ໂຮງຮຽນຈະເປີດພໍ່ແມ່ ກັງວົນ

ຜູ້ປົກຄອງ ນັກຮຽນ-ນັກສຶກສາ ຢູ່ລາວ ຍັງກັງວົນ ຕໍ່ການແຜ່ ຣະບາດ ຂອງພຍາດ ໂຄວິດ19 ຖ້າຫາກເປີດ ໂຮງຮຽນ ໃນມໍ່ໆນີ້.

ໂຮງຮຽນອານຸບານ ຊຶ່ງທາງການລາວ ຍັງສັ່ງໃຫ້ປິດ ການຮຽນ-ການສອນ ໄປອີກລະຍະນຶ່ງ ຮູບຈາກ : ນັກຂ່າວພົລເມືອງ

ຜູ້ປົກຄອງນັກຮຽນ ທີ່ມີລູກຢູ່ໂຮງຮຽນ ອະນຸບານ ແລະ ໂຮງຮຽນປະຖົມ ຢູ່ແຂວງສວັນນະເຂດ ມີຄວາມກັງວົນ ຕໍ່ການຣະບາດຂອງພຍາດ ໂຄວິດ19. ຜູ້ປົກຄອງນັກຮຽນຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 1 ພືສພາ ວ່າ:

"ຮູ້ສຶກກໍຢ້ານຢູ່ແຫລະ ຄັນຖ້າວ່າ ຊິເປີດໂຮງຮຽນແທ້ໆ ກໍຕ້ອງມີການສີດຢາ ຂ້າເຊື້ອໃນໂຮງຮຽນຫັ້ນແຫລະ ກໍຮອດແຕ່ກວາດຊື່ໆມັນກໍບໍ່ ຄັກປານໃດ ບາງໂຮງຮຽນ ເຂົາເຈົ້າກໍເອົາຄົນມາເກັບໂຕະມ້ຽນຫັ້ນນ່າ."

ນາງກ່າວຕື່ມວ່າ ປັດຈຸບັນ ລາວມີລູກສອງຄົນກຽມພ້ອ ມທີ່ຈະໄປໂຮງຮຽນ ໄປຫລິ້ນກັບໝູ່ແລ້ວ, ແລະ ໄດ້ວາງແຜນວ່າ ຈະເອົາສະບູໃຫ້ ລູກໄປລ້າງມື ຢູ່ໂຮງຮຽນນຳ ແລະຈະໄປຮັບກັບມາບ້ານຕອນພັກທ່ຽງ ເພື່ອປ້ອງກັນຕິດເຊື້ອ ໂຄວິດ19 ຫລັງຈາກພັກທ່ຽງແລ້ວ ກໍຈະເອົາ ລູກໄປໂຮງຮຽນຄືເກົ່າ.

ນັກສຶກສາມະຫາວິທຍາໄລແຫ່ງຊາດລາວ ປີທີ 2 ກ່າວວ່າ ລາວຮູ້ສຶກກັງວົນ ຕໍ່ການແຜ່ຣະບາດຂອງເຊື້ອພຍາດໂຄວິດ19 ຍ້ອນວ່າລາວກັບ ໝູ່ອີກ 3 ຄົນ ພັກຢູ່ໃນຫໍພັກຫ້ອງດຽວກັນ.

"ກັງວົນຢູ່ເອື້ອຍ ຄົນຢູ່ແຂວງໃດ ກໍບໍ່ຮູ້ມາມາແລ້ວ ມາໂປະກັນຢູ່ເດ້ ຫໍພັກເຮົາກໍນອນຫໍພັກໃນຫ້ອງລະ 4 ຄົນເນາະບາງຫ້ອງກໍ 8 ຄົນ 9 ຄົນ ມັນກໍໂປະກັນຢູ່ ສົມມຸດຄົນນຶ່ງເປັນ ຕິດກັນໄປໝົດທັງຫ້ອງຮຽນ ທັງຫໍພັກນະ."

ນັບແຕ່ອາທິດຜ່ານມາ ຈົນຮອດອາທິດນີ້ ເຈົ້າໜ້າທີ່ໄດ້ສິດຢາຂ້າເຊື້ອພຍາດໂຄວິດ19 ຢູ່ໂຮງຮຽນທົ່ວແຂວງສວັນນະເຂດ 200 ແຫ່ງທີ່ໄດ້ ຖືກດັດ ແປງເປັນສູນກັກຕົກຄົນງານລາວ ທີ່ມາຈາກປະເທດໄທ. ເຈົ້າໜ້າທີ່ຜແນກສຶກສາ ແຂວງສວັນນະເຂດໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ຄົນທຳງານມາແຕ່ເມືອງໄທ ແມ່ນພວກເຮົາສີດຢາຂ້າເຊື້ອໝົດທຸກແຫ່ງ ໂຕະ ຕັ່ງມ້າ ຫຍັງຕ່າງໆ ສີດໝົດສຳລັບໂຮງຮຽນທີ່ບໍ່ແມ່ນສູນກັກ ກັນນີ້ ຈະເຮັດຫລືບໍ່ກໍບໍ່ແນ່ໃຈ."

ທ່ານກ່າວຕື່ມວ່າໂຮງຮຽນທີ່ບໍ່ໄດ້ຖືກດັດແປງ ເປັນສູກກັກຕົວຄົນງານລາວນັ້ນ ຍັງຢູ່ລະຫວ່າງການລໍຖ້າແຈ້ງການຂອງຄະນະສະເພາະກິດ ວ່າຈະມີທິດຊີ້ນຳ ໃຫ້ສີດຢາຂ້າເຊື້ອຫຼືບໍ່, ປັດຈຸບັນຍັງບໍ່ມີນັກສຶກສາ ເຂົ້າມາພາຢູ່ຫໍພັກເທື່ອ, ແຕ່ເຈົ້າຂອງຫໍພັກ ກໍກະກຽມສີດຢາຂ້າເຊື້ອ. ເຈົ້າຂອງຫໍພັກໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກໍຄິດໄວ້ຢູ່ ເພາະວ່າມັນບໍ່ທັນ ໄດ້ກະກຽມນະໂຕນີ້ ເພາະວ່າມັນກບໍ່ທັນໄດ້ມີນັກສຶກສາ ເຂົ້າມາຄັນມີນັກສຶກສາເຂົ້າມາ 3-4 ຫ້ອງຂຶ້ນໄປ ພວກເຮົາກໍຈະຫາໂຕນີ້ ເຂົ້າມາສີດ."

ອີງຕາມແຈ້ງການຂອງ ສຳນັກງານນາຍົກຣັຖມົນຕຼີ ໃນວັນທີ 1 ພືສພາ, ໃຫ້ກະຊວງສຶກສາທິການ ແລະ ກິລາ ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສງົບ ກຽມເປີດສົກຮຽນ ໂດຍສະເພາະ ຊັ້ນປະຖົມ ປີ 5, ຊັ້ນມັທຍົມຕົ້ນ ປີທີ 4 ແລະ ຊັ້ນມັທຍົມປາຍ ປີທີ 7, ແລະໂຮງຮຽນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສງົບ ເລີ້ມແຕ່ວັນທີ 18 ພຶສພາ ເປັນຕົ້ນໄປ, ແຕ່ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ມີບ່ອນລ້າງມື ດ້ວຍນ້ຳສະອາດ, ໃສ່ສະບູ ແລະ ເຈວລ້າງມື, ໃສ່ຜ່າອັດປາກ ອັດດັງ, ວັດແທກອຸນນະພູມ.

ແຈ້ງການຍັງລະບຸອີກວ່າ ຂັ້ນຮຽນ, ມະຫາວິທຍາໄລ ແລະ ສະຖາບັນການສຶກສາ ລະດັບອື່ນໆ ນອກຈາກທີ່ໄດ້ກຳນົດມານີ້ ແມ່ນໃຫ້ສືບຕໍ່ ປິດຈົນກ່ວາຈະມີແຈ້ງການເພີ່ນຕື່ມໃນພາຍຫລັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org