ສຸຂພາບແລະການຈະເຣີນພັນ ໃນ ສປປ ລາວ
ຄວາມຮູ້ ກ່ຽວກັບ ສຸຂພາບ ການ ຈະເຣີນພັນ ແລະ ການວາງແຜນ ຄອບຄົວ ຢູ່ໃນ ປະເທດ ລາວ
-
ອຸ່ນແກ້ວ ສຸກສະຫວັນ
2014-12-23 -
-
-
ສຸຂພາບແລະການຈະເຣີນພັນ ໃນ ສປປ ລາວ
RFA
Your browser doesn’t support HTML5 audio
ສປປ ລາວ ກຳລັງ ສຸມໃສ່ ໂຄງການ ສຸຂພາບ ການ ຈະເລີນພັນ ໃຫ້ ແກ່ ໄວໜຸ່ມ ໂດຍ ສະເພາະ ການໃຫ້ ຄວາມຮູ້ ເຣື້ອງ ເພສ ສຶກສາ. ຄລີນິກ ໄວໜຸ່ມ ຢູ່ ນະຄອນ ຫລວງ ວຽງຈັນ ແມ່ນຖືກ ຕັ້ງຂຶ້ນມາ ເພື່ອ ໃຫ້ ຄຳປຶກສາ ກ່ຽວກັບ ບັນຫາ ໄວໜຸ່ມ ໂດຍ ສະເພາະ ບັນຫາ ການຕັ້ງຄັນ ກ່ອນອາຍຸ ກະສຽນ, ການມີເພສ ສຳພັນ ແບບບໍ່ ປອດໄພ ແລະ ບັນຫາ ຢາເສບສິດ ໂດຍ ມີ ຜູ້ ຊ່ຽວຊານ ການໃຫ້ ຄຳປຶກສາ ທາງ ໂທຣະສັບ.
ໃນຄລິນິກ ດັ່ງກ່າວ ຍັງມີການ ແຈກຖົງຢາງ ອະນາມັຍ ເພື່ອໃຫ້ ຜູ້ ທີ່ເຂົ້າມາ ຂໍ ຄຳປຶກສາ ນຳ ເອົາໄປໃຊ້ ເພື່ອປ້ອງກັນ ພຍາດ ຕິດຕໍ່ ທາງ ເພສສຳພັນ ຫລື ກາມໂຣຄ, ແລະ ໃຫ້ການ ປິ່ນປົວ ຜູ້ທີ່ຕິດ ກາມໂຣຄ. ເຖິງຢ່າງໃດ ກໍຕາມ ການ ໃຫ້ຄວາມຮູ້ ກໍຍັງ ປະສົບ ບັນຫາ ຍ້ອນວ່າ ຍັງມີ ໄວໜຸ່ມ ທີ່ຢູ່ເຂດ ຊົນນະບົດ ບໍ່ ສາມາດ ເຂົ້າເຖີງ ການ ບໍຣິການ ແລະ ບໍ່ ສາມາດ ເຂົ້າເຖິງ ຂໍ້ມູນ ຂ່າວສານ ນັ້ນໄດ້.