ຫຼາຍແຂວງປະກາດປິດເມືອງ ສະກັດ ໂຄວິດ-19

ໄຊຍາ
2021.04.23
ຫຼາຍແຂວງປະກາດປິດເມືອງ ສະກັດ ໂຄວິດ-19 ເຈົ້າໜ້າທີ່ ທາງການ ແຂວງວຽງຈັນ ເຝົ້າຍາມເຂດດ່ານ ເຂົ້າ-ອອກ
ນັກຂ່າວພົລເມືອງ

ເຂົ້າສູ່ເດືອນເມສາ ເຊື້ອພຍາດໂຄວິດ-19 ໃນລາວ ກັບມາຣະບາດຮອບສອງ, ການຣະບາດເທື່ອນີ້ຮຸນແຮງ ແລະແຜ່ລາມໄປຫຼາຍ ແຂວງ. ຕໍ່ການຣະບາດດັ່ງກ່າວ ນະຄອນຫລວງ ວຽງຈັນ ໄດ້ປະກາດປິດເມືອງ ທຳອິດໃນວັນທີ 22 ເມສາ. ຈາກນັ້ນກໍມີຫລາຍ ແຂວງ ທັງພາກເໜືອ, ພາກກາງ ແລະ ພາກໃຕ້ ກໍໄດ້ປະກາດປິດເມືອງ ເພື່ອຄວບຄຸມການຣະບາດ ຕາມປະກາດຂອງຣັຖບານ.

ແຂວງວຽງຈັນກໍເປັນແຂວງນຶ່ງ ທີ່ໄດ້ປະກາດປິດເມືອງ ແຕ່ກໍຍັງມີການຜ່ອນຜັນ ບາງກໍຣະນີ ດັ່ງເຈົ້າໜ້າທີ່ສະເພາະກິດ ໄດ້ກ່າວ ຕໍ່ເອເຊັຽເສຣີ ເມື່ອວັນທີ 23 ເມສາ ວ່າ:

"ກະມາຕການຄຳສັ່ງ ຂອງນາຍົກຫັ້ນແຫຼະ ເຮົາກະບໍ່ໃຫ້ມີການສັນຈອນ, ຣົດໂດຍສານກະບໍ່ໃຫ້ທຽວ, ບໍ່ໄດ້ມີຮົ້ວກັນດອກມີແຕ່ວ່າ ມີເຈົ້າໜ້າທີ່ຂະເຈົ້າຕັ້ງດ່ານກວດກາ ຫັ້ນແຫຼະບໍ່ມີ ວຽກທາງການກະໄປບໍ່ໄດ້."

ຜູ້ປະກອບການໂຮງແຮມແຫ່ງນຶ່ງໃນເມືອງວັງວຽງ ກໍໄດ້ປະກາດປິດຊົ່ວຄາວ ເພື່ອ ປະຕິບັດຕາມາຕການປິດເມືອງຂອງທາງ ຣັຖບານວາງອອກ. ດັ່ງຜູ້ປະກອບການໄດ້ກ່າວວ່າ

"ປິດຢູ່ 2-3 ມື້ ນີ້ບໍ່ທັນໄດ້ເປີດເທື່ອຊ່ວງນີ້ ແຂກຍົກເລີກໝົດເລີຍ ແຕ່ວ່າເຂົ້າປີໃໝ່ມານີ້ ແຕ່ມີປີໃໝ່ມານີ້ຍັງບໍ່ໄດ້ຮັບແຂກຈັກຫ້ອງ ເລີຍແທ້ຈິງກະຢາກໃຫ້ໂຄວິດ ຫາຍຫັ້ນແຫຼະ."

ຜູ້ປະກອບການຮ້ານອາຫານ ຢູ່ເມືອງວັງວຽງແຫ່ງນຶ່ງ ໄດ້ກ່າວວ່າທາງຮ້ານ ກໍຍັງເປີດຕາມ ປົກກະຕິແຕ່ລູກຄ້າ ເຂົ້າຮ້ານບໍ່ຫລາຍ. ສ່ວນຫລາຍລູກຄ້າ ຈະສັ່ງເມືອກິນ ຢູ່ເຮືອນ.

"ເປີດຮ້ານປົກກະຕິມັນກະບໍ່ເຖິງຮ້າຍແຮງ ສ່ວນຫລາຍກະໄປສົ່ງຂະເຈົ້າ ລູກຄ້າມາກິນຢູ່ຮ້ານ ກະມີສ່ວນນ້ອຍຣະວັງໂຕການການ ໄປການມາຣະວັງໂຕໃຜໂຕມັນ ມີສະຕິ."

ສ່ວນການໃຊ້ຊີວິດ ປະຈຳວັນຂອງຊາວບ້ານ ໃນເມືອງວັງວຽງ ກໍປະຕິບັດຕາມມາຕການ ທີ່ທາງການແນະນຳມາ, ດັ່ງ ຊາວບ້ານ ເມືອງວັງວຽງ ກ່າວວ່າ.

"ຄືເກົ່າເຈົ້າກະບໍ່ຢ້ານ ກະໃສ່ຜ້າອັດປາກໃສ່ເຈວລ້າງມື ໃສ່ສະເປກະຫລາຍຂຶ້ນກ່ວາເກົ່າ ກະບໍ່ຢ້ານເນາະກໍໃຊ້ຊີວິດ ປົກກະຕິດ ຫັ້ນແຫຼະ."

ແຂວງບໍລິຄຳໄຊ ກໍໄດ້ປະກາດປິດເຊັ່ນກັນ ຜ່ານມາໃນແຂວງ ກໍກວດພົບຜູ້ຕິດເຊື້ອ ພຍາດໂຄວິດ-19. ການປິດເມືອງຂອງແຂວງ ກໍຍັງມີມາຕການຜ່ອນຜັນ ໃຫ້ກັບຜູ້ທີ່ຈຳເປັນຕ້ອງ ເດີນທາງ ພ້ອມນີ້ແຂວງບໍລິຄຳໄຊ ຍັງໂຈະການຂົນສົ່ງໂດຍສານ ຣະຫວ່າງແຂວງ ແລະ ປິດດ່ານທັງໝົດ ຕໍ່ການຣະບາດ ໄລຍະນີ້ປະຊາຊົນ ໃນແຂວງບໍລິຄຳໄຊ ກ່າວວ່າກໍຕ້ອງໄດ້ ຣະມັດຣະວັງ ຕົນເອງຫຼາຍຂຶ້ນ.

"ປະຕິບັດຜ້າອັດປາກ ແລ້ວກະເຈວລ້າງມື ມີທາງອຳນາດການປົກຄອງ ປ່າວໂທລະໂຄ່ງ ຢ້ານຄົນບ້ານອື່ນແຂວງອື່ນບໍ່ໃຫ້ມາ ຕ້ອງ ໄດ້ກວດມີປ້ອມຕຳຣວດຂອງ ຫນ່ວຍສະເພາະກິດ ຢູ່ຂ້າງບ້ານກະປະຕິບັດມາໄດ້ 2 ມື້."

ໃນແຂວງບໍຣິຄຳໄຊ ການຊື້-ຂາຍ ຜ້າອັດປາກ, ເຈວລ້າງມື ເປັນທີ່ຕ້ອງການເປັນ ຈຳນວນຫລາຍຈົນເຮັດໃຫ້ສິນຄ້າ ດັ່ງກ່າວຂາດ ຕລາດດັ່ງແມ່ຄ້າ ໃນຕລາດບໍລິຄຳໄຊ ກ່າວວ່າ:

"ຕອນນີ້ເຄື່ອງກຳລັງມາ ເຈົ້າ ມາຈາກວຽດແມສນີ້ ຂາດຕລາດ ຂາຍດີ ດີກວ່າປົກກະຕິດ ຄົນເປັນເຣື້ອຍໆເດ້ ຄົນກະຢ້ານເຣີ້ມຢ້ານ ແລ້ວຄົນພາຍໃນ ແຕ່ລະແຂວງ ທົ່ວປະເທດເລີຍ."

ນອກຈາກສອງແຂວງ ທີ່ພວກເຮົາໄດ້ ຣາຍງານມາແລ້ວນັ້ນ ເມື່ອວັນທີ 23 ເມສາ ທີ່ຜ່ານມາສື່ພາຍໃນໄດ້ຣາຍງານວ່າ ຫຼາຍແຂວງ ກໍໄດ້ປະກາດປິດເມືອງການ ເຂົ້າ-ອອກໄປມາ ຣະຫວ່າງ ແຂວງຕໍ່ແຂວງມີດັ່ງນີ້ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ຜົງສາລີ, ອຸດົມໄຊ, ຫົວພັນ, ໄຊສົມບູນ, ຊຽງຂວາງ, ສວັນນະເຂດ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.