ຂ.ເຊກອງກວດກາອາຫານໝົດ ອາຍຸ
ຫ້ອງການ ອາຫານແລະຢາ ແຂວງເຊກອງ ອອກກວດກາ ແລະ ໄດ້ພົບເຫັນ ສິນຄ້າ ອາຫານ ໝົດອາຍຸ ແລະ ຈໍາພວກທີ່ຂາດ ອະນາມັຍ.
-
ສົມເນ
2017-01-05 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຂະແໜງ ຢາແລະອາຫານ ແຂວງເຊກອງ ວ່າ ທາງຜແນກ ໄດ້ອອກກວດກາ ອາຫານສົດ ແລະ ອາຫານ ສໍາເຣັດຮູບ ຢູ່ຕາມ ໂຮງງານ ຜລິດອາຫານ ຢູ່ຕາມຕລາດ ແລະ ຮ້ານຄ້າຂາຍ ຍ່ອຍຕ່າງໆ ໃນທົ່ວແຂວງ ນັບແຕ່ວັນທີ 28 ຫາ 30 ທັນວາ ປີ 2016 ແລະ ໄດ້ພົບເຫັນ ສິນຄ້າໝົດອາຍຸ ຢູ່ຮ້ານຂາຍ ເຄື່ອງຍ່ອຍ 24 ແຫ່ງ ສິນຄ້າຂາດ ອະນາມັຍ ຢູ່ໂຮງງານຜລິດ ເສັ້ນເຂົ້າປຸ້ນ 2 ແຫ່ງ ໂຮງງານ ເຮັດເຂົ້າຈີ່ 1 ແຫ່ງ, ແລະ ຮ້ານຂາຍ ອາຫານສົດ 2 ແຫ່ງ. ສິນຄ້າ ທີ່ໝົດອາຍຸ ແລະ ຂາດອະນາມັຍ ທີ່ພົບເຫັນນັ້ນ ໄດ້ນໍາໄປ ທໍາລາຍ ຄິດເປັນມູນຄ່າ 6 ລ້ານ 7 ແສນກີບ:
"ຕ້ອງໄດ້ໃຫ້ມີການ ລົງເຄື່ອນໄຫວ ກວດກາກ່ຽວກັບອາຫານ ມີທັງອາຫານສົດ ແລະ ອາຫານສໍາເຣັດຮູບ ເຄື່ອງອາຫານ ທີ່ໝົດອາຍຸ ມູລຄ່າ ທີ່ເຮົາທໍາລາຍຖິ້ມ 6 ລ້ານ 7 ແສນ ກັບ 86,000 ກີບ".
ທ່ານວ່າ ສິນຄ້າ ໝົດອາຍຸ ທີ່ກວດເຫັນນັ້ນ ມີທັງເຂົ້າໜົມ ນົມກ່ອງ ແຈ່ວ ຮ່ວມທັງ ນໍ້າອັດລົມ. ເພື່ອ ຄວາມປອດພັຍ ຂອງ ຜູ້ບໍຣິໂພກ ເຈົ້າໜ້າທີ່ ຈຶ່ງຂໍເຕືອນ ຜູ້ບໍຣິໂພກ ໃຫ້ສັງເກດເບິ່ງ ສະລາກສິນຄ້າ ວັນ ເດືອນ ປີ ໝົດອາຍຸ ກ່ອນຈະຊື້ມາ ບໍຣິໂພກ.
ສໍາລັບມາຕການ ໃນການລົງໂທດ ຜູ້ບໍ່ປະຕິບັດ ຕາມຣະບຽບການ ນັ້ນຄື: ຂັ້ນຕອນທີ 1 ແມ່ນນໍາມາ ຕັກເຕືອນ ແລະ ສຶກສາອົບຮົມ, ຂັ້ນຕອນທີ 2 ຖ້າຫາກຍັງ ຣະເມີດ ຕໍ່ຣະບຽບການ ຈະຕ້ອງຖືກປັບໃໝ 10 ສ່ວນຮ້ອຍ ຂອງຣາຄາສິນຄ້າ ທີ່ຢຶດໄດ້, ຂັ້ນຕອນທີ 3 ຫາກ ຍັງຣະເມີດ ກົດຣະບຽບ ຈະຕ້ອງຖືກປັບໃໝ 50 ສ່ວນຮ້ອຍ ຂອງຣາຄາສິນຄ້າ ທີ່ຢຶດໄດ້ ພ້ອມທັງ ລົງບັນທຶກ ເພື່ອແຈ້ງໄປຍັງ ຫ້ອງການ ການຄ້າ ແລະ ອາກອນ ໃຫ້ດໍາເນີນ ຄວາມຜິດຕໍ່ໄປ.