ຫຼາຍແຂວງ ຍັງຢູ່ພາຍໃຕ້ ເງື່ອນໄຂ ມາຕການ

ທາງການລາວ ປະກາດໄດ້ໃນ ມື້ວັນທີ 18 ພຶສຈິການີ້ ກວດພົບຜູ້ ຕິດເຊື້ອໂຄວິດ-19 ໃໝ່ຕື່ມ 1,401 ຄົນ, ໃນນັ້ນຕິດເຊື້ອ ໃນຊຸມຊົນ 1,391 ຄົນ, ນໍາເຂົ້າ 10 ຄົນ, ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອ ສະສົມ 58,798 ຄົນ, ເສັຽຊີວິດ ທັງໝົດ 116 ຄົນ.

ການສັນຈອນ ຂອງຊາວບ້ານ ຕາມທ້ອງຖນົນ ທີ່ຕ້ອງໄດ້ປ້ອງກັນທັງໂຄວິດ-19 ແລະ ປ້ອງກັນຝຸ່ນ (TS), ເດືອນ ພຶສຈິກາ 2021 RFA

ຫຼາຍແຂວງຂອງລາວ ຍັງປະຕິບັດມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່ ຍ້ອນການຕິດເຊື້ອຍັງມີຫຼາຍ. ສໍາລັບແຂວງບໍ່ແກ້ວ ທາງການແຂວງໄດ້ອອກແຈ້ງການ ໃນມື້ວັນທີ 16 ພຶສຈິກາ ນີ້ ມີການຜ່ອນຜັນ ມາຕການປ້ອງກັນໂຄວິດ-19, ອະນຸຍາດໃຫ້ຄົນທົ່ວໄປ ແລະຄົນງານ ເດີນທາງເຂົ້າ-ອອກລະຫວ່າງເມືອງຕໍ່ເມືອງ ແລະແຂວງຕໍ່ແຂວງໄດ້, ແຕ່ຕ້ອງໄດ້ຮັບການສັກວັກຊີນ ປ້ອງກັນໂຄວິດ-19 ຄົບກໍານົດ ໂດຍມີໃບຢັ້ງຢືນພ້ອມ ແຕ່ກໍຕ້ອງໄດ້ຖືກກັກຕົວຢ່າງໜ້ອຍ 7-14 ມື້ ຕາມມາຕການປ້ອງກັນ ໂຄວິດ-19. ສ່ວນຄົນງານ ກໍຕ້ອງໄດ້ຜ່ານບໍຣິສັດຈັດຫາງານ ທີ່ມີີສັນຍາກັບຜູ້ໃຊ້ຄົນງານ ສະເພາະຢູ່ເຂດເສຖກິດພິເສດສາມຫຼ່ຽມຄໍາ, ສ່ວນຢູ່ຫຼາຍແຂວງຂອງລາວຍັງ ສືບຕໍ່ປະຕິບັດມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງໃນແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ພຶສຈິກາ ນີ້ວ່າ:

ຊ່ວງນີ້ກໍໄດ້ປະຕິບັດຕາມມາຕການ ຢູ່ຫັ້ນແຫຼະແຕ່ວ່າຜ່ອນຜັນ ໃນການເດີນທາງໄປ-ມາຢູ່. ຄົນທົ່ວໄປກະຕ້ອງໄດ້ກັກໂຕຄືເກົ່າ ສ່ວນຫຼາຍກະ 7 ວັນຫັ້ນແຫຼະ ພວກສາຂາເຂົາເຈົ້າກວດກາໂຄວິດ ອິຫຍັງອີກຕື່ມຫັ້ນ ຄັນວ່າແມ່ນພວກແຮງງານ ຕ້ອງມີໃບບໍຣິສັດຈັດຫາງານ ຫັ້ນຮອງຮັບ.

ທ່ານກ່າວຕື່ມວ່າ ສໍາລັບຄົນງານລາວ ຈະຕ້ອງໄດ້ຜ່ານການຢັ້ງຢືນ ຈາກສະພາບໍຣິຫານເຂດເສຖກິດພິເສດ ແລະຄະນະຄຸ້ມຄອງເຂດເສຖກິດແຂວງ ແລະຍັງຕ້ອງນໍາເອກສານໄປແຈ້ງຕໍ່ ຄະນະຄຸ້ມຄອງແຮງງານ ຜແນກແຮງງານ ແລະ ສວັດດິການສັງຄົມແຂວງກ່ອນ ຈຶ່ງຈະສາມາດເຂົ້າໄປເຮັດວຽກ ໃນເຂດເສຖກິດພິເສດສາມຫຼ່ຽມຄໍາໄດ້. ສ່ວນຢູ່ແຂວງຫຼວງພຣະບາງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າວ່າ ຍັງບໍ່ພ້ອມ ທີ່ຈະອະນຸຍາດໃຫ້ຄົນທົ່ວໄປ ທີ່ມີໃບຢັ້ງຢືນສັກວັກຊິນ ປ້ອງກັນໂຄວິດ-19 ຄົບກໍານົດ ເດີນທາງເຂົ້າ-ອອກແຂວງນີ້ໄດ້ເທື່ອ, ໃຫ້ແຕ່ຣົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້ຕາມແຈ້ງການຈາກສູນກາງ ທີ່ບໍ່ຈໍາເປັນຈະຕ້ອງຖືກກັກຕົວ, ແຕ່ໃຫ້ມີໃບຢັ້ງຢືນສັກວັກຊີນ ປ້ອງກັນໂຄວິດ-19. ເບື້ອງຕົ້ນ ແຂວງຫຼວງພຣະບາງ ອະນຸຍາດໃຫ້ສະເພາະຄົນ ທີ່ມີຄວາມຈໍາເປັນເທົ່ານັ້ນ ເຂົ້າ-ອອກແຂວງໄດ້ ແຕ່ ກໍຍັງຖືກກັກໂຕ ຢ່າງໜ້ອຍ 14 ມື້:

ທາງການເພິ່ນກໍຍັງໃຫ້ປິດຢູ່ ເພິ່ນວ່າກະບໍ່ພ້ອມ ແລະກໍບໍ່ໄດ້ເປີດເທື່ອ ບໍ່ໃຫ້ໄປມາຫາສູ່ກັນເທື່ອຫັ້ນນ່າ ກະມັນຍັງຣະບາດຫຼາຍຢູ່ ພວກທີ່ມີຄວາມຈໍາເປັນ ເຈັບເປັນ ທະຫານ ຕໍາຣວດ ແພດ ໝໍ ຊີ້ນ່າເພິ່ນໃຫ້ເດີນທາງໄປໄດ້ຈັ່ງຊີ້ຫັ້ນນ່າ.

ເຖິງແມ່ນວ່າ ຈະມີການຜ່ອຍຜັນມາຕການ ໃນການປ້ອງກັນໂຄວິດ-19 ໃນບາງຢ່າງກໍຕາມ, ແຕ່ຫຼາຍແຂວງໃນລາວ ກໍຍັງສືບຕໍ່ປະຕິບັດມາຕການຕື່ມ ຢ່າງເຂັ້ມງວດຢູ່ຄືເກົ່າ ຍ້ອນຍັງມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫຼາຍໃນແຕ່ລະມື້ ເປັນຕົ້ນ ຢູ່ແຂວງໄຊຍະບູຣີ, ທາງການແຂວງ ກໍຍັງສືບຕໍ່ບໍ່ໃຫ້ຄົນເດີນທາງເຂົ້າ-ອອກ ແລະໄປມາຫາສູ່ກັນເດັດຂາດ ໂດຍສະເພາະເຂດບ້ານແດງ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ພຶສຈິການີ້ວ່າ:

ປິດເມືອງຫັ້ນແຫຼະເນາະ ປິດບ້ານບ້ານແດງເນາະ ເພາະວ່າມາຮອດປັດຈຸບັນນີ້ ຄືວ່າມື້ນີ້ກໍ 80 ປາຍເດ໋ ສະເພາະເມືອງໄຊຍະເດ໋ ແຕ່ວ່າເຣື່ອງການເດີນທາງ ໂດຍສະເພາະຂົນສົ່ງນີ້ອອກຢູ່ ກວດແຕ່ລະຈຸດວ່າ ພັກຈຸດໃດອອກຈຸດໃດ ໄປທາງໃດຊີ້ນ່າ.  

ທີ່ແຂວງຫົວພັນ ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານນຶ່ງກ່າວວ່າ ທາງແຂວງກໍຍັງສືບຕໍ່ປະຕິບັດ ມາຕການປ້ອງກັນໂຄວິດ-19 ຢູ່ ເນື່ອງຈາກວ່າ ຂະນະນີ້ ເລີ່ມມີຜູ້ຕິດເຊື້ອເພີ່ມຂຶ້ນ ໃນແຕ່ລະມື້ ເຖິງຈະບໍ່ຫຼາຍກໍຕາມ. ຜູ້ທີ່ຈະເດີນທາງ ເຂົ້າ-ອອກແຂວງ ກໍຍັງຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະໃບຢັ້ງຢືນການສັກວັກຊີນ ປ້ອງກັນໂຄວິດ-19 ຄົບກໍານົດ ແລະຈະຖືກກັກຕົວ 14-21 ມື້:

ເຂົ້າຫົວພັນຍັງຍາກ ມີໃບສັກວັກຊິນແລະໃບຢັ້ງຢືນສະເພາະກິດຈາກຕົ້ນທາງ ຄັນເອກສານຄົບຖ້ວນ ເຂົາເຈົ້າກໍຈະມີມາຕການ ອັນກັກຕົວຫັ້ນນ່າເນາະ ກໍານົດ 14 ວັນຫລືວ່າ ຄັນວ່າສ່ຽງສູງ 21 ວັນ.

ກ່ຽວກັບການສັກວັກຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ປະຊາຊົນຫຼາຍຄົນ ພາກັນຕື່ນຕົວໄປສັກເພີ່ມຂຶ້ນ, ຄາດວ່າໃນທ້າຍປີນີ້ ແຕ່ລະເມືອງ ກໍອາຈໄດ້ສັກຕາມເປົ້າໝາຍເກີນ 50%, ແຕ່ຖ້າຮວມທົ່ວແຂວງ ອາຈບໍ່ເກີນ 70% ຍ້ອນບາງແຂວງ ບາງເມືອງ ກໍຍັງມີຄວາມຫຍຸ້ງຍາກ ໃນເຣື່ອງການສນອງວັກຊີນ ປ້ອງກັນໂຄວິດ-19 ບໍ່ພຽງພໍ, ສໍາລັບແຂວງສວັນນະເຂດ ຍັງບໍ່ຮູ້ວ່າຈະໄດ້ເທົ່າໃດ ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:

ເຂົ້າໃຈຫຼາຍຂຶ້ນ ຄົນໄປສັກຫຼາຍຂຶ້ນ ແຕ່ວັກຊີນເຮົາບໍ່ພໍ ເຮົາສັກທຸກື້ນີ້ສັກຕາມວັກຊິນມາ ຕາມການແບ່ງປັນຂອງແຂວງ ແຂວງໃຫ້ເທົ່າໃດເຮົາກໍສັກເທົ່ານັ້ນ ເວົ້ານີ້ກໍເດືອນ 11 ແລ້ວເດືອນ 12 ມັນຈະບໍ່ເກີນ 70 ແຫຼະ ຍັງແຕ່ເດືອນດຽວ ຈັກວັກຊິນຈະໄດ້ຫຼາຍປານໃດ ເຮົາກໍຍັງບໍ່ຮູ້ທີ່ເພິ່ນຈະສນອງໃຫ້ເຮົານີ້.

ທີ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານນຶ່ງ ກໍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ພຶສຈິກາ ນີ້ວ່າ ປະຊາຊົນຫຼາຍຄົນພາກັນໄປສັກວັກຊີນ ປ້ອງກັນໂຄວິດ-19 ຫຼາຍຂຶ້ນ ແລະໃນແຕ່ລະບ້ານ ກໍສັກໄດ້ເກືອບຈະໝົດລ້ວ, ຖ້າຮວມທົ່ວນະຄອນຫຼວງ ຄາດວ່າອາຈໄດ້ຕາມເປົ້າໝາຍ 70%.

ພວກເຮົາກໍໄດ້ເຮັດຄືເກົ່າຫັ້ນແຫຼະ ສັກກຸ່ມເປົ້າໝາຍ 18 ປີຂຶ້ນມາຄືເກົ່າ ປະຊາຊົນອັນນີ້ກໍເຫັນວ່າ ກະເຂົ້າມາບໍຣິການຫຼາຍເຕີບແຫຼະນີ້ ກະຖືວ່າຂ້ອນຂ້າງຈະໝົດແລ້ວແຕ່ລະບ້ານ ຄາດວ່າຈະໄດ້ລະເວີ໋ຍ.

ຫຼ້າສຸດນີ້ ຣັຖບານລາວໄດ້ຮັບວັກຊີນ ປ້ອງກັນໂຄວິດ-19 ຍີ່ຫໍ້ ຊິໂນຟາມ (Sinopharm) ຈາກຣັຖບານຈີນ ເພີ່ມອີກ 1,900,000 ໂດສ. ທາງການລາວປະກາດ ໃນມື້ວັນທີ 18 ພຶສຈິກາ ນີ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 1,401 ຄົນ, ໃນນັ້ນຕິດເຊື້ອໃນຊຸມຊົນ 1,391 ຄົນ, ນໍາເຂົ້າ 10 ຄົນ, ມີຜູ້ຕິດເຊື້ອສະສົມ 58,798 ຄົນ,  ເສັຽຊີວິດທັງໝົດ 116 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org