ຄົນລາວ ຈຳນວນນຶ່ງ ລັງເລໃຈ ໃນການສັກວັກຊິນ
2021.12.17
ທ່ານ ດຣ. ຈັນໃສ ປັດທຳມະວົງ ຮອງຫົວໜ້າໂຄງການໃຫ້ວັກຊິນກັນພຍາດແຫ່ງຊາດ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນລາວ ໃນວັນທີ່ 13 ທັນວາ ທີ່ຜ່ານມານີ້ວ່າ ປັດຈຸບັນ ຍັງມີຫຼາຍແຂວງໃນທົ່ວປະເທດ ທີ່ມີອັດຕຣາການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ທີ່ຕໍ່າ ເຊິ່ງມີສ່ວນມາຈາກ ຄວາມລັງເລໃຈໃນຄວາມປອດພັຍຂອງວັກຊິນ, ການໄດ້ຍິນຂ່າວລື ຂໍ້ມູນທີ່ບໍ່ມີຄວາມຈິງ ແລະຄິດວ່າ ບ່ອນທີ່ໂຕເອງອາສັຍຢູ່ນັ້ນບໍ່ມີຄວາມສ່ຽງ.
ສະເພາະຢູ່ແຂວງຫົວພັນ ກຸ່ມຊົນເຜົ່າມົ້ງສ່ວນໃຫຍ່ ຈະພາກັນບໍ່ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຕາມທີ່ທາງການກໍານົດ ເນື່ອງຈາກພວກເຂົາເຈົ້າ ມີຄວາມລັງເລໃຈ ໃນຄວາມປອດພັຍຂອງວັກຊິນ ຍ້ອນໄດ້ຍິນຂ່າວລືວ່າ ປະມານເດືອນກັນຍາ ທີ່ຜ່ານມາ ຢູ່ເມືອງຊໍາເໜືອ ມີຄົນສັກວັກຊິນ ໄດ້ 1 ມື້ ແລ້ວເສັຍຊີວິດ ແຕ່ເມື່ອທ່ານໝໍໄປກວດແລ້ວ ກໍຮູ້ວ່າ ຜູ້ທີ່ເສັຍຊີວິດນັ້ນ ບໍ່ໄດ້ເສັຍຊີວິດຍ້ອນສັກວັກຊິນປ້ອງກັນເຊື້ອໂຄວິດ-19 ແຕ່ເສັຍຊີວິດຍ້ອນໂຣຄປະຈໍາໂຕຂອງກ່ຽວເອງ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫົວພັນ ໃນວັນທີ່ 17 ທັນວາ ນີ້ວ່າ:
“ອັນນີ້ພື້ນຖານໂຄງລ່າງກໍເສັ້ນທາງເນາະ ຊົ່ວຊິມາຫາສຸຂສາຣາມັນກໍຍາກ ບາດນີ້ສຸຂສາຣາ ຊິໄປຫາເພິ່ນກໍຍາກຫັ້ນນ່າ ໄປບາງເທື່ອ ເພິ່ນກໍເປັນໄຂ້ເປັນຫຍັງ ບໍ່ສັກ ເພິ່ນກໍຍັງບໍ່ເຂົ້າໃຈ ຍັງມີຫຼາຍຢູ່ ກໍມີກໍຣະນີນຶ່ງ ແຕ່ກໍບໍ່ໄດ້ຖິ້ມໃສ່ນໍາຢາດອກ ເພາະວ່າຜູ້ກ່ຽວນະມີພຍາດປະຈໍາໂຕແລ້ວເນາະ ແລະຂັ້ນສຸດຂັ້ນແລ້ວ ແລ້ວສັກໄປ ບັງເອີນວ່າເສັຍຊີວິດເນາະ ແລ້ວເຂົາເຈົ້າກະຊ່າລືໄປອີ່ຫຍັງ ເຮົາກໍໃຫ້ໃຫ້ຊີ້ແຈງແລ້ວ ວ່າບໍ່ແມ່ນຍ້ອນວັກຊິນເຮົາ.”
ຍານາງກ່າວຕື່ມວ່າ ປັດຈຸບັນ ວັກຊິນຍີ່ຫໍ້ ແອສຕ້າຊິນິກ້າ, ຍີ່ຫໍ້ຊິໂນຟາມ ແລະຍີ່ຫໍ້ ຈອນສັນແອນຈອນສັນ ກໍໄດ້ຖືກແຈກຢາຍໃຫ້ຕາມໂຮງໝໍແຂວງ ໂຮງໝໍເມືອງ ແລະໂຮງໝໍນ້ອຍ ຫຼືສຸຂສາຣາແລ້ວ ແລະກໍຂຶ້ນຢູ່ກັບຄວາມສມັກໃຈ ແລະຄວາມເຂົ້າໃຈຂອງປະຊາຊົນ ວ່າຈະຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຈາກທາງການຫຼືບໍ່ ເນື່ອງຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ລົງໄປໂຄສະນາເຖິງຜົນດີ ຂອງວັກຊິນນີ້ແລ້ວ ແລະຊີ້ແຈງກ່ຽວກັບ ກໍຣະນີທີ່ມີຄົນເສັຍຊີວິດ ພາຍຫຼັງສັກຊິນນັ້ນຢ່າງເຕັມທີ່ແລ້ວ.
ຂະນະທີ່ ຢູ່ແຂວງຜົ້ງສາລີ ອັດຕຣາການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ພາຍໃນແຂວງ ທັງເຂັມທີ່ 1, ເຂັມທີ່ 2 ແລະເຂັມທີ່ 3 ຫຼືບູສເຕີ້ ໃຫ້ກັບປະຊາຊົນທີ່ມີອາຍຸແຕ່ 12 ປີຂຶ້ນໄປ ຮວມທັງໝົດໄດ້ປະມານ 50% ແລະມີແຜນຈະໃຫ້ອັດຕຣາການສັກວັກຊິນດັ່ງກ່າວພາຍໃນແຂວງ ບັນລຸເປົ້າໝາຍ 70% ຂຶ້ນເມືອພາຍໃນທ້າຍເດືອນທັນວານີ້ ແຕ່ຈະເປັນໄປໄດ້ຫຼືບໍ່ນັ້ນ ກໍຂຶ້ນຢູ່ກັບຄວາມຮ່ວມມືຂອງປະຊາຊົນ ໂດຍສະເພາະຊົນເຜົ່າອາຂ່າ ແລະກຸ່ມຜູ້ສູງອາຍຸທີ່ຍັງຖືເບົາ ຄິດວ່າເຊື້ອໂຄວິດ-19 ນີ້ເປັນຄືໄຂ້ຫວັດທັມມະດາ ອີກທັງຍັງຄິດວ່າ ບ່ອນທີ່ໂຕເອງອາສັຍຢູ່ນັັ້ນບໍ່ມີຄວາມສ່ຽງ, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຜົ້ງສາລີ ກ່າວວ່າ:
“ຄັນແມ່ນເຂດຫ່າງໄກສອກຫຼີກ ເຂົາເຈົ້າກໍຖືເບົາ ເພາະໄລຍະຜ່ານມາກໍເຄີຍເປັນ ກ່ຽວກັບອັນໂຄວິດ-19 ນີ້ນ່າ ເຂົາຖື ແມ່ນຄືເປັນໄຂ້ຫວັດທັມມະດາ ສ່ວນຫຼາຍເຂົາວ່າ ບໍ່ໄປໃສມາໃສ ບໍ່ສັກກະໄດ້ ເຂົາຫັ້ນນ່າ ບາງໂຮງໝໍນ້ອຍ ຖືວ່າຣະບົບເຢັນ ພວກເຮົາບໍ່ຄັກແນ່.”
ທັງນີີ້ ບໍ່ແມ່ນແຕ່ແຂວງຫົວພັນ ແລະແຂວງຜົ້ງສາລີ ທີ່ມີອັດຕຣາການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ທີ່ຕໍ່າ ແຕ່ຍັງມີແຂວງໄຊສົມບູນ ແລະແຂວງອັດຕະປື ທີ່ມີອັດຕຣາການສັກວັກຊິນໃຫ້ປະຊາຊົນ ຍັງຕໍ່າຄືກັນ ຊຶ່ງແຕ່ລະແຂວງທີ່ກ່າວມານີ້ ບໍ່ໄດ້ຢູ່ໃນເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດພັຍຈາກເຊື້ອໂຄວິດ-19.
ສະເພາະຢູ່ແຂວງຫຼວງພຣະບາງ ເຊິ່ງເປັນແຂວງທ່ອງທ່ຽວທີ່ສໍາຄັນ ຂອງປະເທດນັ້ນ ທາງການກໍໄດ້ກໍານົດໃຫ້ນະຄອນຫຼວງພຣະບາງ ເມືອງນໍ້າບາກ, ເມືອງງອຍ, ເມືອງປາກອູ ແລະເມືອງຈອມເພັດ ເປັນເຂດການທ່ອງທ່ຽວສີຂຽວ ເນື່ອງຈາກສະເພາະ ນະຄອນຫຼວງພຣະບາງ ມີປະຊາຊົນໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ຄົບ 2 ເຂັມ ຮອດ 80% ແລ້ວ ສ່ວນເມືອງອື່ນໆນັ້ນ ຍັງຢູ່ລະຫວ່າງການຮິບໂຮມຂໍ້ມູນ.
ສໍາລັບໃນສ່ວນຂອງພາກທຸຣະກິຈ 37 ຫົວໜ່ວຍ ພາຍໃນແຂວງ ທີ່ເຂົ້າຮ່ວມເຂດການທ່ອງທ່ຽວສີຂຽວ ມີບັນດາໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ຣົຖນໍາທ່ຽວ ແລະພະນັກງານຂອງແຕ່ລະຫົວໜ່ວຍທຸຣະກິຈນັ້ນ ຕ້ອງໄດ້ຮັບສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຄົບ 2 ເຂັມ ແລະເຂົ້າຮ່ວມການຝຶກອົບຮົມ, ດາວໂຫຼດ ແລະອ່ານຄູ່ມືການນໍາໃຊ້ແອັບ Lao stay safe, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງພຣະບາງ ກ່າວວ່າ:
“ເຮົາກໍານົດເງື່ອນໄຂ ຕາມມາຕຖານ Lao stay safe ອັນທີ່ນຶ່ງ ອັນທີ່ສອງ ແມ່ນຕາມຄະນະສະເພາະກິຈ ວາງອອກເນາະ ຕ່າງແຕ່ວ່າ ແຕ່ລະຫົວໜ່ວຍຣະກິຈ ໂຮງມແຮມເຮືອນພັກຣີສອດນີ້ ເຂົາເຈົ້າຕ້ອງເຂົ້າໃນໂຄງການຂອງ Lao stay safe ນີ້ເນາະ ແລະມີໂຮງແຮມຫັ້ນ ປະມານ 30 ປາຍກວ່າຫຼັງເນາະ ສັກວັກຊິນແຮງງານຢູ່ໃນຫັ້ນເນາະ ໄດ້ປະມານ 90% ແລ້ວ ສະເພາະຢູ່ 37 ຫຼັງຫັ້ນແຫຼະເນາະ.”
ສ່ວນອັດຕຣາການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ຢູ່ແຂວງຊຽງຂວາງນັ້ນ ມາຮອດປັດຈຸບັນ ກໍສັກໄດ້ 94% ແລ້ວ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຊຽງຂວາງ ກ່າວວ່າ:
“ການສັກວັກຊິນ ຢູ່ໃນແຂວງຊຽງຂວາງນີ້ ຖືວ່າ 94% ລະ ແລ້ວເຂັມທີ່ 2 ຖືວ່າ 46.0 ແລ້ວ ຖືວ່າການສັກວັກຊິນຢູ່ໃນແຂວງຊຽງຂວາງນີ້ແມ່ນໄດ້ 70 ກວ່າເປີເຊັນຂຶ້ນໄປ ແລະໃນນີ້ ພາກສ່ວນບໍຣິການຢູ່ໃນຮ້ານອາຫານ ຮ້ານກິນດື່ມນັ້ນ ຖືວ່າ ໄດ້ສັກວັກຊິນຄົບ 2 ເຂັມໝົດ ສະຖານທີ່ຮອງຮັບມິຫຍັງ ຢູ່ແຕ່ລະບ່ອນ ໄດ້ຂ້າເຊື້ອມິຫຍັງຕ່າງໆເນາະ ແລະກໍວັດແທກອຸນຫະພູມ.”
ຂະນະທີ່ ຢູ່ບ້ານອໍອັ້ນ ເມືອງແປກ ແຂວງຊຽງຂວາງ ເຊິ່ງເປັນບ້ານທີ່ມີຊົນເຜົ່າມົ້ງອາສັຍຢູ່ທັງໝົດ 64 ຄອບຄົວ ໃນນັ້ນ ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຄົບ 2 ເຂັມ ຕັ້ງແຕ່ເດືອນພຶສພາ ເປັນຕົ້ນມາ ໄດ້ປະມານ 30% ແລະເຫຼືອອີກ 19 ຄອບຄົວ ທີ່ບໍ່ພາກັນໄປສັກ ຍ້ອນພວກເຂົາເຈົ້າ ມີຄວາມເຂົ້າໃຈວ່າ ພາກັນຢູ່ແຕ່ເຮືອນ ບໍ່ໄດ້ໄປ-ມາທາງໃດ ຈຶ່ງບໍ່ມີຄວາມຈໍາເປັນຕ້ອງສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຂະນະທີ່ອໍານາດການປົກຄອງບ້ານ ກໍພຍາຍາມອະທິບາຍຜ່ານໂທຣະໂຄ່ງ ແລະກອງປະຊຸມປະຈໍາບ້ານ ເຖິງຜົນດີ ຂອງວັກຊິນນັ້ນແລ້ວ ແຕ່ກໍຍັງບໍ່ສາມາດຈູງໃຈ ໃຫ້ປະຊາຊົນສ່ວນທີ່ເຫຼືອນີ້ໄປສັກວັກຊິນໄດ້, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ກ່າວວ່າ:
“ຊາວບ້ານບາງຄົນກໍບໍ່ເຂົ້າໃຈ ບາງຄົນກໍວ່າ ໂອ້ຄັນໄປສັກນີ້ ຕາມເຮົາໄປສັກນີ້ ຄັນວ່າເປັນຊິ ເຂົາເຈົ້າຮັບຜິດຊອບບໍ່ ເຂົາເຈົ້າບໍ່ທ່ຽວບ່ອນໃດ ແລ້ວເຂົາເຈົ້າບໍ່ໄປສັກ ວ່າຊັນນີ້ຢູ່ບ້ານເຮົານີ້ ຂະເຈົ້າບໍ່ຢາກໄປໂຮງໝໍ ເຂົາເຈົ້າຢ້ານວ່າມີພຍາດ ຖ້າມີອັນນ່າທາງແພດ ເພິ່ນມາສັກຢູ່ບ້ານນີ້ ບາງເທື່ອເຂົາເຈົ້າກໍຊິສັກຫຼາຍຄົນຢູ່.”
ສໍາລັບສະຖານະການ ການຕິດເຊື້ອໂຄວິດ-19 ຢູ່ລາວ ໃນມື້ວັນທີ່ 17 ທັນວາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອເພີ່ມໃໝ່ອີກ 1,702 ຄົນ ໃນນີ້ ຢູ່ນະຄອນຫຼວງວຽງຈັນ ຕິດເຊື້ອພາຍໃນຊຸມຊົນຫຼາຍກວ່າໝູ່ ຄືມີເຖິງ 914 ຄົນ ເສັຍຊີວິດໃນມື້ນີ້ ມີ 4 ຄົນ.
ມາຮອດປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 96,256 ຄົນ ແລະເສັຍຊີວິດສະສົມ 266 ຄົນ.
ສໍາລັບຈໍານວນ ຜູ້ທີ່ຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ໃນທົ່ວປະເທດ ຂອງວັນທີ່ 15 ທັນວາ 2021 ນີ້ ມີຜູ້ທີ່ໄດ້ຮັບການສັກວັກຊິນເຂັມທີ່ 1 ຈໍານວນ 4,290,980 ແລະເຂັມທີ່ 2 ຈໍານວນ 3,311,871 ຄົນ.
ຫຼ້າສຸດ ໃນວັນທີ່ 16 ທັນວາ 2021 ນີ້ ປະເທດໂປແລນ ໄດ້ມອບວັກຊິນ ປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ແອສຕ້າເຊນິກ້າ ຈຳນວນ 138,600 ໂດສ ໃຫ້ ສປປລາວ, ອີງຕາມການຣາຍງານ ຂອງສູນຂ່າວສານການແພດ ສຸຂສຶກສາ ກະຊວງສາທາຣະນະສຸຂ.