ຊາວບ້ານເດືອດຮ້ອນ ນ້ຳປະປາມີບັນຫາ ໃນຫຼາຍເມືອງ ຂອງນະຄອນຫຼວງວຽງຈັນ
ປະຊາຊົນຢູ່ຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ປະສັບກັບບັນຫາ ຂາດແຄນ ນໍ້າໃຊ້, ນໍ້າປະປາໄຫຼຄ່ອຍ ບໍ່ມີນໍ້າໃຊ້ພຽງພໍ, ບາງເຂດນໍ້າກໍໄປບໍ່ເຖິງ ແລະນໍ້າປະປາຂຸ່ນ ມາແຕ່ອາທິດທີ່ແລ້ວ.
-
ຈຳປາທອງ
2024-09-20 -
-
-
Your browser doesn’t support HTML5 audio
ປະຊາຊົນຢູ່ຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ປະສັບກັບບັນຫາ ຂາດແຄນ ນໍ້າໃຊ້, ນໍ້າປະປາໄຫຼຄ່ອຍ ບໍ່ມີນໍ້າໃຊ້ພຽງພໍ, ບາງເຂດນໍ້າກໍໄປບໍ່ເຖິງ ແລະນໍ້າປະປາຂຸ່ນ ມາແຕ່ອາທິດທີ່ແລ້ວ ຍ້ອນມີຫຼາຍສາເຫດ ຊຶ່ງອີງຕາມແຈ້ງການ ຂອງລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໃນມື້ວັນທີ 18 ກັນຍາ 2024 ນີ້ແລ້ວ ແມ່ນ ແຫຼ່ງນໍ້າດິບ ທີ່ເອົາມາຜະລິດນໍ້າປະປາ ເພີ່ມລະດັບສູງຂື້ນ ແລະມີຄວາມຂຸ່ນສູງ ແກ່ຍາວຫຼາຍວັນ, ການຕົກຕະກອນຂອງນໍ້າ ແມ່ນມີຈໍານວນຫຼາຍ ແຕ່ໂຮງງານ ທີ່ຜະລິດນໍ້າປະປາ ລະບາຍຕະກອນ ບໍ່ໄດ້ດີເທົ່າທີ່ຄວນ.
ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າຂອງຮ້ານເສີມສວຍ ຢູ່ບ້ານ ໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 20 ກັນຍານີ້ວ່າ ໃນເຂດບ້ານ ໂນນຂີ້ເຫຼັກ ນີ້ ນໍ້າ ປະປາ ບໍ່ມາຄືເກົ່າ ຢູ່ເຂດຕໍ່າ ນໍ້າກໍມາຕາມປົກກະຕິ ແຕ່ຢູ່ເຂດສູງ ນໍ້າຈະມາຄ່ອຍ, ບ່ອນທໍ່ນໍ້ານ້ອຍ ນໍ້າມາຄ່ອຍ ແລະເວລາຄົນໃຊ້ຫຼາຍ ນໍ້າກໍບໍ່ມາ ແລະວ່າ ໃນເຂດບ້ານນີ້ ສ່ວນນຶ່ງບໍ່ມີນໍ້າໃຊ້ພຽງພໍ ແລະນໍ້າກໍຂຸ່ນ, ບັນຫາດັ່ງກ່າວ ເກີດຂື້ນໃນຊ່ວງນໍ້າຖ້ວມນີ້ ດັ່ງທີ່ນາງເວົ້າວ່າ:
“ເປັນບາງເຂດຊີ້ນ່າ ບາງບ່ອນຕໍ່າມັນກໍ່ມາແຮງ ບ່ອນມັນສູງໄປມັນກໍມາຄ່ອຍ ແລ້ວກໍໂຮມບ່ອນຕໍ່ທໍ່ນ້ອຍມັນກໍຄ່ອຍ ຄັນຄົນໃຊ້ຫລາຍກໍບໍ່ມາ ຈະວ່າເປັນມານີ້ຊ້ວງນໍ້າຖ້ວມມານີ້ແຫລະ ຊ້ວງນໍ້າຖ້ວມນໍ້າກໍຂຸ່ນອີກ ແບບນໍ້າຂຸ່ນຄືເປັນນໍ້າຂີ້ຕົມນີ້ແຫລະ ເປັນແດງໆ ເຮົາກົດຊັກໂຄກເຮົາຮູ້ໂລດ ກົດຊັກໂຄກອອກມາເປັນນໍ້າແດງ.”
ຢູ່ເມືອງຫາດຊາຍຟອງ ປະຊາຊົນກໍໄດ້ຮັບຜົນກະທົບ, ທີ່ຜ່ານມາ ມີຫຼາຍເຂດ ນໍ້າປະປາໄຫຼຄ່ອຍ ແລະບໍ່ໄຫຼມາເລີຍ, ແຕ່ໃນມື້ວັນທີ 20 ກັນຍານີ້ ມີນໍ້າໃຊ້ປົກກະຕິແລ້ວ, ນໍ້າກໍບໍ່ຂຸ່ນ. ແຕ່ກໍຍັງມີບາງເຂດຂອງບ້ານຖິ່ນຕົມນີ້ ນໍ້າປະປາ ກໍຍັງບໍ່ໄຫຼມາເຖິງຢູ່ ດັ່ງເຈົ້າຂອງຮ້ານອາຫານ ຢູ່ບ້ານຖິ່ນຕົມ ເມືອງຫາດຊາຍຟອງ ນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ຫາກໍ່ເລີ້ມໄຫລແຮງໄດ້ມື້ນີ້ແຫລະ ເປັນໄດ້ 2 ມື້ທີ່ນໍ້າໄຫລຄ່ອຍແລ້ວກໍບໍ່ມາເລີຍຫັ້ນນ່າ ແມ່ນແລ້ວ ຊ້ວງປະມານນໍ້າຖ້ວມນີ້ແຫລະ ແຕ່ວ່າບາງສາຍຫັ້ນນໍ້າຂະເຈົ້າສິບໍ່ມາຫັ້ນນ່າ ມັນສິມີສາຍອີກຝັ່ງຟາກທາງນຶ່ງຫັ້ນນ່າ ນໍ້າຂະເຈົ້າບໍ່ຄ່ອຍ ມາ ທາງເບື້ອງນັ້ນຫັ້ນນ່າ ແມ່ນໆ ບ້ານດຽວກັນແຕ່ວ່າມັນຄົນລິສາຍບໍ່ ເພາະວ່າມື້ວານນີ້ລາວຍັງໄດ້ມາ ຂໍອາບນໍ້າຢູ່ຮ້ານນໍາຢູ່.”
ນາງເວົ້າຕື່ມວ່າ ຢູ່ເມືອງຫາດຊາຍຟອງນີ້ ຫຼາຍບ້ານ ທີ່ຢູ່ຕິດກັບແຄມແມ່ນໍ້າຂອງ ໄດ້ຮັບຜົນກະທົບ, ນໍ້າປະປາໄຫຼມາຄ່ອຍ ແລະບໍ່ໄຫຼມາເຖິງ ໃນໄລຍະ ທີ່ລະດັບນໍ້າຂອງ ເພີ່ມສູງຂື້ນ ແຕ່ວັນທີ 16 ຫາວັນທີ 18 ກັນຍານີ້.
ແລະຢູ່ເມືອງໄຊເສດຖາ, ຊາວບ້ານບ້ານຊຽງດາ ນາງນຶ່ງ ກໍເວົ້າວ່າ ສໍາລັບບ້ານຊຽງດານີ້ ເຖິງແມ່ນຈະບໍ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ແຕ່ນໍ້າປະປາ ກໍຍັງບໍ່ໄຫຼມາເຖິງ 2-3 ມື້ແລ້ວ. ແຕ່ກໍເປັນເລື່ອງປົກກະຕິສໍາລັບບ້ານນີ້ ທີ່ນໍ້າປະ ປາບໍ່ຂ່ອຍໄຫຼມາເຖິງ ຫຼືຈະໄຫຼມາເຖິງ ແຕ່ຕອນແລງເທົ່ານັ້ນ ຈົນເຮັດໃຫ້ຊາວ ບ້ານ ຕ້ອງໄດ້ເຈາະນໍ້າບາດານຂື້ນມາໃຊ້ເອງ ດັ່ງທີ່ນາງເວົ້າວ່າ:
“ໂອ໋ ບໍ່ໄຫລບໍ່ມາໄດ້ 2-3 ມື້ແລ້ວເດ້ ບໍ່ໄດ້ສັງເກດວ່າມັນມາຄ່ອຍໆບໍ່ແລ້ວຈຶ່ງບໍ່ມາ ເພາະວ່າເຮົາເປີດແລ້ວມັນບໍ່ມາເລີຍ ສ່ວນຫລາຍບໍ່ມັກມາຫັ້ນນ່າ ບໍ່ມັກມາ ຊ້ວງຟ້າແດດກໍ່ບໍ່ມັກມາ ແລ້ວມາແຕ່ຊ້ວງຕອນແລງ 10 ໂມງ 10 ໂມງແລງຫັ້ນນ່າ.”
ເວົ້າເຖິງສາເຫດ ທີ່ນໍ້າປະປາມີບັນຫາຄືທີ່ວ່ານັ້ນ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ນາງນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ກັນຍາ 2024 ນີ້ວ່າ ເປັນຍ້ອນທໍ່ນໍ້າໂຢດ ແລະນໍ້າຂຸ່ນ ແລະວ່າ ເມືອງ ທີ່ໄດ້ຮັບຜົນກະທົບ ເລື່ອງນໍ້າປະປາໃນຕອນນີ້ ແມ່ນເມືອງຈັນທະບູລີ, ເມືອງໄຊເສດຖາ ແລະເມືອງໄຊທານີ ດັ່ງທີ່ນາງເວົ້າວ່າ:
“ເພາະວ່າຝົນຕົກແລ້ວທໍ່ເຮົາມັນໂຢດ ທໍ່ 300 ເຮົາມັນໂຢດ ເພິ່ນກໍາລັງແປງຢູ່ຫັ້ນນ່າ ກໍບໍ່ແນ່ໃຈວ່າສິແລ້ວ ເພິ່ນກໍ່ຢາກແປງໃຫ້ມັນແລ້ວໄວໆນີ້ແຫລະ ເຈົ້າ ແມ່ນ ຄັນຖ້າມີນໍ້າຂຸ່ນມັນອາດຈະເ ເພິ່ນອາດຈະລ້າງອ່າງຫັ້ນແຫລະ ເຈົ້າ ເຂດເມືອງສີໂຄດເນາະ ທາງນັ້ນເພິ່ນລ້າງ ເຂດນັ້ນກໍຈະເປັນເບິດ ເຈົ້າ ຈັນທະບູລີນີ້ມັນຈະກະທົບເບິດ ໄຊເສດຖາ ໄຊທານີ ເຮົານີ້ກໍ່ເປັນເບິດເນາະ ມັນຈະອອກຄ່ອຍ ຫລືບາງບ່ອນມັນອາດຈະບໍ່ມາເລີຍ.”
ບັນຫານໍ້າປະປາບໍ່ໄຫຼ ຫຼືໄຫຼຄ່ອຍ ຢູ່ນະຄອນຫຼວງວຽງຈັນ ມັກເກີດຂື້ນຢູ່ເລື້ອຍໆ ຄືເມື່ອກ່ອນໜ້ານີ້ ໃນເດືອນ ພຶດສະພາ ທີ່ຫາກໍຜ່ານມານີ້ ປະຊາຊົນຢູ່ຫຼາຍເຂດ ໃນນະຄອນຫຼວງວຽງຈັນ ປະສົບກັບບັນຫາ ນ້ຳປະປາບໍ່ໄຫຼມາເຖິງ ເປັນຕົ້ນ ໃນໄລຍະກາງເວັນ ແລະວັນເສົາ ວັນອາທິດ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນຫຼາຍ ຍ້ອນມີນ້ຳປະປາໃຊ້ ບໍ່ພຽງພໍ ໃນການດຳລົງຊີວິດ ປະຈຳວັນຂອງພວກຕົນ.