ເດັກນ້ອຍ ຂາດສານອາຫານ ສູງກວ່າ ອັຕຣາ ສເລັ່ຽ ຂອງໂລກ
2018.02.21

ບັນດານັກຊ່ຽວຊານ ຈາກ ກະຊວງສາທາຣະນະສຸຂ, ອົງການຈັດຕັ້ງຣັຖ ຕ່າງໆ ແລະ ອົງການຈັດຕັ້ງສາກົລ ພິຈາຣະນາກັນ ເຖິງເຣື່ອງ ອາຫານທາດບໍາຣຸງ ປະເພດຜົງ ທີ່ເອີ້ນ ເປັນພາສາອັງກິດວ່າ micronutrients ຢູ່ກອງປະຊຸມປຶກສາຫາຣື ຮ່າງຍຸທສາດ ເສີມສານອາຫານ food fortification strategy ເມື່ອທ້າຍເດືອນ ມົກຣາ 2018 ນີ້ ທີ່ນະຄອນ ຫລວງວຽງຈັນ ວ່າ ຜົງອາຫານເສີມ ປະເພດຜົງ micronutrients ໃສ່ອາຫານ ທີ່ປຸງແຕ່ງແລ້ວ ເປັນວິທີການແກ້ໄຂ ການຂາດສານອາຫານ ທີ່ມີປະສິດທິພາບ ໄດ້ຜົລດີ ແລະໃຊ້ເງິນໜ້ອຍ ເພື່ອໃຫ້ຜູ້ຄົນມີສຸຂພາບ ແຂງແຮງຂຶ້ນຕື່ມ.
ການເສີມ ຜົງອາຫານທາດບໍາຣຸງນັ້ນ ເປັນທາງເລືອກ ທີ່ມີການໃຫ້ຄວາມສໍາຄັນ ເມື່ອຫາຣືກັນ ເມື່ອວັນທີ 29 ມົກຣາ ຜ່ານມາ ກ່ຽວກັບການ ຮ່າງຍຸທສາດ ເສີມຝຸ່ນ micronutrients ໃສ່ອາຫານ ເພື່ອເຮັດໃຫ້ອາຫານນັ້ນ ມີແຮ່ທາດ ແລະ ໄວຕາມິນ ທີ່ຮ່າງກາຍຄົນຕ້ອງການ, ຕາມຣາຍງານຂ່າວ ວຽງຈັນທາຍມສ໌ ວັນທີ 30 ມົກຣາ 2018 ນີ້. ພ້ອມກັນນັ້ນ, ກອງປະຊຸມ ຍັງເວົ້າເຖິງ ຄວາມຈໍາເປັນ ໃນການສ້າງ ສະພາບແວດລ້ອມ ທີ່ຈະຊ່ອຍໃຫ້ກ້າວສູ່ ການເສີມຜົງອາຫານ ໃນພາກປະຕິບັດ ຕົວຈິງ ໃນໄລຍະກາງ ແລະ ໄລຍະຍາວ ໂດຍໃຫ້ຣັຖບານ ແລະ ພາກ ສ່ວນເອກຊົນ ເຂົ້າມາມີສ່ວນຮ່ວມ.
ການພິຈາຣະນາ ເຣື່ອງຜົງເສີມອາຫານ micronutrient ມີຂຶ້ນ ຂະນະທີ່ ສປປລາວ ກໍາລັງພຍາຍາມ ແກ້ໄຂບັນຫາ ການຂາດສານອາຫານ ຂອງເດັກນ້ອຍ ລາວ ອາຍຸຫຼດ 5 ປີ ທີ່ມີສູງເຖິງ 36 ສ່ວນຮ້ອຍ (36%) ຂອງຈໍານວນ ເດັກນ້ອຍທັງໝົດ ໃນທົ່ວປະເທດລາວ ຂະນະທີ່ ອັຕຣາສເລັ່ຽ ການຂາດສານອາຫານ ຂອງເດັກນ້ອຍ ໃນທົ່ວໂລກ ຢູ່ທີ່ 20 ສ່ວນຮ້ອຍ (20%). ນັ້ນໝາຍຄວາມວ່າ ອັຕຣາ ການຂາດສານອາຫານ ຂອງເດັກນ້ອຍ ໃນລາວ ສູງກວ່າ ອັຕຣາສເລັ່ຽ ຂອງໂລກ ເຖິງ 16 ສ່ວນຮ້ອຍ ຄື ເກືອບທົບເທົ່າ ຊຶ່ງເຈົ້າໜ້າທີ່ ອົງການອາຫານໂລກ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ (RFA) ວ່າ ໜ້າເປັນຫ່ວງ. ພ້ອມດຽວກັນ ທ່ານ ກໍບອກວ່າ ທາງຄອບຄົວ ກໍເປັນສ່ວນສໍາຄັນ ໃນຈຸດເຣີ່ມຕົ້ນ ທີ່ຈະຊ່ອຍໃຫ້ເດັກນ້ອຍ ໄດ້ຮັບອາຫານ ໂພສະນາການ ທີ່ດີ:
"ອາຫານເສີມ ຂອງເດັກນ້ອຍ ຖືວ່າ ຈໍາເປັນທີ່ສຸດເນາະ ເພາະວ່າ ຂະເຈົ້າຈະຕ້ອງ ໄດ້ຮັບສານອາຫານ ທີ່ຄົບຖ້ວນ ພຽງພໍ ສໍາລັບຂະເຈົ້າ ພ້ອມກັບສືບຕໍ່ ກິນນົມແມ່ ໄປແລ້ວກໍເສີມດ້ວຍອາຫານ ທີ່ມີຄຸນຄ່າ ສະນັ້ນ ຖ້າສາມາດ ເຮັດຈັ່ງຊີ້ໄດ້ ໃນຊ່ວງ (ໄລຍະ) ພັນມື້ ເດັກນ້ອຍຜູ້ນັ້ນ ກໍຈະມີ ໂພສະນາການທີ່ດີ ໃນອະນາຄົດ ຜູ້ເປັນແມ່ເອງເນາະ ບໍ່ສາມາດເຮັດໄດ້ ຄັນຖ້າບໍ່ໄດ້ ຮັບການ ສນັບສນູນຈາກຜູ້ອ້ອມຂ້າງ ນັ້ນນະ."
ແລະວ່າ ທາງຣັຖບານລາວ ໄດ້ກໍານົດ 22 ມາຕການ ບຸລິມະສິດ ສໍາຄັນ ທີ່ຈະຊ່ອຍສົ່ງເສີມໃຫ້ເດັກນ້ອຍ ບໍ່ຂາດສານອາຫານ ຊຶ່ງ ຕ້ອງເຣີ່ມ ຈາກຄອບຄົວ ແລະ ໂຮງຮຽນ ຄືຕ້ອງໃຫ້ຄອບຄົວ ມີຄວາມຮູ້ ເຣື່ອງໂພສະນາການ ເຣື່ອງຜັກສວນຄົວ ການປັບປຸງຫລັກສູດ ການຮຽນ ສໍາລັບ ເດັກນ້ອຍປະຖົມ ໂດຍເອົາເຣື່ອງການກິນ ທີ່ມີປໂຍດເຂົ້າ ສົ່ງເສີມໃຫ້ປູກຜັກໃນໂຮງຮຽນ ໃຫ້ລ້ຽງສັດນ້ອຍ ແລະ ສົ່ງເສີມ ໃຫ້ມີຣາຍ ໄດ້ຈາກ ການປູກຝັງຕ່າງໆ ເພື່ອຈະໄດ້ມີເງິນ ຊື້ອາຫານທີ່ມີໂພສະນາການ ທີ່ດີຂຶ້ນ.
ເປັນທີ່ຮັບຮູ້ກັນວ່າ ການຂາດສານອາຫານ ຍັງເປັນ ບັນຫາ ທ້າທາຍ ຕໍ່ການພັທນາ ຂອງລາວ ຊຶ່ງຫຼາຍກວ່າ ນຶ່ງສ່ວນສາມ (1/3) ຫຼື 35.6 ສ່ວນຮ້ອຍ (35.6%) ຂອງເດັກນ້ອຍລາວ ອາຍຸ ຫຼຸດ 5 ປີ ປະເຊີນກັບ ການຂາດ ສານອາຫານ ທີ່ເປັນປະຈໍາ ຂະນະທີ່ 20 ສ່ວນຮ້ອຍ ຂອງເດັກນ້ອຍ ມີຕົນໂຕຕໍ່າເຕັ້ຽ ເມື່ອອາຍຸໄດ້ 6 ເດືອນ. ແລະ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໂຄງການອາຫານໂລກ ຕໍ່ ອາຣ໌ ແອັຟ ເອ (RFA) ກ່ອນໜ້ານີ້ ໂດຍທີ່ທ່ານ ອ້າງ ອີງໃສ່ດັດສະນີ ໂພສະນາການ ຂອງເດັກນ້ອຍລາວ ອາຍຸຫຼຸດ 5 ປີ ທີ່ວ່າ ອັຕຣາຕົນໂຕ ຕໍ່າເຕັ້ຽ ບໍ່ສົມອາຍຸ ມີປະມານ 44 ສ່ວນຮ້ອຍ ນັ້ນ ທ່ານກ່າວຕອນນຶ່ງ ວ່າ:
"There was Lao national indicator around 44% of the children who underage of 5 year, they were stunted. This means that not only their height was short compared to their age. These children also had limited brain development this cognitive disability has an economic consequences."
ນັ້ນກໍໝາຍຄວາມວ່າ ພວກເຂົາ ບໍ່ພຽງແຕ່ມີຕົນໂຕ ຕໍ່າເຕັ້ຽເທົ່ານັ້ນ ແຕ່ຫາກ ຍັງມີສມອງພັທນາຈໍາກັດ ນໍາອີກ ຊຶ່ງການຂາດຄວາມສາມາດໃນການຮັບຮູ້-ການຮຽນຮູ້ນີ້ ຈະມີຜົລອັນບໍ່ດີ ຕາມມາ. ເດັກນ້ອຍເຫລົ່ານີ້ ຈະຮຽນບໍ່ຈົບຊັ້ນ ຈະເປັນພະນັກງານ ທີ່ມີຄວາມຮູ້ຄວາມສາມາດ ຈໍາກັດ. ໜັກໄປກວ່ານັ້ນ ພວກເຂົາ ຈະເປັນພະຍາດບໍ່ຕິດຕໍ່ ຕ່າງໆໄດ້ໄວ ເຊັ່ນ: ຄວາມດັນເລືອດສູງ ເບົາຫວານ ເປັນຕົ້ນ. ຢ່າງໃດກໍຕາມ ດຣ. ພູທອນ ເມືອງປາກF ຮອງຣັຖມົນຕຣີ ສາທາຣະນະສຸຂ ຂອງລາວ, ກໍໄດ້ກ່າວ ຕໍ່ກອງປະຊຸມ ປຶກສາຫາຣື ຮ່າງຍຸທສາດ ເສີມສານອາຫານ ເມື່ອວັນທີ 29 ມົກຣາ ທີ່ຜ່ານມາ ໂດຍເຊື່ອໝັ້ນວ່າ ຍຸທສາດ ການເສີມອາຫານ ດ້ວຍຜົງເສີມທາດບໍາຣຸງ micronutrient ຈະໃຫ້ຜົລ ຢ່າງໃຫຍ່ຫຼວງ ທາງດ້ານ ສຸຂພາບ.
ແລະ ບັນດານັກຊ່ຽວຊານ ດ້ານສຸຂພາບ ຕ່າງກໍເຫັນພ້ອມນໍາວ່າ ການເສີມຝຸ່ນ micronutrients ໃສ່ອາຫານ ທີ່ປຸງແຕ່ງແລ້ວ ເປັນວິທີການ ປັບປຸງສະພາບ micronutrients ຂອງພົລເມືອງລາວ ທົ່ວໄປ ຢ່າງມີປະສິດທິພາບ ແລະ ທັງບໍ່ແພງ ຊຶ່ງຈະຊ່ອຍສະກັດກັ້ນພະຍາດຕ່າງໆ ເຮັດໃຫ້ ຣະບົບພູມຕ້ານທານ ແຂງແຮງຂຶ້ນ ແລະທັງຊ່ອຍ ພັທນາສະມັຕພາບ ຮ່າງກາຍ ແລະມັນສມອງ ດີຂຶ້ນຕື່ມ.
ແລະມາດາມ Sarah Gordon-Gibson ຜູ້ຕາງໜ້າ ໂຄງການອາຫານໂລກ ປະຈໍາລາວ ກໍກ່າວວ່າ ການເສີມອາຫານດ້ວຍທາດບໍາຣຸງ ເປັນວິທີການນຶ່ງ ທີ່ໃຊ້ເງິນໜ້ອຍ ເພື່ອຊ່ອຍປະຊາຊົນ ເຂົ້າເຖິງ ຜົງເສີມອາຫານ micronutrients ໄດ້ຫຼາຍຂຶ້ນ ຮວມທັງປະຊາຊົນ ທີ່ມີ ຄວາມສ່ຽງ ເປັນຕົ້ນ ເດັກນ້ອຍແມ່ຍິງ ວັຍຊອນສາວ ແລະ ແມ່ຍິງວັຍຈະເຣີນພັນ. ແລະວ່າ ແຜນງານຍຸທສາດ ເສີມອາຫານແຫ່ງຊາດ ຈະຊ່ອຍປັບ ປຸງອາຫານທາດບໍາຣຸງ ແລະ ບັນລຸເປົ້າໝາຍ ການພັທນາ ແບບຍືນຍົງ SDGs.
ການສໍາຣວດ ຄວາມພໍພຽງ ຂອງອາຫານ ແລະ ອາຫານທາດບໍາຣຸງ Food and Nutrition ປີ 2015 ບົ່ງບອກເຖິງ ໂຣກເລືອດຈາງ ຍ້ອນຂາດທາດເຫລັກ ໃນເດັກນ້ອຍ ອາຍຸຫຼຸດ 5 ປີ ເຖິງ 25 ສ່ວນຮ້ອຍ, 40 ຮ້ອຍ ໃນແມ່ຍິງ ທີ່ຖືພາມານ, ແລະ 36.5 ສ່ວນຮ້ອຍ ໃນແມ່ລູກອ່ອນ ຫຼື ແມ່ ທີ່ໃຫ້ນົມລູກກິນ.
ຂ່າວຊິນຮົວ ຣາຍງານ ຈາກນະຄອນຫລວງວຽງຈັນ ເມື່ອປີກາຍວ່າ ມີເດັກນ້ອຍອາຍຸຫຼຸດ 5 ປີ ໃນລາວເສັຽຊີວິດ ໄປໃນແຕ່ລະປີ ປະມານ 6,000 ຄົນ ຍ້ອນການຂາດສານອາຫານ. ແລະຕາມການສໍາຣວດ ຄັ້ງລ່າສຸດ, ເດັກນ້ອຍໃນລາວ ທີ່ປະເຊີນກັບ ການມີຕົນໂຕຕໍ່າເຕັ້ຽ ເຕີບໂຕ ບໍ່ສົມອາຍຸ 36.6 ສ່ວນຮ້ອຍນັ້ນ ຈະໄດ້ຮັບຜົລກະທົບ ອັນບໍ່ດີ ໃສ່ການພັທນາປະເທດ ໃນໄລຍະຍາວ.