ຊີ້ນສັດປີກຈາກຈີນ ເຂົ້າມາລາວ
ຍັງມີຜູ້ ລັກລອບ ນໍາເຂົ້າ ສັດປີກ ເປັດໄກ່ ຈາກ ປະເທດຈີນ ຢູ່ ເຖິງແມ່ນວ່າ ຣັຖບານ ລາວ ໄດ້ສັ່ງຫ້າມ ແລ້ວກໍຕາມ.
-
2013-05-03 -
-
-
Your browser doesn’t support HTML5 audio
ຍັງມີຜູ້ ລັກລອບ ນໍາເຂົ້າ ສັດປີກ ເປັດໄກ່ ຈາກ ປະເທດຈີນ ຢູ່ ເຖິງແມ່ນວ່າ ຣັຖບານ ລາວ ໄດ້ສັ່ງຫ້າມ ແລ້ວກໍຕາມ.
ຜແນກ ກະສິກັມ ປ່າໄມ້ ແຂວງວຽງຈັນ ເປີດເຜີຍ ເມື່ອວັນທີ 29 ເມສາ ຜ່ານມາວ່າ ມີການຈັບ ພໍ່ຄ້າ ຂາຍຊີ້ນເປັດ ຈາກ ປະເທດຈີນ ຈໍານວນ 860 ກິໂລ. ເຈົ້າໜ້າທີ່ ລາວ ວ່າ ເປັນການນໍາເຂົ້າ ແບບບໍ່ຖືກຕ້ອງ ຕາມກົດໝາຍ ມີຢູ່ແຂວງ ຫລວງພຣະບາງ ແລະ ກໍາລັງ ຂົນເຂົ້າສູ່ ນະຄອນຫລວງ ວຽງຈັນ:
"ມາແຕ່ ຫລວງພຣະບາງ ໂຕຈັບຫັ້ນ ເພາະວ່າມັນ ຕົວເປັດນະ ເປັນຊິ້ນສ່ວນ ເປັດ ແລະ ກໍເປັນຕົວເປັດ ນໍາເຂົ້າມາ ໂດຍ ບໍ່ຮູ້ ສາເຫດ ແລະ ບໍ່ມີເອກສານ ຢັ້ງຢືນ ແລ້ວ ກໍມາແຕ່ຈີນ".
ແລະວ່າ ນອກຈາກ ເປັດແລ້ວ ຍັງມີການນໍາ ຊີ້ນໄກ່ ເຂົ້າມາ ຢ່າງຫລວງຫລາຍ ຫລາຍກວ່າ ແຕ່ກ່ອນ ຍ້ອນຣາຄາ ໃນປະເທດລາວ ແພງກວ່າ. ພໍ່ຄ້າແມ່ຄ້າ ຕ້ອງການຊື້ຊີ້ນ ເປັດແລະໄກ່ ຈາກປະເທດ ເພື່ອນບ້ານ ໃນຣາຄາຖືກ ແລ້ວມາ ຂາຍຕໍ່ເອົາ ກໍາໄຣ. ທ່ານເວົ້າ ຕື່ມວ່າ ຣັຖບານລາວ ໄດ້ປະກາດ ຫ້າມບໍ່ໃຫ້ ນໍາສັດປີກ ທຸກຊນິດ ຈາກ ປະເທດຈີນ ເຂົ້າມາ ເພື່ອປ້ອງກັນ ການຣະບາດ ຂອງ ເຊື້ອພຍາດ ໄຂ້ຫວັດນົກ ສາຍພັນໃໝ່ H7N9 ຊຶ່ງກໍາລັງ ຣະບາດ ຢ່າງໜັກໜ່ວງ ຢູ່ 11 ແຂວງຂອງຈີນ ໂດຍມີຜູ້ ເສັຽຊີວິດ ຍ້ອນແລ້ວ 27 ຄົນ ຈາກ ຜູ້ຕິດເຊື້ອ ທັງໝົດ 120 ກວ່າຄົນ. ທ່ານກ່າວຫຍໍ້າ ອີກວ່າ ການນໍາຊີ້ນ ເປັດຊີ້ນໄກ່ ຈາກ ຕ່າງປະເທດ ເຂົ້າມາລາວ ໂດຍບໍ່ມີ ເອກສານ ຢັ້ງຢືນໃດໆ ນັ້ນ ເປັນການ ກະທໍາ ທີ່ຜິດກົດໝາຍ