ຣະວັງໄຂ້ເລືອດອອກໃນ ຍາມຝົນ


2014.02.13
F-mosquito-Aedes-aegypti ຕົວຢ່າງ ຂອງຍຸງລາຍ ໂຕແມ່ (Aedes aegypti mosquito) ທີ່ນໍາເຊື້ອພຍາດ ໄຂ້ເລືອດອອກ ແພ່ຣະບາດ ໃສ່ຜູ້ຄົນ.
Wikipedia/Muhammad Mahdi Karim

 

ເຈົ້າໜ້າທີ່ ສາທາຣະນະສຸຂ ເປີດເຜີຽວ່າ ປັດຈຸບັນ ທາງກະຊວງ ກໍາລັງ ປືກສາຫາລື ວາງແຜນ ໃຫ້ຫ້ອງການໄຂ້ຍຸງ ໃນແຕ່ລະແຂວງ ຕຣຽມ ພ້ອມຮັບມື ກັບ ໄຂ້ເລືອດອອກ ໃນຍາມຣະດູຝົນ ໄວ້ລ່ວງໜ້າ ໂດຍສະເພາະ ເຣື້ອງຢຸກຢາ ປິ່ນປົວຄົນປ່ວຍ ພ້ອມທັງ ປ່າວເຕືອນ ປະຊາຊົນ ໃຫ້ເຝົ້າຣະວັງ ປ້ອງກັນ ພາຍຫລັງ ການຣະບາດ ຂອງ ພຍາດນີ້ ໃນປີຜ່ານມາ ທີ່ເຮັດໃຫ້ມີ ຜູ້ຄົນເຈັບປ່ວຍ ຫລາຍໝື່ນ ແລະ ເສັຽຊີວິດ ໄປ ຫລາຍຄົນ. ດັ່ງທ່ານເວົ້າວ່າ:

."ການຣະບາດພຍາດໄຂ້ເລືອດອອກ ປັດຈຸບັນນີ້ ຖືວ່າພວກເຮົາ ກໍາລັງປຶກສາຫາລື ວາງແຜນ ນໍາບັນດາຫ້ອງການ ສາທາຣະນະສຸຂ ເຮົາໄດ້ ອາສັຍ ໂຕນີ້ ເພື່ອວາງແຜນ ແຕ່ວ່າ ວິທີປະຕິບັດ ຈັດຕັ້ງ ປະຕິບັດໂຕຈິງ ຖື່ວ່າ ຊ່ວງປີນີ້ ພວກເຮົາຫ້າງຫາ ກະຕຽມ ຢູ່ເນາະ".

ກ່ຽວກັບການກະຕຣຽມນັ້ນ ທ່ານວ່າ ທາງກະຊວງໄດ້ອອກຄໍາສັ່ງໄປຫາຫນ່ວຍງານ ໃນແຕ່ລະແຂວງ ເພື່ອດໍາເນີນການປ້ອງກັນໄວ້ ເຊັ່ນວ່າ ປີນີ້ ໃຫ້ໂຮງຮຽນ ທຸກແຫ່ງ ເປີດການເຮັດ ອະນາມັຍ ແບບເປັນຂະບວນ.

ເມື່ອປີ 2013 ຜ່ານມາ ມີຜຸ້ປ່ວຍ ໄຂ້ເລືອດອອກ ເຖິງ 48,000 ຄົນ ແລະເສັຽຊີວິດ ທັງໝົດ 93 ຄົນ ເພີ້ມຂຶ້ນຈາກ ປີ 2012 ເຖິງ 10 ເທົ່າ. ສາເຫດ ທີ່ພາໃຫ້ ຜູ້ປ່ວຍເປັນ ໄຂ້ເລືອດອອກ ເສັຽຊີວິດ ເປັນຈໍານວນຫລາຍ ໃນປີຜ່ານມາ ຍ້ອນວ່າ ຜູ້ປ່ວຍ ບໍ່ໄປຫາໝໍ ລໍຖ້າໃຫ້ ອາການ ແຮງຂຶ້ນ ແລ້ວຈຶ່ງໄປ.

ສໍາລັບປີນີ້ ທ່ານວ່າ ທາງ ສາທາຣະນະສຸຂ ຕ້ອງປ່າວເຕືອນ ປະຊາຊົນວ່າ ຖ້າຄົນໃດ ມີອາການເປັນໄຂ້ 2ຫາ7 ວັນ, ບໍ່ຢາກ ກິນເຂົ້າກິນນໍ້າ, ເຈັບຫົວ ໂຕຮ້ອນ 38-40 ອົງສາ ຂຶ້ນໄປ, ປວດທ້ອງ, ປວດກ້າມເນື້ອ, ໃບໜ້າ ແລະ ຕົນໂຕແດງ ເປັນ ຕຸ່ມເລືອດອອກ ໃຫ້ຮີບໄປ ຫາໝໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.