ໄຂ້ເລືອດອອກທີ່ຣະບາດຢູ່ລາວ
2013.10.09

ນັບແຕ່ເດືອນມົກກະຣາມາຮອດປັດຈຸບັນ ທົ່ວແຂວງສາຣະວັນ ມີການກວດພົບຄົນປ່ວຍ ເປັນໄຂ້ເລືອດອອກ 5,000 ກວ່າຄົນແລະເສັຍຊີວິດ ແລ້ວ 8 ຄົນ. ເຈົ້າໜ້າທີ່ກ່ຽວຂ້ອງກັບບັນຫານີ້ເປີດເຜີຍວ່າ ເມືອງທີ່ມີຜູ້ເສັຍຊີວິດຫຼາຍກວ່າໝູ່ ແມ່ນເມືອງຄົງເຊໂດນ. ຊາວບ້ານຫລາຍຄົນບໍ່ ໝັ້ນໃຈ ນໍາການປິ່ນປົວຂອງ ໂຮງໝໍເມືອງນີ້ ພາກັນໄປປິ່ນປົວຢູ່ໂຮງໝໍປາກເຊ ແຂວງຈໍາປາສັກ ຫລືປົວຢູ່ ບ້ານຕົນເອງ:
"ແຕ່ເດືອນ 1 ມາຮອດປັດຈຸບັນນີ້ເສັຽຊີວິດຢູ່ 8 ຄົນເຂົາມາປົວຢູ່ບ້ານສ່ວນຫລາຍຮອດໂຮງໝໍແລ້ວ ມັນກໍມີອາການເລືອດໄຫລ ຫຍັງແລ້ວກໍ ເອົາບໍ່ທັນ ສ່ວນໃຫຍ່ຈະບໍ່ໄດ້ມາເສັຍຊີວິດຢູ່ເມືອງເຮົາ ແຕ່ວ່າເປັນຄົນຂອງເມືອງຄົງ ແຕ່ວ່າສ່ວນໃຫຍ່ຈະໄປໂຮງໝໍ ຈໍາປາສັກຂະເຈົ້າບໍ່ເຂົ້າ ໂຮງໝໍເມືອງ ສ່ວນໃຫຍ່ເຂົາກໍວ່າ ມັນເໝາະສົມກວ່າເຮົາ ເພາະວ່າມັນມີເລືອດມີຫຍັງ".
ທີ່ຜ່ານມາແຂວງສາຣະວັນເປັນແຂວງທີ່ມີຄົນປ່ວຍໄຂ້ເລືອດອອກ ຫຼາຍກວ່າເກືອບທຸກແຂວງ ຕິດຕໍ່ກັນມາຫລາຍປີທັງໄຂ້ເລືອດອອກແລະໄຂ້ ມາລາເລັຍ ຮອງລົງມາຈາກ ນະຄອນຫລວງວຽງຈັນທນ໌ ຊຶ່ງປີ 2013 ມີຜູ້ປ່ວຍ ຫລາຍທີ່ສຸດຄືເຖິງ 16,000 ຄົນແລະເສັຍຊີວິດ 25 ຄົນ. ເຈົ້າໜ້າທີ່ວ່າ ແຂວງສາຣະວັນ ມີຄົນປ່ວຍຫລາຍ ແມ່ນເປັນຍ້ອນສະພາບອາກາດ ແລະພູມີປະເທສ ຂອງແຂວງນີ້ ແລະສະພາບໂຮງໝໍ ຫລື ສຸຂສາລາ ກໍຍັງມີບໍ່ພ້ອມເທົ່າທີ່ຄວນ.
ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ເປີດເຜີຍວ່າ ທົ່ວປະເທສ ມີຄົນປ່ວຍ ໄຂ້ເລືອດອອກປະມານ 48,000 ຄົນ ແລະເສັຍຊີວິດໄປແລ້ວ 90 ກວ່າຄົນ.ປີ 2012 ມີຜູ້ປ່ວຍພຽງ 3,800 ຄົນ. ທ່ານວ່າໃນຊ່ວງນີ້ ມີຝົນກັບມາຕົກຫລາຍຕື່ມອີກ ອາດເຮັດໃຫ້ໄຂ້ເລືອດອອກຣະບາດຂຶ້ນຄືນ ດັ່ງນັ້ນຫາກຮູ້ສຶກວ່າຕົນເອງມີອາການໄຂ້ຜິດປົກກະຕິໃຫ້ຟ້າວໄປຫາໝໍ ຢ່າລໍຖ້າໃຫ້ອາການໄຂ້ຮຸນແຮງຊຶ່ງອາຈບໍ່ສາມາດປິ່ນປົວໃຫ້ຫາຍໄດ້.