ມ.ຕຸ້ມລານຂາດນໍ້າສະອາດ ໃຊ້
ປະຊາຊົນ 37 ບ້ານ ຢູ່ເມືອງຕຸ້ມລານ ແຂວງສາລະວັນ ມີແຕ່ນ້ຳຫ້ວຍ ທີ່ໃຊ້ແທນ ນ້ຳສະອາດ.
-
ຈໍາປາທອງ
2017-09-25 -
-
-
Your browser doesn’t support HTML5 audio
ປະຊາຊົນຈຳນວນ 37 ບ້ານ ໃນເມືອງຕຸ້ມລານ ແຂວງສາລະວັນ ຕ້ອງການນ້ຳສະອາດ ເປັນຕົ້ນນ້ຳລິນ ຫຼືນ້ຳປະປາແທນນ້ຳຫວ້ຍ ແລະ ນ້ຳບາດານ ຍ້ອນຊາວບ້ານ ມັກເປັນພຍາດຖອກທ້ອງ ແລະທ້ອງບິດ ຢູ່ເລື້ອຍໆ, ໃນຂະນະທີ່ ມີພຽງບ້ານດຽວ ໄດ້ໃຊ້ນ້ຳປະປາ ແລະອີກ ບ້ານນຶ່ງ ໃຊ້ນ້ຳລິນ. ດັ່ງເຈົ້າໜ້າທີ່ກອງທຶນ ຫລຸດຜ່ອນ ຄວາມທຸກຍາກ ແຂວງສາລະວັນ ເວົ້າໃນມື້ວັນທີ 22 ກັນຍາ ນີ້ວ່າ:
"ບັນຫາຫລັກໆ ຂາດເຂີນເຣຶ່ອງນ້ຳ ສ່ວນຫລາຍກະໄດ້ນຳໃຊ້ ນ້ຳບາດານ ທີ່ ທລຍ ເຮົາເຈາະໃຫ້ຫັ້ນແຫລະ ບາງຄອບຄົວ ກະຍັງນຳໃຊ້ນ້ຳ ທັມມະຊາດຢູ່ ມັນກະສ່ວນຫລາຍ ພຍາດທີ່ມັນເກີດພຍາດ ຖອກທ້ອງຫັ້ນແຫລະ ທ້ອງບິດຈັ່ງຊີ້ນະ ເຂົາກະຢາກໄດ້ ນ້ຳ ຄືນ້ຳລິນ ນ້ຳປະປາ ຊຸມຊົນຈັ່ງຊີ້ນະ".
ທ່ານກ່າວວ່າ ຕໍ່ບັນຫາທີ່ວ່ານີ້ ຫ້ອງການກອງທຶນ ເພື່ອຫລຸດຜ່ອນຄວາມທຸກຍາກ ໄດ້ພຍາຍາມຫາແນວທາງ ສນອງຄວາມຕ້ອງການ ຂອງ ປະຊາຊົນ ມາໂດຍຕລອດ ແຕ່ບໍ່ສາມາດ ເຮັດໄດ້ທົ່ວເຖິງ ຍ້ອນຕ້ອງໄດ້ໃຊ້ ງົບປະມານ ເປັນຈຳນວນຫຼວງຫຼາຍ ແລະຫຼາຍບ້ານ ຍັງບໍ່ທັນ ມີໄຟຟ້າ ເຂົ້າເຖິງ ເຮັດໃຫ້ບໍ່ສາມາດ ມີນ້ຳປະປາໄດ້.
ທ່ານກ່າວອີກວ່າ ປັດຈຸບັນ ມີພຽງບ້ານດຽວ ທີ່ໄດ້ໃຊ້ນ້ຳປະປາ ແລະໃຊ້ນ້ຳລິນ 1 ບ້ານ ທີ່ຢູ່ໃນຕົວເມືອງ, ສ່ວນວ່າບ້ານທຸກຍາກ ຈຳນວນ 37 ບ້ານ ຍັງຂາດແຄນນ້ຳສະອາດຢູ່, ນອກຈາກຂາດແຄນ ນ້ຳສະອາດແລ້ວ ຫຼາຍຄອບຄົວຍັງຕ້ອງການ ຫາຣາຍໄດ້ ເຂົ້າຄອບຄົວ ເພື່ອ ຫລຸດຜ່ອນ ຄວາມທຸກຍາກ ແຕ່ມາເຖິງປັດຈຸບັນ ຍັງບໍ່ມີໂຄງການໃດ ເຂົ້າມາຊ່ວຍພັທນາ ສີມື ແລະສ້າງໜ້າວຽກໃຫ້ ພວກເຂົາເຈົ້າໄດ້.