແວດລ້ອມ ຢູ່ລາວ ຊື່ Zero Waste Laos ໄດ້ສເນີບັນຫາທການປ່ອຍຄວັນຂິວ ດັ່ງກ່າວ ຜ່ານທາງສື່ສັງຄົມອອນລາຍນ໌ແລ້ວ, ທາງໂຮງງານຢາສູບແຫ່ງນີ້ ກໍ່ໄດ້ຫຼຸດຜ່ອນ ການປ່ອຍຄວັນຂິວນັ້ນລົງເທື່ອລະນ້ອຍ ແລະກໍ່ໄດ້ຊີ້ແຈງເຫດຜົນວ່າ ບໍ່ໄດ້ເປີດໃຊ້ອຸປະ ກອນຕອງກິ່ນຂິວ ຫຼື Demister filter, ແຕ່ທາງໂຮງງານ ບໍ່ໄດ້ບອກໃຫ້ຮູ້ວ່າ ເປັນເປັນຫຍັງຈຶ່ງບໍ່ເປີດໃຊ້ ຫລື ວ່າອຸປະກອນດັ່ງກ່າວເພພັງເສັຽຫາຍ ຫຼືບໍ່.
ຕໍ່ກັບເຣື່ອງດັ່ງກ່າວ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດ ຢາສູບລາວ ຈຳກັດ ຜູ້ຮັບຜິດຊອບໂຮງງານຢາສູບດັ່ງກ່າວແລ້ວ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ, ແຕ່ເຖິງຢ່າງໃດກໍຕາມ ທາງດ້ານ ຜູ້ກ່ຽວຂ້ອງກັບເຟສບຸກຄ໌ເພຈຂອງກຸ່ມອາສາສມັກນັ້ນ ກໍກ່າວຕໍ່ວິທຍຸເອເຊັຽເສຣີວ່າ ທາງກຸ່ມໄດ້ປະສານໄປຍັງພາກສ່ວນກ່ຽວຂ້ອງ ຈົນໃນທີ່ສຸດ ທາງໂຮງງານໄດ້ດໍາເນີນການແກ້ໄຂບັນ ຫາດັ່ງກ່າວໃນເບື້ອງຕົ້ນແລ້ວ.
“ແມ່ນ, ກໍ່ຄືທາງປະຊາຊົນນໍ ສົ່ງຂໍ້ຄວາມມາຫາພວກເຮົາ ແລ້ວພວກເຮົາກໍ່ຊ່ອຍແຈ້ງໄປ ແຈ້ງລົງເພຈນຳ ແລ້ວກໍ່ຕິດຕໍ່ຫາທາງພາກສ່ວນທີ່ກ່ຽວຂ້ອງນຳ ໂດຍສະເພາະທາງເມືອງເພິ່ນນໍ ແລະກະທາງກະຊວງເພິ່ນກໍ່ແນະນຳໃຫ້ຕິດຕໍ່ມາທາງເມືອງ. ຂ່າວມັນກະກະຈາຍໄປແດ່ ຫຼືວ່າທາງທ້ອງຖິ່ນເພິ່ນລົງໄປກວດນ່າ. ແລ້ວປະຊາຊົນ ມື້ວານນີ້ ເຂົາເຈົ້າກໍ່ແຈ້ງມາວ່າເຂົາເຈົ້າປັບປຸງແລ້ວເດີ້ ໄດ້ຮັບການແກ້ໄຂແລ້ວ.”
ທາງກຸ່ມອາສາສມັກດັ່ງກ່າວ ໄດ້ສເນີຕື່ມວ່າ ບັນດາໂຮງຈັກໂຮງງານ ຢູ່ໃນເຂດ ເສຖກິຈພິເສດ ທີ່ນັກລົງທຶນຕ່າງປະເທດເຂົ້າມາລົງທຶນ ຕ້ອງມີວິທີການຈັດການ ການປ່ອຍມົລພິສ ແລະການກຳຈັດຂີ້ເຫຍື້ອອັນຕຣາຍ ຕາມຫຼັກມາຕຖານ ເພື່ອ ບໍ່ໃຫ້ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນ ທີ່ອາໄສຢູ່ອ້ອມຂ້າງໂຮງ ງານນັ້ນ.
ໃນປັດຈຸບັນ, ຢູ່ເຂດເສຖກິຈພິເສດສວັນ-ເຊໂນ ແຂວງສວັນນະເຂດ ທີ່ມີສູນວິຊາ ການດ້ານການຈັດການສິ່ງແວດລ້ອມ ແລະມີເຕົາເຜົາຂີ້ເຫຍື້ອແບບເຜົາໄໝ້ສົມ ບູນຕາມມາຕຖານຢູ່ແຂວງຄຳມ່ວນ.
ນອກຈາກນີ້ແລ້ວ, ປະຊາຊົນຢູ່ທາງບ້ານສະພັງຄະນົງ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ໃກ້ກັບເຂດເສຖກິຈພິເສດກວມລວມໄຊເສດຖາ ກໍ່ໄດ້ເວົ້າຕໍ່ສື່ມວນຊົນລາວວ່າ ມີໂຮງງານແຫ່ງນຶ່ງໃນເຂດບ້ານດັ່ງກ່າວ ເຊິ່ງເປັນໂຮງງານຂອງນັກລົງທຶນຈີນ ປ່ອຍຄວັນອອກມາຫລາຍ, ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນໃນຂົງເຂດດັ່ງກ່າວຢ່າງຫຼວງຫຼາຍ ແລະຍັງບໍ່ທັນມີພາກສ່ວນໃດລົງໄປກວດກາ ແລະແກ້ໄຂເທື່ອ.
ບໍຣິສັດຢາສູບລາວຈຳກັດ ເປັນຣັຖວິສາຫະກິຈຮ່ວມທຶນ ລະຫວ່າງຣັຖບານລາວ ແລະບໍຣິສັດ ອິມພີຣຽລ ແບຣນດ໌ສ ຈຳກັດ ມະຫາຊົນ (Imperial Brands plc) ຈາກປະເທດອັງກິດ, ໂດຍທີ່ບໍຣິສັດຢາສູບລາວຈຳກັດ ເປັນຜູ້ຜລິດຢາສູບກາ ອາແດງ ແລະມີສ່ວນແບ່ງທາງຕລາດຢາສູບຢູ່ລາວ ຫຼາຍກວ່າ 70% ເປັນອັນດັບນຶ່ງຂອງລາວ.
ທີ່ຜ່ານມາ, ອົງການພັນທະມິຕຄວບຄຸມຢາສູບແຫ່ງເອເຊັຽຕະວັນອອກສຽງໃຕ້ (Southeast Asia Tobacco Control Alliance; SEATCA) ໄດ້ມີຄຳເຫັນ ຕໍ່ການດຳເນີນທຸຣະກິຈ ຂອງບໍຣິສັດຢາສູບລາວຈຳກັດ ແລະບໍຣິສັດ ຢາສູບຫົງສາໂຊກດີ ລາວ-ຈີນຈຳກັດ ວ່າ ອາດຈະມີການລະເມີດກົດໝາຍຂອງຣັຖບານລາວ
ໃນເຣື່ອງການບໍ່ຕິດປ້າຍ ສລາກເຕືອນໄພອັນຕຣາຍ ຂອງການສູບຢາ ທີ່ມີຂນາດ ໃຫຍ່ກວ່າ 75% ໃສ່ຊອງຢາສູບ ແລະທັງມີຂໍ້ຕົກລົງໃນການຫຼຸດພາສີຢາສູບ ເຮັດໃຫ້ຣັຖບານລາວສູນເສັຽລາຍຮັບຈາກພາສີຢາສູບ ມູນຄ່າປະມານ 140 ລ້ານປອນດ໌ອັງກິດ ຫຼືປະມານ 3,500 ຕື້ກີບ.