ກວດພົບ 800 ປາຍຄົນ ຕິດໂຄວິດ ສາຍພັນ ໂອມິຄຣອນ

ໃນເຂດທີ່ມີການແຜ່ຣະບາດ ຂອງໂຄວິດ-19 ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຈະໜ່ວຍງານ ດຳເນີນການສຸ່ມກວດຫາໂຄວິດ-19 ກັບກຸ່ມຊາວບ້ານ ໃນເຂດບ້ານນັ້ນທັນທີ ເພາະຖືເປັນກຸ່ມສ່ຽງ ໃນນະຄອນຫຼວງວຽງຈັນ ເມື່ອເດືອນຕຸລາ 2021.
ໃນເຂດທີ່ມີການແຜ່ຣະບາດ ຂອງໂຄວິດ-19 ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຈະໜ່ວຍງານ ດຳເນີນການສຸ່ມກວດຫາໂຄວິດ-19 ກັບກຸ່ມຊາວບ້ານ ໃນເຂດບ້ານນັ້ນທັນທີ ເພາະຖືເປັນກຸ່ມສ່ຽງ ໃນນະຄອນຫຼວງວຽງຈັນ ເມື່ອເດືອນຕຸລາ 2021. (RFA)

0:00 / 0:00

ຄະ​ນະ​ສະ​ເພາະ​ກິ​ຈ ຄວບ​ຄຸມໂຄວິດ-19 ໄດ້​ຖ​ແລງ ວັນ​ທີ 16 ມີ​ນາ ວ່າ ໄດ້​ກວດ​ພົບຜູ້​ຕິດ​ເຊື້ອ​ ໂຄວິດ-19 ສາຍ​ພັນໂອ​ມິ​ຄຣອນ 848 ຄົນ ຈາກ​ຜົ​ລກວດ​ທັງ​ໝົດ 3,000 ປາຍ​ ໂຕຢ່າງ. ໃນ​ຈຳ​ນວນຜູ້​ຕິດ​ເຊື້ອ​ທັງ​ໝົດ ນະ​ຄອນ​ຫລວງວຽງ​ຈັນ ກວມ​ເອົາຈຳ​ນວນ​ຜູ້​ຕິດ​ເຊື້ອ​ ຫຼາຍກວ່າ​ແຂວງ​ອື່ນ. ສາ​ເຫດ​ທີ່​ເຮັດ​ໃຫ້​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ ຍ້ອນ​ວ່າ ປະ​ຊາ​ຊົນ​ມີ​ການ​ ຊຸມ​ແຊວ​ກັນ​ຫຼາຍ​ຂຶ້ນ, ມີ​ການ​ເປີດ​ຮ້ານ ​ກິນ​ດື່ມ​ເປັນ​ປົກ​ຕິ ແລະ ຫຼາຍ​ຄົນ​ກໍ​ບໍ່​ປ້ອງ​ກັນ​ໂຕ​ເອງ.

ເຈົ້າ​ໜ້າ​ທີ່​ ສາ​ທາ​ຣະ​ນະ​ສຸ​ຂ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

" ຕ້ອງ ເວົ້າ ເຣື່ອງ ການ ປ້ອງ ກັນ ນຶ່ງ ລະ ແມ່ນ ເຣື່ອງ ການ ຈັດ ງານ ກິ ກັມ ຕ່າງໆ ແລະ ການ ຊຸມ ແຊວ ເບາະ ບັນ ດາ ຮ້ານ ກິນ ດື່ມນີ້ ຫຼາຍໆ ບ່ອນ ເພິ່ນ ກະ ເປີດ ບັນ ຫານີ້ ແຫຼະ ຖື ວ່າ ມັນ ສ້າງ ໃຫ້ ມີ ໂຄວິດ ຂຶ້ ນມາ ຕື່ມນີ້ ນ່າ ຫຼາຍ ຄົນ ລາງ ເທື່ອ ກໍ ບໍ່ ໄດ້ ໃສ່ຜ້າ ປິດ ປາກ ປິດ ຫຍັງ ກະ ມີ ແຕ່ ວ່າ ພວກ ເຮົາ ກໍ ຕ້ອງ ໄດ້ ເອົາ ໃຈ ໃສ່ ນຳ ກັນ ໝົດ ນັ້ນ ແຫຼະ ທຸກ ພາກ ສ່ວນ ຮອດ ພໍ່ ແມ່ ປະ ຊາ ຊົນ ຫັ້ນ ແຫຼະ ."

ທ່ານ ກ່າວ​ຕື່ມ​ວ່າ ສ່ວນ​ມາ​ຕ​ການ​ປ້ອງ​ກັນ ເຈົ້າ​ໜ້າ​ທີ່​ກໍ​ຍັງ​ໃຊ້​ມາ​ຕ​ການ​ຄື​ເກົ່າ ຍັງ​ບໍ່​ໄດ້​ມີ​ການ​ແຈ້ງ​ການ​ເພີ່ມ​ຕື່ມ ແລະ ພໍ່​ແມ່​ປະ​ຊາ​ຊົນ ຄວນ​ຈະ​ເອົາ​ໃຈໃສ່ ເປັນ​ເຈົ້າ​ການ​ໃນ​ການ ​ປ້ອງ​ກັນ​ຮ່ວມ​ກັນ​ໃຫ້​ຫຼາຍ​ຂຶ້ນ ແລະ ຄວນ​ຫຼີກ​ລ້ຽງ​ໄປ​ຊຸມ​ແຊວ ທີ່​ເປັນ​ສາ​ເຫດ​ນຶ່ງ ​ທີ່​ເຮັດ​ໃຫ້​ມີ​ການ​ຕິດ​ເຊື້ອ ​ໂຄວິດ-19 ເພີ່ມ​ຂຶ້ນ.

ໂຕ​ເລກ​ການ​ຕິດ​ເຊື້ອ 2 ມື້ ຜ່ານ​ມາ ບໍ່​ມີ​ແນມ​ໂນ້ມ​ຈະ​ຫຼຸດ​ລົງ ແຕ່ ​ອາ​ການບໍ່​ຮຸນ​ແຮງ ເມື່ອ​ທຽບ​ໃສ່​ທີ່​ຜ່ານ​ມາ.

ດ​ຣ. ລັດ​ຕະ​ນະ​ໄຊ ເພັດ​ສຸ​ວັນ ຫົວ​ໜ້າ​ກົມ​ຄວບ​ຄຸມ ​ພະ​ຍາດ​ຕິດ​ຕໍ່ ກະ​ຊວງ​ສາ​ທາ​ຣະ​ນະ​ສຸ​ຂ ໄດ້​ຖ​ແລງ​ຕໍ່​ສື່ມວ​ນ​ຊົນ ​ໃນ​ວັນ​ທີ 16 ມີ​ນາ ຕອນ​ນຶ່ງວ່າ:

"ສາ ເຫດ ຂອງ ການ ຣະ ບາດ ຮອບນີ້ ເກີດ ຈາກ ການ ຣະ ບາດ ຂອງ ສາຍ ພັນ ໂອ ມິ ຄຼອນ ໂດຍ ສະ ເພາະ ແມ່ນ ສາຍ ພັນ ທີ່ ທາງ ການ ເອີ້ນ ວ່າ BA.2 ແມ່ນ ສາ ມາດ ຕິດ ຕໍ່ ເຮັດ ໃຫ້ ອັດ ຣາ ການ ຕິດ ເຊື້ອ ເພີ່ມ ຂຶ້ນ ສູງ ສຳ ລັບ ລາວ ໂຕ ເລກ ຕິດ ເຊື້ອ ທົ່ວ ປະ ເທດ ບໍ່ ມີ ແນວ ໂນ້ມທີ່ ຈະ ຫຼຸດ ລົງ ແລະ ມື້ນີ້ ກໍ ເປັນ ມື້ ນຶ່ງ ທີ່ ມີ ຜູ້ ຕິດ ເຊື້ອ ທົ່ວ ປະ ເທດ ສູງ ເຖິງ 800 ກວ່າ ຄົນ ."

ເຖິງວ່າ ຈະ​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ ແຕ່​ທາງ​ການ​ລາວ ກໍ​ຍັງ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ ພາຍ​ໃຕ້​ໂຄງ​ການ​ສີ​ຂຽວ ທີ່​ເດີນ​ທາງ​ຜ່ານ​ກຸ່ມ​ທົວຣ໌ ເຂົ້າ​ມາ​ທ່ຽວ​ພາຍ​ໃນ​ລາວ ໄດ້​ຄື​ເກົ່າ ຕາມ​ແຜນ​ຂອງ​ຣັ​ຖ​ບານ​.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ຜູ້​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ທ່ານນຶ່ງ ໄດ້​ກ່າວ​ວ່າ:

"ເປີດ ດຽວນີ້ ເພິ່ນ ກໍ ຄື ຜ່ອນ ຜັນ ຫຼາຍ ແລ້ວ ເດ້ ແຕ່ ກໍ ກວດ ໂຄວິດ ຄື ເກົ່າ ແຕ່ ຄັນ ຈະ ປົກ ຕິ ຄື ທີ່ ຜ່ານ ມາ ຫັ້ນ ນ່າ ກະ ເດືອນ 7 ພຸ້ນ ນ່າ ຕາມ ແຜນ ບໍ່ ຜ່ານ ກຸ່ມ ທົວ ກະ ໄດ້ ."

ກ່ຽວ​ກັບ​ເຣື່ອງ​ດັ່ງ​ກ່າວ ກໍ​ມີ​ຊາວ​ລາວ​ຈຳ​ນວນ​ນຶ່ງ ກໍ​ຮູ້​ສຶກ​ກັງ​ວົນ​ໃຈ ແລະ ເປັນ​ຫ່ວງວ່າ ເຊື້ອ​ໂຄວິດ-19 ຈະ​ກັບ​ຣະ​ບາດ​ຄື​ເກົ່າ ແລະ ຢ້ານ​ສົ່ງ​ຜົ​ລ​ກະ​ທົບ​ໃນ​ຫຼາຍ​ດ້ານ.

ຊາວ ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ໂຕນີ້ ຫັ້ນ ນ່າ ເນາະ ມັນ ກະ ຜ່ອນ ຄາຍ ຊ່ວງໆ ນຶ່ງ ຫັ້ນ ລະ ນ່າ ບາດນີ້ ລະ ເຂົາພັດ ເປີດ ຮ້ານ ກິນ ດື່ມ ບໍ່ ຮ້ານ ບັນ ເທີງ ນັ້ນ ຫຼາຍ ຂຶ້ນ ຫັ້ນ ນ່າ ແລະ ກໍ ຄົນ ໄປ ຊຸມ ກັນຫຼາຍ ຫັ້ນ ນ່າ ມັນ ເປັນ ສາ ເຫດ ໃຫ້ ມັນ ຣະ ບາດ ຂຶ້ນ ແບບນີ້ ຫັ້ນ ນ່າ ກັງ ວົນ ໃນ ກະ ໜ້າ ເປັນ ຫ່ວງ ເດ້ ."

ພ້ອມ​ດຽວ​ກັນ​ນີ້ ຊາວ​ລາວ​ອີກ​ຈຳ​ນວນ​ນຶ່ງ ກໍ​ບໍ່​ໄດ້​ຮູ້​ສຶກ​ກັງ​ວົນ​ໃຈ​ຫຼາຍ ຍ້ອນ​ວ່າ ເຣີ່ມ​ຄຸ້ນ​ເຄີຍ ກັບ​ເຣື່ອງ​ໂຄວິດ-19 ແລະ ຮູ້​ຈັກການ​ປ້ອງ​ກັນໂຕ​ເອງ​ແລ້ວ.

ຊາວ​ ນະ​ຄອນ​ຫລວງວຽງ​ຈັນ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ກໍ ກັງ ວົນ ໃຈ ປານ ໃດ ລະ ຊິນ ແລ້ວ ເດ້ ສຳ ລັບ ພວກ ເຮົາ ມັນ ເຊບ ຕົວ ເອງ ຢູ່ ແລ້ວ ເຮົາ ກໍ ຈະ ມີ ການ ປ້ອງ ກັນ ."

ຢ່າງ​ໃດ​ກໍ​ຕາມ ບັນ​ດາ​ປະ​ເທດ​ອາ​ຊຽນ ຫຼາຍ​ປະ​ເທດ ເປັນ​ຕົ້ນ​ວຽດ​ນາມ, ໄທ​ຍ, ສິງ​ກະ​ໂປຣ໌ ແລະ ມາ​ເລ​ເຊັຽ ກໍ​ເປີດ​ປະ​ເທດ​ ຢ່າງ​ເປັນ​ທາງ​ການ​ໃນ​ບໍ່​ດົນ​ນີ້ ເຖິງວ່າ ອັດ​ຕ​ຣາ​ການ​ຕິດ​ເຊື້ອ ​ໂຄວິດ-19 ຍັງ​ບໍ່​ຫຼຸດ​ລົງ​ກໍ​ຕາມ.