ເຈົ້າໜ້າທີ່ດ່ານສາກົລ ແດນສວັນ-ລາວບາວ ຢູ່ແຂວງສວັນນະເຂດ ກວດຍຶດຊີ້ນໝູແຊ່ແຂງ ໃນຣົຖບັນທຸກ ທີ່ນໍາເຂົ້າມາຈາກ ປະເທດວຽດນາມໄດ້ 9,524 ກິໂລ ໂດຍບໍ່ມີເອກສານ ຫລືໃບອະນຸຍາດການນໍາເຂົ້າ ເມື່ວັນທີ 7 ກໍຣະກະດານີ້ ໂດຍບໍ່ຮູ້ວ່າ ຊີ້ນນັ້ນມີເຊື້ອພະຍາດ ອະຫິວາໝູອາຟຣິກກາ ຫລືບໍ່. ຊີ້ນໝູແຊ່ແຂງດັ່ງກ່າວ ຈະຖືກນໍາໄປຈໍາໜ່າຍ ຢູ່ຕລາດນະຄອນໄກສອນ ພົມວິຫານ ຊຶ່ງເຈົ້າໜ້າທີ່ກໍໄດ້ທໍາລາຍຖີ້ມທັງໝົດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດານີ້ວ່າ:
" ມັນກະຊີ້ນແຊ່ແຂງຫັ້ນແຫລະ ບໍ່ມີເອກສານຫຍັງ ບໍ່ມີໃບອະນຸຍາດ. ເຂົ້າມາທາງວຽດເນາະ ມັນມີຊ່ອງຫວ່າງ. ພວກພໍ່ຄ້າ ເຂົາເຈົ້າກະຢາກສວຍໂອກາດລັກລອບ. ການຜລິດຢູ່ພຸ້ນອາດຕົ້ນທຶນຕໍ່າ ເຂົາກໍຢາກເອົາເຂົ້າມາຈໍາໜ່າຍຢູ່ພີ້. ເປັນໄປໄດ້ ສົງສັຍວ່າ ມັນຕ້ອງຕິດເຊື້ອຫັ້ນແຫລະ ເພາະວ່າມັນບໍ່ມີແຫລ່ງທີ່ມາເດ໋ ແລ້ວກະທໍາລາຍຖິ້ມ. "
ທ່ານກ່າວຕື່ມວ່າ ປັດຈຸບັນ ທາງການລາວ ຍັງບໍ່ອະນຸຍາດໃຫ້ນໍາໝູ ແລະຜລິດຕະພັນໝູ ຈາກປະເທດທີ່ມີເຊື້ອໂຣກອະຫິວາໝູ ຣະບາດ ຊຶ່ງໃນນັ້ນກໍມີປະເທດໄທຍ, ວຽດນາມ ແລະຈີນ ເພື່ອປ້ອງກັນການແພ່ຣະບາດ ຂອງເຊື້ອໂຣກດັ່ງກ່າວໃນລາວ, ຫາກກວດພົບຜູ້ນໍາເຂົ້າ ກໍຈະຖືກດໍາເນີນການຕາມກົດລະບຽບ ແລະທໍາລາຍຊີ້ນຖິ້ມທັນທີ ແລະວ່າ ສໍາລັບຜູ້ຂັບຣົຖ ທີ່ລັກຂົນຊີ້ນໝູ ເຂົ້າມາຈາກວຽດນາມນັ້ນ ເປັນຄົນລາວ ຊຶ່ງເຈົ້າໜ້າທີ່ກໍໄດ້ເຮັດບົດບັນທຶກ ແລະປັບໃໝໄປແລ້ວ.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
" ເຂົາກໍວ່າບຸກຄົນນໍາເຂົ້າ ຕາມບົດຣາຍງານ ຂອງເຈົ້າໜ້າທີ່ ແຕ່ວ່າອາຈມີບໍຣິສັດ ຢູ່ເບື້ອງຫລັງກໍບໍ່ຮູ້ເນາະ. ມັນບໍ່ມີຫລັກຖານ ອ້າງອີງເດ໋ ມີແຕ່ຄົນແກ່ເຂົ້າມາຫັ້ນແຫລະ ກະມີປັບໃໝຫັ້ນແຫລະ ແລ້ວໃຫ້ເຂົາເຈົ້າຮັບຜິດຊອບ ຄ່າໃຊ້ຈ່າຍໃນການທໍາລາຍ. "
ກ່ຽວກັບເຣື່ອງດັ່ງກ່າວ ຄົນລ້ຽງໝູ່ ຢູ່ແຂວງສວັນນະເຂດຜູ້ນຶ່ງ ເວົ້າວ່າ ໃນປັດຈຸບັນ ໝູຂາຍໜ້າຟາມໃນລາວ ມີລາຄາແພງຂຶ້ນຫລາຍ, ພວກພໍ່ຄ້າແມ່ຄ້າ ຕ້ອງການໝູຂນາດກາງຫລາຍ ເພາະມັນກໍາລັງໃຫຍ່. ລາຄາໝູແພງ ເຮັດໃຫ້ມີຄົນລັກນໍາເຂົ້າ ມາຈາກປະເທດເພື່ອນບ້ານ ທີ່ມີລາຄາຖືກກວ່າຫລາຍ.
" ແຕ່ດຽວນີ້ແພງຂຶ້ນເດ໋ ໝູໃຫຍ່, ສ່ວນຫລາຍໝູໃຫຍ່. ໝູກາງ ນີ້ບໍ່ພໍກັນເລີຍແຫລະ. ດຽວນີ້ເຂົາກໍໂທຫາໄວ້, ແຕ່ມັນຫາບໍ່ໄດ້. ສ່ວນຫລາຍໝູເອົາມາແຕ່ວຽດນີ້ ເຂົາລັກລອບເຂົາບໍ່ໄດ້ເສັຽພາສີນໍາເຂົ້າ ເປັນໝູພວກພັນຊີ້ນ ລາຄາມັນຖືກກວ່າ ປະມານເກືອບເຄິ່ງພຸ້ນເດ້. ຂ້ອຍກະບໍ່ຮູ້ຄືກັນ ເຂົາເອົາເຂົ້າມາຈັ່ງໃດ ຫລືວ່າບາງທີກະ ຜ່ານດ່ານແບບວ່າ ໃຕ້ໂຕະກັນທາງດ່ານ. "
ໃນຂະນະດຽວກັນ ຄົນຂາຍໝູຜູ້ນຶ່ງ ຢູ່ແຂວງສວັນນະເຂດ ຄືກັນນີ້ ກໍເວົ້າວ່າ ຕາມທີ່ເຄີຍໄດ້ຄ້າຂາຍໝູກັບຄົນວຽດນາມມາ ເຫັນວ່າ ໝູພັນຢູ່ທາງວຽດນາມ ມີຫລາຍ ແລະລາຄາກໍຖືກກວ່າຢູ່ລາວ, ເປັນໄປໄດ້ທີ່ພວກພໍ່ຄ້າແມ່ຄ້າ ຈະລັກນໍາໝູຈາກວຽດນາມ ເຂົ້າມາຂາຍໃນລາວ.
" ສົ່ງໝູລາດເດ້ ໝູພັນເຂົາບໍ່ເອົາ. ບ່ອນຂ້ອຍເຄີຍສົ່ງໝູຢູ່ວຽດນາມ ຂ້ອຍເຫັນຄົນວຽດເຂົາເວົ້າວ່າ ໝູພັນນີ້ມັນຖືກເດ້. ຢູ່ວຽດບໍ່ອຶດ ເຂົາຈຶ່ງນໍາເຂົ້າມາໄດ້ ຄັນວ່າແພງຄືໝູລາດເຮົາບໍ່ໄດ້ດອກ. "
ປະຊາຊົນ ຜູ້ບໍຣິໂພກໝູ ຢູ່ແຂວງສວັນນະເຂດຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດານີ້ວ່າ ຊີ້ນໝູຢູ່ຕາມຕລາດ ລາຄາແພງຂຶ້ນຫລາຍ ຄືເຖິງ 55,000 ກີບຕໍ່ກິໂລ, ແຕ່ກ່ອນ 35,000-40,000 ກີບຕໍ່ກິໂລ.
" ກະແພງຂຶ້ນ. ໂລນຶ່ງ 55 ພັນກີບ, ແຕ່ກ່ອນມີແຕ່ 35-40 ໂລນຶ່ງຫັ້ນນ່າ. ດຽວນີ້ມັນຂຶ້ນ 55 ກະຈໍາເປັນກໍຕ້ອງໄດ້ຊື້ ບໍ່ຈໍາເປັນອີ່ຫລີເຂົາກໍຈະບໍ່ຊື້. "
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ ດ່ານສາກົລແດນສວັນ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ອີງຕາມຣາຍງານຂອງທ່ານ ກົງສັກດາ ອິນທະພູທອນ ຫົວໜ້າໜ່ວຍງານກວດກາ ສັດຕະວະແພດ ປະຈໍາດ່ານສາກົລ ແດນສວັນ, ໄດ້ກວດຍຶດຊີ້ນໝູແຊ່ແຂງໃນວັນທີ 7 ກໍຣະກະດານີ້ ຈໍານວນ 9,724 ກິໂລ, ເປັນຊີ້ນໝູທີ່ບໍ່ໄດ້ມາຕຖານທັງໝົດ ຊຶ່ງຈະນໍາໄປຂາຍຢູ່ຕລາດ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ, ໄດ້ຂຸດຂຸມ 2 ແມັດຝັງ ແລະໄດ້ໂຮຍປູນຂາວ, ສີດຢາຂ້າເຊື້ອຢູ່ເຂດບ້ານແດນສວັນ.
ທີ່ຜ່ານມາ ຟາມລ້ຽງໝູພາຍໃນແຂວງສວັນນະເຂດ ຖືວ່າມີໝູພຽງພໍກັບຄວາມຕ້ອງ ການຂອງສັງຄົມ, ບໍ່ມີການຂາດເຂີນຊີ້ນໝູແຕ່ຢ່າງໃດ. ດັ່ງນັ້ນ ທາງແຂວງຈຶ່ງຍັງປະຕິບັດຕາມຄໍາສັ່ງ ຂອງກະຊວງກະສິກໍາ ແລະປ່າໄມ້ ທີ່ວາງອອກໃນມື້ວັນທີ 19 ມົກກະຣາທີ່ຜ່ານມາ ວ່າດ້ວຍການໂຈະການອະນຸຍາດ ນໍາເຂົ້າໝູ, ຜລິຕພັນໝູຕ່າງໆ ຈາກປະເທດ ທີ່ມີການລະບາດຂອງເຊື້ອ ພະຍາດອະຫິວາໝູ ອາຟຣິກກາ.