ຊາວລາວຕົກຢູ່ສະພາບ ກັງວົນ

ອະວາຣີ
2020.03.31
F-workers ທາງການລາວ ຈັດຂົນສົ່ງເອົາ ປະຊາຊົນ-ຄົນງານລາວ ທີ່ກັບຈາກໄທ ໄປຫາສະຖານທີ່ພັກເຊົາ ເພື່ອກັກໂຕເອງ ເປັນເວລາ 14 ມື້
ຮູບຈາກ : ນັກຂ່າວພົລເມືອງ

ຫລັງຈາກທາງການລາວ ປະກາດວ່າ ປະເທດລາວ ກໍມີຜູ້ຕິດເຊື້ອໂຄວິດ-19 ເມື່ອອາທິດທີ່ແລ້ວ, ປະຊາຊົນລາວຫລາຍຄົນ ກໍຢ້ານວິຕົກ ກັງວົນ ຢ້ານໂຕເອງຈະຕິດເຊື້ອ ແລະກໍຢ້ານພຍາດນີ້ຈະຣະບາດ ຮ້າຍແຮງຂຶ້ນໃນລາວ; ຫຼາຍຄົນຈຳເປັນຕ້ອງໃສ່ຜ້າອັດປາກອັດດັງແລະ ຕ້ອງຢູ່ເຮືອນ ບໍ່ຈຳເປັນກໍບໍ່ອອກໄປໃສ ໂດຍສະເພາະຊາວບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງມີລູກບ້ານ ຜູ້ນຶ່ງຕິດເຊື້ອໂຣກ ດັ່ງກ່າວແລ້ວ.

ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸກ ແລະເປັນຜູ້້ປະຈຳການຄະນະສະເພາະກິດ ຄວບຄຸມໂຄວິດ-19 ປະກາດ ເມື່ອວັນທີ່ 25 ມິນາ 2020 ນີ້ວ່າ ຊາວບ້ານຫ້ວຍຫ້ອມ ຜູ້ນຶ່ງຕິດ ເຊື້ອໂຄວິດ-19:

“ກໍຣະນີນຶ່ງຊື່ທ້າວ ເຈມບອນ ອາຍຸ 26 ປີ, ອາຊີບນັກທຸຣະກິດ, ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຊຶ່ງມີ ການພົວພັນກັບທ້າວສີຣິສັກ ຜູ້ຕິດເຊື້ອຈາກໂຮງແຮມ ຄຣາວພະລາຊ່າ ນີ້ ໂດຍ ມີການຮັບປະທານ ອາຫານຮ່ວມກັນ; ຈັ່ງຊັ້ນກໍຣະນີນີ້ ພວກເຮົາໄດ້ເກັບຕົວຢ່າງມາ ບົ່ງມະຕິ ແລະເຫັນວ່າ ຜູ້ກ່ຽວນີ້ໄດ້ຮັບການຕິດເຊື້ອ ຖືວ່າເປັນ ກໍຣະນີທີ່ສາມ.”

ຫລັງຈາກໄດ້ຍິນປະກາດນັ້ນ ຊາວບ້ານຫ້ວຍຫ້ອມ ກໍພາກັນຢ້ານ ແລະວິຕົກກັງວົນ ດັ່ງຊາວບ້ານຄົນນຶ່ງ ຊຶ່ງກໍມີອາຍຸໃກ້ກະສຽນແລ້ວ ແລະ ທີ່ບໍ່ປະສົງອອກຊື່ ໄດ້ກ່າວກັບນັກຂ່າວວິທຍຸເອເຊັຽເສຣີຂອງພວກເຮົາ ເມື່ອວັນທີ່ 30 ມິນາ 2020 ນີ້ວ່າ:

“ບ້ານຫ້ວຍຫ້ອມ ແມ່ນບ້ານເຮົາຢູ່; ໂອຍ, ກໍ ຢ້ານແລ້ວເວີຍ ເວົ້າແນວຕາຍ. ໝໍນັ້ນ ເຂົາກໍເອົາໄປນອນ ຢູ່ໂຮງໝໍ ໝໍຕິດເຊື້ອ; ເຂົາກໍ ເອົາພໍ່ເອົາແມ່ມັນ ເອົາເອື້ອຍອ້າຍ ນ້ອງມັນໄປກວດ ກວດແລ້ວເຂົາບໍ່ເຫັນ. ທາງການກໍມາສີດເຮືອນມັນຫັ່ນນະ. ເຂົາບໍ່ໃຫ້ ອອກເຮືອນໃດ໋ ເຂົາປະກາດແລ້ວເດ໋ ອະນຸຍາດ ໃຫ້ແນວຈຳເປັນ ຊື້ອາຫານການກິນ ຮ້ານຂາຍຂອງ ຢູ່ຂອງກິນເຂົາໃຫ້ເປີດ ຍັງເປີດຢູ່ ຕລາດບ້ານເຮົານີ່ ຫາກແຕ່ວ່າອາຫານການກິນ ກໍບໍ່ຫຼາຍຄືເກົ່າແລ້ວ ເຂົາຊື້ມາບໍ່ ໄດ້ເດ໋.”

ຊາວບ້ານຫ້ວຍຫ້ອມຄົນນີ້ ຕອບຄຳຖາມເປັນຫຍັງຈຶ່ງຢ້ານແທ້ວ່າ ເພາະວ່າໂຕເຂົາເອງກໍເຖົ້າແກ່ແລ້ວ ແລະສຸຂພາບກໍອ່ອນແອມີພຍາດ ຫຼາຍຢ່າງ; ຕາມໄດ້ຍິນຂ່າວຜູ້ເຖົ້າ ມັກຕິດພຍາດໂຄວິດ-19 ນີ້ງ່າຍ ແລະກໍມີໂອກາດເສັຽຊີວິດສູງ ໂດຍສະພາະຜູ້ມີອາຍຸແກ່ ແລະສຸຂພາບ ຊຸດໂຊມ ຄວາມຕ້ານທານ ຂອງຮ່າງກາຍກໍອ່ອນແອ.

ຕໍ່ຄຳຖາມທີ່ວ່າ ເປັນຫຍັງປະເທດລາວ ຈຶ່ງມີຜູ້ຕິດເຊື້ອໂຄວິດ-19 ໜ້ອຍແທ້ ທັງໆທີ່ທຸກປະເທດໃນໂລກ ໃນນັ້ນລວມທັງປະເທດເພື່ອນບ້ານ ຂອງລາວ ກໍຕິດ ແລະ ເສັຽຊີວິດຍ້ອນພະຍາດນີ້ ຢ່າງຫລວງຫລາຍ, ຊາວບ້ານຫ້ວຍຫ້ອມ ຄົນນີ້ ຕອບວ່າ ທາງຂັ້ນເທິງ ອະທິບາຍວ່າ ລາວເປັນປະເທດຮ້ອນ ພຍາດໂຄວິດ-19 ນີ້ ຖ້າຖືກອາກາດ ຮ້ອນເຖິງ 28 ອົງສາແຊນສິສ ຂຶ້ນໄປມັນຈະຕາຍ; ອີກຢ່າງນຶ່ງ ລາວກໍເປັນ ປະເທດ ບໍ່ແອອັດ ຄົນບໍ່ຫລາຍ ຢູ່ກັນກະແຈກກະຈາຍ ແລະກໍບໍ່ມີຣົດໄຟ ໃຕ້ດິນຄືຕ່າງປະເທດເຂົາ.

ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ປະຊາຊົນກໍຢ້ານໂຄວິດຣະບາດເຊັ່ນກັນ; ຢ້ານຕອນທຳອິດແມ່ນຢ້ານໃນເວລາວຊາວໄທ ທີ່ຕິດພຍາດ ໂຄວິດ-19 ມາທ່ຽວພັກເຊົາ ແລະກິນອາຫານຢູ່ຮ້ານອາຫານ ສອງແຫ່ງ ໃນຕົວເມືອງທ່າແຂກ ເມື່ອກາງເດືອນມິນາ. ຊາວບ້ານຄົນນຶ່ງ ຊຶ່ງຢູ່ເຮືອນໃກ້ກັບຮ້ານອາຫານ ທັງສອງແຫ່ງນັ້ນ ເລົ່າໃຫ້ນັກຂ່າວ ວິທຍຸເອເຊັຍເສຣີ ຟັງໃນ ເວລານັ້ນວ່າ ເຂົາເອງເດີນທາງຜ່ານໜ້າ ຮ້ານອາຫານ ທັງສອງແຫ່ງນັ້ນ ເກືອບທຸກມື້ ແລະກໍພົບປະກັບເຈົ້າຂອງຮ້ານ ເລື້ອຍໆ.

ປັດຈຸບັນ ເຖິງວ່າທາງການເພິ່ນໄດ້ມາສີດຢາຂ້າເຊື້ອແລ້ວ ນາງກໍຍັງຢ້ານ ແລະກໍພຍາຍາມ ຫລີກເດີນທາງຜ່ານຮ້ານອາຫານ ທັງສອງ.

ມາບັດນີ້ ໃນເມື່ອມີຜູ້ຕິດເຊື້ອແລ້ວ ຢູ່ລາວ ປະຊາຊົນຢູ່ເມືອງທ່າແຂກ ກໍຍິ່ງວິຕົກກັງວົນຢ້ານ ໂຄວິດ-19 ຈະຣະບາດຮ້າຍແຮງຂຶ້ນ ຄືກັບ ປະເທດອື່ນ. ແມ່ຄ້າຢູ່ກາງເມືອງທ່າແຂກຜູ້ນຶ່ຶງ ກ່າວເຖິງຄວາມຢ້ານ ນັ້ນວ່າ:

“ຢ້ານ ໄປທາງໃດກໍພາກັນປິດປາກປິດດັງ ໃສ່ຊົບມື ໄດ້ຍິນເພິ່ນແຈ້ງການ ພັກໝົດແລ້ວນີ່ ຊິດປິດເມືອງໃນວັນທີ່ 1 ຂອງເມສາ ນີ້ແຫຼະ. ຜ້າອັດປາກອັດດັງ ກໍຍັງມີຂາຍຢູ່ບໍ່? ມີຢູ່ໃດ໋ ແຕ່ວ່າແພງຈາກຣາຄາ 25,000 ມັນຂື້ນເປັນ 180,000 ໄດ້ 50 ອັນ.”

ຊາວເມືອງທ່າແຂກຜູ້ນີ້ກ່າວອີກວ່າ ນາງຢ້ານຫລາຍ ເປັນຫ່ວງນຳພໍ່ແມ່ ທີ່ມີອາຍຸສູງແລ້ວ ມີແຕ່ບອກເພິ່ນວ່າ ຖ້າບໍ່ຈຳເປັນ ກໍບໍ່ຢາກໃຫ້ ອອກຈາກເຮືອນ ຖ້າພໍ່ແມ່ບໍ່ມີອາຫານການກິນ ກໍໃຫ້ໂທຣະສັບຫາ ລູກຫຼານ ລູກຫລານຈະໄປສົ່ງໃຫ້ຢູ່ເຮືອນ.

ນອກຈາກນີ້ ຊາວເມືອງທ່າແຂກນາງນີ້ຍັງຢ້ານ ຖ້າພີ່ນ້ອງຄອບຄົວຕິດພຍາດໂຄວິດ-19 ພວກເຂົາຈະໄປຮັກສາປິ່ນປົວຢູ່ໃສ ການປິ່ນປົວ ຢູ່ລາວ ກໍແພງ; ແລະຖ້າມີການຣະບາດແຮງຂຶ້ນ ໂຮງໝໍຈະສາມາດ ຮອງຮັບໄດ້ບໍ່.

ສ່ວນຊາວລາວຜູ້ຢູ່ເຂດຊົນນະບົດ ກໍຢ້ານຄືກັນ ຕົວຢ່າງຊາວບ້ານເມືອງປາກກະດິງ ແຂວງບໍຣິຄຳໄຊ ຜູ້ນຶ່ງກ່າວວ່າ:

“ກະຢ້ານຫັ່ນແຫຼະ ດຽວນີ້ບັນດາຮ້ານຂາຍເຄື່ອງເຂົາປິດໝົດ ເຂົາບໍ່ໃຫ້ເຂົ້າໄປໄດ້ແຕ່ໄປຊື້ຢູ່ເຮືອນເຂົາ. ຕລາດໃຫຍ່ຢູ່ແຕ່ເປີດກໍເປີດໜ້ອຍ ຫັ່ນແຫລະ ຫາຜູ້ມາຂາຍ ກະຜູ້ນັ້ນກໍເມືອ ຜູ້ນີ້ກໍເມືອຢູ່ເຮືອນ ມີກໍມີດ້າມໜ້ອຍ ອາຫານການກິນ ຣາຄາກໍແພງຂຶ້ນແຫລະບາດນີ້; ແຕ່ກ່ອນ ອັນນຶ່ງພັນກີບ ຜູ້ອັດປາກອັດດັງອັນນຶ່ງ ດຽວນີ້ອັນລະ ຫ້າພັນ ໃຊ້ແຕ່ເວລາ ອອກຈາກເຮືອນ ເວລາຢູ່ເຮືອນ ກໍບໍ່ໃຊ້ແຫລະ.”

ມື້ວານ ວັນທີ່ 30 ມິນາ 2020, ຜູ້ອຳນວຍການອົງການອະນາມັຍໂລກ ກໍໄດ້ສະແດງ ຄວາມເປັນຫ່ວງຕໍ່ສະພາບການ ຣະບາດຢູ່ໃນທົ່ວ ໂລກ ໂດຍສະເພາະຢູ່ປະເທດທີ່ທຸກຍາກ ແລະກໍໄດ້ຮຽກຮ້ອງ ໃຫ້ກອງປະຊຸມ ປະເທດທີ່ຈະເຣີນແດ່ແລ້ວ ຈີຊາວ (G-20) ໃຫ້ການຊ່ວຍ ເຫລືອແກ່ປະເທດທີ່ມີຣາຍຮັບ ໜ້ອຍແລະປານກາງ ໃນທະວີບອາຟຣິກກາ ແລະ ເອເຊັຍ ເພື່ອສະ ກັດກັ້ນການຣະບາດ ຂອງພຍາດ ໂຄວິດ-19 ດັ່ງກ່າວ. ສຳຣັບປະເທດລາວ ຜ່ານມາ ກໍໄດ້ຮັບການຊ່ວຍເຫລືອ ຈາກຈີນ ສະຫະຣັຖ ອະເມຣິກາ ແລະ ຍີ່ປຸ່ນແດ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.