ເສຍຊີວິດເພີ່ມ ຈາກການດື່ມເຄື່ອງດື່ມ ປະສົມທາເບື່ອ
ຊາວອອສເຕຣເລຍ, ຮອລລີ ໂບລສ໌, ອາຍຸ 19 ປີ, ເປັນຜູ້ເຄາະຮ້າຍຫຼ້າສຸດທີ່ເສຍຊີວິດ ພາຍຫຼັງດື່ມເຄື່ອງດື່ມທີ່ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ.
-
ວິທຍຸເອເຊັຽເສຣີ
2024-11-22 -
-
-
ເຂດທ່ອງທ່ຽວແຄມນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ເດືອນມັງກອນ ປີ 2023.
ຮູບພາບຈາກພົນລະເມືອງ
ຊາວອອສເຕຣເລຍ, ຮອລລີ ໂບລສ໌, ອາຍຸ 19 ປີ, ເປັນຜູ້ເຄາະຮ້າຍຫຼ້າສຸດທີ່ເສຍຊີວິດ ພາຍຫຼັງດື່ມເຄື່ອງດື່ມທີ່ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ. ມື້ວານນີ້, ບີອາງກາ ໂຈນສ໌, ອາຍຸ 19 ປີ, ເຊິ່ງເປັນເພື່ອນເດີນທາງ ແລະ ໝູ່ຂອງຜູ້ດັ່ງກ່າວ, ກໍເສຍຊີວິດ ຍ້ອນເຫດການດຽວກັນ. ລວມໝົດແລ້ວ, 6 ຄົນ ໄດ້ເສຍຊີວິດ.