ເຂົ້າທ່ຽງໃນໂຮງຮຽນ ບາງແຂວງ ຍັງສືບຕໍ່

ໂຄງການອາຫານທ່ຽງ ແຂວງເຊກອງ ໃຫ້ນັກຮຽນ ຊັ້ນປະຖົມກົກໄຮ ທີ່ ສນັບສນູນໂດຍຣັຖບານ ສະຫະຣັດ ອາເມຣິກາ.
ໂຄງການອາຫານທ່ຽງ ແຂວງເຊກອງ ໃຫ້ນັກຮຽນ ຊັ້ນປະຖົມກົກໄຮ ທີ່ ສນັບສນູນໂດຍຣັຖບານ ສະຫະຣັດ ອາເມຣິກາ. (ສະຖານທູດ ສະຫະຣັດ ອາເມຣິກາ ປະຈໍາລາວ)

0:00 / 0:00

ໂຄງການອາຫານທ່ຽງ ຈາກອົງການອາຫານໂລກ ຈະສືບຕໍ່ໄລຍະ ທີ 3 ນັບແຕ່ປີ 2021-2025 ໃນ 5 ເມືອງ ຂອງ 2 ແຂວງ ຄື: ເມືອງຊົນນະບູລີ ແຂວງສວັນນະເຂດ. ເມືອງບົວລະພາ, ເມືອງມະຫາໄຊ, ເມືອງຍົມມະລາດ, ເມືອງໄຊບົວທອງ ແຂວງຄໍາມ່ວນ ປະກອບມີໂຮງຮຽນ 276 ແຫ່ງ, ມີນັກຮຽນ 17,269 ຄົນຂຶ້ນໄປ, ມີ 12 ລ້ານ ຄາບເຂົ້າ ຈະໃຊ້ງົບປະມານທັງໝົດ 7 ລ້ານ ປາຍໂດລາ ສະຫະຣັຖ.

ສະເພາະຢູ່ແຂວງສວັນນະເຂດ ໃນໄລຍະ ທີ 1-2 ເລີ້ມຕັ້ງແຕ່ປີ 2013-2020 ເມືອງທີ່ໄດ້ຮັບການຊ່ວຍເຫຼືອ ໂຄງການອາຫານທ່ຽງ ໃຫ້ເດັກນ້ອຍນັກຮຽນ ຈາກອົງການສາກົລມີ 6 ເມືອງຄື: ເມືອງອຸທຸມພອນ, ເມືອງອາດສະພອນ, ເມືອງພະລານໄຊ, ເມືອງເຊໂປນ, ເມືອງວິລະບູລີ ແລະເມືອງພີນ ໂຄງການດັ່ງກ່າວ ໄດ້ເຮັດໃຫ້ນັກຮຽນຊັ້ນປະຖົມ ແຕ່ ປໍ1 ຫາ ປໍ5 ເຊິ່ງມີອາຍຸລະຫວ່າງ 6-10 ປີ ປະລະການຮຽນຫຼຸດລົງ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 18 ມິນາ ນີ້:

“ທາງດ້ານອາຫານທ່ຽງນີ່ ກະຄື ການສນອງອາຫານ ເຂົາເຈົ້າກໍມີ ເຂົ້າ, ຖົ່ວເຫຼືອງ ແລ້ວກໍນໍ້າມັນພືດເນາະ ໄປແຕ່ງຢູ່ຄົວກິນໃຫ້ ເດັກນ້ອຍ ມັນດີກໍຄື ເດັກນ້ອຍບໍ່ໄດ້ຂາດໂຮງຮຽນ ຖືວ່າເກນນັກຮຽນ ໃນຊັ້ນປະຖົມ 6 ຫາ 10 ປີນິ່ ຜ່ານມາ ເດັກນ້ອຍມັນອຶດເຂົ້າ ກໍຄືເຂດເມືອງພູດອຍ ເວົ້າຄວາມຈິງສະເນາະ ເຂົາເຈົ້າບໍ່ມີເຂົ້າ, ອຶດເຂົ້າ ອຶດນໍ້າ ບາດນີ້ ທາງໂຄງການມາຊ່ວຍ ແລະກໍເດັກນ້ອຍ ຂະເຈົ້າ ໄດ້ກິນອິ່ມ ເດັກນ້ອຍກະບໍ່ຢາກຂາດ ໂຮງຮຽນ.”

ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ໃນສົກຮຽນ ປີ 2020-2021 ພົບວ່າ ການປະລະການຮຽນ ຂອງເດັກນ້ອຍນັກຮຽນຊັ້ນ ປໍ1 ຫາ ປໍ5 ມີຈໍານວນຫຼຸດລົງ ເຫຼືອ 7.1% ຈາກແຕ່ກ່ອນ ຄືໃນສົກຮຽນ ປີ 2019-2020 ນັກຮຽນຊັ້ນ ປໍ1 ຫາ ປໍ5 ປະລະການຮຽນ 7.4% ເຊິ່ງສາເຫດທີ່ເຮັດນ້ອຍນັກຮຽນ ປະລະການຮຽນນັ້ນ ຍ້ອນຖານະຄອບຄົວທຸກຍາກ ພໍ່ແມ່ອອກໄປ ເຮັດໄຮ່ເຮັດສວນ ກໍຕ້ອງເອົາລູກໄປນໍາ:

“ບາງຄອບຄົວຫັ້ນ ມີຄວາມທຸກຍາກເນາະ ນັກຮຽນເຂົ້າໂຮງຮຽນສ່ວນຫຼາຍ ນິ່ ປໍ1 ຊິມີປັນປາເນາະ ທຸກມື້ນີ້ ເພາະວ່າອາຍຸເພິ່ນ ຍັງນ້ອຍເນາະ, 6 ປີ ໄດ້ເຂົ້າໂຮງຮຽນ ແມ່ນບໍ ຊ້ວງເຂົ້າໂຮງຮຽນໃໝ່ເນາະ ເດືອນ 9 ເພິ່ນເຂົ້າໂຮງຮຽນ, ແລ້ວບາດນີ້ ຊ້ວງຣະດູການຜລິດ ຊ້ວງກ່ຽວເຂົ້າບໍ, ໄປຕັດອ້ອຍ, ໄປກີດຢາງນໍາພໍ່ແມ່ ກໍຕ້ອງໄດ້ຂາດໂຮງຮຽນ ແບບນີ້ນາ, ແຕ່ວ່າ ເພິ່ນກໍມີອາຫານທ່ຽງ ເຂົ້າມາຊ່ວຍເຫຼືອ ໃນໂຮງຮຽນ ໄດ້ມີຄາບເຂົ້າໃນໂຮງຮຽນ ກໍເຮັດໃຫ້ເພິ່ນ ບໍ່ໄດ້ໄປນໍາພໍ່ນໍາແມ່.”

ສໍາລັບຢູ່ແຂວງຄໍາມ່ວນ ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ທ່ານນຶ່ງກ່າວວ່າ ໃນໄລຍະທີ 1-2 ແມ່ນເລີ້ມແຕ່ປີ 2013- 2020 ທີ່ໄດ້ຮັບການຊ່ອຍເຫຼືອ ເຣື່ອງໂຄງການ ອາຫານທ່ຽງ ໃຫ້ເດັກນ້ອຍນັກຮຽນ ຈາກອົງການສາກົລ ທີ່ບໍ່ແມ່ນອົງການ ອາຫານໂລກ ຊ່ອຍເຫຼືອນັ້ນ ມີ 3 ເມືອງ ຄື: ເມືອງທ່າແຂກ, ນາກາຍ ແລະ ເມືອງໜອງບົກ, ແຕ່ໃນໄລຍະທີ່ 3 ນີ້ ຄືແຕ່ປີ 2021-2025 ແມ່ນໄດ້ຮັບການຊ່ອຍເຫຼືອ ຈາກອົງການອາຫານໂລກ ຊຶ່ງຖືວ່າ ເປັນສິ່ງທີ່ດີຫຼາຍ ທີ່ມີໂຄງການອາຫານທ່ຽງ ຂອງອົງການນີ້ ເຂົ້າມາຊ່ອຍເຫຼືອ ແລະ ເຮັດໃຫ້ເດັກນ້ອຍ ມາຮຽນເປັນປົກກະຕິ ການປະລະການຮຽນ ກໍຫຼຸດຈະລົງ.

“ໂຕຂອງເຮົານິ່ ມັນຊິຊ່ວຍ ເຣື່ອງເດັກນ້ອຍ ເຂົ້າມາຮຽນປົກກະຕິ ແຕ່ລະມື້ ມັນມີອາຫານທ່ຽງກິນເນາະ, ເດັກນ້ອຍຢູ່ໃນຊຸມຊົນນັ້ນ, ມັນກໍມາຮຽນປົກກະຕິ ກໍຮຽນເຕັມເມັດເຕັມໜ່ວຍ, ກໍຊິແກ້ໄຂ ນັກຮຽນປະລະການຮຽນຫັ້ນ ດີຂຶ້ນຫຼາຍ ຜົລການຮຽນມັນກໍດີຂຶ້ນ ມັນໄດ້ຮຽນເຕັມເມັດເຕັມໜ່ວຍ.”

ຊາວບ້ານຢູ່ ບ້ານໂພນຢານາງ ເມືອງອຸທຸມພອນ ແຂວງສວັນນະເຂດ ຜູ້ນຶ່ງເວົ້າວ່າ ນັບແຕ່ມີໂຄງການອາຫານທ່ຽງແຕ່ປີ 2013 ມາ ເດັກນັກນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມ ໃນບ້ານນີ້ກໍຂາດ ໂຮງຮຽນໜ້ອຍລົງ.

ໃນຂນະທີ່, ນາຍຄຣູຢູ່ໂຮງຮຽນປະຖົມສົມບູນ ບ້ານໂພນຢານາງ ເມືອງອຸທຸມພອນ ກ່າວວ່າໂຄງການອາຫານທ່ຽງ ຈາກອົງການ ສາກົລ ໄດ້ສືບຕໍ່ຊ່ອຍເຫຼືອ ໃຫ້ໂຮງຮຽນອື່ນກໍຖືວ່າ ເປັນເຣື່ອງດີ ຍ້ອນເຮັດໃຫ້ນັກຮຽນ ສ່ວນຫຼາຍມາໂຮງຮຽນບໍ່ຂາດ ແລະມີການ ຮຽນດີຂຶ້ນ, ດັ່ງທ່ານກ່າວວ່າ:

“ກໍດີຂຶ້ນລື່ນ ເພາະວ່າ ເຂົາມີຄວາມສະຫຼາດ ກໍດີຂຶ້ນກວ່າເກົ່າ ກ່ຽວກັບການຕອບຄໍາຖາມ, ການອ່ານບົດຮຽນ, ການຫຼິ້ນການຫຍັງ ຕ່າງໆເຂົາມີຄວາມຮູ້ຮອບດ້ານ ບາງກະດາຍ.”

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຄໍາມ່ວນ ທ່ານດຽວກັນນີ້ ກ່າວວ່າພາຍໃນ ວັນທີ 23-24 ມິນາ ນີ້ຈະມີກອງປະຊຸມ ຊີ້ແຈງກ່ຽວກັບ ຣາຍຣະອຽດ ຂອງໂຄງການອາຫານທ່ຽງຕື່ມ ເພາະຕອນນີ້ ເພິ່ນຍັງບໍ່ທັນໄດ້ເຊັນ MOU ເທື່ອ:

“MOU ຍັງບໍ່ໄດ້ເຊັນເທື່ອ, ມັນຊິມີກອງປະຊຸມຊີ້ແຈງ ມື້ວັນທີ 23-24 (ມິນາ) ນີ້ກ່ອນ ແລ້ວກໍມາ ປະກອບເອກກະສານ ຈາກ ກະຊວງການຕ່າງປະເທດ ທີ່ໄດ້ລົງມາແຂວງ ແລ້ວໄດ້ເຊັນ MOU ແລ້ວຈັ່ງໄດ້ຈັດຕັ້ງປະຕິດບັດ ຕາມແຜນຢ່າງຂີ້ຮ້າຍ ເພິ່ນວ່າ ຕ້ອງແມ່ນ ວັນທີ 1 ເດືອນ 9 ຕ້ອງໄດ້ມີພາເຂົ້າຂຶ້ນໂຕະ ໃຫ້ນັກຮຽນກິນເລີຍ.”

ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ລາວ ໃນມື້ວັນທີ 18 ມີນາ 2021 ນີ້ວ່າ ສໍາລັບໂຄງການອາຫານທ່ຽງ ຈາກອົງການ ອາຫານໂລກໄລຍະທີ 3 ນີ້ ແມ່ນໄດ້ມີການຈັດກອງປະຊຸມ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະກິລາ ກັບອົງການບັນເທົາທຸກ ກາໂຕລິກ ຫຼື CRS ປະຈໍາ ສປປລາວ ໄດ້ຈັດຂຶ້ນໃນມື້ວັນທີ 15-16 ມິນາ 2021 ທີ່ ເມືອງອຸທຸມພອນ ແຂວງສວັນນະເຂດ ໃນໂອກາດດັ່ງກ່າວນີ້ ຄະນະປະທານ ກໍໄດ້ແລກປ່ຽນຄໍາຄິດເຫັນ ຈາກບັນດາຜູ້ເຂົ້າຮ່ວມ ໃສ່ຮ່າງ MOU ເພື່ອເຮັດໃຫ້ ບົດບັນທຶກດັ່ງກ່າວ ມີຄວາມສົມບູນດ້ານເນື້ອໃນ ແລະ ການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ.