ຊຽງຂວາງ ຍັງມີເດັກນ້ອຍ ຂາດສານອາຫານຫຼາຍ

ແຂວງຊຽງຂວາງ ຍັງມີເດັກນ້ອຍ ຂາດສານອາຫານຫຼາຍຢູ່ ຍ້ອນພໍ່ແມ່ຜູ້ປົກຄອງ ທຸກຍາກ.

ເດັກນ້ອຍໃນວັຍທີ່ ຮ່າງກາຍກໍາລັງເຕີບໃຫຍ່ ແລະມັນສມອງ ຕ້ອງການສານອາຫານ ລໍ່ລ້ຽງ RFA/OK

ແຂວງຊຽງຂວາງ ຍັງມີເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຂາດສານອາຫານຫຼາຍ, ຄືມີເຖິງ 820 ຄົນ ຈາກຈໍານວນເດັກນ້ອຍ ທັງໝົດ 4,000 ປາຍຄົນ ທີ່ມາກວດສຸຂພາບ ຢູ່ໂຮງໝໍ ແລະ ສຸຂສາລາ ຫຼື ປະມານ 20%. ທົ່ວແຂວງຊຽງຂວາງ ມີເດັກນ້ອຍທັງໝົດ 28,302 ຄົນ, ຊຶ່ງສາເຫດສໍາຄັນ ທີ່ເຮັດໃຫ້ ເດັກນ້ອຍຂາດສານອາຫານນັ້ນ ແມ່ນພໍ່ແມ່ຜູ້ປົກຄອງ ທຸກຍາກ ເດັກນ້ອຍບໍ່ໄດ້ກິນອາຫານ ທີ່ມີທາດບໍາຣຸງຄົບ 6 ໝວດ ຄື: ທາດຄາໂບໄຮເດຣດ, ໂປຣຕິນ, ໄຂມັນ, ທາດເກືອ ແລະ ນໍ້າ, ຊຶ່ງ ທັງ 6 ທາດນີ້ ເປັນສິ່ງຈໍາເປັນ ສໍາຫຼັບເດັກນ້ອຍ ແຕ່ລະຄົນ, ດັ່ງເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງຊຽງຂວາງ ກ່າວໃນວັນທີ 25 ກຸມພາ ນີ້ວ່າ:

“ການກິນ ບໍ່ຖືກວິທີເນາະ ບາງມື້ເດັກນ້ອຍ ພໍ່ແມ່ເຂົາເຈົາ ກໍສິວ່າ ມັນກິນແຕ່ຊິ້ນ ເຂົາເຈົ້າ ໃຫ້ກິນແຕ່ຊີ້ນ ຢ່າງດຽວ ເຂົາເຈົ້າ ບໍ່ໄດ້ເນັ້ນເຣື້ອງອື່ນ ເຂົ້າໄປວ່າ ມັນຕ້ອງກິນມີຜັກແດ່ ມີໝາກໄມ້ ເຂົ້າຮ່ວມກັນ ຫັ້ນນະ ບາງຄົນ ມັກກິນແປ້ງ, ກິນທາດແປ້ງ, ກິນເຂົ້າກັບເຜືອກ ມັນກໍຈະໄດ້ ທາດແປ້ງ ຢ່າງດຽວ.”

ອີກສາເຫດນຶ່ງ ທີ່ເຮັດໃຫ້ເດັກນ້ອຍ ອາຍຸຫຼຸດ 5 ປີ ຂາດສານອາຫານ ໃນແຂວງຊຽງຂວາງ ກໍຍ້ອນວ່າ ໂຄງການສົ່ງເສີມ ດ້ານໂພຊນາການ ໃຫ້ເດັກນ້ອຍ ເຂົ້າມາຊ່ອຍເຫຼືອນັ້ນ ມີຢູ່ 3 ໂຕເມືອງ ເປົ້າໝາຍ ເທົ່ານັ້ນ, ຂນະທີ່ ທົ່ວແຂວງຊຽງຂວາງ ມີ 7 ເມືອງ ເຮັດໃຫ້ທາງແຂວງ ບໍ່ມີງົບປະມານ ລົງກວດສຸຂພາບ ເດັກນ້ອຍ ອີກ 4 ເມືອງ ທີ່ບໍ່ໄດ້ ເຂົ້າບັນຈຸເປັນ ເມືອງເປົ້າໝາຍ ໂດຍສະເພາະ ເດັກນ້ອຍ ຢູ່ເຂດຊົນນະບົດ ຫ່າງໄກສອກຫລີກ:

“ຢ່າງໂຄງການ (ChildFund) ເຂົາເຈົ້າຈະຊ່ອຍ ແຕ່ສະເພາະ ເມືອງໜອງແຮດ ກັບເມືອງ ພູກູດ ແລະ ໂຄງການອື່ນໆ ຕອນນີ້ ຂ້ອນຂ້າງ ທີ່ວ່າ ບໍ່ມີແລ້ວ ທີ່ນີ້ຫັ້ນ …ຢ່າງເຊັ່ນ ເດັກນ້ອຍ ເມືອງທີ່ວ່າໄກໆ ຢ່າງເຊັ່ນເມືອງໝອກ ເປັນເດັກນ້ອຍຊົນເຜົ່າ ການທີ່ວ່າ ເຂົ້າເຖິງບໍຣິການ ຍັງບໍ່ທັນຫຼາຍເທົ່າທີ່ຄວນ."

ທ່ານກ່າວວ່າ ຈໍານວນເດັກນ້ອຍ ທັງໝົດ 4,000 ປາຍຄົນ ທີ່ມາກວດສຸຂພາບ ຢູ່ໂຮງໝໍ ແລະ ສຸຂສາລາ ນັ້ນ, ອີງ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກສາທາຣະສຸຂ ແຂວງແລ້ວ ແມ່ນວ່າ ມີເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ທີ່ຂາດສານອາຫານ ແບ່ງອອກເປັນ ປະເພດ 1 ຄື: ເດັກ ທີ່ມີຮ່າງກາຍຈ່ອຍຜອມ 19% ຫຼື ປະມານ 820 ຄົນ, ປະເພດທີ່ 2 ແມ່ນເດັກນ້ອຍ ທີ່ມີຕົນໂຕຕໍ່າເຕັ້ຽ 35% ຫຼື 1,454 ຄົນ ແລະ ປະເພດທີ່ 3 ແມ່ນເດັກນ້ອຍຈ່ອຍຜອມ ນໍ້າໜັກຫຼຸດ ຢ່າງວ່ອງໄວ ຍ້ອນຖອກທ້ອງ ຫຼື ເຈັບປ່ວຍ ແຕ່ປະເພດນີ້ ບໍ່ຄ່ອຍພົບ ເຫັນປານໃດ. ເຖິງຢ່າງໃດກໍຕາມ, ປີ 2019 ທາງແຂວງ ຕ້ອງໄດ້ພະຍາຍາມ ແກ້ໄຂບັນຫານີ້ ແຕ່ທັ້ງນີ້ ກໍຂຶ້ນກັບ ງົບປະມານ ແລະ ໂຄງການ ທີ່ເຂົ້າມາ ຊ່ອຍເຫຼືອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org