ພົບສານຟໍມາລິນ ໃນປາມຶກ ຜັກ ໝາກໄມ້

ສຸພັດຕາ
2019.03.28
f-salavan-formalin ເຈົ້າໜ້າທີ່ອອກກວດກາ ຕາມຕລາດສົດ ທີ່ມີການຈໍາໜ່າຍ ຊີ້ນ, ອາຫານທະເລ ແລະ ພືດຜັກຕ່າງໆ
ຮູບພາບຈາກ: ນັກຂ່າວສາລະວັນ ອອນລາຍ

ເຈົ້າໜ້າທີ່ແຂວງສາລະວັນ ກວດພົບສານຟໍມາລິນ ຫລືຢາກັນບູດເໜົ່າເຈືອປົນ ໃນອາຫານທະເລ, ເຄື່ອງໃນສັດ ແລະພືດຜັກທີ່ນຳມາຂາຍ ຢູ່ຕາມຕລາດເມືອງ ແລະແຂວງສາລະວັນ, ດັ່ງເຈົ້າໜ້າທີ່ ຂແນງລ້ຽງສັດ ຜແນກກະສິກັມແລະປ່າໄມ້ແຂວງ ສາລະວັນ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 26 ມີນາ ນີ້ວ່າ:

“ຜ່ານການສືບສວນ ນຳເຂົ້າມາຈາກວຽດນາມ ຈາກນັ້ນແມ່ຄ້າ ມາຂາຍພາຍໃນບ້ານບໍ່ໝົດຫລາຍມື້ ແມ່ຄ້າຫາທຸກວິທີການ ຫາສານຟໍມາລີນ ຮັກສາຄວາມສົດ ເຮົາກ່າວເຕືອນເຂົາເຈົ້າ ແລະ ເຮັດບົດບັນທຶກ ແລ້ວເອົາມາທຳລາຍຖິ້ມ.”

ຜ່ານການລົງກວດກາຫາສານຕົກຄ້າງ, ສານເຈືອປົນໃນສິນຄ້າປະເພດພືດຜັກ, ອາຫານທະເລແລະຊີ້ນສັດ ພົບວ່າ ໃນຈຳນວນປາມຶກ 2 ກິໂລ ທີ່ນໍາເຂົ້າຈາກວຽດນາມນັ້ນ ພົບສານຟໍມາລິນປົນຢູ່. ນອກນັ້ນ ຍັງມີເຄື່ອງໃນໝູ ທີ່ນຳເຂົ້າຈາກໄທ ກໍມີສານ ຟໍມາລີນປົນເຊັ່ນດຽວກັນ.

ສ່ວນຜັກ ແລະໝາກໄມ້ 11 ຊນິດ ທີ່ໄດ້ນຳມາວິຈັຍ ມີຜັກບົ່ວຫົວໃຫຍ່, ຜັກກາດດອກ, ຜັກກາດຫໍ່, ຜັກກະລໍ່າປີ, ຜັກບົ່ວໃບ, ຜັກຊີ, ໝາກເລັ່ນ, ໝາກນາວ, ໝາກສີດາ, ໝາກກ້ຽງ ແລະໝາກແອັບເປີ້ນ. ຜ່ານການກວດກາພົບວ່າ ໝາກນາວ, ໝາກເລັ່ນ, ຜັກກາດຫໍ່ ແລະຜັກຊີ ມີສານ ຟໍມາລີນ ເຈືອປົນ ຈົນບໍ່ສາມາດ ບໍຣິໂພຄໄດ້:

”ຜ່ານມາ ພວກເຮົາບໍ່ໄດ້ລົງກວດນະ ພວກເຮົາມາເຂັ້ມງວດ ໃນສອງອາທິດຜ່ານມາ ຜ່ານມາໜ້ອຍນຶ່ງ ພວກເຮົາມີອຸປກອນກວດກາ ບັດນີ້ ພວກເຮົາໄດ້ເຫັນວ່າມີ ຄວາມຈຳເປັນ ຕ້ອງໄດ້ກວດຈຶ່ງແຕ່ງຕັ້ງ ອ້າຍນ້ອງລົງເຄື່ອນໄຫວ ໃນໄລຍະຜ່ານມາ.”

ຈາກການສອບຖາມປະຊາຊົນ ຈຶ່ງຮູ້ວ່າ ອາຫານທະເລ ທີ່ໃຊ້ສານຟໍມາລີນ ແມ່ນນຳເຂົ້າມາຈາກວຽດນາມ ແລະພືດຜັກ ທີ່ມີສານ ຟໍມາລີນ ເຈືອປົນ ແມ່ນນໍາເຂົ້າມາຈາກໄທ. ສິນຄ້າທັງໝົດ ທີ່ມີສານຟໍມາລີນເຈືອປົນ ຊຶ່ງເຈົ້າໜ້າທີ່ກວດພົບນັ້ນ ແມ່ນໄດ້ເອົາໄປທຳລາຍຖິ້ມພ້ອມທັງ ກ່າວຕັກເຕືອນ ພໍ່ຄ້າ-ແມ່ຄ້າ ໃຫ້ຣະມັດຣະວັງ ໃນການນໍາສິນຄ້າມາຂາຍ ຖ້າເປັນເຄື່ອງດອງ ແມ່ນໃຫ້ມີການກວດກາຢ່າງລະອຽດ ຖ້າເປັນ ພືດຜັກ ທີ່ຊາວບ້ານປູກ ກໍໃຫ້ຊອກຮູ້ແຫລ່ງທີ່ ມາຂອງພືດຜັກນັ້ນ ເພາະສານດັ່ງກ່າວ ແມ່ນສານທີ່ໃຊ້ສໍາລັບດອງ ຊາກສົບບໍ່ໃຫ້ເນົ່າເປື່ອຍ ແລະຖ້າຄົນ ຫລືສັດຫາຍໃຈເອົາ ຫລືວ່າ ບໍລິໂພຄ ມັນຈະທໍາລາຍຣະບົບຫາຍໃຈ, ຕັບ, ໝາກໄຂ່ຫລັງ ຫລືກໍ່ໃຫ້ເກີດເປັນໂຣຄມະເຮັງ, ເປັນຕຸ່ມເປື່ອຍຕາມຜິວໜັງ ແລະທໍາລາຍ ທຸກຣະບົບ ໃນຮ່າງກາຍ ຂອງຄົນ ແລະສັດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.