ໄຂ້ຍຸງລາຍເອົາໄປແລ້ວ 3 ຊີວິດ

ໃນຕົ້ນປີນີ້ ຢູ່ ນະຄອນຫລວງວຽງຈັນ ມີຜູ້ເສັຽຊີວິດ ຍ້ອນ ໄຂ້ຍຸງລາຍ ແລ້ວ 3 ຄົນ.

ໃນນະຄອນຫຼວງວຽງຈັນ ມີໜອງນໍ້າທີ່ບໍ່ໄຫລ ແລະສົ່ງກິ່ນຢູ່ຫຼາຍແຫ່ງ ຊຶ່ງບ່ອນທີ່ ຍຸງມັກໄຂ່ໃສ່ RFA/TP

ໃນຕົ້ນປີນີ້ ຢູ່ນະຄອນຫລວງວຽງຈັນ ມີຜູ້ເສັຽຊີວິດຈາກພຍາດໄຂ້ຍຸງລາຍ ແລ້ວ 3 ຄົນ ເຫດການນີ້ ທາງຜແນກສາທາຣະນະສຸຂ ນະຄອນ ຫລວງວຽງຈັນ ບໍ່ໄດ້ຄາດຄິດມາກ່ອນ ວ່າຈະເກີດຂຶ້ນຕັ້ງຕົ້ນປີ. ດັ່ງເຈົ້າໜ້າທີ່ຜແນກສາທາຣະນະສຸຂ ກ່າວເມື່ອຕົ້ນ ເດືອນນີ້ວ່າ:

“ສະພາບປະຈຸບັນນີ້ ພຍາດໄຂ້ເລືອດອອກ ເປັນບັນຫາໃໝ່ ໃນນະຄອນຫລວງວຽງຈັນ ຊຶ່ງເປັນເຫດການຜິດປົກກະຕິ ຊຶ່ງບໍ່ເຄີຍມີມາໃນ ຮອບ 20 - 30 ປີ.”

ທ່ານໄດ້ກ່າວຕື່ມວ່າ ພຽງແຕ່ອາທິດທໍາອິດຂອງປີນີ້ ຕາມການຣາຍງານ ໃນນະຄອນຫຼວງວຽງຈັນ ໄດ້ມີຜູ້ເສັຽຊິວິດຈາກພຍາດໄຂ້ຍຸງລາຍ ໄປແລ້ວເຖິງ 3 ກໍຣະນີ ພ້ອມນີ້ຍັງພົບຜູ້ຕິດເຊື້ອອີກ 30 ຄົນ ເວົ້າລວມແລ້ວ ເປັນເຫດການທີ່ຜິດປົກຕິໃນຮອບ 30 ປີ ທີ່ບໍ່ເຄີຍເກີດ ເຫດການແບບນີ້ ມາກ່ອນ.

ໃນຂນະດຽວກັນ ພຍາດໄຂ້ຍຸງລາຍ ໃນແຕ່ລະປີຍັງຣະບາດຢູ່ປະເທດລາວຢ່າງຕໍ່ເນື່ອງ ແລະມີອັດຕຣາສູງ ຖ້າທຽບໃສ່ຂົງເຂດອາຊຽນ, ດັ່ງ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ກ່າວໃນກອງປະຊຸມ ການຕ້ານ ແລະ ຄວບຄຸມພຍາດໄຂ້ຍຸງລາຍ ເມື່ອຕົ້ນປີ ນີ້ວ່າ:

"ພຍາດໄຂ້ຍຸງລາຍ ໄດ້ສ້າງບັນຫາໃຫ້ຫຼາຍປະເທດ ມາເປັນເວລາຫຼາຍປີ ໂດຍສະເພາະຢູ່ໃນ ສປປລາວ ຖ້າທຽບໃສ່ຫຼາຍປະເທດ ໃນ ຂົງເຂດອາຊຽນ ເຫັນວ່າຍັງມີອັດຕຣາການເສັຍຊີວິດສູງຢູ່."

ເນື່ອງຈາກສະພາບແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສະພາບແວດລ້ອມຊຸມຊົນ ທີ່ມີການພັທນາ ແລະແອອັດ, ການ ດື້ຕໍ່ຢາ ຂອງໜອນນ້ຳ ຣະບົບຣາຍງານ ແລະຄວາມພ້ອມໃຈ ໃນທຸກຂົງເຂດທັງພາກຣັຖ ເອກກະຊົນ ແລະປະຊາຊົນ ຍັງເຮັດບໍ່ໄດ້ດີ ເທົ່າທີ່ຄວນ.

ໃນປີທີ່ຜ່ານ ກະຊວງສາທາຣະນະສຸຂ ໄດ້ຣາຍງານວ່າ ຢູ່ສປປລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເຖິງ 6 ພັນຄົນ ແລະເສັຽຊີວິດເຖິງ 19 ຄົນ ໃນນີ້ ແຂວງອັດຕະປື ມີອັດຕຣາຕິດເຊື້ອຫຼາຍກວ່າໝູ່ ຮອງລົງມາ ແມ່ນນະຄອນຫລວງວຽງຈັນ, ຈຳປາສັກ ແລະ ແຂວງສະຫວັນນະເຂດ.

ສາເຫດຂອງການຕິດເຊື້ອໄຂ້ຍຸງລາຍ ຍັງສູງ ຍ້ອນຄວາມແອອັດ ໃນເຂດຕົວເມືອງເພີ່ມຂຶ້ນ, ເຂດຊານເມືອງ ມີປະຣິມານ ຂີ້ເຫຍື້ອເພີ່ມຂຶ້ນ ແລະຂະບວນການອະນາມັຍ ຍັງເຮັດບໍ່ທັນໄດ້ດີ.

ສ່ວນກໍຣະນີທີ່ເສັຽຊີວິດ ສ່ວນໃຫຍ່ແມ່ນຍ້ອນອາການຂອງພຍາດໄຂ້ຍຸງລາຍ ເບື້ອງຕົ້ນ ອາການຄ້າຍຄືໄຂ້ຫວັດ ຫຼາຍຄົນເລີຍ ຍັງຖືເບົາ ບໍ່ໄປຫາໝໍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org