ພີ່ນ້ອງວ່າ ຫຼານສາວ ເສັຽຊີວິດ ແພດໝໍ ບໍ່ຮັບຜິດຊອບ

ໄຊຍາ
2018.04.11
F-girl ເດັກນ້ອຍແມ່ຍິງຜູ້ເສັຽຊີວິດ ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ
Citizen journalist

ຍາດພີ່ນ້ອງຂອງເດັກນ້ອຍແມ່ຍິງອາຍຸ 6 ປີ ຢູ່ບ້ານຄົງຫັນ ເມືອງປາກອູ ແຂວງຫລວງພຣະບາງ ທີ່ເປັນໂຣຄຫົວໃຈໃຫຍ່ ເສັຽຊີວິດຢູ່ໂຮງໝໍ ມະໂຫສົດ ໃນວັນທີ 08 ເມສາ 2018 ເຊື່ອວ່າສາເຫດການຕາຍ ຂອງຫລານສາວ ເກີດຈາກຄວາມຜິດພາດ ຂອງແພດໝໍ. ດັ່ງຍາດພີ່ນ້ອງ ຂອງຜູ້ເສັຍຊີວິດ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 10 ເມສາ ນີ້ວ່າ:

"ໂອຫລັກຖານເຫັນເຕັມຕາ ຄັນໝໍເຂົາຮັບຜິດຊອບເຂົາກໍ່ຮູ້ດີນໍ ເອີຖ້າວ່າຄົນຫັ້ນ ໃສ່ອົກຊີຢູ່ແລ້ວໄປສີດຢາແລ້ວຕາຍ ອັນນີ້ກໍ່ຍັງພໍວ່າເດ້ ອັນນີ້ອາການຄົນດີ ໝົດທຸກຢ່າງ ມີແຕ່ວ່າເປັນພຍາດຫັ້ນ ແຕ່ວ່າແຂງແຮງແລ້ວສິຜ່າຕັດແລ້ວ ຖ້າວ່າສີດຢາແລ້ວ ສີດຕອນເຊົ້າຕອນແລງ ມາຕາຍ ອັນນີ້ກໍ່ຍັງບໍ່ວ່າຫຍັງ ອາດເປັນຄວາມຜິດຂອງເຮົາ ອັນນີ້ສີດບໍ່ຮອດ 10 ນາທີ ຫລືວ່າ 5 ນາທີ ແລ້ວຊ໊ອກຕາຍ ສິວ່າແນວໃດ ຖ້າບໍ່ແມ່ນຄວາມຜິດຂອງໝໍ ຈະແມ່ນຄວາມຜິດຂອງໃຜ ເພິ່ນປະຕິເສດນະ ບໍ່ວ່າຫຍັງຂາດເວົ້າ ຍັງບໍ່ມ່ວນ."

ທ່ານເວົ້າວ່າກ່ອນໜ້ານີ້ ເມື່ອຕົ້ນເດືອນມິນາ 2018 ຫລານສາວປ່ວຍເປັນໂຣຄຫົວໃຈໃຫຍ່ ແລະໄດ້ເຂົ້າປີ່ນປົວເປັນເວລາ 32 ມື້ ຢູ່ໂຮງໝໍ ພູເໝາະ ເມືອງແລະແຂວງ ຫລວງພຣະບາງ ເປັນໂຮງໝໍຝຣັ່ງ ທີ່ຮັກສາເດັກນ້ອຍຟຣີ ໃນຣະຫວ່າງປີ່ນປົວຢູ່ ໂຮງໝໍຝຣັງນັ້ນ ອາການຂອງ ຫລານສາວ ກໍ່ເລີ້ມດີຂຶ້ນແດ່ແລ້ວ ຈົນສາມາດສົ່ງນາງມາປີ່ນປົວ ຢູ່ໂຮງໝໍມະໂຫສົດ ໃນວັນທີ 2 ເມສາ ແລະຈະປີ່ນປົວຢູ່ໂຮງໝໍນັ້ນ 1 ອາທິດ ເພື່ອລໍຖ້າໂຮງໝໍເດີມ ແລ່ນເອກກະສານ ພານາງໄປຜ່າຕັດຫົວໃຈ ຢູ່ຕ່າງປະເທດ.

ທ່ານກ່າວຕື່ມວ່າ ໃນເວລາປີ່ນປົວ ຢູ່ໂຮງໝໍມະໂຫສົດ ຕັ້ງແຕ່ວັນທີ 2 ເມສາ ຫາວັນທີ 7 ເມສາ ນັ້ນອາການຫລານ ກໍ່ຍັງປົກກະຕິ ແຕ່ພໍ ມາຮອດວັນ ທີ 8 ເມສາ ເວລາ 9 ໂມງເຊົ້າ ຫລານກໍ່ເກີດຊ໊ອກ ຮາກ, ຫຍ່ຽວ ແລະຂາດໃຈ ຫລັງຈາກໝໍ ສັກຢາໃຫ້ 5 ເຂັມ ປົກກະຕິ ສັກແຕ່ 3 ເຂັມ ໃນທຸກໆມື້ ຕັ້ງແຕ່ມື້ມາປີ່ນປົວ. ໝໍທີ່ມາສັກຢາໃຫ້ກໍແມ່ນໝໍຝຶກຫັດ.

"ເປັນໝໍຝຶກຫັດ ແບບນັກຮຽນມາຝຶກຫັດແບບມີແພດ 2 ຄົນ ຜູ້ນຶ່ງສັກໄປແລ້ວ 2 ເຂັມ ແລ້ວມີຜູ້ນຶ່ງສັກອີກ 3 ເຂັມ ສັກກໍບໍ່ເຂົ້ານໍ ແບບວ່າ ສັກໃສ່ເອັນ ແລ້ວສັກຢາສີດຢາໃສ່ ມັນບໍ່ເຂົ້າ ກຸມສີດ ມັນເຈັບນໍ ຫລານຂ້າພະເຈົ້າ ເຈັບຈົນໜ້າກ່ຳຕາດຳ ໃຫ້ມັນກໍໃຫ້ ຫລັງຈາກນັ້ນບໍ່ຮອດ 5 ນາທີ ນະມັນກໍ່ຊັກເລີຍ ຫຍ່ຽວອອກ ແລ້ວກໍໝໍມາປໍ້າຫົວໃຈ ແຕ່ກໍບໍ່ລອດເລີຍ ຕາມປົກກະຕິສີດ 3 ເຂັມ ຕັ້ງແຕ່ມື້ເຂົ້າໂຮງໝໍ, ແລ້ວມາ ຮອດມື້ນັ້ນ ເປັນຫຍັງມາສີດ 5 ເຂັມ ຄົນນັ້ນຍັງດີດັກນະ ບໍ່ເປັນຫຍັງນະ ດີໝົດທຸກຢ່າງແລ້ວນະ."

ທ່ານເວົ້າວ່າ ທ່ານເອງແລະພີ່ນ້ອງ ເສັຽໃຈຫລາຍຫລັງຈາກຫລານເສັຽຊີວິດ ແລະທາງໂຮງໝໍ ບໍ່ຮັບຜິດຊອບຫຍັງເລີຍ ໂດຍໃຫ້ເຫດຜົນວ່າ ການເສັຍຊີວິດ ນັ້ນເປັນຍ້ອນອາການເຈັບ ຂອງຜູ້ປ່ວຍເອງ, ທາງໂຮງໝໍເກັບເງິນນຳແຕ່ ຄ່າສັກ ຟໍມາລິນ 3 ແສນປາຍ ກັບຄ່າປີີ່ນປົວ ທັງໝົດ ອີກສອງລ້ານປາຍກີບ.

ກຽ່ວກັບເຣື່ອງນີ້ ທ່ານ ດຣ ບູນທະພານີ ບູນຊ່ວຍ ຜູ້ອຳນວຍການໂຮງໜໍມະໂຫສົດ ໄດ້ກ່າວວ່າ ປັດຈຸບັນ ທາງຄນະກຳລັງປະຊຸມກັນ ເພື່ອໃຫ້ນັກວິຊາການ ອະທິບາຍເຣື່ອງນີ້ ວ່າການເສັຽຊີວິດ ເປັນຍ້ອນສາເຫດອັນໃດ. ໃນຄນະນີ້ຍັງບໍ່ທັນ ມີຄຳຕອບ ທີ່ຊັດເຈນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.