ປະຊາຊົນລາວຄົນນຶ່ງ ໃນຄອບຄົວຢູ່ນະຄອນຫຼວງວຽງຈັນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຄວາມເສັຍຫາຍ ຈາກໂຄງການທາງຣົຖໄຟ ລາວ-ຈີນ ໄດ້ເສັຍຊີວິດຍ້ອນພະຍາດຂອງຜູ້ກ່ຽວ ເພາະບໍ່ມີເງິນໄປປິ່ນປົວຢູ່ໂຮງໝໍ ແລະທາງຄອບຄົວກໍບໍ່ມີດິນ ທີ່ຈະຂາຍເພື່ອໄດ້ເງິນມາເປັນຄ່າໃຊ້ຈ່າຍໃນການປິ່ນປົວ ຍ້ອນວ່າ ດິນທີ່ມີ ຖືກທາງໂຄງການຣົຖໄຟ ລາວ-ຈີນ ຍຶດເອົາໄປໝົດແລ້ວ, ອີງຕາມຄໍາເວົ້າຂອງຍາດພີ່ນ້ອງ ຂອງຜູ້ເສັຍຊີວິດ ທີ່ຂໍສງວນຊື່ ແລະທີ່ຢູ່ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມົກຣານີ້.
"ກະຖ້າເງິນໄປປິ່ນໄປປົວນີ້ແຫລະ ຖ້າໄປຖ້າມາບໍ່ໄດ້ເງິນແລ້ວກະເລີຍຕາຍໄປຊື່ໆ ບໍ່ມີເງິນກະເລີຍບໍ່ໄດ້ ລໍ່ຖ້າເງິນສິໄປປີ່ນໄປປົວ ແລ້ວບໍ່ໄດ້ຈັກເທື່ອຈົນຕາຍປະ. "
ນາງເວົ້າຕື່ມວ່າ ພາຍຫຼັງທີ່ພາກສ່ວນກ່ຽວຂ້ອງ ຮູ້ຂ່າວທີ່ວ່ານີ້ແລ້ວ ກໍຕິດຕໍ່ມາຫາ ພ້ອມທັງຮັບປາກວ່າ ຈະເລັ່ງຈ່າຍເງິນຄ່າຊົດເຊີຍນັ້ນ ໃຫ້ຄອບຄົວຜູ້ກ່ຽວ, ແຕ່ບໍ່ໄດ້ຊີ້ແຈງຢ່າງຈະແຈ້ງວ່າ ເປັນຍ້ອນຫຍັງ ການຊົດເຊີຍນັ້ນຈຶ່ງຍັງລ່າຊ້າ ແລະຈະໃຫ້ມື້ໃດ ຊຶ່ງທາງຄອບ ຄົວຂອງຜູ້ກ່ຽວກໍຍັງລໍຖ້າ ເພື່ອຈະໄດ້ເອົາເງິນໄປໃຊ້ໜີ້ ທີ່ໄດ້ກູ້ຢືມມາ ແລະຊື້ທີ່ດິນໃໝ່.
ຊາວບ້ານໃກ້ຄຽງນາງນຶ່ງເວົ້າວ່າ ຜູ້ເສັຽຊີວິດຄົນນີ້ ລໍຖ້າເງິນຄ່າຊົດເຊີຍ ຈາກທາງໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ມາປະມານ 2 ປີແລ້ວ, ແຕ່ກ່ອນດິນຂອງລາວເຄີຍປູກເຂົ້າຂາຍ, ແຕ່ຫຼັງຈາກຕ້ອງໄດ້ເສັຍດິນນາ ໃຫ້ໂຄງການນີ້ໄປແລ້ວ ກໍຂາດລາຍໄດ້, ບໍ່ມີເງິນໄປປິ່ນປົວ ໃຫ້ພະຍາດປະຈໍາຕົວຫາຍໄດ້.
"ລາວບໍ່ມີເງິນປົວໂຕ ລາວກະເລີຍໄດ້ເສັຽຊີວິດ ຄິດວ່າສິໄດ້ເງິນແລ້ວເອົາລາວໄປປົວ ຄັນດິນບໍ່ຖືກໂຄງການຫັ້ນເພິ່ນຂາຍເຂົ້າ ເພິ່ນກະພໍດ້ປົວກັນ ພໍໄດ້ເອົາກັນໄປໂຮງໝໍ ບໍ່ມີເງິນປົວກັນບາດນີ້ນ່າ ເງິນສິຊື້ໂລງໃສ່ເພິ່ນກະບໍ່ມີ ໄດ້ໄປຢືມ. "
ແລະຊາວບ້ານອີກນາງນຶ່ງກໍເວົ້າວ່າ ມີອີກຫຼາຍຄອບຄົວ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຈາກໂຄງການດັ່ງກ່າວ, ພວກເຂົາເຈົ້າແຮງທຸກຍາກຂຶ້ນນໍາເລື້ອຍໆ ຍ້ອນຍັງບໍ່ມີເງິນ ທີ່ຈະເອົາໄປຊື້ດິນໃໝ່ ທັງໆທີ່ຣົຖໄຟ ລາວ-ຈີນ ກໍໄດ້ເປີດໃຊ້ມາເປັນເດືອນແລ້ວ.
"ປະມານ 20-30 ຄອບຄົວພຸ້ນແຫລະ ໃຫ້ຢູ່ແຖວນີ້ບໍ່ມີເງິນ ຄັນຫັນເອົາໃບຕາດິນໄປຈໍາເຂົາ ເຂົາບໍ່ເອົາ ວ່າມັນຖືກໂຄງການແລ້ວ ກະໃຫ້ເຮັດເສັ້ນທາງຣົຖໄຟແລ້ວດຽວນີ້ນ່າ 2 ປີກະວ່າມື້ນັ້ນມື້ນີ້ ຕົວະມື້ນັ້ນມື້ນີ້ ແລ້ວກະດົນມານີ້ເດ໋. "
ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຄະນະກັມມະການ ດ້ານການຊົດເຊີຍຜົລກະທົບຈາກໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ປະຈໍານະຄອນ ຫຼວງວວຽງຈັນ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ເຖິງກໍຣະນີການເສັຍຊີວິດ ຂອງຜູ້ທີ່ຍັງບໍ່ທັນໄດ້ຄ່າຊົດເຊີຍ ຈາກໂຄງການດັ່ງກ່າວນັ້ນ ນັກຊ່ຽວຊານດ້ານກົດໝາຍທ່ານນຶ່ງເວົ້າວ່າ ຕາມກົດໝາຍແລ້ວ ແມ່ນສະມາຊິກຄອບຄົວ ທີ່ຍັງມີຊີວິດຢູ່ ຈະຕ້ອງໄດ້ຮັບຄ່າຊົດເຊີຍນັ້ນ.
"ກະມີສິດຮຽກຮ້ອງໃນການເອົາເງິນຄ່າຊົດເຊີຍ ທີ່ຖືກໂຄງການຫັ້ນ ເຖິງວ່າລາວຈະເສັຽຊີວິດໄປ ເຈົ້າຂອງໄດ້ເສັຽຊີວິດໄປກໍຕາມເນາະ ກະຕ້ອງໄດ້ຄ່າຊົດເຊີຍນັ້ນຢູ່ດີເນາະ. "
ນັກຊ່ຽວຊານດ້ານກົດໝາຍເວົ້າວ່າ ສໍາລັບເຣື່ອງຄົນທີ່ເສັຍຊີວິດ ຍ້ອນພະຍາດຂອງຜູ້ກ່ຽວ ເນື່ອງຈາກບໍ່ມີເງິນໄປປິ່ນປົວຢູ່ໂຮງໝໍ ຍ້ອນບໍ່ໄດ້ຮັບຄ່າຊົດເຊີຍນັ້ນ ຕາມກົດໝາຍແລ້ວ ທາງຄອບຄົວຈະບໍ່ສາມາດຮຽກຮ້ອງ ຫຼືເອົາຜິດນໍາພາກສ່ວນໃດໄດ້ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ດໍາເນີນການຊົດເຊີຍຕາມຂັ້ນຕອນ ຂອງເຂົາເຈົ້າແລ້ວ ເຖິງຈະລ່າຊ້າກໍຕາມບໍ່ຖືວ່າເປັນຄວາມຜິດຂອງພາກສ່ວນໃດ.
ມີຣາຍງານຕື່ມວ່າ ປະຊາຊົນຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນຢູ່ເມືອງຫາດຊາຍຟອງ, ເມືອງໄຊທານີ ແລະເມືອງໄຊເສຖາ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຈາກໂຄງການທາງຣົຖໄຟລາວ-ຈີນເທື່ອນັ້ນ ຫຼາຍຄອບຄົວກໍຍັງລໍຖ້າ ແລະຕິດຕາມຄວາມຄືບໜ້າກ່ຽວກັບເຣື່ອງນີ້ຢູ່ ແລະບາງຄົນກໍໄດ້ໄປຮອດຫ້ອງການປົກຄອງເມືອງ ເພື່ອຂໍຮູ້ຄວາມຄືບໜ້າ, ແຕ່ກໍບໍ່ໄດ້ຄໍາຕອບຕາມທີ່ຕ້ອງການ ແລະຫຼາຍຄົນກໍເວົ້າວ່າ ຍັງຈະໄປຖາມພາກສ່ວນທີ່ກ່ຽວຂ້ອງຕໍ່ໄປ ຢູ່ເລື້ອຍໆ ເພື່ອບໍ່ໃຫ້ເຣື່ອງນີ້ມິດງຽບໄປ.
ເມື່ອທ້າຍປີທີ່ຜ່ານມານີ້ ທາງຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ເປີດເຜີຍວ່າ ປັດຈຸບັນ ກໍາລັງຢູ່ໃນລະຫວ່າງການເບີກຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໃນເຂດນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບຈາກໂຄງການກໍ່ສ້າງທາງ ຣົຖໄຟລາວ-ຈີນ ໄລຍະທີ 1 ຈໍານວນ 57 ຕອນ ແລະໄລຍະທີ 2 ອີກ 493 ຕອນ ແລະທີ່ຜ່ານມາ ກໍໄດ້ເບີກຈ່າຍໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃນໄລຍະທີ 1 ແລ້ວ 882 ຕອນ ແລະໃນໄລຍະທີ 2 ແລ້ວ 91 ຕອນ. ໃນເຂດນະຄອນຫຼວງວຽງຈັນ ມີດິນທີ່ຖືກຜົລກະທົບຈາກໂຄງການນີ້ທັງໝົດ 1,523 ຕອນ ຢູ່ເມືອງນາຊາຍທອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະເມືອງຫາດຊາຍຟອງ.