ເດັກນ້ອຍ ນໍ້າໜັກ ລວງສູງ ບໍ່ໄດ້ມາຕຖານ: ຜົ້ງສາລີ

ສິດນີ້
2019.02.25
f-malnutrition ການວັດແທກ ເດັກນ້ອຍຂາດສານອາຫານ
Screen captured from you tube video

ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຢູ່ແຂວງຜົ້ງສາລີ ຍັງມີນ້ຳຫນັກ ແລະ ລວງສູງ ຕ່ຳກວ່າມາຕຖານ ທີ່ກະຊວງສາທາຣະນະສຸຂ ກຳນົດໄວ້ ຄື ທາງກະຊວງໄດ້ກຳນົດ ໃຫ້ແຂວງ ຜົ້ງສາລີ ຫຼຸດອັຕຣາເດັກນ້ອຍ ທີ່ມີລວງສູງ ບໍ່ໄດ້ມາຕຖານລົງ ໃຫ້ເຫຼືອ 21 ສ່ວນຮ້ອຍ ແຕ່ທາງແຂວງ ສາມາດ ຫຼຸດລົງໄດ້ ໃຫ້ເຫຼືອຢູ່ 28% ໝາຍຄວາມວ່າ ແຂວງຜົ້ງສາລີ ຍັງມີເດັກນ້ອຍ ອາຍຸຕ່ຳກວ່າ 5 ປີລົງມາ ຕ່ຳເຕັ້ຽ, ລວງສູງ ບໍ່ໄດ້ມາຕຖານ 28%.

ນອກຈາກນັ້ນ ກະຊວງສາທາຣະນະສຸຂ ຍັງໄດ້ກຳນົດ ໃຫ້ແຂວງຜົ້ງສາລີ ຫຼຸດຈຳນວນເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີລົງມາ ທີ່ມີນ້ຳໜັກ ບໍ່ໄດ້ມາຕຖານລົງ ໃຫ້ໄດ້ 32% ແຕ່ສາມາດເຮັດໄດ້ ໃຫ້ເຫຼືອ ແຕ່ 45%. ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ແຂວງຜົ້ງສາລີ ທ່ານນຶ່ງກ່າວ ໃນມື້ວັນທີ 21 ກຸມພານີ້ວ່າ:

“ພວກເຮົາ ບໍ່ບັນລຸ ໝາຍຄວາມວ່າ ຈະຕ້ອງປະຕິບັດ ໃຫ້ໄດ້ 21 ເປີເຊັນ ເດັກ (ນ້ອຍ) ນ້ຳຫນັກບໍ່ໄດ້ມາຕຖານ ແຕ່ວ່າ ພວກເຮົາ ປະຕິບັດ ໄດ້ 28.3% ຫມາຍເຖິງວ່າພວກເຮົາຍັງ 7.3% ຍັງຈະສືບຕໍ່ ປະຕິບັດ ສ່ວນລວງສູງ ບໍ່ໄດ້ມາຕຖານ ບັນລຸໄດ້ 32.2% ປະຕິບັດ ໄດ້ 44.5% ຍັງ 11.3% ພວກເຮົາ ຊີ່ບັນລຸ.”

ທ່ານກ່າວຕຶ່ມວ່າ ສາເຫດສຳຄັນ ທີ່ເຮັດໃຫ້ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ມີນ້ຳໜັກ ແລະ ລວງສູງ ບໍ່ໄດ້ມາຕຖານ ທີ່ກະຊວງສາທາ ຣະນະສຸຂ ກຳນົດໄວ້ນັ້ນ ຍ້ອນຂາດອາຫານ 6 ໝວດ ໃນຄາບເຂົ້າ ແຕ່ລະມື້ ເປັນຕົ້ນ ຂາດ ຄາໂບໄຮ ດເຣດ, ໂປຣຕິນ ວິຕາມິນ ແລະ ອື່ນໆ, ຊຶ່ງ ຄອບຄົວ ແລະ ພໍ່ແມ່ ບໍ່ສາມາດສນອງໄດ້:

“ວຽກທີ່ ພໍ່ແມ່ຂະເຈົ້າ ຕ້ອງເຮັດປົກກະຕິ ຄືທຸກຄາບ ທີ່ໄດ້ກິນອາຫານ ຈະຕ້ອງໄດ້ຄົບທຸກ 6 ຫມວດ ແຕ່ຜ່ານມາຂາດ ເພາະວ່າ ຂະເຈົ້າກິນ ບໍ່ຖືກວິທີ ຍົກໂຕຢ່າງ ໃຫ້ກິນແຕ່ຊີ້ນ ບໍ່ໃຫ້ກິນແຕ່ເຂົ້າ ບໍ່ພຽງຢ່າງດຽວ ເຂົາເຈົ້າ ບໍ່ໄດ້ກິນພວກທາດແປ້ງ ແຄນຊຽມ ພວກໄຂມັນ ພືດຜັກ ໃບຂຽວ ຫມາກໄມ້ ເຂົາເຈົ້າກິນບໍ່ຄົບ.”

ໃນປັດຈຸບັນ ຜແນກສາທາຣະນສຸຂ ແຂວງຜົ້ງສາລີ ກໍເອົາໃຈໃສ່ ໂຄສະນາ ເຣື້ອງໂພຊະນາການ ຫຼາຍຂຶ້ນ ເພື່ອສົ່ງເສີມ ຄຸນນະພາບ ແລະ ຮ່າງກາຍ ຂອງເດັກນ້ອຍ ໃຫ້ໄດ້ມາຕຖານ ຕາມທີ່ ທາງກະຊວງກຳນົດໄວ້. ບາງໂຄງການ ກໍໄດ້ຮັບການຊ່ອຍເຫຼືອ ຈາກອົງການຕ່າງຊາດ ແຕ່ກໍຍັງ ບໍ່ພໍກັບຄວາມຕ້ອງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.